ອົງການວິທະຍາສາດແຫ່ງຊາດຂອງ ອອສເຕຣເລຍ ໄດ້ພັດທະນາລະບົບການກວດສອບຂຶ້ນມາ ທີ່ຈະວິເຄາະຕົວຢ່າງນໍ້າເສຍເພື່ອກວດຫາ COVID-19 ໃນຖ້ຽວບິນທາງໄກ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານ ຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ບັນດານັກຄົ້ນຄວ້າ ໃນ ອອສເຕຣເລຍ ເວົ້າວ່າ ການກວດການໍ້າເສຍແມ່ນການປ້ອງກັນອີກອັນນຶ່ງຕໍ່ COVID-19. ປະເທດດັ່ງກ່າວໄດ້ປິດເຂດຊາຍແດນຂອງເຂົາເຈົ້າຕໍ່ຄົນຕ່າງປະເທດສ່ວນຫຼາຍໃນເດືອນມີນາ 2020, ແລະ ໄດ້ຫ້າມການເຂົ້າ ແລະ ອອກປະເທດຕໍ່ຄົນ ອອສເຕຣເລຍ ເພື່ອຫຼຸດຜ່ອນການແຜ່ລາມຂອງໄວຣັສ. ແນວໃດກໍຕາມ, ການຫ້າມຕ່າງໆແມ່ນຈະເລີ່ມຜ່ອນລົງໃນເດືອນພະຈິກນີ້. ໃນຂະນະທີ່ການເດີນທາງໃນທົ່ວໂລກກັບຄືນມາ, ອົງການວິທະຍາສາດຂອງລັດຖະ ບານ, ອົງການວິທະຍາສາດເຄືອຈັກກະພົບ ແລະ ການຄົ້ນຄວ້າ ອຸດສາຫະກຳ, ຫຼື CSIRO, ເຊື່ອວ່າການກວດນໍ້າສົກກະປົກໃນຖ້ຽວບິນທີ່ເດີນທາງເຂົ້າປະເທດສາມາດເປັນວິທີທີ່ມີປະສິດທິຜົນຕໍ່ການກວດຫາ COVID-19 ໃນຜູ້ໂດຍສານ.
ຜູ້ອຳນວຍການຂອງ CSIRO ທີ່ຮັບຜິດຊອບ ກ່ຽວກັບ ດິນ ແລະ ນໍ້າ ດຣ. ພອລ ເບີດສ໌, ເວົ້າວ່າ ການກວດຫາບໍ່ໄດ້ໃຊ້ເວລາຫຼາຍ.
ທ່ານ ເບີດສ໌ ກ່າວວ່າ “ພວກເຮົາສາມາດນຳຜົນການກວດຕົວຢ່າງອອກມາໃນເວລາສັ້ນເຖິງ 4 ຊົ່ວ ໂມງ. ແຕ່ສິ່ງນຶ່ງທີ່ພວກເຮົາກຳລັງເຮັດຢູ່ແມ່ນວິທີທີ່ໄວກວ່າຫຼາຍ ສະນັ້ນພວກເຮົາພວກເຮົາຈຶ່ງໄດ້ຜົນອອກມາໄວກວ່ານັ້ນອີກ. ສະນັ້ນການວິເຄາະຕ່າງໆແທ້ຈິງແລ້ວສາມາດເຮັດສຳເລັດໃນຂະນະທີ່ຜູ້ໂດຍສານກຳລັງຜ່ານການກວດຄົນເຂົ້າເມືອງ ແລະ ໄປຮັບເອົາຫີບຂອງເຂົາເຈົ້າ ແລະ ອື່ນໆ.”
ການສຶກສາດັ່ງກ່າວໄດ້ວິເຄາະຕົວຢ່າງນໍ້າເສຍຈາກຫ້ອງນໍ້າຂອງຖ້ຽວບິນສົ່ງຄົນກັບປະເທດຂອງລັດຖະບານ ອອສເຕຣເລຍ 37 ຖ້ຽວ ຈາກຫຼາຍປະເທດທີ່ບັນດາເຈົ້າໜ້າທີ່ໄດ້ຈັດເປັນຈຸດສູນກາງ ຂອງ COVID, ລວມມີ ອິນເດຍ, ຝຣັ່ງ, ອັງກິດ, ອາຟຣິກາໃຕ້, ການາດາ ແລະ ເຢຍຣະມັນ ທີ່ໄດ້ລົງຈອດຢູ່ສະໜາມບິນສາກົນ ດາວິນ ໃນລະຫວ່າງເດືອນທັນວາ 2020 ແລະ ມີນາປີນີ້.
ການຄົ້ນຄວ້າໄດ້ພົບວ່າ 65 ເປີເຊັນຂອງຖ້ຽວບິນໄດ້ສະແດງໃຫ້ເຫັນ “ສັນຍານທີ່ເປັນຜົນບວກສຳລັບໄວຣັສທີ່ເປັນສາເຫດຂອງ COVID-19” ເຖິງແມ່ນວ່າຜູ້ໂດຍສານທຸກຄົນ, ຍົກເວັ້ນເດັກນ້ອຍອາຍຸຕໍ່າກວ່າ 5 ປີ, ໄດ້ກວດເປັນຜົນລົບຕໍ່ໄວຣັສ 48 ຊົ່ວໂມງກ່ອນຂຶ້ນເຮືອບິນກໍຕາມ.
ດຣ. ເບີດສ໌ ເຊື່ອວ່າລະບົບດັ່ງກ່າວອາດມີຄຸນຄ່າ.
ດຣ. ເບີດສ໌ ກ່າວວ່າ ອົງການອະນາໄມໂລກໄດ້ສືບຕໍ່ສະເໜີຕໍ່ພວກເຮົາວ່າພວກເຮົາຕ້ອງກຽມພ້ອມສຳລັບສາຍພັນໃໝ່ທີ່ບາງເທື່ອອາດຈະເປັນສິ່ງທ້າທາຍກວ່າສາຍພັນ ແດລຕ້າ. ແທ້ຈິງແລ້ວພວກເຮົາສາມາດກວດພົບສາຍພັນຕ່າງໆໃນນໍ້າເສຍເຊັ່ນກັນ, ສະນັ້ນມັນຍັງຈະສະໜອງສັນຍານ ກ່ຽວ ກັບ ເວລາທີ່ສາຍພັນທີ່ເຈາະຈົງໃດນຶ່ງທີ່ເກີດຂຶ້ນຢູ່ບ່ອນອື່ນໃນໂລກແທ້ຈິງແລ້ວໄດ້ເຂົ້າມາໃນ ອອສເຕຣເລຍ.”
ສາຍພັນ ແດລຕ້າ ຖືກລະບຸເປັນຄັ້ງທຳອິດໃນປະເທດ ອິນເດຍ ແລະ ເປັນນຶ່ງໃນຫຼາຍສາຍພັນທີ່ໜ້າເປັນຫ່ວງ, ອີງຕາມການກ່າວຂອງບັນດານັກຊ່ຽວຊານດ້ານສາທາລະນະສຸກ. ອົງການອະນາໄມໂລກໄດ້ໃຊ້ຄຳວ່າ “ສາຍພັນທີ່ໜ້າເປັນຫ່ວງ” ຫຼື ສາຍພັນທີ່ໜ້າສົນໃຈ” ເພື່ອເຕືອນຕໍ່ສາຍພັນທີ່ອາດແຜ່ລາມໄດ້ຢ່າງງ່າຍດາຍ.
ບັນດານັກຊ່ຽວຊານດ້ານສາທາລະນະສຸກຂອງ ອອສເຕຣເລຍ ຫວັງວ່າຈະສາມາດກວດພົບໄວຣັສ ດ້ວຍການສຶກສາທີ່ຖືກຕີພິມໃນວາລະສານວິທະຍາສາດຊື່ ວ່າ Environmental International ຫຼືແປວ່າສິ່ງແວດລ້ອມສາກົນ. ການສຶກສາດັ່ງກ່າວແມ່ນການຮ່ວມມືລະຫວ່າງ CSIRO, ສາຍການບິນແຫ່ງຊາດຂອງ ອອສເຕຣເລຍ Qantas ແລະ ມະຫາວິທະຍາໄລ ຄວີນສແລນ.