ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະມາຊິກສະພາ ອອສເຕຣເລຍ ລົງຄະແນນສຽງ ກ່ຽວກັບ ການຊ່ວຍຄົນເຈັບໜັກ ຈົບຊີວິດຕົນເອງ


ບັນດາສະມາຊິກສະພາແຫ່ງຊາດຈາກລັດ ວິກຕໍເຣຍ ເຂົ້າ
ຮ່ວມໃນການນັ່ງປຶກສາມາຣາທອນ ກ່ຽວກັບ ກົດໝາຍການ
ຂ້າຄົນທີ່ທໍລະມານຈາກໂຣກທີ່ຮັກສາບໍ່ໄດ້ ໃນນະຄອນ ແມລ
ເບິນ, ປະເທດ ອອສເຕຣເລຍ. 20 ຕຸລາ 2017.
ບັນດາສະມາຊິກສະພາແຫ່ງຊາດຈາກລັດ ວິກຕໍເຣຍ ເຂົ້າ ຮ່ວມໃນການນັ່ງປຶກສາມາຣາທອນ ກ່ຽວກັບ ກົດໝາຍການ ຂ້າຄົນທີ່ທໍລະມານຈາກໂຣກທີ່ຮັກສາບໍ່ໄດ້ ໃນນະຄອນ ແມລ ເບິນ, ປະເທດ ອອສເຕຣເລຍ. 20 ຕຸລາ 2017.

ບັນດາສະມາຊິກສະພາ ອອສເຕຣເລຍ ໃນລັດ ວິກໂຕເຣຍ ຈະໂຕ້ວາທີ ກ່ຽວກັບ ກົດ
ໝາຍສະບັບນຶ່ງ ເພື່ອອະນຸຍາດໃຫ້ໃຊ້ຢາຊ່ວຍຜູ້ທີ່ເປັນ ໂຣກຮ້າຍແຮງເຊິ່ງບໍ່ສາມາດ
ປິ່ນປົວໄດ້ ຈົບຊີວິດ, ເປັນຫົວຂໍ້ທີ່ມີບັນຫາຢ່າງສູງ, ເຕັມໄປດ້ວຍການໂຕ້ຖຽງຕ່າງໆ
ກັບຄົນ ຫຼືວ່າຜູ້ໃດກໍຕາມ, ທີ່ຄວນສາມາດຕັດສິນໃຈເວລາ ກ່ຽວກັບ ການຕາຍຂອງ
ເຂົາເຈົ້າ.

ໃນລັດ ວິກໂຕເຣຍ ຂອງປະເທດ ອອສເຕຣເລຍ, ສະພາຕໍ່າໄດ້ຜ່ານຍັດຕິໃນວັນທີ 20
ຕຸລາທີ່ຜ່ານມາ ເຊິ່ງຈະອະນຸຍາດໃຫ້ກົດໝາຍທີ່ເອີ້ນວ່າ “ອາສາສະໝັກໃຫ້ຊ່ວຍຂ້າ
ຕົວຕາຍ” ເປັນສິ່ງຖືກກົດໝາຍ. ການລົງຄະແນນສຽງໄດ້ມີຂຶ້ນຫຼັງຈາກການໂຕ້ຖຽງທີ່
ຍາວນານດົນກວ່າ 24 ຊົ່ວໂມງ.

ໃນເວລາທີ່ກົດໝາຍໄດ້ຖືກຮັບຜ່ານແລ້ວ, ຜູ້ປົກຄອງລັດ ວິກໂຕເຣຍ ທ່ານ ແດນຽວ
ແອນດຣິວສ ກໍໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານ “ມີຄວາມພາກພູມໃຈຫຼາຍ” ກ່ຽວກັບ
ການລົງຄະແນນສຽງນັ້ນ.

ທ່ານ ແອນດຣິວສ ໄດ້ກ່າວວ່າ “ພວກເຮົາໄດ້ເອົາບາດກ້າວທີ່ໃຫຍ່ຫຼາຍ ໃນການເຮັດ
ໃຫ້ຊາວ ວິກໂຕເຣຍ ຫຼາຍໆຄົນມີກຽດສັກສີ ແລະ ຄວາມເຫັນອົກເຫັນໃຈ ທີ່ເຂົາເຈົ້າ
ໄດ້ຖືກປະຕິເສດມາເປັນເວລາດົນນານແລ້ວ.”

ການລົງຄະແນນສຽງໃນສະພາສູງ, ເຊິ່ງແມ່ນສະພານິຕິບັນຍັດທີ່ມີສະມາຊິກ 40 ຄົນ,
ແມ່ນຄາດວ່າຈະເຮັດຄ້າຍຄືກັນ. ລາຍງານຂ່າວ ອອສເຕຣເລຍ ກ່າວວ່າ ສະມາຊິກສະ
ພາສູງ 19 ຄົນສະໜັບສະໜູນກົດໝາຍດັ່ງກ່າວ, 11 ຄົນແມ່ນເຊື່ອວ່າຈະຄັດຄ້ານ,
ແລະ ຄະແນນສຽງຂອງ 10 ຄົນທີ່ເຫຼືອແມ່ນຍັງບໍ່ແນ່ນອນ.

ຜູ້ທີ່ໄດ້ຄັດຄ້ານການຊ່ວຍເຫຼືອຂ້າໂຕຕາຍ ລວມມີ ໂບດສາສະໜາ ໂຣມັນ ກາໂຕລິກ,
ພ້ອມກັບເຂດການປົກຄອງໂບດ ແອນແຈລີຄານ ຂອງນະຄອນ ແມລເບິນ, ເປັນບໍລິ
ເວນທີ່ໄດ້ຮັບຜົນກະທົບໂດຍການລົງຄະແນນສຽງໃນສັບປະດາໜ້າ ໄດ້ຮຽກຮ້ອງປະ
ຊາຄົມການແພດ ໃຫ້ເອົາໃຈໃສ່ ກ່ຽວກັບ ການພັດທະນາປິ່ນປົວຮັກສາທີ່ດີກວ່າເກົ່າ.
ຖ້ອຍຄຳດັ່ງກ່າວໝາຍຄວາມວ່າ ເຮັດໃຫ້ຄົນໄຂ້ມີຄວາມສະດວກສະບາຍຫຼາຍເທົ່າທີ່
ຈະເປັນໄປໄດ້ ຖ້າຄວາມເຈັບປ່ວຍຫາກບໍ່ສາມາດປິ່ນປົວໄດ້.

ຫ້າປະເທດທີ່ໄດ້ອະນຸຍາດໃຫ້ການຊ່ວຍຂ້າຕົວຕາຍ ເປັນສິ່ງທີ່ຖືກກົດໝາຍ ໄດ້ແກ່ປະ
ເທດ ແບລຈຽມ, ການາດາ, ໂຄລົມເບຍ, ລັກເຊັມເບີກ ແລະ ໂຮນລັງ.

ການຊ່ວຍຂ້າຕົວຕາຍທຳມະດາແລ້ວ ຈະໝາຍເຖິງການອອກຢາຕາມໃບສັ່ງແພດ ທີ່
ຈະຈົບຊີວິດຂອງຄົນປ່ວຍໃນເວລາ ແລະ ສະຖານທີ່ໆເຂົາເຈົ້າເລືອກ. ຄົນໄຂ້ສ່ວນ
ໃຫຍ່ທີ່ສາມາດເຮັດໄດ້ນັ້ນ ແມ່ນຜູ້ທີ່ເປັນ ໂຣກຮ້າຍແຮງປິ່ນປົວບໍ່ໄດ້ ເຊິ່ງຄວາມຕາຍ
ກຳລັງຫຍັບໃກ້ເຂົ້າມາໄວໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG