ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດນຶ່ງຂອງອອສເຕຣເລຍ ປະກາດແຜນການ ປົກປ້ອງພືດ ແລະສັດ ທີ່ໃກ້ຈະສູນພັນ ແບບກ້າຫານ


ໝີຄົວລາ ທີ່ຖືກຊ່ອຍຊີວິດມາໄດ້ ຊື່ວ່າ ເອີນີ (Ernie) ກຳລັງປີນຂຶ້ນຕົ້ນໄມ້ ໃນຂະນະທີ່ມັນຖືກປ່ອຍກັບຄືນສູ່ປ່າທຳມະສາດ, ຫຼັງຈາກທີ່ໄດ້ຮັບການປິ່ນປົວພະຍາດໄວຣັສ ຊຶ່ງຕາຂ້າງນຶ່ງຂອງມັນໄດ້ຖືກພ່າຕັດອອກ, ໃນເມືອງໂກຣສ໌ ແວລ ຂອງນະຄອນຊິດນີ, ປະເທດອອສເຕຣເລຍ, ວັນທີ 25 ກໍລະກົດ 2020.
ໝີຄົວລາ ທີ່ຖືກຊ່ອຍຊີວິດມາໄດ້ ຊື່ວ່າ ເອີນີ (Ernie) ກຳລັງປີນຂຶ້ນຕົ້ນໄມ້ ໃນຂະນະທີ່ມັນຖືກປ່ອຍກັບຄືນສູ່ປ່າທຳມະສາດ, ຫຼັງຈາກທີ່ໄດ້ຮັບການປິ່ນປົວພະຍາດໄວຣັສ ຊຶ່ງຕາຂ້າງນຶ່ງຂອງມັນໄດ້ຖືກພ່າຕັດອອກ, ໃນເມືອງໂກຣສ໌ ແວລ ຂອງນະຄອນຊິດນີ, ປະເທດອອສເຕຣເລຍ, ວັນທີ 25 ກໍລະກົດ 2020.

ພວກໝີຄົວລາ ໂຕວອລລາບີ ຄ້າຍຄືກັບຈິ່ງໂຈ້ ແຕ່ມີຂະໜາດນ້ອຍຫຼືປານກາງອາໄສຢູ່ຕາມຫີນແລະຕົ້ນໄມ້ທີ່ເອີ້ນວ່າ Nightcap Oak ເປັນຕົ້ນໄມ້ທີ່ຫາຍາກ ພວກມັນເປັນສ່ວນນຶ່ງຂອງພັນສັນຍາລັກ ທີ່ຈະຖືກປົກປ້ອງພາຍໃຕ້ ແຜນການສູນພັນລະດັບສູນ ທີ່ເປັນ “ປະຫວັດການ” ຢູ່ໃນລັດນິວເຊົ້າເວລສ໌ຂອງອອສເຕຣເລຍ. ຟີລ ເມີເຊີ ລາຍງານມາໃຫ້ວີໂອເອ ຈາກນະຄອນຊິດນີ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລັດຖະບານຂອງນິວເຊົ້າເວລສ໌ ໃນວັນອັງຄານຜ່ານມາ ໄດ້ວາງແຜນຍຸດທະສາດໃນການຮັກສາໄວ້ຄວາມຢູ່ລອດຂອງພວກຕົ້ນໄມ້ແລະສັດທີ່ໃກ້ຈະສູນພັນຢູ່ໃນເຄືອຂ່າຍອຸດທະຍານແຫ່ງຊາດທີ່ກວ້າງຂວາງຂອງລັດດັ່ງກ່າວ ເພື່ອແກ້ໄຂອັນທີ່ລັດຖະມົນຕີກະຊວງສິ່ງແວດລ້ອມ ແມັດຕ໌ ຄີນ ໄດ້ກ່າວວ່າ ເປັນອັດຕາການສູນພັນຂອງສັດລ້ຽງລູກດ້ວຍນົມທີ່ຮ້າຍແຮງສຸດໃນໂລກ.

ພັນຊະນິດຕ່າງໆທີ່ໃກ້ຈະສູນພັນຫຼາຍກວ່າ 90 ຊະນິດກຳລັງຢູ່ໃນຄວາມສ່ຽງຈາກພວກສັດຕູພືດ ໄຟປ່າ ແລະການປ່ຽນແປງຂອງດິນຟ້າອາກາດນັ້ນ ຈະໄດ້ຮັບການປົກປ້ອງທາງດ້ານກົດໝາຍຫຼາຍຂຶ້ນກວ່າເກົ່າ. ມີການປົກປ້ອງໃໝ່ສຳລັບພວກນົກ ກົບ ແລະສັດເລືອຄານ ພ້ອມດ້ວຍຕົ້ນໄມ້ທັງຫຼາຍທີ່ຫາຍາກ ລວມທັງຕົ້ນແປກແຄະພູດອຍ.

ພັນຊະນິດຕ່າງໆຮວມທັງຕົ້ນແປກ ໂວລເລີມີ ທີ່ຮູ້ຈັກກັນ ຄື “ຕົ້ນໄດໂນເສົາ” ກໍຍ້ອນເປັນພັນທີ່ຕົກທອດມາແຕ່ເກົ່າແກ່ຂອງມັນ ຊຶ່ງໄດ້ຖືກປະກາດໃຫ້ເປັນຊັບສິນທຳອິດທີ່ມີຄວາມສຳຄັນລະຫວ່າງລຸ້ນຄົນຂອງລັດນິວເຊົ້າເວລສ໌ ເມື່ອປີກາຍນີ້ ຫຼັງຈາກໄຟປ່າທີ່ເອີ້ນວ່າ Black Summer ໃນຊຸມປີ 2019 ຫາ 2020ເກືອບເຜົາຜານໝົດສະຖານທີ່ທີ່ຮູ້ຈັກກັນ ເຫຼືອຢູ່ບໍ່ເທົ່າໃດແຫ່ງໃນປ່ານັ້ນ.

ຍັງຈະມີເຄືອຂ່າຍພື້ນທີ່ທີ່ປາດສະຈາກນັກລ່າ ແລະທາງການຈະສາມາດກຳນົດແຜນການອະນຸລັກ ແລະການຄຸ້ມຄອງໄຟປ່າ ເພື່ອຮັບປະກັນພວກຕົ້ນໄມ້ ແລະພວກສັດທັງຫຼາຍ ຈະໄດ້ຮັບການປົກປ້ອງ. ສຳລັບພັນຊະນິດຕ່າງໆບາງສ່ວນ ມີເວລາພຽງເລັກນ້ອຍທີ່ບໍ່ຄວນສູນເສຍ. ກຸ່ມປະຊາກອນບາງສ່ວນຂອງໂຕວອລລາບີຫາງຂົນຍາວອາໄສຢູ່ຕາມຫີນໃນເຂດອຸດທະຍານແຫ່ງຊາດ ວອຣຣຸມບັງໂກລ (Warrumbungle) ໄດ້ຫລຸດລົງເຫຼືອຢູ່ພຽງສິບໂຕເທົ່ານັ້ນ. ກຸ່ມສິ່ງແວດລ້ອມຕ່າງໆ ໄດ້ຊົມເຊີຍຢ່າງກວ້າງຂວາງຕໍ່ໂຄງການລິເລີ້ມການສູນພັນລະດັບສູນ.

ທ່ານນາງເຣໂຊລ ລາວຣີ ຫົວໜ້າເຈົ້າໜ້າທີ່ອະນຸລັກສາຂາອອສເຕຣເລຍຂອງ ກອງທຶນສັດປາໂລກ ຫຼື WWF ທີ່ເປັນອົງການອະນຸລັກລະຫວ່າງປະເທດ ກ່າວວ່າ ມັນເປັນແຜນການທີ່ມີຄວາມຫວັງສູງ.

ທ່ານນາງລາວຣີ ກ່າວວ່າ “ສິ່ງທີ່ຂ້າພະເຈົ້າພົບເຫັນທີ່ມີກຳລັງໃຈ ກໍແມ່ນວ່າ ເປົ້າໝາຍການສູນພັນລະດັບສູນ ເປັນເປົ້າໝາຍປະເພດຫຼັກການ ທີ່ພວກເຮົາຕ້ອງການທີ່ຈະຂີດເສັ້ນໄວ້ໃນຊາຍ ແລະກ່າວວ່າ ບໍ່ໃຫ້ມີການສູນພັນຕື່ມອີກ. ບັດນີ້ ແທ້ຈິງແລ້ວ ຂ້າພະເຈົ້າຢາກຈະເຫັນເສັ້ນຂີດລົງໄວ້ ສຳລັບທົ່ວປະເທດ ແລະບໍ່ພຽງແຕ່ສຳລັບພັນຊະນິດຕ່າງໆ ຢູ່ໃນພື້ນທີ່ຕ່າງໆທີ່ໄດ້ຮັບການປົກປ້ອງ ແລະຢູ່ໃນກໍລະນີພັນຊະນິດທັງຫຼາຍນີ້ ໃນພື້ນທີ່ໄດ້ຮັບການປົກປ້ອງໃນລັດນິວເຊົ້າເວລສ໌ ເທົ່ານັ້ນ. ແຕ່ດັ່ງທີ່ຂ້າພະເຈົ້າໄດ້ກ່າວໄປນັ້ນ ມັນເປັນບາດກ້າວໄປໜ້າທີ່ດີ.”

ມັນບໍ່ແມ່ນບັນຫາແຕ່ພຽງຂອງອອສເຕຣເລຍເທົ່ານັ້ນ. ບັນດາເຈົ້າໜ້າທີ່ ໃນລັດນິວເຊົ້າເວລສ໌ ໄດ້ກ່າວເຕືອນວ່າ ໃນທົ່ວໂລກແລ້ວ ນຶ່ງລ້ານພັນຊະນິດຕ່າງໆ ກຳລັງປະເຊີນກັບການສູນພັນໃນບໍ່ເທົ່າໃດສັດຕະຫວັດຈະມາເຖິງນີ້.

ວັນໄພຂົ່ມຂູ່ຕໍ່ພັນຊະນິດຕ່າງໆແຫ່ງຊາດ ໄດ້ຖືກສະເຫຼີມສະຫຼອງທົ່ວອອສເຕຣເລຍ ໃນວັນທີ 7 ກັນຍາ ເພື່ອປູກຈິດສຳນຶກໃຫ້ຮັບຮູ້ວ່າ ພວກຕົ້ນໄມ້ແລະສັດທັງຫຼາຍກຳລັງຕົກຢູ່ໃນຄວາມສ່ຽງຂອງການຕາຍຈາກໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG