ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກວິທະຍາສາດ ອອສເຕຣເລຍ ພັດທະນາເຄື່ອງກວດຫາລະເບີດ ທີ່​ໃຊ້ເທັກໂນໂລຈີແບບໃໝ່


ແຟ້ມຮູບ-ນັກຜູ້ກວດລ້າງລະເບີດຝັງດິນຊາວຢູເຄຣນ ໂອ້ລົມກັບຜູ້ກວດລ້າງລະເບີດຝັງດິນຊາວກໍາປູເຈຍ ໃກ້ກັບປ້າຍເຕືອນ ໃນລະຫວ່າງການດໍາເນີນຂັ້ນຕອນຂອງການຝຶກຊ້ອມ ກ່ຽວກັບເທັກໂນໂລຈີທໍາລາຍລ້າງລະເບີດຝັງດິນ ໃນແຂວງບັດຕໍາແບງ, ວັນທີ 19 ມັງກອນ 2023.
ແຟ້ມຮູບ-ນັກຜູ້ກວດລ້າງລະເບີດຝັງດິນຊາວຢູເຄຣນ ໂອ້ລົມກັບຜູ້ກວດລ້າງລະເບີດຝັງດິນຊາວກໍາປູເຈຍ ໃກ້ກັບປ້າຍເຕືອນ ໃນລະຫວ່າງການດໍາເນີນຂັ້ນຕອນຂອງການຝຶກຊ້ອມ ກ່ຽວກັບເທັກໂນໂລຈີທໍາລາຍລ້າງລະເບີດຝັງດິນ ໃນແຂວງບັດຕໍາແບງ, ວັນທີ 19 ມັງກອນ 2023.

ເຄື່ອງມືທີ່ໃຊ້ເທັກໂນໂລຈີຊະນິດໃໝ່ ເພື່ອກວດຫາລະເບີດຝັງດິນໄດ້ຮັບການພັດທະນາໂດຍອົງການວິທະຍາສາດແຫ່ງຊາດຂອງປະເທດອອສເຕຣເລຍ. ອົງການວິທະຍາສາດ ແລະຄົ້ນຄວ້າທາງດ້ານອຸດສາຫະກໍາ ຂອງລັດ​ຖະ​ບານ​ກາງ ຫຼື CSIRO ກ່າວວ່າ ອຸປະກອນສໍາລັບຖືໄປມາໄດ້ ຂອງພວກເຂົາເຈົ້າ ເປັນເຄື່ອງມືກວດຫາວັດຖຸໄດ້ໄວກວ່າ ແລະເຊື່ອຖືໄດ້ຫຼາຍກວ່າເຄື່ອງມືກວດຫາເຫຼັກທໍາມະດາທົ່ວໄປ. ຟີລ ເມີເຊີ ມີລາຍງານເລື້ອງນີ້ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອຸປະກອນຂອງອອສເຕຣເລຍທີ່ໃຊ້ຄື້ນສຽງຂອງແມ່ເຫຼັກສາມາດລະບຸລັກສະນະ ຂອງໂມເລກຸນທີ່ນໍາໃຊ້ເຂົ້າໃນສ່ວນປະກອບຂອງລະເບີດຝັງດິນ. ມັນບໍ່ຄືກັນກັບເຄື່ອງກວດຫາເຫຼັກ ທີ່ໃຊ້ຢູ່ໃນປັດຈຸບັນນີ້, ມັນຈະບໍ່ລະບຸສ່ວນເທິງຂອງ​ລະ​ເບີດ, ສະ​ເກັດ ຫຼືຊີ້ນສ່ວນເສດເຫຼັກອື່ນໆທີ່ບໍ່ກ່ຽວຂ້ອງນັ້ນ ເຊິ່ງຈະຊ່ວຍເຮັດໃຫ້ເວລາ ແລະຄວາມພະຍາຍາມຂອງທີມຜູ້ກວດຫາລະເບີດຝັງດິນ ຫຼຸດລົງ.

ເທັກໂນໂລຈີທີ່ຄ້າຍຄືກັນ ໂດຍການໃຊ້ຄື້ນວິທະຍຸ ໄດ້ຊ່ວຍເຂົ້າໃນອຸດສາຫະກໍາບໍ່ແຮ່ ເພື່ອແຍກແຮ່ທາດ​ທີ່​ມີ​ຄ່າອອກຈາກຫິນທໍາມະດາທົ່ວໄປ.

ນັກວິທະຍາສາດຈາກອົງການ CSIRO ທ່ານເດວິດ ມີລຈາກ (David Miljak) ບອກກັບ VOA ວ່າ ເທັກໂນໂລຈີສໍາລັບກວດຫາລະເບີດຝັງດິນ ຍັງມີລັກສະນະທີ່ຄ້າຍຄືກັນກັບອຸປະກອນທາງດ້ານການແພດ, ເຊິ່ງທ່ານໄດ້ກ່າວວ່າ:

“ມັນເປັນອຸປະກອນທີ່ມີລັກສະນະຄືກັນກັບເຄື່ອງມືທີ່ພວກທ່ານສາມາດພົບເຫັນໄດ້ຢູ່ໃນໂຮງໝໍ, ເຊິ່ງເປັນການຖ່າຍພາບດ້ວຍຄື້ນສຽງແມ່ເຫຼັກ ຫຼື MRI, ແຕ່ມັນກໍ່ມີລັກສະນະທີ່ຄ້າຍຄືກັນແບບໜ້ອຍນຶ່ງເທົ່ານັ້ນ, ເທັກນິກດັ່ງກ່າວທີ່ພວກເຮົາກໍາລັງໃຊ້ຢູ່ໃນຂະນະນີ້ ບໍ່ຈໍາເປັນຕ້ອງມີເຄື່ອງແມ່ເຫຼັກຂະໜາດໃຫຍ່ທີ່ໃຊ້ກັບຄົນຄືດັ່ງໃນໂຮງໝໍ, ມັນເປັນການນໍາໃຊ້ພຽງຄື້ນວິທະຍຸ ແລະພວກເຮົາກໍຊອກຫາພຽງແຕ່ໂມເລກຸນຈໍາເພາະຂອງລະເບີດ ທີ່ອາດຈະຢູ່ໃນພື້ນດິນ ຫຼືປົນຢູ່ໃນເສດດິນເທົ່ານັ້ນ.”

ອົງການວິທະຍາສາດຂອງອອສເຕຣເລຍ ມີແຜນທີ່ຈະສົ່ງເຄື່ອງກວດຫາລະເບີດຝັງດິນແບບຫິ້ວໄດ້ ໄປໃຫ້ບາງຂົງເຂດຢູ່ໃນເອເຊຍຕາເວັນອອກສຽງໃຕ້ ໃນປີ 2024.

ທ່ານມີລຈາກ ກ່າວວ່າ ຈະມີ​ການດໍາເນີນງານໂດຍອົງການເພື່ອມະນຸດສະທໍາທີ່ບໍ່ຂຶ້ນກັບລັດຖະບານ, ພ້ອມທັງອົງການ HALO Trust, ເຊິ່ງດໍາເນີນກິດຈະກໍາຕ່າງໆ ກ່ຽວກັບເກັບ​ກູ້​ລະເບີດຝັງດິນຢູ່ໃນທົ່ວໂລກ.

ທ່ານມີລຈາກ ກ່າວວ່າ:

“ແຜນການດັ່ງກ່າວມານັ້ນແມ່ນຈະມີຂຶ້ນໃນປີໜ້າ ພວກເຮົາຈະນໍາໃຊ້ຮູບແບບມາດຕະຖານທີ່ກ້າວໜ້າທາງຫ້ອງທົດລອງຂອງພວກເຮົາ ເຊິ່ງດໍາເນີນງານໄດ້ ດີຫຼາຍ, ແຕ່ເຮັດໃຫ້ມັນມີຄວາມແຂງແຮງແລະພໍດີກັບຈຸດປະສົງຢູ່ໃນພາກສະ ໜາມ ອີຫຼີ, ແລະນັ້ນ ພວກເຮົາຈະດໍາເນີນການຮ່ວມກັບບໍລິສັດພາຄີໃໝ່ຂອງພວກເຮົາທີ່ຮ້ອງວ່າ Mread ພ້ອມດ້ວຍອົງການຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ເຊັ່ນ ອົງການ HALO Trust.”

ມີການຄາດການໄວ້ວ່າ ມີລະເບີດຝັງດິນທີ່​ຢັ່ງຢາຍຢູ່ຫຼາຍກວ່າ 100 ລ້ານລູກໃນຫຼາຍກວ່າ 60 ປະເທດທົ່ວໂລກ, ສົ່ງຜົນເຮັດໃຫ້ມີຜູ້ບາດເຈັບ ແລະເສຍຊີວິດຫຼາຍກວ່າ 6,500 ຄົນຕໍ່ປີ.

ອົງການສະຫະປະຊາຊາດໄດ້ປະກາດໃຫ້ວັນທີ 4 ເມສາເປັນວັນສາກົນ​ເພື່ອຮັບຮູ້ ແລະການດໍາເນີນງານຊ່ວຍເຫຼືອກ່ຽວກັບລະເບີດ​ລະເບີດຝັງດິນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG