ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຮຽນ ອອ​ສ​ເຕ​ຣ​ເລຍ ຂາດ​ໂຮງ​ຮຽນ ເພື່ອ​ເຂົ້າ​ຮ່ວມ​ ການ​ປະ​ທ້ວງ ກ່ຽວ​ກັບ ສະ​ພາບ​ອາ​ກາດ ປ່ຽນ​ແປງ


ເດັກ​ນ້ອຍ​ນັກ​ຮຽນ ເຂົ້າ​ຮ່ວມ​ໃນ​ການ​ຊຸມ​ນຸມ #ClimateStrike, ນະ​ຄອນ ບ​ຣິ​ສ​ເບັນ, ອອ​ສ​ເຕ​ຣ​ເລຍ. 15 ມີ​ນາ, 2019.
ເດັກ​ນ້ອຍ​ນັກ​ຮຽນ ເຂົ້າ​ຮ່ວມ​ໃນ​ການ​ຊຸມ​ນຸມ #ClimateStrike, ນະ​ຄອນ ບ​ຣິ​ສ​ເບັນ, ອອ​ສ​ເຕ​ຣ​ເລຍ. 15 ມີ​ນາ, 2019.

ເດັກ​ນ້ອຍ​ນັກ​ຮຽນ ອອ​ສ​ເຕ​ຣ​ເລຍ ແລະ ນິວ ຊີ​ແລນ ຫຼາຍ​ສິບ​ພັນ​ຄົນ​ໄດ້​ຂາດ​ໂຮງ​ຮຽນ
ໃນວັນປະຕິບັດການທົ່ວໂລກ ກ່ຽວກັບ ສະພາບອາກາດປ່ຽນແປງ. ໃນລັດ ນິວ ຊ້າວທ໌
ເວລສ໌, ພວກນັກການເມືອງຝ່າຍຄ້ານໄດ້ສົ່ງເສີມໃຫ້ພວກນັກຮຽນເຂົ້າຮ່ວມ, ໂດຍຢືນ
ຢັດວ່າ ໂລກແມ່ນກຳລັງຢູ່ໃນ “ຂັ້ນວິກິດຢ່າງແທ້ຈິງ.” ນັກຂ່າວ ຟິລ ເມີເຊີ ມີລາຍງານ
ຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບ
ຕໍ່ໄປ.

ຂະ​ບວນ​ການ​ນັດ​ກັນຂາດໂຮງ​ຮຽນ 4 ຂອງ ອອ​ສ​ເຕ​ຣ​ເລຍ ຢາກ​ໃຫ້​ປະ​ເທດຊາດ​ໃຊ້
ພະລັງງານທົດແທນເຕັມ 100 ເປີເຊັນ ພາຍໃນປີ 2030 ແລະ ເກືອດຫ້າມບໍ່ຖ່ານຫີນ
ທີ່ ອິນເດຍ ເປັນເຈົ້າຂອງໃນລັດ ຄວີນສແລນ.

ການ​ໂຮມ​ຊຸມ​ນຸມ​ໃນ​ປະ​ເທດ ອອ​ສ​ເຕ​ຣ​ເລຍ ແລະ ນິວ ຊີ​ແລນ ແມ່ນ​ສ່ວນ​ນຶ່ງ​ຂອງວັນ​
ປະຕິບັດການທົ່ວໂລກ ໃນເກືອບ 100 ປະເທດ, ລວມທັງປະເທດ ເປນ ແລະ ເຢຍຣະ
ມັນ. ການເຄື່ອນໄຫວດັ່ງກ່າວ ໄດ້ຮັບແຮງບັນດານໃຈ ຈາກນາງ ເກຣຕ້າ ທັນເບີກ
(Greta Thunberg), ຊາວໜຸ່ມຈາກປະເທດ ສວີເດັນ, ເຊິ່ງປີກາຍນີ້ ລາວໄດ້ຂາດ
ໂຮງຮຽນ ເພື່ອໄປປະທ້ວງພ້ອມກັບປ້າຍທີ່ຖືກແຕ້ມດ້ວຍມື ຢູ່ນອກສະພາແຫ່ງຊາດ
ສວີເດັນ.

ການ​ນັດກັນ​ຂາດ​ໂຮງຮຽນ​ມີ​ແຜນ​ຈັດ​ຂຶ້ນ​ຢູ່ 60 ເມືອງ ແລະ ຕົວ​ເມືອງຕ່າງໆ​ທົ່ວ​ປະ​
ເທດ ອອສເຕຣເລຍ.

ພວກ​ປະ​ທ້ວງ​ກ່າວ​ວ່າ ເຂົາ​ເຈົ້າ​ອຶດ​ອັດ ​ກັບ​ການບໍ່​ສາ​ມາດ​ເຮັດ​ຫຍັງ​ໄດ້​ ຂອງ​ພວກ​ຜູ້
ໃຫຍ່ ເພື່ອເອົາມາດຕະການ ປ້ອງກັນຫາຍານະ ຂອງສະພາບອາກາດປ່ຽນແປງ,
ແລະວ່າ ເຂົາເຈົ້າເປັນຫ່ວງຕໍ່ ອະນາຄົດຂອງເຂົາເຈົ້າ.

ອອ​ສ​ເຕ​ຣ​ເລຍ ໄດ້​ບັນ​ທຶກ​ລະ​ດູ​ຮ້ອນ​ທີ່​ຮ້ອນ​ທີ່​ສຸດ​ຂອງ​ເຂົາ​ເຈົ້າໄວ້ ນັບ​ຕັ້ງ​ແຕ່​ການ​
ບັນທຶກໄດ້ເລີ່ມຂຶ້ນ.

ໃນ​ລັດ​ ນິວ ຊ້າວ​ທ໌ ເວ​ລ​ສ໌ ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ປະ​ເທດ​ນັ້ນ, ຜູ້​ນຳ​ຝ່າຍ​ຄ້ານ ທ່ານ
ໄມເກິລ ເດລີ ໄດ້ຮຽກຮ້ອງພວກນັກຮຽນໃຫ້ຂາດໂຮງຮຽນ ເພື່ອເຂົ້າຮ່ວມການຊຸມ
ນຸມສະພາບອາກາດປ່ຽນແປງ.

ທ່ານ ເດ​ລີ ໄດ້​ກ່າວ​ວ່າ “ພວກ​ເຂົາ​ເຈົ້າ​ຈະ​ເປັນ​ຜູ້​ສືບ​ທອດ ​ຈາກ​ພວກ​ເຮົາ ເຊິ່ງ​ແມ່ນ​
ໂລກທີ່ໃກ້ຈະເປັນອັນຕະລາຍ. ເຂົາເຈົ້າບໍ່ມີໄມໂຄຣໂຟນ ແຕ່ເຂົາເຈົ້າມີສິດຢ່າງເປັນ
ປະຊາທິປະໄຕເພື່ອການຊຸມນຸມ. ເຂົາເຈົ້າມີສິດທີ່ຈະປະທ້ວງ. ຂ້າພະເຈົ້າສະໜັບສະ
ໜູນຊາວໜຸ່ມພວກນີ້ ແລະ ການກະທຳຂອງເຂົາເຈົ້າ. ຂ້າພະເຈົ້າຄິດວ່າ ມັນມີໂອ
ກາດທີ່ແທ້ຈິງ ສຳລັບພວກຊາວໜຸ່ມທີ່ຈະຮູ້ເຖິງອຳນາດສ່ວນຕົວຂອງເຂົາເຈົ້າ.”

ຜູ້​ປົກ​ຄອງ​ລັດ ຄວີນ​ສ​ແລນ ທ່ານນາງ ກ​ລາ​ດິ​ສ ເບ​ເຣ​ຈິ​ຄ​ລຽນ (Gladis Berejiklian)
ກ່າວວ່າ ການສະໜັບສະໜູນຂອງທ່ານ ເດລີ ໃຫ້ພວກນັກຮຽນປະທ້ວງ ແມ່ນ “ບໍ່ມີ
ຄວາມຮັບຜິດຊອບຢ່າງຍິ່ງ.”

ນັກ​ວິ​ຈານ​ຫົວ​ອະ​ນຸ​ລັກ​ນິ​ຍົມ​ຄົນ​ອື່ນໆ​ໄດ້​ກ່າວ​ວ່າ ພວກ​ນັກ​ຮຽນ​ ​ແມ່ນພວກໄດ້ຮັບ
ເຄາະຂອງ “ການສິດສອນທີ່ຖືວ່າຖືກຕ້ອງຕາມການເມືອງ” ແລະ ການໂຄສະນາ
ແມ່ນແຜນການເພື່ອ “ໃຊ້ເດັກນ້ອຍໃຫ້ເປັນອາວຸດສຳລັບຈຸດປະສົງທາງການເມືອງ.”

ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ສຶກ​ສາກ່າວ​ວ່າ ນັກ​ຮຽນ​ທຸກ​ຄົນ​ຢູ່​ໂຮງ​ຮຽນ​ລັດ ແມ່ນ​ຄາດ​ວ່າ​
ຈະເຂົ້າຮຽນ ແລະ ອາດປະເຊີນກັບການລົງໂທດ ຖ້າເຂົາເຈົ້າເຂົ້າຮ່ວມໃນການຊຸມ
ນຸມໃນວັນສຸກນັ້ນ.

ໃນ​ປະ​ເທດ ນິວ ຊີ​ແລນ, ການ​ຊຸມ​ນຸມ ​ໂດຍ​ພວກ​ເດັກ​ນ້ອຍ​ນັກ​ຮຽນ​ໃນ​ນະ​ຄອນ
ໄຄຣສ໌ເຈີຈ໌ ໄດ້ຖືກຍົກເລີກ ລຸນຫຼັງການຍິງສັງຫານໝູ່ ຢູ່ວັດອິສລາມສອງແຫ່ງ ທີ່ມີ
ຄົນເສຍຊີວິດຫຼາຍສິບຄົນ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG