ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສື່ມວນຊົນອອສເຕຣຍເລຍ ຖືກກ່າວຫາວ່າ ​ສ້າງຄວາມ “ຢ້ານ​ກົວ” ກ່ຽວ​ກັບ​ອິດ​ທິພົນຂອງຈີນ


ລັດຖະມົນຕີຕ່າງປະເທດ ອອສເຕຣເລຍ ທ່ານນາງ Julie Bishop ກ່າວຢູ່ກອງປະຊຸມນັກຂ່າວ.
ລັດຖະມົນຕີຕ່າງປະເທດ ອອສເຕຣເລຍ ທ່ານນາງ Julie Bishop ກ່າວຢູ່ກອງປະຊຸມນັກຂ່າວ.

​ເອກອັກຄະ​ລັດຖະທູດ​ຈີນ ທີ່​ນະຄອນ Canberra ​ໄດ້​ກ່າວ​ຫາ​ສື່​ມວນ​ຊົນ​ວ່າ ​ສ້າງ
ຄວາມ “ຢ້ານ​ກົວ” ກ່ຽວ​ກັບ​ອິດ​ທິພົນຂອງປັກ​ກິ່ງ​ຢູ່​ໃນອອສ​ເຕຣຍ​ເລຍ. ​ໃນ​ຄຳ​ປາໄສ
ຂອງເອກ​ເ​ອກຄະ​ລັດຖະທູດ​ຈີນ ທ່ານ Cheng Jingye ​ໄດ້ເອີ້ນ ລາຍ​ງານທີ່ອອກ​ອາກາດໂດຍອົງການ​ຂ່າວ ABC ຂອງອອສ​ເຕຣຍ​ເລຍນັ້ນວ່າ ເປັນ​ເລື່ອງ​ທີ່ເສກ​ສັນ
ປັ້ນ​ແຕ່ງ​ຂຶ້ນມາ ​ແລະ ​ມີ​ຈຸດປະສົງທາງ​ການ​ເມືອງ. Phil Mercer ມີລາຍ​ງານຈາກ
ນະຄອນ Sydney ຊຶ່ງ ກິ່ງ​ສະ​ວັນ ​ຈະ​ນຳລາຍ​ລະ ອຽດ​ມາ​ສະ​ເໜີ​ທ່ານ.

ບໍລິສັດ​ກະຈາຍສຽງ​ອອສ​ເຕຣເລຍ ​ໄດ້​ກ່າວ​ຫາ​ນັກທຸລະກິດ​ຈີນ​ສອງ​ຄົນທີ່​ໄດ້ບໍລິຈາກ
ເງິນ ໃຫ້ແກ່ພັກ​ການ​ເມືອງ​ອອສ​ເຕຣ​ເລຍ ທີ່​ສຳຄັນສາມ​ພັກ ​ແມ່ນ​ມີ​ຄວາມ​ສຳພັນກັບ​
ພັກ​ຄອມ​ມິ​ວນິສຈີນ. ​ສາລະ​ຄະດີ​ຂອງ​ອົງການ​ຂ່າວ ABC ​ໄດ້​ອອກ​ອາກາດ​ໃນ​ຕົ້ນ​
ເດືອນ​ນີ້​ແລະອ້າງວ່າ ​ຕົນ​ໄດ້​ສືບ​ເບິ່ງພັກ​ຄອມ​ມິ​ວນິສຈີນ​ໄດ້“​ແຊ​ກຊຶມ​ເຂົ້າ​ໄປ​ໃນອອສ
​ເຕຣ​ເລຍ​ຢ່າງ​ລັບໆ” ​ແບບ​ໃດ.

​ສາລະ​ຄະດີໄດ້ກ່າວ​ວ່າ ອົງການ​ສືບ​ລັບທີ່​ສຳຄັນຂອງ​ອອສ​ເຕຣ​ເລຍ​ ​ໄດ້​ເຕືອນ “ວ່າການ
​ຈາລະ​ກຳ ​ແລະ​ການ​ແຊກ​ແຊງຂອງ​ຕ່າງປະ​ເທດ​ ກຳລັງ​ເກີດ​ຂຶ້ນ​ຢູ່​ທີ່​ນີ້​ໃນ​ລະ​ດັບທີ່​ບໍ່​ເຄີ​ຍ
ມີ​ມາ​ກ່ອນ ພ້ອມ​ດ້ວຍ​ໂອກາດ​ທີ່​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງຮ້າຍ​ແຮງ ​ໃຫ້ແກ່ອະທິປະ​
ໄຕຂອງປະ​ເທດ​ນີ້ ຄວາມ​ໝັ້ນຄົງ ​ແລະ​ລະບົບ​ການ​ເມືອງ​ຂອງ​ພວກ​ເຮົາ."

​ເລື່ອງ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້ມີລາຍ​ງານ​ອື່ນໆ​ເພີ່ມ​ຕື່ມ ກ່ຽວ​ກັບຄວາມສຳພັນ​ທີ່​ໜ້າ​ສົງ​ໄສ​ ​ລະຫວ່າງບັນດາ​ນັກ​ການ​ເມືອງ​ອອສ​ເຕຣຍ​ເລຍແລະ​ຜູ້​ບໍລິຈາກເງິນຊາວ ​ຈີນ.

ການ​ກ່າວ​ຫານີ້ ​ໄດ້​ສ້າງຄວາມ​ໂກດ​ແຄ້ນ ໃຫ້ແກ່ເອກ​ອັກຄະ​ລັດຖະທູດ​ຈີນ​ປະ ຈຳ​ອອສ
​ເຕຣ​ເລຍ ທ່ານ Cheng Jingye ຜູ້​ທີ່​ໄດ້​ກ່າວ​ຫາ​ບັນດາ​ອົງການ​ຈັດ​ຕັ້ງສື່​ມວນຊົນວ່າ
ວາດ​ພາບ​ໄປ​ແບບ “​ໜ້າ​ຢ້ານ ​ແລະ​ຜິດ​ປົກກະຕິ​.”

​ໃນ​ການ​ຖະ​ແຫຼງ​ຢູ່​ກອງ​ປະຊຸມ​ສະພາ​ທຸລະ​ກິດ ອອສ​ເຕຣ​ເລຍ-ຈີນ ທີ່ຕຶກສະພາ​ໃນ​ນະ
ຄອນ Canberra ທ່ານ Cheng ກ່າວ​ວ່າ ກາ​ນກ່າວອ້າງນີ້​ "ບໍ່​ມີມູນ​ຄວາມ​ຈິງ."​ທ່ານ
Cheng ​ເວົ້າວ່າ “​ໃນ​ປະ​ເພນີ​ຈີນ ພວກ​ເຮົາ​ຮ້ອງ​ວ່າ ໜື້ງ​ເຂົ້າ​ເຢັນ​ຕອນ​ກາງຄືນ ຊຶ່ງ
​ໝາຍ​ຄວາມ​ວ່າ ​ເວົ້າຄວາມ​ເກົ່າຊໍ້າ​ແລ້ວ​ອີກຊໍ້າ​ອີກ. ບາງ​ທີ​ບັນດາຜູ້ເຮັດ​ລາຍການ​
ເຊື່ອ​ວ່າ ການ​ກ່າວ​ຫາ​ທີ່​ບໍ່ມີ​ມູນ​ຄວາມ​ຈິງ​ເຫຼົ່ານັ້ນ ອາດ​ຈະ​ເປັນ​ຈິງ ຫລັງ​ຈາກໄດ້​ມີ​
ການ​ອອກ​ອາກາດ​ຫຼາຍ​ພັນ​ເທື່ອ. ຈຸດປະສົງ​ທີ່​ສຳຄັນ​ດັ່ງ​ທີ່​ຂ້າພະ​ເຈົ້າ​ເຫັນ ກໍເພື່ອ​
ສ້າງຄວາມ​ຕື່ນ​ຕົກ​ໃຈກ່ຽວ​ກັບ​ຈີນ.”

ຢູ່​ໃນ​ບັນດາ​ຜູ້​ຟັງ​ຄຳ​ປາ​ໄສ​ທີ່​ບໍ່ມີ​ການ​ປະນີປະນອມ​ຂອງເອກ​ອັກຄະ​ລັດຖະທູດ Cheng
ນັ້ນ ກໍມີ​ລັດຖະມົນຕີ​ຕ່າງປະ​ເທດ​ອອສ​ເຕຣ​ເລຍ ທ່ານ​ນາງ Julie Bishop ຜູ້​ຊຶ່ງ​ໃນ​ຕົ້ນ
​ອາທິດ​ນີ້ ​ໄດ້​ຖືກ​ສອບ​ຖາມ​ຈາກ​ບັນດາ​ສະ​ມາ​ຊິກ​ສະພາ ຝ່າຍ​ຄ້ານ ກ່ຽວກັບ​ການບໍລິ
ຈາກ​ເງິນຂອງ​ຈີນ​ໃຫ້​ແກ່​ພັກເສລີນິຍົມ ທີ່​ເປັນ​ພັກລັດ​ຖະບານ.

ທ່ານ​ນາງ Bishop ​ເຖິງ​ຢ່າງ​ໃດ​ກໍ​ດີ ບໍ່​ໄດ້​ກ່າວ​ເຖິງ​ບັນ​ໂຕ້​ແຍ້​ງນີ້ຢູ່​ໃນ​ປາ​ໄສ​ຂອງ​ທ່ານ
​ນາງ ແຕ່ກັບ​ໄດ້​ເນັ້ນ​ໜັກ​ໃສ່​ ຄວາມ​ສຳພັນ​ທາງ​ດ້ານສັງຄົມ ​ແລະ​ເສດຖະກິດ ​ທີ່​ເພີ່​ມ
ທະວີ​ຂຶ້ນ ​ລະຫວ່າງ​ສອງ​ປະ​ເທດ.

ຈີນ​ເປັນ​ຄູ່​ການ​ຄ້າ ທີ່​ໃຫຍ່​ທີ່​ສຸດ​ຂອງອອສ​ເຕຣ​ເລຍ ແລະ​ຄວາມສຳພັນ​ທາງ​ດ້ານການ
​ຄ້າ​ລະຫວ່າງ​ສອງ​ປະ​ເທດ ໄດ້​ເພີ້ມຂຶ້​ນ​ໃນແຕ່​ລະ​ມື້.

ຄວາມ​ຢາກ​ໄດ້​ຊັບພະຍາກອນ​ຂອງ​ຈີນ ທີ່​ໜ້າ​ສັງ​ເກດ​ທີ່​ສຸດ​ກໍ​ຄືທາດ​ເຫຼັກ ​ແລະ​ຖ່ານ
​ຫີນທີ່​ໄດ້​ຊ່ວຍ​ໃຫ້​ອອສ​ເຕຣ​ເລຍ​ລອດ​ພົ້ນຈາກວິ​ກິດດ້ານ​ການ​ເງິນ​ທີ່ຮ້າຍແຮງສຸດ​ຂອງ
​ໂລກ.ບັນດາ​ນັກວິ​ເຄາະ​ເຊື່ອ​ວ່າ ​ໃນ​ຂະນະ​ທີ່ ການ​ຂຸດ​ຄົ້ນ​ບໍ່​ແຮ່​ຕ່າງໆ​ຂອງ​ອອສ​ເຕຣ
​ເລຍ​ພວມຫລຸດ​ນ້ອຍ​ຖອຍ​ລົງ​ຢູ່​ນີ້ ອະນາ​ຄົດທີ່​ອຸດົມ​ຮັ່ງມີ​ຂອງ​ອອສ​ເຕຣ​ເລຍ​ ​ແມ່ນຂຶ້ນ​
ຢູ່​ກັບ​ຈີນການຕອບ​ສະໜອງ ຕໍ່​ຄວາມ​ຮຽກຮ້ອງຕ້ອງການດ້ານ​ການສຶກສາ ​ແລະການ​
ທ່ອງ​ທ່ຽວຂອງ​ຈີນພ້ອມ​ທັງສິນຄ້າ​ແລະ​ຜະລິດຕະພັນກະສິກຳ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG