ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລ້ຽງກຸ້ງມັງກອນຢູ່ໃນ ອອສເຕຣເລຍ ຄົ້ນພົບການເຂົ້າສູ່ຕະຫລາດ ທີ່ມີການຫວງຫ້າມຂອງຈີນ


ກຸ້ງມັງກອນທີ່ພົບເຫັນຢູ່ຕະຫລາດປາ ໃນນະຄອນຊິດນີ, ປະເທດ ອອສເຕຣເລຍ. ໃນພາບຄ້າງທີ່ຖ່າຍຈາກວີດີໂອ, ວັນທີ 21 ມັງກອນ, ປີ 2021.
ກຸ້ງມັງກອນທີ່ພົບເຫັນຢູ່ຕະຫລາດປາ ໃນນະຄອນຊິດນີ, ປະເທດ ອອສເຕຣເລຍ. ໃນພາບຄ້າງທີ່ຖ່າຍຈາກວີດີໂອ, ວັນທີ 21 ມັງກອນ, ປີ 2021.

ສະຖິຕິດ້ານອຸດສາຫະກໍາສະແດງໃຫ້ເຫັນວ່າ ຜູ້ລ້ຽງກຸ້ງມັງກອນໃນ ອອສເຕຣເລຍ ຂາຍກຸ້ງມັງກອນໃນມູນຄ່າຫລາຍລ້ານໂດລາໃຫ້ກັບປະເທດຈີນ, ເຖິງແມ່ນວ່າຈະມີຂໍ້ຈໍາກັດຢ່າງບໍ່ເປັນທາງການຂອງ ປັກກິ່ງ ກໍຕາມ. ຜູ້ຊ່ຽວຊານກ່າວວ່າ ບໍລິສັດການປະມົງກໍາລັງໃຊ້ປະໂຫຍດຈາກສິ່ງທີ່ຮ້ອງວ່າ “ຊ່ອງແຄບສີເທົາ.” ຟິວ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນເດືອນພະຈິກນີ້, ຈີນ ໄດ້ວາງຂໍ້ກໍາໜົດໃນສິ່ງທີ່ຜູ້ຊ່ຽວຊານກ່າວວ່າ ເປັນການຫ້າມນໍາເຂົ້າກຸ້ງມັງກອນຂອງ ອອສເຕຣເລຍ ຢ່າງບໍ່ເປັນທາງການ. ເຊິ່ງການຄ້າຂາຍນັ້ນ ມີມູນຄ່າຫລາຍຮ້ອຍລ້ານໂດລາ.

ຈີນ ໄດ້ຊື້ກຸ້ງມັງກອນຫລາຍກວ່າ 90 ເປີເຊັນທີ່ສົ່ງອອກຈາກ ອອສເຕຣເລຍ.

ຢ່າງໃດກໍຕາມ, ໂຕເລກທີ່ເປີດເຜີຍໃຫ້ເຫັນໂດຍອົງກອນໂຕແທນຜູ້ລ້ຽງກຸ້ງມັງກອນລາຍໃຫຍ່ໃນ ອອສເຕເລຍ ໄດ້ສະແດງໃຫ້ເຫັນການສົ່ງອອກທີ່ເພີ້ມຂຶ້ນຢ່າງວ່ອງໄວ ອັນເນື່ອງມາຈາກສິ່ງທີ່ຮ້ອງວ່າ “ການຄ້າສີເທົາ.” ເຊິ່ງຂະບວນການນີ້ໝາຍເຖິງການຂາຍສິນຄ້າຜ່ານທາງອ້ອມ ແລະບໍ່ເປັນທາງການ.

ຄະນະກໍາມະການ ເວສເຕິນ ຣັອກ ລັອບສະເຕີ (Western Rock Lobster ), ເຊິ່ງເປັນອົງກອນໂຕແທນອຸດສາຫະກໍາກຸ້ງມັງກອນໃນພາກຕາເວັນຕົກຂອງອອສເຕຣເລຍໄດ້ລາຍງານວ່າ ການສົ່ງອອກຈາກພາກຕາເວັນຕົກຂອງອອສເຕຣເລຍໄປ ຮົງກົງ ເພີ້ມຂຶ້ນຈາກລະດັບທີ່ຕໍ່າໃນເດືອນຕຸລາ, ປີ 2020 ຫາຈໍານວນຫລາຍກວ່າ 300 ໂຕນໃນເດືອນ ມີນາ, ປີ 2021. ບັນດາຜູ້ຊ່ຽວຊານເຊື່ອວ່າ ສິນຄ້າທີ່ສົ່ງໄປນັ້ນ ເກືອບທັງໝົດແມ່ນສົ່ງໄປ ແລະຂາຍຢູ່ໃນ ຈີນ ແຜ່ນດິນໃຫຍ່.

ການຈໍາກັດໃນການສົ່ງອອກກຸ້ງມັງກອນຈາກ ອອສເຕຣເລຍ ໄປຫາປະເທດ ຈີນ ນັ້ນແມ່ນສ່ວນໜຶ່ງຂອງຂໍ້ພິພາດທີ່ຟົດເດືອດທາງການຄ້າລະຫວ່າງສອງປະເທດ, ເຊິ່ງສົ່ງຜົນກະທົບຕໍ່ການຂົນສົ່ງຖ່ານຫິນ, ເຫລົ້າວາຍ, ເຂົ້າບາຣ໌ເລ ແລະສິນຄ້າອື່ນໆ. ຈີນ ໄດ້ວາງຂໍ້ຈໍາກັດ ແລະ ພາສີຂອງສິນຄ້າເຫລົ່ານີ້.

ທ່ານ ເຈັຟຟຣີ ວີລສັນ (Jeffrey Wilson) ຜູ້ຊ່ຽວຊານທາງດ້ານການຄ້າລະຫວ່າງປະເທດແຫ່ງສູນຄົ້ນຄວ້າວິໄຈ ເພີທ ຢູເອສເອເຊຍ ຫລື Perth USAsia Centre, ທ່ານກ່າວວ່າ “ການຄ້າສີເທົາ” ກ່ຽວກັບກຸ້ງມັງກອນ ຈະຖືກຄວບຄຸມໂດຍຜູ້ນໍາເຂົ້າໃນປະເທດຈີນ ເປັນສ່ວນໃຫຍ່, ຜູ້ທີ່ມີຄວາມກ້າໃນການຫລີກລ້ຽງຂໍ້ຈໍາກັດຂອງລັດຖະບານ ຈີນ.

ເຊິ່ງທ່ານ ວີລສັນ ກ່າວວ່າ:

“ເຫດຜົນທີ່ພວກເຈົ້າສາມາດທີ່ຈະເຮັດໃຫ້ການຄ້າສີເທົາ ໃນກຸ້ງມັງກອນເກີດຂຶ້ນໄດ້ ເຊິ່ງບໍ່ແມ່ນຖ່ານຫິນ ແລະບໍ່ແມ່ນເຂົ້າບາຣ໌ເລ ນັ້ນເພາະມັນສະທ້ອນໃຫ້ເຫັນວ່າເປັນພື້ນທີ່ດຽວທີ່ມີການເພິ່ງພາອາໄສກັນຈົນເກືອບສົມບູນ. ອອສເຕຣເລຍ ເຊື່ອໝັ້ນຈີນຢ່າງເຕັມທີ່ສໍາລັບຕະຫລາດກຸ້ງມັງກອນ ແລະ ຈີນ ກໍໄວ້ວາງໃຈ ອອສເຕຣເລຍ ໃນການສະໜອງສິນຄ້າດັ່ງກ່າວເຊັ່ນກັນ.”

ທ່ານ ວິລສັນ ກ່າວວ່າມັນບໍ່ຄືກັນກັບການຊື້ຂາຍສິນທີ່ຮ້ອງວ່າ ຕະຫລາດມືດ, ທີ່ດໍາເນີນການໃນເງົາມືດ ເຊິ່ງອາດຈະມີດ້ານທີ່ຜິດກົດໝາຍບາງຢ່າງ, ສ່ວນການຄ້າຂາຍໃນຕະຫລາດສີເທົາ ອາດຈະດໍາເນີນງານນອກແນວທາງທີ່ເປັນທາງການ ແຕ່ບໍ່ໄດ້ເຮັດຜິດກົດໝາຍ.

ເຊິ່ງທ່ານວິລສັນ ກ່າວວ່າ:

“ສິ່ງທໍາອິດທີ່ຈະເວົ້າຄືມັນບໍ່ຜິດກົດໝາຍ, ດັ່ງນັ້ນ, ຈຶ່ງເປັນເຫດຜົນທີ່ວ່າມັນບໍ່ແມ່ນຕະຫລາດມືດ ເພາະວ່າມັນບໍ່ມີຫຍັງທີ່ຜິດກົດໝາຍໃນການສົ່ງກຸ້ງມັງກອນໄປ ຮົງກົງ.”

ບໍ່ມີຄວາມຄິດເຫັນໃດໆຢ່າງເປັນທາງການຈາກລັດຖະບານອອສເຕຣເລຍ ຫລື ສະພາບກຸ້ງມັງກອນຕາເວັນຕົກ.

ຈີນ ແມ່ນຄູ່ຮ່ວມການຄ້າທີ່ໃຫຍ່ຂອງ ອອສເຕຣເລຍ. ຄວາມສໍາພັນທາງການຄ້າທີ່ສໍາຄັນແມ່ນບໍ່ມີຄວາມໝັ້ນຄົງໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ ອັນເນື່ອງມາຈາກຂໍ້ພິພາດທາງດ້ານພູມິສາດການເມືອງຕ່າງໆ. ການຮຽກຮ້ອງໃຫ້ມີການກວດສອບແບບອິດສະຫລະ ກ່ຽວກັບ ຕົ້ນກໍາເນີດພະຍາດໂຄວິດ-19 ຂອງ ອອສເຕຣເລຍໃນປີທີ່ຜ່ານມາ ເຊິ່ງກວດພົບທໍາອິດຢູ່ໃນປະເທດຈີນນັ້ນ ໄດ້ສ້າງຄວາມບໍ່ພໍໃຈເປັນທີ່ສຸດໃຫ້ ປັກກິ່ງ. ນອກຈາກນັ້ນ, ການເພີ້ມຄວາມສໍາພັນທີ່ໃກ້ຊິດທາງທະຫານຂອງ ແຄນເບີຣາ ກັບ ສະຫະລັດ ຍິ່ງສ້າງຄວາມບໍ່ພໍໃຈໃຫ້ກັບທາງການຈີນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG