ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຕັກໂນໂລຈີເລເຊີ້ຂອງ ອອສເຕຣເລຍ ສາມາດຊ່ວຍພາລະກິດໄປດາວພະອັງຄານຂອງອົງການ NASA ໃນອະນາຄົດໄດ້


ແຟ້ມ-ຮູບພາບທີ່ໄດ້ເຜີຍແຜ່ອອກມາໃຫ້ເຫັນໃນວັນທີ 26 ສິງຫາ 2003 ສະແດງໃຫ້ເຫັນດາວພະອັງຄານ. ບັນດານັກຄົ້ນຄວ້າໃນອອສເຕຣເລຍ ການສື່ສານທາງອະວະກາດໃນລັກສະນະໃໝ່ ທີ່ສາມາດສົ່ງວີດີໂອຄວາມຖີ່ສູງຈາກດາວພະອັງຄານ.
ແຟ້ມ-ຮູບພາບທີ່ໄດ້ເຜີຍແຜ່ອອກມາໃຫ້ເຫັນໃນວັນທີ 26 ສິງຫາ 2003 ສະແດງໃຫ້ເຫັນດາວພະອັງຄານ. ບັນດານັກຄົ້ນຄວ້າໃນອອສເຕຣເລຍ ການສື່ສານທາງອະວະກາດໃນລັກສະນະໃໝ່ ທີ່ສາມາດສົ່ງວີດີໂອຄວາມຖີ່ສູງຈາກດາວພະອັງຄານ.

ສະຖານີຮັບ​ແສງພາກພື້ນດິນແຫ່ງໃໝ່ ໄດ້ຖືກສ້າງຂຶ້ນໂດຍມະຫາວິທະ ຍາໄລແຫ່ງຊາດອອສເຕຣເລຍ ເພື່ອຊ່ວຍເຫຼືອອົງການອະວະກາດຂອງສະຫະ ລັດເຊັ່ນ ອົງການ NASA ແລະອົງການສຳຫຼວດອະວະກາດອື່ນໆ ໃຫ້ໄປຮອດດາວອັງຄານໄດ້ຢ່າງປອດໄພ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດ.

ທີມງານຈາກອອສເຕຣເລຍ ໄດ້ພັດທະນາການສື່ສານທາງອະວະກາດໃນລັກ ສະນະໃຫມ່ໂດຍໃຊ້ເລເຊີ.

ນັກຄົ້ນຄວ້າກ່າວວ່າ ລະບົບດັ່ງກ່າວຈະອະນຸຍາດໃຫ້ພວກເຂົາເຈົ້າເຊື່ອມຕໍ່ກັບດາວທຽມ ແລະຍານ​ອະ​ວະ​ກາດຂອງອົງການ NASA ​ທີ່​ມີ​ຈຸ​ບິນ ທີ່​ໄກ​ອອກ​ໄປ​ກວ່າວົງໂຄຈອນອ້ອມໂລກໃນໄລຍະຕ່ໍາ.

ໂຄງ​ການ​ດັ່ງ​ກ່າວ​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນຸນ​ໂດຍການລິເລີ້ມຈາກດວງເດືອນໄປຫາດາວພະອັງຄານ ​ຂອງອົງການອະວະກາດອອສເຕຣເລຍ.

ສະຖານີ​ຮັບແສງພາກພື້ນດິນ ກວນຕໍາ (Quantum) ຂອງມະຫາວິທະຍາໄລແຫ່ງຊາດອອສເຕຣເລຍ ຕັ້ງຢູ່ທີ່ຫໍສັງເກດການ ເມົາທ໌ ສຕຣອມໂມ (Mount Stromlo Observatory), ໃກ້ກັບນະຄອນຫຼວງແຄນເບີຣາ. ເປັນກ້ອງໂທລະ ທັດເບິ່ງດາວປະສິດທິພາບສູງ ທີ່ຈະຕອບສະໜອງຄວາມໄວທາງດ້ານການສື່ ສານອັນກ້າວຫນ້າ ກັບດາວທຽມທີ່ໂຄຈອນຢູ່ໃນໄລຍະຫ່າງຈາກວົງໂຄຈອນຕໍ່າຂອງໂລກໄປຫາດວງເດືອນ.

ທ່ານນາງເຄດທ໌ ເຟີກູຊອນ (Kate Ferguson), ຜູ້​ອຳ​ນວຍ​ການ​ຮ່ວມ​ສໍາລັບໂຄງ​ການ​ຍຸດ​ທະ​ສາດ ຢູ່ທີ່​ສະ​ຖາ​ບັນ​ອະ​ວະ​ກາດ​ຂອງມະຫາວິທະຍາໄລແຫ່ງ​ຊາດ​ອອ​ສເ​ຕຣເ​ລຍ ກ່າວ​ຕໍ່​ VOA ​ວ່າ ລະ​ບົບ​ສື່​ສານ​ໃນ​ປັດ​ຈຸ​ບັນ​ ທີ່​ອີງ​ໃສ່​ຄວາມ​ຖີ່​ຂອງ​ລະບົບວິ​ທະ​ຍຸ ​ສາ​ມາດ​ສ້າງຄວາມຫຼ້າ​ຊ້າ ​ແລະ​ຫຍຸ້ງ​ຍາກໄດ້.

ທ່ານນາງກ່າວວ່າ:

“ຂ້າ​ພະ​ເຈົ້າໝັ້ນ​ໃຈວ່​າ ພວກ​ເຮົາ​ບາງ​ຄົນ​ຍັງຈື່​ພາບ​ເມັດ​ນ້ອຍໆ​ທີ່​ພວກ​ເຮົາ​ໄດ້​ຮັບ​ໃນ​ການ​ລົງ​ຈອດ ຢູ່ເທິງດວງ​ເດືອນ​ທີ່​ມາ​ຈາກ​ຍຸກຂອງຍານອະວະກາດ ອາພອລໂລ (Apollo). ດັ່ງນັ້ນ, ອີກຄັ້ງຫນຶ່ງ, ລະບົບຄວາມຖີ່ວິທະຍຸໃນປັດຈຸບັນ, ພວກມັນເຫຼົ່ານີ້ມີອັດຕາຂໍ້ມູນທີ່ຊ້າລົງຫຼາຍ ແລະໂດຍສະເພາະແລ້ວແມ່ນໃນໄລ ຍະທີ່ຫ່າງໄກອີຫຼີ. ສໍາລັບການຄົ້ນຄວ້າອະວະກາດເຫຼົ່ານັ້ນ ກໍເລີຍຊ້າຫຼາຍຂຶ້ນ, ແຕ່ດ້ວຍການສື່ສານທາງວິທະຍາສາດດ້ວຍແສງ ພວກເຮົາຈະສາມາດເພີ່ມອັດ ຕາການສື່ສານນັ້ນໄດ້.”

ທ່ານນາງກ່າວວ່າ ລະບົບໃຫມ່ອີງໃສ່ເລເຊີປະສິດທິພາບສູງ ທີ່ເບິ່ງເຫັນດ້ວຍຕາຕົນເອງໄດ້, ເຊິ່ງຈະເປັນການຫັນປ່ຽນການສື່ສານ ໃນລະບົບອະວະກາດ.

ທ່ານນາງ ເຟີກູຊອນ ກ່າວວ່າ:

“ສິ່ງທີ່ພວກເຮົາຕັ້ງໃຈຈະດໍາເນີນການແມ່ນ ເພື່ອໃຫ້ສາມາດໄດ້ຮັບວິດີໂອຄວາມລະອຽດສູງຈາກພາລະກິດຂອງຈຸບິນໃນອະນາຄົດ. ບໍ່ພຽງແຕ່ຈະເປັນສິ່ງທີ່ດີສໍາລັບພວກເຮົາຢູ່ໃນໂລກນີ້ເທົ່ານັ້ນ ທີ່ຈະເຫັນສິ່ງທີ່ເກີດຂຶ້ນກັບນັກບິນອະວະກາດໃນລັກສະນະຂອງພາລະກິດເຫຼົ່ານີ້, ແຕ່ມັນຈະປັບປຸງການເຊື່ອມຕໍ່ ລະຫວ່າງພາລະກິດຕ່າງໆເຫຼົ່ານັ້ນ. ແລະສິ່ງທີ່ພວກເຮົາກໍາລັງດໍາເນີນງານຢູ່ນີ້ ແມ່ນການສື່ສານດ້ວຍແສງ, ເຊິ່ງໃຊ້ລໍາແສງເລເຊີ້ໃນການສື່ສານ ແລະສິ່ງເຫຼົ່ານີ້ສາມາດສະຫນອງຄວາມໄວສູງ ພ້ອມທັງເພີ້ມຄວາມປອດໄພຫຼາຍຂຶ້ນກວ່າລະບົບໃນປັດ ຈຸບັນ, ເຊິ່ງນີ້ເປັນສິ່ງສໍາຄັນແທ້ໆສໍາລັບພວກເຮົາທີ່ຈະເອົາຂໍ້ມູນນັ້ນມາໃຊ້ ແລະສາມາດນໍາໃຊ້ມັນໄດ້ຢູ່ໃນໂລກນີ້.”

ນັກວິທະຍາສາດກ່າວວ່າ ລະບົບຂອງອອສເຕຣເລຍທີ່ໄດ້ຮັບການພັດທະນາ ຈະເຂົ້າກັນໄດ້ ກັບພາລະກິດຂອງອົງການ NASA.

ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ເຕັກ​ໂນ​ໂລ​ຊີ​ທີ່​ນໍາໃຊ້​ແສງ​ເລ​ເຊີ ​ຈະ​ປັບປຸງ​ຄວາມ​ສາມາດ​ຂອງ​ນັກ​ບິນ​ອະວະ​ກາດ​ໃນ​ການ​ເຊື່ອມ​ຕໍ່​ກັບ​ໂລກ​ຈາກ​ດວງ​ເດືອນ ແລະ​ຍັງ​ສາມາດ​ສົ່ງ​ວິ​ດີ​ໂອ​ຄວາມ​ລະ​ອຽດ​ສູງ​ຈາກ​ດວງ​ເດືອນ ​ແລະ​ດາວພະ​ອັງຄານ​ໄດ້ອີກດ້ວຍ.

ອົງການ NASA ໄດ້ກ່າວໃນກ່ອນໜ້ານັ້ນວ່າ ນັກບິນອະວະກາດສາມາດຖືກສົ່ງໄປພາລະກິດສູ່ດາວເຄາະສີແດງ ໄດ້ໃນຊ່ວງກາງຫາທ້າຍປີ 2030 ນີ້.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG