ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຜນການຍົກລະດັບ ທາງແລ່ນຂອງເດີ່ນເຮືອບິນ ໃນປາງສົງຄາມໂລກຄັ້ງທີ 2 ທີ່ເປັນບັນຫາໂຕ້ແຍ້ງ ໃນເຂດມະຫາສະໝຸດປາຊີຟິກ


ນໍ້າທະເລ ທີ່ສາມາດແນມເຫັນຢູ່ເທິງເຮືອບິນ ທີ່ບິນຜ່ານເກາະ ຄີຣີທີມາທີ (Kiritimati Island), ເຊິ່ງເປັນສ່ວນນຶ່ງຂອງໝູ່ເກາະຄີຣີບາທີ (Kiribati) ໃນເຂດມະຫາສະໝຸດປາຊີຟິກ, ວັນທີ 5 ເມສາ ປີ 2016.
ນໍ້າທະເລ ທີ່ສາມາດແນມເຫັນຢູ່ເທິງເຮືອບິນ ທີ່ບິນຜ່ານເກາະ ຄີຣີທີມາທີ (Kiritimati Island), ເຊິ່ງເປັນສ່ວນນຶ່ງຂອງໝູ່ເກາະຄີຣີບາທີ (Kiribati) ໃນເຂດມະຫາສະໝຸດປາຊີຟິກ, ວັນທີ 5 ເມສາ ປີ 2016.

ເຈົ້າໜ້າທີ່ຂອງອອສເຕຣເລຍ ແລະສະຫະລັດກໍາລັງຕິດຕາມຢ່າງໃກ້ຊິດເບິ່ງແຜນການ ທີ່ເປັນບັນຫາໂຕ້ແຍ້ງ ເພື່ອຍົກລະດັບທາງແລ່ນເດີ່ນເຮືອບິນໃນປາງສົງຄາມໂລກຄັ້ງທີ 2 ຢູ່ເທິງໝູ່ເກາະກາງມະຫາສະໝຸດປາຊີຟິກທີ່ຫ່າງໄກ ສອກຫຼີກແຫ່ງນຶ່ງ. ຟິລ ເມີເຊີ (Phil Mercer) ມີລາຍງານຈາກນະຄອນຊິດນີ ຊຶ່ງທິບສຸດາ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຄີຣີບາທີ (Kiribati) ເປັນປະເທດທີ່ສອກຫຼີກຫ່າງໄກ ປະກອບດ້ວຍ 33 ເກາະຫີນປະກາລັງທີ່ຕັ້ງຢູ່ໃນລະຫວ່າງເຂດເສັ້ນສູນສູດຂອງໂລກ. ປະເທດນີ້ມີພົນລະເມືອງຢູ່ ປະມານ 100,000 ຄົນ ແຕ່ພວມຕົກເປັນຈຸດສູນກາງຂອງການວາງແຜນລັບທາງດ້ານພູມີສາດການເມືອງລະຫວ່າງຈີນເຊິ່ງເປັນຝ່າຍນຶ່ງ ແລະສະຫະລັດກັບບັນດາປະເທດພັນທະມິດທີ່ລວມເຖິງອອສເຕຣເລຍອີກນັ້ນ ເປັນອີກຝ່າຍນຶ່ງ.

ເກາະແຄນຕັນ (Kanton) ເປັນເກາະດິນແປນແຄບໆ ທີ່ມີປະຫວັດສາດກ່ຽວກັບການທະຫານຢ່າງຫລວງຫລາຍ. ໃນຊ່ວງສົງຄາມໂລກຄັ້ງທີສອງກອງທັບເຮືອສະຫະລັດໄດ້ສ້າງເດີ່ນເຮືອບິນຍາວ 2 ກິໂລແມັດ ເພື່ອສົ່ງເສີມການເຮັດສົງຄາມຕໍ່ສູ້ຕ້ານກອງກໍາລັງຍີ່ປຸ່ນ ໃນມະຫາສະໝຸດປາຊີຟິກ. ເດີ່ນເຮືອບິນນີ້ຖືກໃຊ້ໃນຊຸມປີ 1970 ສໍາລັບການຄົ້ນຄວ້າວິໄຈດ້ານຂີປະນາວຸດແລະອະວະ ກາດ, ແຕ່ດຽວນີ້ແມ່ນໝົດສະພາບ ແລະບໍ່ໄດ້ຄ່ອຍໃຊ້ກັນອີກແລ້ວ.

ປັດຈຸບັນນີ້ ເກາະຄີຣີບາທີ ມີແຜນທີ່ຈະປັບປຸງ ທາງແລ່ນຂອງເດີ່ນເຮືອບິນທີ່ຊຸດໂຊມ ແລະຈີນກໍ່ໄດ້ໃຫ້ທຶນສະໜັບສະໜຸນໃນການສຶກສາເບິ່ງຄວາມເປັນໄປໄດ້.

ເຈົ້າໜ້າທີ່ໃນເກາະຄີຣີບາທີ ໄດ້ໃຫ້ການຢືນຢັດວ່າ ໂຄງການນີ້ມີໄວ້ບໍລິການພົນລະເຮືອນ ແລະບໍ່ມີການນຳໃຊ້ທາງທະຫານ, ແລະຍັງຈະຊ່ວຍໃຫ້ແຄນຕັນກາຍ ມາເປັນ “ຈຸດໝາຍປາຍທາງຂອງການທ່ອງທ່ຽວລາຄາແພງ.”

ເນື່ອງຈາກເກາະແຫ່ງນີ້ ເປັນທີ່ຕັ້ງທາງດ້ານຍຸດທະສາດ ຢູ່ເຄິ່ງທາງ ລະຫວ່າງທະວີບເອເຊຍ ແລະອາເມຣິກາ, ຢ່າງໃດກໍ່ຕາມ ອອສເຕຣເລຍ ມີຄວາມກັງວົນ ແລະເປັນຫ່ວງ ຢ້ານປັກກິ່ງອາດຈະກໍາລັງວາງແຜນ ໃນການສ້າງຖານທັບຢູ່ໃນພູມິພາກນີ້.

ທ່ານນາງແອນນາ ພາວເລສ (Anna Powles) ຜູ້ບັນຍາຍອາວຸໂສທີ່ສູນກາງການສຶກສາປ້ອງກັນປະເທດ ແລະຄວາມໝັ້ນຄົງ (Centre for Denfence and Security) ຂອງມະຫາວິທະຍາໄລ ແມັສຊີ (Massey) ໃນນິວຊີແລນ (New Zealand).

ທ່ານນາງໄດ້ກ່າວຕໍ່ອົງການອອກອາກາດຂອງອອສເຕຣເລຍວ່າ ການມີສ່ວນຮ່ວມຂອງຈີນ ຢູ່ໃນທາງແລ່ນຂອງເດີ່ນເຮືອບິນ ໄດ້ກໍ່ໃຫ້ເກີດຄວາມບໍ່ສະບາຍໃຈ.

“ເກາະແຄນຕັນຕັ້ງຢູ່ໃນເສັ້ນທາງເດີນທະເລທີ່ສໍາຄັນລະຫວ່າງອາເມຣິກາ, ອອສ ເຕຣເລຍ, ນິວຊີແລນ ແລະເອເຊຍ ໂດຍຢູ່ຫ່າງຈາກ ຮາວາຍ (Hawaii) ໄປທາງທິດຕາເວັນຕົກສຽງໃຕ້ ປະມານ 3,000 ກິໂລແມັດ ເຊິ່ງເປັນທີ່ຕັ້ງກອງບັນຊາການໃຫຍ່ເຂດອິນໂດ-ປາຊີຟິກ (Indo-Pacific) ຂອງສະຫະລັດ ອັນເປັນສ່ວນນຶ່ງ ທີ່ມີຄວາມກັງວົນກ່ຽວກັບຍຸດທະສາດນັ້ນ.”

ປະເທດ ຄີຣີບາທີ ມີຊັບພະຍາກອນທໍາມະຊາດໜ້ອຍ ແລະເປັນນຶ່ງໃນປະເທດທີ່ລ້າຫຼັງທີ່ສຸດໃນດ້ານການພັດທະນາ ຢູ່ໃນເຂດປາຊີຟິກ.

ໃນປີ 2019, ຄີຣີບາທີ ໄດ້ຕັດສາຍສໍາພັນທາງການທູດກັບໄຕ້ຫວັນ (Taiwan) ໂດຍຫັນໄປສະໜັບສະໜຸນປັກກິ່ງ.

ລັດຖະບານຂອງໝູ່ເກາະດັ່ງກ່າວເວົ້າວ່າ ການຄາດຄະເນທີ່ວ່າໂຄງການສ້າງທາງແລ່ນຂອງເດີ່ນເຮືອບິນມີການເຊື່ອມໂຍງກັບການຂະຫຍາຍອິດທິພົນທາງທະຫານຂອງຈີນຢູ່ໃນພູມິພາກນີ້ບໍ່ເປັນຄວາມຈິງ. ນັກການເມືອງຝ່າຍຄ້ານໃນຄີຣີບາທີກ່າວວ່າ ຢ່າງໃດກໍ່ຕາມ ພວກເຂົາບໍ່ໄວ້ວາງໃຈລັດຖະບານຈີນ.

ອອສເຕຣເລຍລະບຸວ່າ ຕົນຍິນດີທີ່ຈະຊ່ວຍຄ່າໃຊ້ຈ່າຍໃນການຍົກລະດັບທາງແລ່ນຂອງເດີ່ນເຮືອບິນທີ່ເກາະແຄນຕັນ.

ຄີຣີບາທີ ເຄີຍເປັນໝູ່ເກາະກີລເບີທ (Gilbert Islands) ໃນສະໃໝກ່ອນ ເຊິ່ງໄດ້ກາຍມາເປັນອານານິຄົມຂອງອັງກິດໃນປີ 1915. ໝູ່ເກາະແຫ່ງນີ້ເຄີຍຖືກຍຶດຄອງໂດຍຍີ່ປຸ່ນໃນສະໄໝສົງຄາມໂລກຄັ້ງທີ່ສອງເມື່ອປີ 1941, ກ່ອນທີ່ຈະໄດ້ຮັບການປົດປ່ອຍ ໂດຍກອງກໍາລັງພັນທະມິດ.

ບັນດາໝູ່ເກາະເຫລົ່ານີ້ໄດ້ຮັບເອກກະລາດຈາກອັງກິດໃນປີ 1979 ພາຍໃຕ້ຊື່ໃໝ່ວ່າ ຄີຣີບາທີ.

ກະຊວງການຕ່າງປະເທດຂອງຈີນໄດ້ມີການຖະແຫລງກ່ອນໜ້ານີ້ວ່າ ປັກກິ່ງໄດ້ ສໍາຫລວດເບິ່ງແຜນການຍົກລະດັບ ແລະປັບປຸງທາງແລ່ນຂອງເດີ່ນເຮືອບິນເທິງເກາະແຄນຕັນແທ້ ໂດຍເປັນໄປຕາມການເຊື້ອເຊີນ ຂອງລັດຖະບານຄີຣີບາທີ.

ອ່ານຂ່າວນີ້ເພີ້ມເຕີມເປັນພາສາອັງກິດ

XS
SM
MD
LG