ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ເຕືອນກ່ຽວກັບ ​ໄພອັນຕະລາຍ ແລະການປ່ຽນແປງ ຢູ່ໃນຂົງເຂດອິນໂດ-ປາຊີຟິກ 


ແຟ້ມພາບ-ໃນຮູບທີ່ເປີດເຜີຍໂດຍອົງການຂ່າວຊິນຫົວ ນີ້, ສະແດງໃຫ້ເຫັນເຮືອບິນລົບ ຂອງກອງທັບປະຊາຊົນຈີນ (PLA) ດໍາເນີນການຊ້ອມລົບຮ່ວມກັນຢູ່ບໍລິເວນເກາະໄຕ້ຫວັນ, ວັນທີ 7 ສິງຫາ 2022.
ແຟ້ມພາບ-ໃນຮູບທີ່ເປີດເຜີຍໂດຍອົງການຂ່າວຊິນຫົວ ນີ້, ສະແດງໃຫ້ເຫັນເຮືອບິນລົບ ຂອງກອງທັບປະຊາຊົນຈີນ (PLA) ດໍາເນີນການຊ້ອມລົບຮ່ວມກັນຢູ່ບໍລິເວນເກາະໄຕ້ຫວັນ, ວັນທີ 7 ສິງຫາ 2022.

ລັດຖະມົນຕີກະຊວງການຕ່າງປະເທດຂອງອອສເຕຣເລຍເຕືອນວ່າ ທຸກໆປະເທດຕ້ອງຮັກສາຄວາມພະຍາຍາມ ເພື່ອປ້ອງກັນບໍ່​ໃຫ້​ເກີດສົງຄາມຢູ່ໃນຂົງເຂດອິນໂດປາຊີຟິກ. ໃນ​ການຖະແຫຼງການ ລະຫວ່າງການເດີນທາງໄປຢ້ຽມຢາມປະເທດອັງກິດຢ່າງເປັນທາງການນັ້ນ ທ່ານນາງເພັນນີ ວອງ ກ່າວວ່າ ພູມິພາກແຫ່ງນີ້ກໍາລັງກາຍມາເປັນຂົງເຂດ “ທີ່ອັນຕະລາຍແລະ​ມີ​ຄວາມ​ຫຼໍ່​ແຫຼມ ​ຫຼາຍ​ຂຶ້ນ.” ຟີລ ເມີເຊີ ມີລາຍງານເລື້ອງນີ້ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຈົ້າໜ້າທີ່ຂອງອອສເຕຣເລຍກ່າວວ່າ ພວກເຂົາເຈົ້າຕ້ອງການຫຼຸດຜ່ອນຄວາມເຄັ່ງຕຶງ ແລະສົ່ງເສີມສັນຕິພາບ ຢູ່ໃນພູມິພາກອິນໂດ-ປາຊີຟິກ.

ລັດຖະມົນຕີກະຊວງການຕ່າງປະເທດຂອງອອສເຕຣເລຍ ທ່ານນາງເພັນນີ ວອງ ໄດ້ຮຽກຮ້ອງຕໍ່ ຈີນ ແລະສະຫະລັດ ໃນວັນອັງຄານທີ່ຜ່ານມານີ້ວ່າ ຈົ່ງກໍານົດຂອບເຂດທີ່ກວ້າງຂວາງກ່ຽວກັບຍຸດທະສາດຄວາມມັກໃຫຍ່ໄຝ່ສູງຂອງພວກເຂົາເຈົ້າ ເພື່ອປ້ອງກັນບໍ່​ໃຫ້​ເກີດຄວາມຂັດແຍ້ງ.

ໄຕ້ຫວັນ ຍັງຄົງເປັນເປົ້າໝາຍທີ່ສໍາຄັນກ່ຽວກັບບັນຫາດັ່ງກ່າວ, ເຊິ່ງປັກກິ່ງໄດ້ອ້າງ​ເອົາ​ກຳ​ມະສິດຂອງຕົນຕໍ່ເກາະແຫ່ງນີ້ ເຊິ່ງໃນປີກາຍ, ປັກກິ່ງ ໄດ້ດໍາເນີນການປະຕິບັດງານ “ທີ່ມີເປົ້າໝາຍ​ແນໃສ່ການດໍາເນີນງານຕ່າງໆທາງທະຫານ” ໃກ້ກັບເກາະໄຕ້ຫວັນ, ເຊິ່ງອອສເຕຣເລຍ ໄດ້ຮຽກຮ້ອງໃຫ້ມີການຄວບຄຸມສະ ຖານະການໃນທັນທີ ແລະໄດ້ເຕືອນວ່າ ການດໍາເດີນງານຕ່່າງໆຂອງຈີນ ອາດຈະນໍາໄປສູ່ຄວາມຂັດແຍ້ງໂດຍບໍ່ຕັ້ງໃຈໄດ້.

ໃນການຖະແຫຼງການກັບບັນດານັກຂ່າວໃນນະຄອນຫຼວງລອນດອນ, ທ່ານນາງວອງ ກ່າວວ່າ ສັນຕິພາບຢູ່ໃນຂົງເຂດດັ່ງກ່າວຄືສິ່ງທີ່ສໍາຄັນທີ່ສຸດ, ເຊິ່ງທ່ານນາງກ່າວວ່າ:

“ໃນຖະນະທີ່ອາໄສຢູ່ໃນບໍລິເວນພູມິພາກດັ່ງກ່າວ ຂ້າພະເຈົ້າຮູ້ກ່ຽວກັບຂອບເຂດຍຸດທະສາດຂອງການແຂ່ງຂັນ. ພວກເຮົາພົບວ່າສະຖານະການຂອງພວກເຮົາ ໄດ້ກາຍມາເປັນສິ່ງທີ່ອັນຕະລາຍຂຶ້ນ ແລະມີການປ່ຽນແປງຫຼາຍຂຶ້ນ. ພວກເຮົາຕ້ອງຈື່ສະເໝີວ່າ ຖ້າຄວາມຂັດແຍ້ງໄດ້ລະເບີດຂຶ້ນຢູ່ໃນຂົງເຂດອິນໂດ-ປາຊີຟິກແຫ່ງນີ້ ມັນຈະກາຍມາເປັນໄພພິບັດຂະໜາດໃຫຍ່.”

ຈົນເຖິງຂະນະນີ້, ຍັງບໍ່ມີຄວາມຄິດເຫັນໃດໆຈາກລັດຖະບານປັກກິ່ງ.

ບັນດານັກວິເຄາະກ່າວວ່າ ການອ້າງເອົາ​ກຳ​ມະ​ສິດ​ຕໍ່ດິນແດນຢູ່ໃນທະເລຈີນໃຕ້ ແລະຄວາມທະເຍີທະຍານທາງທະຫານຢູ່ໃນບໍລິເວນປາຊີຟິກໃຕ້ ຂອງຈີນ ໄດ້ເປັນແຮງຜັກດັນໃຫ້ເກີດຄວາມເຄັ່ງຕຶງກັບບັນດາປະເທດເພື່ອນບ້ານຂອງພວກເຂົາ ທີ່ອາໄສຢູ່ໃນພູມິພາກແຫ່ງນີ້, ເຊິ່ງລວມທັງປະເທດອອສເຕຣເລຍ.

ມີສັນຍານວ່າ ຄວາມຄັດແຍ້ງທາງການທູດເປັນເວລາຫຼາຍປີ ລະຫວ່າງ ປັກກິ່ງ ແລະ ແຄນເບີຣາ ກໍາລັງຫຼຸດຜ່ອນລົງ ລຸນຫຼັງການປະຊຸມຂັ້ນສູງ ຂອງທັງສອງປະເທດໃນຊ່ວງບໍ່ເທົ່າໃດເດືອນທີ່ຜ່ານມາ, ແຕ່ກໍຍັງມີຄວາມບໍ່ແນ່ນອນຢູ່.

ໃນປີ 2022, ຈີນ ໄດ້ເຊັນຂໍ້ຕົກລົງທາງດ້ານຄວາມໝັ້ນຄົງກັບປະເທດໝູ່ເກາະໂຊໂລມອນ ທີ່ຕັ້ງຢູ່ໃນບໍລິເວນຈຸດຍຸດທະສາດ ໂດຍສ່ວນຫຼາຍແມ່ນເກາະ ເມລາເນຊຽນ (Melanesian), ເຊິ່ງເປັນໝູ່ເກາະຕ່ອງໂສ້ທີ່ຕັ້ງຢູ່ທາງທິດຕາເວັນ ອອກສຽງເໜືອ ຂອງປະເທດອອສເຕຣເລຍ.

ນາຍ​ພົນຊາວອາເມຣິກັນ ທີ່​ໄປຢ້ຽມຢາມ ໄດ້ເຕືອນສະຫະລັດ ແລະບັນດາປະ ເທດພັນທະມິດ ລວມທັງອອສເຕຣເລຍວ່າ ຈໍາເປັນຈະຕ້ອງໃຊ້ “ມາດຕະການທຸກຢ່າງທີ່ມີ” ເພື່ອຫຼີກລ້ຽງຄວາມຂັດແຍ້ງ ກ່ຽວກັບ ໄຕ້ຫວັນ.

ນາຍ​ພົນເດວິດ ເບີເກີ (David Berger) ຜູ້ບັນຊາການ​ທະ​ຫານ​ມາ​ຣີນ ໄດ້ຈັດການຫາລືກັບເຈົ້າໜ້າທີ່ທາງທະຫານຂັ້ນສູງ ຢູ່ໃນນະຄອນຫຼວງແຄນເບີຣາ.

ທ່ານເບີເກີກ່າວວ່າ ສະຫະລັດ ແລະບັນດາປະເທດພັນທະມິດ ຈໍາເປັນຕ້ອງປະຕິຮູບການດໍາເນີນງານໃໝ່ຢ່າງສະໝໍ່າສະເໝີ ເພື່ອຂັດຂວາງຈີນ. ທ່ານກ່າວຕື່ມວ່າ ຍຸດທະສາດຂອງວໍຊິງຕັນແມ່ນ “ໄດ້ຮັບການສະໜັບສະໜຸນ ໂດຍການຂັດຂວາງ...ເພື່ອປ້ອງກັນຄວາມຂັດແຍ້ງ.”

ອອສເຕຣເລຍ ເປັນພັນທະມິດທາງທະຫານກັບສະຫະລັດ ນັບກັບຄືນຫຼັງແຕ່ຊ່ວງຊຸມປີ 1950 ເປັນ​ຕົ້ນ​ມາ.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງອອສເຕຣເລຍ ທ່ານຣີ​ເຈີດ ມາເລັສ (Richard Marles) ແລະທ່ານນາງວອງ, ປັດຈຸບັນ ແມ່ນຢູ່ໃນຢູໂຣບ ເພື່ອສົນທະນາກັບບັນດາປະເທດພັນທະມິດສໍາຄັນ. ການໄປຢ້ຽມຢາມປະເທດຝຣັ່ງຢ່າງເປັນທາງການ, ໄດ້ມີການສົນທະນາຫາລືກັບລັດຖະມົນຕີຢູ່ໃນອັງກິດຫຼັງຈາກນັ້ນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG