ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອອສເຕຣເລຍ ເຕືອນວ່າ ກໍລະນີໂຣກສະໝອງເສື່ອມ ຈະສູງຂຶ້ນເປັນສອງເທົ່າ ພາຍໃນໄລຍະ 40 ປີຂ້າງໜ້າ


ຍານາງເດີຊີມາ ອາສຊີເສ ຜູ້ທີ່ມີພະຍາດອາລຊາຍເມີ (Alzheimer) ແລະທ່ານແຮຣີ ລອມປິງ ກຳລັງຍ່າງຢູ່ໃນບ້ານພັກສຳລັບຜູ້ເຖົ້າ Easton Home ໃນເມືອງອີສຕັນ ລັດເພັນຊີລເວເນຍ ຊຶ່ງເປັນບ້ານພັກທີ່ມີແພດປະຈຳ ແລະເປັນສະຖານທີ່ຊ່ອຍໃນການດຳລົງຊີວິດແກ່ຜູ້ສູງອາຍຸ. (AP)
ຍານາງເດີຊີມາ ອາສຊີເສ ຜູ້ທີ່ມີພະຍາດອາລຊາຍເມີ (Alzheimer) ແລະທ່ານແຮຣີ ລອມປິງ ກຳລັງຍ່າງຢູ່ໃນບ້ານພັກສຳລັບຜູ້ເຖົ້າ Easton Home ໃນເມືອງອີສຕັນ ລັດເພັນຊີລເວເນຍ ຊຶ່ງເປັນບ້ານພັກທີ່ມີແພດປະຈຳ ແລະເປັນສະຖານທີ່ຊ່ອຍໃນການດຳລົງຊີວິດແກ່ຜູ້ສູງອາຍຸ. (AP)

ພາຍໃນໄລຍະ 40 ປີ ຈະມີຊາວອອສເຕຣເລຍ ຫຼາຍກວ່າ 800 ພັນຄົນເປັນໂຣກສະໝອງເສື່ອມ ຄືຫຼາຍເຖິງສອງເທົ່າຂອງຜູ້ທີ່ດຳລົງຊີວິດຢູ່ໃນປັດຈຸບັນນີ້ ເວັ້ນເສຍແຕ່ວ່າ ຈະພົບການປິ່ນປົວ ທີ່ຫາຍຂາດໄດ້ ອີງຕາມລາຍງານສະບັບໃໝ່ ທີ່ສະໜັບສະໜຸນ ໂດຍລັດຖະບານອອສເຕຣເລຍ. ຟີລ ເມີເຊີ ລາຍງານມາຈາກນະຄອນຊິດນີ ໃຫ້ວີໂອເອ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະ ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໂຣກສະໝອງເສື່ອມ ເປັນສາເຫດອັນດັບສອງທີ່ເຮັດໃຫ້ຄົນເສຍຊີວິດ ຢູ່ໃນອອສເຕຣເລຍ.

ການສຶກສາໃໝ່ໂດຍສະຖາບັນສາທາລະນະສຸກແລະສະຫວັດດີການຂອງອອສເຕຣເລຍ ທີ່ເປັນອົງການຂອງລັດຖະບານໄດ້ພະຍາກອນວ່າ ພາຍໃນປີ 2058ຊາວອອສເຕຣເລຍ 1 ລ້ານ 1 ແສນຄົນ ຈະດຳລົງຊີວິດ ຢູ່ກັບໂຣກສະໝອງເສື່ອມ ເວັ້ນເສຍແຕ່ວ່າ ມີການຄົ້ນພົບວິທີຮັກສາປິ່ນປົວທີ່ສຳຄັນໃໝ່.

ໂຣກສະໝອງເຊື່ອມ ເປັນຄຳສັບທີ່ກວ້າງຂວາງສຳລັບອາການຕ່າງໆຈຳນວນນຶ່ງ ທີ່ເຮັດໃຫ້ການທຳງານຂອງສະໝອງເສື່ອມລົງ.

ໃນປີ 2019 ອອສເຕຣເລຍໄດ້ໃຊ້ຈ່າຍເງິນ 2 ພັນ 1 ຮ້ອຍລ້ານໂດລາ ໃສ່ໃນສະຖານທີ່ພັກອາໄສ ແລະດ້ານການບໍລິການຊຸມຊົນແລະການເບິ່ງແຍງພວກຄົນປ່ວຍທີ່ເປັນໂຣກຄວາມຈຳເຊື່ອມ ຊຶ່ງສອງສ່ວນສາມຂອງຄົນປ່ວຍເຫຼົ່ານັ້ນ ເປັນແມ່ຍິງ.

ການເປີດເຜີຍບົດການສຶກສາຄົ້ນຄວ້າ ຂອງສະຖາບັນສາທາລະນະສຸກ ແລະສະຫວັດດີການຂອງອອສເຕຣເລຍ ໄດ້ມີຂຶ້ນກົງກັບການປຸກລະດົມ ປູກຈິດສຳ ນຶກໃໝ່ໂດຍອົງການໂຣກສະໝອງເສື່ອມຂອງອອສເຕຣເລຍ ຊຶ່ງເປັນອົງການທີ່ບໍ່ຫວັງຜົນກຳໄລ.

ຫົວໜ້າບໍລິຫານອົງການດັ່ງກ່າວ ທ່ານນາງມາຣີ ແມັກເຂບ ກ່າວວ່າ ການອອກກຳລັງກາຍ ແລະການລົດອາຫານທີ່ສົມເຫດສົມຜົນ ສາມາດໃຫ້ການປົກປ້ອງຕໍ່ການເປັນໂຣກສະໝອງເສື່ອມບາງປະເພດໄດ້.

ທ່ານນາງແມັກເຂບ ອະທິບາຍວ່າ “ປະເພດຫຼັກ ແມ່ນພະຍາດອາລຊາຍເມີ້ (Alzheimer) ແຕ່ວ່າ ມັນມີຢູ່ປະມານ 100 ປະເພດທີ່ແຕກຕ່າງກັນໄປ ແລະ 60 ເປີເຊັນຂອງພວກຄົນທີ່ເປັນໂຣກສະໝອງເສື່ອມນັ້ນ ແມ່ນມີພະຍາດອາລຊາຍເມີ້. ແຕ່ມັນມີຫຼາຍປະເພດ ເຊັ່ນວ່າ ສະໝອງເສື່ອມສ່ວນໜ້າຂອງຫົວ ສະໝອງເສື່ອມດ້ວຍແຊລໃນຮ່າງກາຍ ສະໝອງເສື່ອມດ້ານເສັ້ນເລືອດ ເປັນຕົ້ນ. ພວກເຮົາສາມາດຫລຸດຜ່ອນຄວາມສ່ຽງຈາກການເປັນໂຣກສະໝອງເສື່ອມໄດ້ຢ່າງແນ່ນອນ ດ້ວຍການຮັບປະກັນວ່າ ພວກເຮົາກິນອາຫານທີ່ດີ ແລະອອກ ກຳລັງຮ່າງກາຍຂອງພວກເຮົາ ແລະສະໝອງຂອງພວກເຮົາ.”

ອົງການອະນາໄມໂລກ ຫຼື WHO ໄດ້ກ່າວວ່າ ໃນປັດຈຸບັນນີ້ ມີປະຊາຊົນຫຼາຍກວ່າ 55 ລ້ານຄົນ ເປັນໂຣກສະໝອງເສື່ອມ ທີ່ດຳລົງຊີວິດຢູ່ໃນທົ່ວໂລກ.

ເກືອບ 10 ລ້ານກໍລະນີໃໝ່ ໄດ້ຖືກກວດພົບວ່າເປັນໂຣກສະໝອງເສື່ອມໃນແຕ່ລະປີ. ປະມານນຶ່ງສ່ວນສີ່ ຂອງພວກຄົນທີ່ໄດ້ຖືກກວດພົບເປັນໂຣກດັ່ງກ່າວ ແມ່ນຢູ່ໃນຈີນ ຊຶ່ງເປັນປະເທດທີ່ມີປະຊາກອນໜາແໜ້ນທີ່ສຸດຂອງໂລກ.

ມີການກະປະມານວ່າ ປັດຈຸບັນນີ້ 10 ລ້ານຄົນ ຢູ່ໃນຈີນຕ້ອງທົນທຸກທໍລະມານຈາກໂຣກສະໝອງເສື່ອມນີ້. ໃນະຂະນະທີ່ປະຊາກອນຂອງປະເທດນີ້ ມີອາຍຸສູງຂຶ້ນ ຈຳນວນດັ່ງກ່າວນັ້ນ ຄາດຄະເນວ່າຈະເພີ້ມຂຶ້ນເປັນ 40 ລ້ານກໍລະນີ ພາຍໃນປີ 2050 ອີງຕາມການສຶກສາຄົ້ນຄວ້າ ໂດຍໂຮງຮຽນດ້ານສຸຂະອະນາໄມແລະການແພດໃນເຂດຮ້ອນຂອງລອນດອນ.

ການສຶກສາຄົ້ນຄວ້າດັ່ງກ່າວ ໄດ້ເຕືອນວ່າ ຄ່າໃຊ້ຈ່າຍດ້ານເສດຖະກິດໃນແຕ່ລະປີຂອງຈີນ ຍ້ອນໂຣກສະໝອງເສື່ອມ ອາດສູງເຖິງ 1 ພັນຕື້ໂດລາ ໃນຄ່າຮັກສາດ້ານການແພດ ແລະການສູນເສຍຜົນງານ ຂອງພວກຄົນ ຜູ້ທີ່ໃຫ້ການເບິ່ງແຍງ ຕ້ອງອອກຈາກວຽກງານຂອງພວກເຂົາ.

ບັນດາກຸ່ມໃຫ້ການສະໜັບສະໜຸນແກ່ຄົນເປັນໂຣກສະໝອງເສື່ອມ ເຕືອນທົ່ວໂລກວ່າ ທັງພວກຄົນປ່ວຍແລະຄົນໃຫ້ການເບິ່ງແຍງທັງຫຼາຍ ຈະປະເຊີນກັບການຈຳແນກ ເນື່ອງຈາກການຂາດຄວາມເຂົ້າໃຈກ່ຽວກັບພະຍາດດັ່ງກ່າວ ຊຶ່ງໃນປັດຈຸບັນນີ້ ບໍ່ມີການປິ່ນປົວທີ່ຫາຍຂາດໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG