ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຮຽກຮ້ອງໃຫ້ທະວີຄວາມພະຍາຍາມ ເພື່ອຊ່ອຍນັກວິຊາການ ທີ່ຖືກຂັງຄຸກ ໃນມຽນມາ


ໃນພາບນີ້ໄດ້ມາຈາກວີດີໂອ ສະແດງໃຫ້ເຫັນ ທ່ານ ຊອນ ເທີນແນລ ນັກເສດຖະສານ ຢູ່ທີ່ມະຫາວິທະຍາໄລ ແມັກຄົວຣີຂອງອອສເຕຣເລຍ, ກ່າວຖະແຫລງຕໍ່ຜູ້ຊົມ ທີ່ສະຖາບັນໂລວີ ໃນນະຄອນຊິດນີ, ອອສເຕຣເລຍ ເມື່ອວັນທີ 28 ພະຈິກ 2013.
ໃນພາບນີ້ໄດ້ມາຈາກວີດີໂອ ສະແດງໃຫ້ເຫັນ ທ່ານ ຊອນ ເທີນແນລ ນັກເສດຖະສານ ຢູ່ທີ່ມະຫາວິທະຍາໄລ ແມັກຄົວຣີຂອງອອສເຕຣເລຍ, ກ່າວຖະແຫລງຕໍ່ຜູ້ຊົມ ທີ່ສະຖາບັນໂລວີ ໃນນະຄອນຊິດນີ, ອອສເຕຣເລຍ ເມື່ອວັນທີ 28 ພະຈິກ 2013.

ອອສເຕຣເລຍ ກໍາລັງປະເຊີນກັບການຮຽກຮ້ອງອີກຄັ້ງນຶ່ງ ໃຫ້ອອກມາດຕະການລົງໂທດຊຸດໃໝ່ ຕໍ່ລັດຖະບານທະຫານຢູ່ໃນມຽນມາ ເພື່ອຊ່ອຍໃນການປ່ອຍໂຕນັກວິຊາການຈາກນະຄອນຊິດນີ. ທ່ານຊອນ ເທີນແນລ ທີ່ປຶກສາດ້ານເສດຖະກິດ ໃຫ້ແກ່ທ່ານນາງອອງ ຊານ ຊູ ຈີ ຜູ້ນຳທີ່ແທ້ຈິງຂອງປະເທດທີ່ໄດ້ຖືກຂັບໄລ່ອອກຈາກຕຳແໜ່ງນັ້ນ ຍັງຄົງຖືກຄຸມຂັງຢູ່ໃນຄຸກ ຫຼັງຈາກທີ່ໄດ້ຖືກຈັບກຸມເມື່ອຕົ້ນປີນີ້. ຟີລ ເມີເຊີ ລາຍງານຈາກນະຄອນຊິດນີ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ບັນດາເພື່ອນຮ່ວມງານແລະນັກວິຊາການນຳກັນ ຖືວ່າ ທ່ານຊອນ ເທີນແນລ ນັກວິຊາການຂອງອອສເຕຣເລຍ ເປັນເພື່ອນມິດທີ່ອຸທິດຕົນ ໃຫ້ແກ່ປະຊາຊົນຊາວມຽນມາ.

ທ່ານໄດ້ເຕີບໃຫຍ່ໃນຊົນຊັ້ນແຮງງານ ຢູ່ທີ່ເມືອງແມັກຄົວຣີ ຟີລສ໌ ຊຶ່ງຕັ້ງຢູ່ເຂດຊານເມືອງ ຂອງນະຄອນຊິດນີ. ວຽກທຳອິດຂອງທ່ານ ແມ່ນຢູ່ທະນາຄານ Reserve Bank of Australia ເມື່ອຕອນມີອາຍຸໄດ້ 19 ປີ. ທ່ານໄດ້ກ່າວວ່າ “ຄວາມຫຼົງໄຫລທີ່ຍິ່ງໃຫຍ່ຂອງທ່ານແມ່ນເງິນແລະການທະນາຄານ.” ໃນເວລາຕໍ່ມາທ່ານໄດ້ກາຍເປັນນັກວິຊາການຢູ່ມະຫາວິທະຍາໄລແມັກຄົວຣີ ທີ່ຊ່ຽວຊານໃນດ້ານການຄົ້ນຄວ້າກ່ຽວກັບເສດຖະກິດຂອງມຽນມາ.

ທ່ານເປັນອາຈານສອນວິຊາເສດຖະສາດແລະເປັນຜູ້ຂຽນປຶ້ນ Fiery Dragons ທີ່ໄດ້ຮັບການຍົກຍ້ອງຢ່າງສູງ ຊຶ່ງເປັນເລື້ອງລາວປະຫວັດສາດຂອງພາກສ່ວນດ້ານການເງິນໃນມຽນມາ. ທ່ານຍັງໄດ້ໃຫ້ຄຳປຶກສາແກ່ລັດຖະສະພາສະຫະລັດ ກ່ຽວກັບປະເທດມຽນມາ.

ທ່ານເທີນແນລ ໄດ້ໃຫ້ຄຳປຶກສາແກ່ອົງການສາກົນຫຼາຍແຫ່ງມາແລ້ວ. ຄວາມຊຳນານແລະການທຸ້ມເທຂອງທ່ານ ໄດ້ຮັບຄວາມສົນໃຈຂອງທ່ານນາງ ອອງຊານຊູຈີ ຜູ້ນຳຂອງພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຫຼື NLD . ທ່ານເທີນແນລ ໄດ້ຮັບໜ້າທີ່ເປັນທີ່ປຶກສາດ້ານເສດຖະກິດແກ່ທ່ານນາງ ຊູຈີ ມາຍາວນານ. ທັງສອງໄດ້ຖືກຈັບກຸມ ພາຍຫຼັງຈາກທີ່ທະຫານ ໄດ້ເຂົ້າຍຶດອຳ ນາດໃນເດືອນກຸມພາ ຢູ່ໃນມຽນມາ. ມີລາຍງານວ່າ ພວກເພິ່ນໄດ້ຖືກແຈ້ງຂໍ້ຫາວ່າ ລະເມີດກົດໝາຍຄວາມລັບທາງການຂອງປະເທດ.

ເມື່ອຕົ້ນປີນີ້ ບັນດານັກວິຊາການຫຼາຍຮ້ອຍຄົນ ໄດ້ລົງນາມໃນຄຳຮ້ອງສະບັບນຶ່ງ ຮຽກຮ້ອງໃຫ້ປ່ອຍໂຕທ່ານເທີນແນລ ທີ່ໄດ້ບັນລະຍາຍເຖິງທ່ານວ່າ ເປັນ “ມະນຸດທີ່ດີທີ່ສຸດ ທີ່ເຈົ້າເຄີຍພົບມາ.” ພັນລະຍາຂອງທ່ານ ຄືທ່ານນາງຮາ ວູ ກໍຍັງເປັນນັກວິຊາການ ຢູ່ມະຫາວິທະຍາໄລ ແມັກຄົວຣີ ນຳດ້ວຍ. ທ່ານນາງ ໄດ້ກ່າວວ່າ ທ່ານນາງຮູ້ສຶກ “ກັງວົນໃຈ” ກ່ຽວກັບການຄຸມຂັງຂອງທ່ານນັ້ນ. ຄອບຄົວຂອງທ່ານ ໄດ້ກ່າວວ່າ ທ່ານ “ຕົກຫລຸມຮັກ” ກັບມຽນມາ.

ການປາບປາມຂອງທະຫານຕໍ່ຂະບວນການເພື່ອປະຊາທິປະໄຕນັ້ນ ແມ່ນມີລາຍງານວ່າ ໄດ້ສັງຫານປະຊາຊົນຫຼາຍກວ່າ 800 ຄົນ. ປະຊາຊົນຈຳນວນຫຼາຍພັນຄົນໄດ້ຖືກຈັບກຸມ.

ອອສເຕຣເລຍ ໄດ້ຖືກຕ້ອງຕິສຳລັບການບໍ່ໄດ້ດຳເນີນການພຽງພໍ ເພື່ອໃຫ້ມີການປ່ອຍໂຕທ່ານເທີນແນລ.

ສະພາເພື່ອການພັດທະນາສາກົນຂອງອອສເຕຣເລຍ ທີ່ເປັນອົງການຈັດຕັ້ງຫຼັກສຳລັບອົງການຊ່ອຍເຫຼືອລະຫວ່າງປະເທດທັງຫຼາຍ ໄດ້ກ່າວວ່າ ໃນຂະນະທີ່ສະ ຫະລັດ ອັງກິດ ການາດາ ແລະສະຫະພາບຢູໂຣບ ໄດ້ວາງມາດຕະການລົງໂທດ ຕໍ່ບັນດາເຈົ້າໜ້າທີ່ທະຫານຜູ້ອະວຸໂສຂອງມຽນມາ ນັບຕັ້ງແຕ່ເດືອນກຸມພາ ເປັນຕົ້ນມາ ແຕ່ແຄນເບີຣາ ຍັງບໍ່ໄດ້ເຮັດຫຍັງເທື່ອ.

ທ່ານທິມ ຮາຣຄວດ ເພື່ອນຂອງທ່ານເທີແນລ ແລະເປັນນັກເສດຖະສາດ ຢູ່ມະຫາວິທະຍາໄລເທັກໂນໂລຈີໃນນະຄອນຊິດນີ ເຊື່ອວ່າ ທ່ານເທີນແນລ ໄດ້ຖືກປະຕິບັດຕໍ່ເປັນຢ່າງດີໃນຄຸກ.

ທ່ານຮາຣຄວດ ໄດ້ເວົ້າວ່າ “ຂ້າພະເຈົ້າເຂົ້າໃຈມັນ ທີ່ວ່າ ຊອນ ໄດ້ຮັບອະນຸຍາດໃຫ້ໂອ້ລົມກັບພັນລະຍາຂອງລາວ ແລະລາວກໍມີສຸຂະພາບແຂງແຮງ ແລະເຂົ້າກັນກັບຍາມໝົດທຸກຄົນ ແລະສິ່ງຕ່າງໆນັ້ນ. ແຕ່ແນ່ນອນສະຖານະການທາງດ້ານກົດໝາຍ ແມ່ນບໍ່ດີແທ້ໆເລີຍ.”

ຍັງບໍ່ທັນມີຄວາມເຫັນຈາກ ທ່ານນາງ ມາຣີສ ເພນນ໌ ລັດຖະມົນຕີການຕ່າງປະ ເທດຂອງອອສເຕຣເລຍ ເທື່ອ. ກ່ອນໜ້ານີ້ ທ່ານນາງ ໄດ້ຮຽກຮ້ອງໃຫ້ປ່ອຍໂຕ ທ່ານເທີນແນລ ໂດຍອະທິບາຍວ່າ ລາວເປັນຜູ້ທີ່ໄດ້ຮັບການຍົກຍ້ອງຢ່າງສູງໃນບັນດາສະມາຊິກຂອງປະຊາຄົມນັກວິຊາການໃນອອສເຕຣເລຍ.”

ມຽນມາ ທີ່ຮູ້ຈັກກັນໃນເມື່ອກ່ອນວ່າ ພະມ້າ ນັ້ນ ໄດ້ຖືກຄວບຄຸມໂດຍທະຫານລັດຖະບານທີ່ກົດຂີ່ຂູດຮີດປະຊາຊົນ ຈາກປີ 1962 ຫາ 2011.

ລັດຖະບານທີ່ ນຳພາໂດຍ ທ່ານນາງຊູຈີ ໄດ້ຂຶ້ນຄອງອຳນາດ ຢ່າງມີປະສິດທິຜົນ ຫຼັງຈາກການເລືອກຕັ້ງ ໃນປີ 2015.

ປະເທດມຽນມາມີປະຊາກອນປະມານ 57 ລ້ານຄົນ. ມັນມີຊາຍແດນຕິດກັບທະ ເລອັນດາມັນແລະອ່າວເບັງກາລ, ຕັ້ງຢູ່ລະຫວ່າງປະເທດໄທແລະບັງກລາແດັສ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG