ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ອະ​ນຸ​ຍາດ​ໃຫ້ ອົບ​ພະ​ຍົບ ທີ່​ປ່ວຍ ໄປ​ຮັກ​ສາ ຢູ່​ແຜ່ນ​ດິນ​ໃຫຍ່


ຊາວອົບພະຍົບຫວຽດນາມກຸ່ມນຶ່ງ ພວມ​ຖືກ​ສົ່ງໄປເກາະຄຣິ​ດມັສ
ຂອງອອສເຕຣເລຍ ໃນວັນທີ 14 ເມສາ ປີ 2013.
ຊາວອົບພະຍົບຫວຽດນາມກຸ່ມນຶ່ງ ພວມ​ຖືກ​ສົ່ງໄປເກາະຄຣິ​ດມັສ ຂອງອອສເຕຣເລຍ ໃນວັນທີ 14 ເມສາ ປີ 2013.

ໃນການລົງຄະແນນສຽງທີ່ເປັນຂີດໝາຍນັ້ນ ພວກສະມາຊິກສະພາອອສເຕຣເລຍ ໄດ້ພາກັນເຮັດໃຫ້ງ່າຍຂຶ້ນສຳລັບພວກອົບພະຍົບຜູ້ເຈັບປ່ວຍ ທີ່ຢູ່ນອກຝັ່ງໃຫ້ເຂົ້າໄປ
ປິ່ນປົວຢູ່ໃນປະເທດດັ່ງກ່າວ. ເທື່ອນີ້ເປັນເທື່ອທຳອິດໃນຮອບເກືອບ 80 ປີ ທີ່ລັດຖະ
ບານໄດ້ສູນເສຍຄະແນນໄປ ຢູ່ໃນສະພາຕໍ່າຂອງຕົນ. ຟຽລ ເມີເຊີ ສົ່ງລາຍງານເລື້ອງ
ນີ້ ມາຈາກນະຄອນຊິດນີ ຊຶ່ງ ສາລີ ຈະສະເໜີລາຍລະອຽດ ໃນອັນດັບຕໍ່ໄປ.

ພວກສະມາຊິກສະພາພັກອິດສະລະ ທີ່ເປັນພັກສີຂຽວອອສເຕຣເລຍ ກັບພັກແຮງງານ
ຝ່າຍຄ້ານ ໄດ້ຮ່ວມກັນສ້າງຄວາມອັບອາຍໃຫ້ແກ່ພັກປະສົມສຽງສ່ວນໜ້ອຍກາງອຽງ
ຂວາ ຂອງລັດຖະບານ. ຮ່າງກົດໝາຍດັ່ງກ່າວໄດ້ຜ່ານສະພາຕໍ່າ ໃນວັນອັງຄານຜ່ານ
ມາ ລື່ນກັນແຕ່ພຽງສຽງດຽວ ແລະໄດ້ຖືກຮັບຮອງເຫັນດີ ໃນສະພາສູງໃນວັນພຸດມື້ຕໍ່ມາ.

ກົດໝາຍດັ່ງກ່າວ ຈະອະນຸຍາດ ໃຫ້ພວກທ່ານໝໍ ໄດ້ມີຄວາມເຫັນຫຼາຍຂຶ້ນ ກ່ຽວກັບ
ພວກອົບພະຍົບທີ່ຢູ່ກາງທະເລ ໃຫ້ສາມາດເດີນທາງໄປອອສເຕຣເລຍໄດ້ ເພື່ອປິ່ນປົວ.
ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ ນະຄອນຫຼວງແຄນແບຣາ ໄດ້ກັກພວກຂໍລີ້ໄພທາງເຮືອ
ໄວ້ ໃຫ້ຢູ່ໃນສູນຕ່າງໆ ຢູ່ເທິງເກາະສາທາລະນະລັດນາອູຣູ ກັບເກາະມານັສ ໃນປາປົວ
ນູກີນີ ໃນມະຫາສະໝຸດປາຊີຟິກຕອນໃຕ້ ທັງໄດ້ເນັ້ນຢໍ້າວ່າ ພວກເຂົາເຈົ້າ ຈະບໍ່ໄດ້ມີ
ໂອກາດໄປຕັ້ງຖິ່ນຖານຢູ່ອອສເຕຣເລຍຈັກເທື່ອ. ພວກທ່ານໝໍທັງຫຼາຍກ່າວວ່າ ເລື້ອງ
ຢຸກຢາການປິ່ນປົວ ຢູ່ໃນເກາະດັ່ງກ່າວບໍ່ມີພຽງພໍ ສຳລັບພວກຂໍລີ້ໄພ ແລະພວກອົບພະ
ຍົບປະມານ 1,000 ຄົນນັ້ນ ທີ່ຍັງເຫຼືອຢູ່ຫັ້ນ.

ຝ່າຍລັດຖະບານ ໄດ້ໂຕ້ແຍ້ງວ່າ ກົດໝາຍໃໝ່ດ້ານການປິ່ນປົວ ສຳລັບພວຍົກຍ້າຍ ສົ່ງ
ເສີມໃຫ້ພວກຂໍລີ້ໄພ ພະຍາຍາມໄປໃຫ້ເຖິງອອສເຕຣເລຍທາງເຮືອ ແລະພວກເຂົາເຈົ້າ
ບາງຄົນກໍອາດຈະຕາຍ ກ່ອນຈະໄປຮອດໄປເຖິງ.

ທ່ານ Scott Morrison ໄດ້ກ່າວຫາພວກນັກການເມືອງຝ່າຍຄ້ານວ່າ ພາກັນສ້າງຄວາມ
ອ່ອນແອ ໃຫ້ແກ່ຄວາມປອດໄພຊາຍແດນ ໂດຍເວົ້າວ່າ “ພວກເຂົາເຈົ້າ ບໍ່ສາມາດຜ່ານ
ພ່າ ການທົດສອບຂອງພາລະທີ່ມີຕໍ່ປະຊາຊົນອອສເຕຣເລຍ ແລະພວກເຂົາເຈົ້າກໍພາ
ກັນເຮັດ ເພື່ອເປັນການຫຼອກຕົນເອງ ວ່າ ການເຮັດອັນນີ້ ແມ່ນເພື່ອມະນຸດສະທຳ. ຂ້າ
ພະເຈົ້າໄດ້ເຕືອນພວກເຂົາເຈົ້າວ່າ ມະນຸດສະທຳຂອງພວກເຂົາເຈົ້າ ເທື່ອແລ້ວນິ້ ໄດ້ນຳ
ໄປສູ່ການຕາຍຂອງພວກເດັກນ້ອຍ. ມັນໄດ້ນຳໄປສູ່ການທຳລາຍຢ່າງສິ້ນເຊິງ ຊາຍແດນ
ຂອງພວກເຮົາ ທັງໄດ້ລວບລວມເອົາຄືນໃໝ່ ຈາກກຳລັງປະສົມຂອງລັດຖະບານ ທ່ານ
ປະທານ. ປະຊາຊົນອອສເຕຣເລຍຈະພາກັນຈົດຈຳສິ່ງນັ້ນໄວ້ໃນທຸກມື້ນີ້ ທັງຮູ້ວ່າມັນຍັງ
ຢູ່ໃນຫົວຂອງພວກທ່ານ.”

ນອກຈາກນັ້ນແລ້ວ ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ ກອງທັບເຮືອຂອງອອສເຕຣເລຍ ກໍ
ໄດ້ຮັບຄຳສັ່ງ ໃຫ້ສົ່ງພວກກຳປັ່ນຂອງອົບພະຍົບກັບຄືນໄປ ອັນເປັນນະໂຍບາຍ ທີ່ພວກ
ຕ້ອງຕິກ່າວວ່າ ຜິດກົດໝາຍ ພາຍໃຕ້ກົດໝາຍສາກົນ. ທາງລັດຖະບານເວົ້າວ່າ ນະໂຍ
ບາຍອັນທີ່ບໍ່ປະນີປະນອມກັນນີ້ ໄດ້ຢຸດຢັ້ງການຫຼັ່ງໄຫຼເຂົ້າໄປຢ່າງບໍ່ສິ້ນສຸດຂອງພວກ
ເຂົ້າເມືອງທັງໄດ້ຊ່ອຍກອບກູ້ຊີວິດກາງທະເລວ້ຕັ້ງຫຼາຍ.

ພວກຕ້ອງຕິໄດ້ໂຕ້ຖຽງວ່າ ອອສເຕຣເລຍກຳລັງປິ່ນຫຼັງໃສ່ພວກຜູ້ຄົນທີ່ຕົກຢູ່ໃນຄວາມ
ລຳບາກທີ່ສຸດ ທີ່ກຳລັງຫຼົບໜີຈາກການປະຫັດປະຫານ.

ການຜ່ານຮ່າງກົດໝາຍດັ່ງກ່າວແມ່ນເປັນການເປີດຄືນ ບາດແຜເກົ່າ ແຫ່ງຄວາມແຕກ
ແຍກກັນ ໃນການອະພິປາຍບັນຫາກັນ ໃນອອສເຕຣເລຍ ກ່ຽວກັບພວກຂໍລີ້ໄພແລະ
ການເຂົ້າເມືອງ. ມັນເປັນຫົວຂໍ້ ທີ່ຈະໂດ່ງດັງ ນຳໄປສູ່ການເລືອກຕັ້ງຂອງລັດຖະບານ
ກາງ ໃນພາຍຂ້າງໜ້າ ທີ່ຄາດວ່າ ຈະມີຂຶ້ນໃນເດືອນພຶດສະພານີ້.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG