ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ປະກາດພາວະສຸກເສີນແຫ່ງຊາດ ຮັບ​ມື​ກັບ​ໄພນໍ້າຖ້ວມ ໃນເຂດພາກຕາ​ເວັນ​ອອກ​


ທ່ານເຄນ ບຮິກ ຢືນຢູ່ທີ່ກອງເຄື່ອງໃຊ້​ໃນເຮືອນໄດ້​ຮັບ​ຄວາມ​ເສຍ​ຫາຍຈາກນໍ້າຖ້ວມ ຢູ່ເມືອງລິສມໍ ​ປະ​ເທດອອສເຕຣເລຍ ວັນທີ 9 ມີນາ 2022.
ທ່ານເຄນ ບຮິກ ຢືນຢູ່ທີ່ກອງເຄື່ອງໃຊ້​ໃນເຮືອນໄດ້​ຮັບ​ຄວາມ​ເສຍ​ຫາຍຈາກນໍ້າຖ້ວມ ຢູ່ເມືອງລິສມໍ ​ປະ​ເທດອອສເຕຣເລຍ ວັນທີ 9 ມີນາ 2022.

ນາຍົກລັດຖະມົນຕີອອສເຕຣເລຍ ກ່າວວ່າ ທ່ານຈະປະກາດພາວະສຸກເສີນແຫ່ງ​ຊາດ ຫຼັງຈາກ​ໄດ້ເກີດນໍ້າຖ້ວມໃນ​ບໍ​ລິ​ເວນ​ສ່ວນ​ໃຫຍ່​ຂອງ​ເຂດຊາຍຝັ່ງທາງ​ດ້ານຕາເວັນອອກ ທີ່ໄດ້ເອົາຊີວິດຜູ້​ຄົນ​ໄປ​ແລ້ວ 22 ຄົນ ອີງ​ຕາມ​ລາຍ​ງານ​ຂອ​ງ​ອົງ​ການ​ຂ່າວ​ເອ​ພີ.

ທ່ານສະກັອດ ມໍຣິສັນ ໄດ້ປະກາດ ໃນວັນພຸດວານນີ້ ລະຫວ່າງການໄປຢ້ຽມ ຢາມເມືອງລິສມໍ (Lismore) ທີ່ໄດ້​ຖືກນໍ້າຖ້ວມ ແລະ ໄດ້ຮັບຄວາມເສຍຫາຍ ຢູ່ທາງພາກເໜືອຂອງລັດນິວຊາວເວລສ໌ (New South Wales) ບ່ອນ​ທີ່ 4ຄົນໄດ້ເສຍຊີວິດ ໃນອາທິດແລ້ວນີ້.

ການປະກາດພາວະສຸກເສີນແຫ່ງຊາດນີ້ ທ່ານມໍຣິສັນກ່າວຢູ່ໃນຖະແຫຼງການວ່າ ຈະ “ຄໍ້າປະກັນ​ວ່າ ອຳ​ນາດສຸກເສີນທີ່ພວກເຮົາມີໄວ້ທັງໝົດໃຫ້​ນຳ​ມາ​ໃຊ້ ແລະຕັດຜ່ານບັນຫາຂັດຂ້ອງ​ຕ່າງໆ ທີ່ພວກເຮົາອາດປະເຊີນໜ້າ ຢູ່ໃນການບໍລິການເພື່ອນຳສົ່ງ ແລະສະໜັບສະໜູນ​ທາງພາກພື້ນດິນ.”

ນີ້ເປັນການປະກາດ ເທື່ອທຳອິດ ນັບແຕ່ກົດໝາຍ​ດັ່ງ​ກ່າວ ໄດ້ຖືກ​ຮັບຜ່ານ ໃນເດືອນທັນວາປີ 2020 ​ເພື່ອ​ຮັບ​ມື​ກັບໄຟປ່າຮ້າຍ​ແຮງ ໃນລະຫວ່າງ​ລະ​ດູ​ຮ້ອນ​ຂອງຊີກໂລກທາງພາກໃຕ້ ກ່ອນ​ໜ້ານີ້.

Australia's prime minister on Wednesday said he would declare a national emergency following floods across large swathes of the east coast that have claimed 22 lives.

Prime Minister Scott Morrison made the announcement during a visit to flood-devastated Lismore in northern New South Wales state, where four people died last week.

The national emergency declaration, Morrison said in a statement, will "ensure all our emergency powers are available and that we cut through any red tape we might face in delivering services and support on the ground."It is the first such declaration since a law was passed in December 2020 in response to catastrophic wildfires during the previous Southern Hemisphere summer.

XS
SM
MD
LG