ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ອອສເຕຣເລຍ ແລະ ໄທ ເສີມຂະຫຍາຍ ການຮ່ວມມື ດ້ານຄວາມປອດໄພ


ຕຳຫຼວດລາດຕະເວນໜ່ວຍພິເສດຂອງ ອິນໂດເນເຊຍ ຢືນຍາມຢູ່ທີ່ ສະໜາມບິນ Ngurah Rai ໃນເມືອງ Denpasar ໃນເກາະຕາກອາກາດ Bali ຂອງ ອິນໂດເນເຊຍ. 15 ມັງກອນ, 2016, ໜຶ່ງມື້ຫຼັງຈາກເກີດເຫດລະເບີດແຕກທີ່ນະຄອນຫຼວງ ຈາກາຕ້າ.
ຕຳຫຼວດລາດຕະເວນໜ່ວຍພິເສດຂອງ ອິນໂດເນເຊຍ ຢືນຍາມຢູ່ທີ່ ສະໜາມບິນ Ngurah Rai ໃນເມືອງ Denpasar ໃນເກາະຕາກອາກາດ Bali ຂອງ ອິນໂດເນເຊຍ. 15 ມັງກອນ, 2016, ໜຶ່ງມື້ຫຼັງຈາກເກີດເຫດລະເບີດແຕກທີ່ນະຄອນຫຼວງ ຈາກາຕ້າ.

ປະເທດອອສເຕຣເລຍ ແລະໄທ ພວມເສີມຂະຫຍາຍການຮ່ວມມື ໃນການຕໍ່ຕ້ານພວກກໍ່ ການຮ້າຍ ທ່າມກາງທີ່ມີຄວາມຢ້ານກົວວ່າ ຈະມີການໂຈມຕີເພີ່ມຂຶ້ນຕື່ມຢູ່ໃນຂົງເຂດທີ່ພົວ ພັນກັບກຸ່ມລັດອິສ ລາມ ແລະ ພວກສະໜັບສະໜູນ. ດັ່ງທີ່ Ron Corben ນັກຂ່າວ ຂອງວີໂອເອ ລາຍງານມາຈາກບາງກອກ ຂໍ້ຕົກລົງດັ່ງກ່າວນີ້ມີຂຶ້ນ ໃນລະ ຫວ່າງການເດີນທາງ ໄປຢ້ຽມຢາມໄທ ຢ່າງເປັນທາງການ ໂດຍລັດຖະ ມົນຕີຍຸດຕິທຳ ອອສເຕຣເລຍ ແລະ ທ່າມກາງຄວາມ ເປັນຫ່ວງເປັນໃຍກ່ຽວກັບຄວາມສາມາດ ໃນການຮັກສາ ຄວາມ ປອດໄພ ຢູ່ໃນ ຂົງເຂດແລະການປະສານງານ ຮ່ວມມືກັນ. ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບ ຕໍ່ໄປ.


ການເຄື່ອນໄຫວໂດຍອອສເຕຣເລຍແລະໄທ ເພື່ອເສີມຂະຫຍາຍ ການຮ່ວມມືດ້ານຄວາມ ປອດໄພ ມີຂຶ້ນໃນລະຫວ່າງ ອັນທີ່ລັດຖະມົນຕີ ອອສເຕຣເລຍ ທ່ານ Michael Keenan ເອີ້ນວ່າ ສະພາບການດ້ານ ຄວາມປອດໄພ ທີ່ກຳລັງຊຸດໂຊມລົງ.

ໃນລະຫວ່າງການຢ້ຽມຢາມບາງກອກ ເພື່ອການເຈລະຈາຫາລືກັບບັນ ດາລັດຖະມົນຕີຂອງ ລັດຖະບານໄທນັ້ນ ທ່ານ Keenan ໄດ້ກ່າວວ່າ ການເພີ້ມການຮ່ວມມື ແມ່ນເປັນຜົນເນື່ອງ ມາຈາກການໂຈມຕີ ຢູ່ທີ່ນະ ຄອນຫຼວງຈາກາຕ້າ ຂອງອິນໂດເນເຊຍ ເມື່ອວັນທີ 14 ມັງກອນ ຜ່ານມາ.

ທ່ານ Keenan ເວົ້າວ່າ “ພວກເຮົາຮູ້ດີວ່າ ພວກເຮົາມີບັນຫາທ້າທາຍອັນໃຫຍ່ຫລວງ ຢູ່ໃນຂົງເຂດ. ອັນນີ້ ແມ່ນໄພອັນຕະລາຍອັນນຶ່ງ ທີ່ສະກົດຮອຍຕາມ ອິນໂດເນ ເຊຍ. ທີ່ແນ່ນອນທີ່ສຸດມັນກໍໄດ້ສະກົດຮອຍຕາມອອສເຕຣເລຍເຊັ່ນກັນ ຊຶ່ງມັນກໍ ເປັນບັນຫາໃຫ້ແກ່ຟີລິບປິນ ແລະ ບໍ່ມີປະເທດໃດ ຢູ່ໃນຂົງເຂດນີ້ທີ່ປອດໄພຈາກ ມັນ. ອັນນີ້ເປັນບັນຫາທ້າທາຍ ທີ່ພວກເຮົາທັງໝົດມີນຳກັນ ແລະ ເພາະສະນັ້ນ ແລ້ວ ການຮ່ວມມືກັນແມ່ນມີຄວາມສຳຄັນ ເປັນຢ່າງຍິ່ງ.”

ລັດຖະມົນຕີກະຊວງຍຸດຕິທຳຂອງ ອອສເຕຣເລຍ ທ່ານ Michael Keenan ໃຫ້ສຳພາກຕໍ່ນັກຂ່າວໜັງສືພິມ Reuters ໃນ ບາງກອກ ປະເທດ ໄທ. 23 ມັງກອນ 2016.
ລັດຖະມົນຕີກະຊວງຍຸດຕິທຳຂອງ ອອສເຕຣເລຍ ທ່ານ Michael Keenan ໃຫ້ສຳພາກຕໍ່ນັກຂ່າວໜັງສືພິມ Reuters ໃນ ບາງກອກ ປະເທດ ໄທ. 23 ມັງກອນ 2016.

ທ່ານ Keenan ກ່າວວ່າ ການເພີ້ມການຮ່ວມມືໃນດ້ານຄວາມ ປອດໄພ ຍັງຄົງຈະດຳເນີນຕໍ່ ໄປ ຕາບໃດທີ່ກຸ່ມລັດອິສລາມຍັງມີຢູ່ ແລະຫາທາງທີ່ຈະ “ສົ່ງຄວາມຢ້ານກົວເຫຼົ່ານີ້ອອກ ໄປທົ່ວ ຂົງເຂດລວມທັງອອສເຕຣເລຍ ນຳດ້ວຍ.”

ອອສເຕຣເລຍ ໄດ້ໃຊ້ຈ່າຍເງິນ ຫຼາຍກວ່າ 700 ລ້ານໂດລາ ແລ້ວ ເພື່ອປັບປຸງຄວາມປອດໄພ ຢູ່ໃນປະເທດຂອງຕົນ.

ທ່ານປະນິທານ ວັດຕະນະຍາກອນ ທີ່ປຶກສາຂອງຮອງນາຍົກລັດ ຖະມົນ ຕີໄທ ທ່ານ Prawit Wongsuwan ກ່າວວ່າ ໂຄງຮ່າງຂອງ ການຮ່ວມມືດ້ານຄວາມປອດໄພ ຂອງພາກພື້ນໄດ້ ເກີດຂຶ້ນມາຫຼັງ ຈາກ ການວາງລະເບີດຢູ່ທີ່ເກາະຕາກອາກາດບາຫລີ ຂອງອິນໂດ ເນເຊຍ ເມື່ອປີ 2002 ທີ່ເຮັດໃຫ້ມີຜູ້ເສຍຊີວິດ 200 ຄົນນັ້ນ.

ເຈົ້າໜ້າທີ່ຕຳຫຼວດຄົນໜຶ່ງ ຢືນຍາມສະຖານທີ່ລະນຶກເຖິງເຫດການລະເບີດແຕກ ບາຫຼີ​ 2002 ທີ່ເກາະບາຫຼີ ປະເທດອິນໂດເນເຊຍ. 15 ມັງກອນ 2016.
ເຈົ້າໜ້າທີ່ຕຳຫຼວດຄົນໜຶ່ງ ຢືນຍາມສະຖານທີ່ລະນຶກເຖິງເຫດການລະເບີດແຕກ ບາຫຼີ​ 2002 ທີ່ເກາະບາຫຼີ ປະເທດອິນໂດເນເຊຍ. 15 ມັງກອນ 2016.

ແຕ່ທ່ານ Panitan ກ່າວວ່າ ຂໍ້ຂາດຕົກບົກຜ່ອງຕ່າງໆນັ້ນ ໄດ້ເຮັດໃຫ້ຫລາຍໆປະເທດຢູ່ໃນຂົງ ເຂດມີຄວາມສ່ຽງຕໍ່ການໂຈມຕີ.

ທ່ານ Panitan ເວົ້າວ່າ “ອັນທີ່ຍັງຄົງເປັນບັນຫາຢູ່ ກໍແມ່ນຄວາມອາດສາມາດ, ການ ຈັດຕັ້ງປະຕິບັດ, ການບັງຄັບໃຊ້ຕົວຈິງຢູ່ໃນຫຼາຍໆດ້ານ. ທ່ານເຫັນໄດ້ຢ່າງຈະ ແຈ້ງ ເຖິງຄວາມໝັ້ນໝາຍ ແຕ່ຍັງຂາດແຄນດ້ານຄວາມອາດສາມາດ, ຂາດການ ປະສານງານ, ຂາດສະມັດຖະພາບ ຢູ່ໃນຫຼາຍໆດ້ານ ແລະ ສິ່ງຕ່າງໆເຫຼົ່ານີ້ອາດ ກໍ່ໃຫ້ເກີດຄວາມສ່ຽງຫຼືເຮັດ ໃຫ້ມີຄວາມສ່ຽງຕໍ່ການໂຈມຕີໂດຍກຸ່ມຫົວຮຸນແຮງ ຈັດຢູ່ໃນບາງປະເທດ ອັນນັ້ນແຫລະແມ່ນເປັນຄວາມກັງວົນ.”

ບັນດານັກວິເຄາະຢ້ານວ່າ ການໂຈມຕີໂດຍພວກຫົວຮຸນແຮງ ຈະມີທ່າແຮງເພີ້ມຂຶ້ນໃນປີ ຂ້າງໜ້ານີ້.

XS
SM
MD
LG