ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອ​ສ​ເຕ​ຣ​ເລຍ ຄົ້ນ​ຄ້​ວາ ​ການ​ເຊື່ອມ​ໂຍງ ​ລະ​ຫວ່າງ ອາ​ຫານ​ໄວ​ທັນ​ໃຈ ກັບພະ​ຍາດ​ຄວາມ​ຈຳ​ເຊື່ອມ


ແຮມເບີ​ເກີກ້ອນ​ນຶ່ງ ທີ່​ບໍ​ລິ​ການ​ຢູ່​ນະ​ຄອນ​ພຽງ​ຢາງ ເກົາ​ຫຼີ​ເໜືອ ວັນ​ທີ 12 ມິ​ຖຸ​ນາ 2018.
ແຮມເບີ​ເກີກ້ອນ​ນຶ່ງ ທີ່​ບໍ​ລິ​ການ​ຢູ່​ນະ​ຄອນ​ພຽງ​ຢາງ ເກົາ​ຫຼີ​ເໜືອ ວັນ​ທີ 12 ມິ​ຖຸ​ນາ 2018.

ການ​ຄົ້ນ​ຄວ້າ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ອ​ອ​ສ​ເຕ​ຣເລຍ (ANU) ກຳ​ລັງ​ເຕືອນ​ວ່າ ມີການ​
ເຊື່ອມ​ໂຍງກັນ ​ລະ​ຫວ່າງ​ແຄລໍຣີ ຫລືໜ່ວຍວັດແທກພະລັງງານທີ່ມີ ​ເພີ້ມ​ຢູ່​ໃນແຮມ​ເບີ
​ເກີ ອາຫານໄວທັນໃຈ ກັບ​ພະ​ຍາດ​ສະ​ໝອງ ຊຶ່ງຮວມ​ທັງ​ໂຣກຄວາມ​ຈຳ​ເຊື່ອມນຳ. ບັນ
​ດາ​ຜູ້​ຊ່​ຽວ​ຊານ​ກ່າວ​ວ່າ ພວກຜູ້ຄົນ​ພາ​ກັນ​ “ກິນເຂົ້າ​ໄປຢ່າງ ບໍ່ຄຳນຶງເຖິງສະ​ໝອງຂອງ
​ເຂົາ​ເຈົ້າ ອາຫານ​ດ່ວນ​ທີ່​ບໍ່​ດີ ແລະບໍ່​ອອກ​ກຳ​ລັງ​ກາຍ​ກາຍ​ຫລາຍພໍທໍ່ໃດ.” ນອກນັ້ນ
ການ​ຄົ້ນ​ຄວ້າ​ຂອງ ANU ຍັງ​ໄດ້ ​ເນັ້ນຢໍ້າການເຊື່ອມໂຍງ​ລະ​ຫວ່າງໂຣກ​ເບົ​າ​ຫວານ​
ຊະ​ນິດ​ທີ 2 ຊຶ່ງ​ມັກ​ຈະເກີດ​ມາ​ຈາກ​ຄວາມ​ອ້ວນ​ພີ ແລະສ​ະ​ພາບ​ສະ​ໝອງເຊື່ອ​ມບໍ່​ເຮັດ
​ວຽກຢ່າງວ່​ອງ​ໄວ. ຟຽລ ເມີ​ຣ​ເຊີ​ຣ ມີ​ລາຍງານ​ຈາກ​ນະ​ຄອນ​ຊິດ​ນີ ຊຶ່ງ​ກິ່ງສະ​ຫວັນ ຈະ​
ນຳ​ມາ​ສະ​ເໜີ​ທ່ານໃນອັນດັບຕໍ່ໄປ.

“ພໍ່​ຂ​ອ້ຍ​ເປັນ​ພະ​ຍາດ​ຄວາມ​ຈຳ​ເຊື່ອມ”

“ຂ້​ອຍເລີ້ມ​ຕົ້ນ​ເປັນ​ພະ​ຍາດຄວາມ​ຈຳ​ເຊື່ອມແລ້ວ”

“ຂ້ອຍ​ເລີ້ມເປັນໂຣກຄວາມ​ຈຳ​ເຊື່ອມແລ້ວ.”

ໂຣກຄວາມ​ຈຳ​ເຊື່ອມ​ເປັນ​ສາ​ເຫດ​ທີ່​ນຳ​ໜ້າ​ຂອງ​ຄວາມຕາຍ ​ໃນ​ໝູ່ພວກແມ່​ຍິງອອ​ສ
​ເຕ​ຣຍ​ເລຍ ໃນ​ຂະ​ນະ​ທີ່ມັນຕົກມາເປັນອັນດັບສອງສຳລັບ​ພວກ​ຜູ້​ຊາຍ​ ລອງລົງມາ
ຈາກ​ຫົວ​ໃຈ. ບັນ​ດາ​ນັກ​ຄົ້ນ​ຄວ້າ​ເຊື່ອ​ວ່າ ມີ​ການເຊື່ອມ​ໂຍງ​ຢ່າງຈະ​ແຈ້ງ​ ລະ​ຫວ່າງ
ການ​ເຊື່ອມ​ລົງ​ຂອງສະ​ໝອງ​ ກັບອາ​ຫານ​ທີ່ບໍ່ມີປະໂຫຍດຕໍ່ສຸ​ຂະ​ພາບແລະການ
​ຂາດການ ​ອອກ​ກຳ​ລັງ​ກາຍ.

ໄດ້​ມີ​ການ​ເຕືອນ​ວ່າ ​ການປຸງແຕ່ງອາຫານໄວທັນໃຈຢ່າງ​ຫຼວງ​ຫຼາຍ​ທີ່​ມີ​ລາ​ຄາ​ຖືກ​ຢູ່​
ທົ່ວ​ໄປ ແລະ​ເຕັມ​ໄປ​ດ້ວຍ ແຄລໍຣີ ​ ນ້ຳ​ຕານ ແລະ​ໄຂ​ມັນ​ຈະ​ນຳ​ໄປ​ສູ່​ອັນ​ຕະ​ລາຍ​
ຢ່າງຮ້າຍແຮງ.

ການ​ຄົ້ນ​ຄວ້າ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ອອ​ສ​ເຕ​ຣເລຍ ກ່າວ​ວ່າ ​ຄວາມ​ເສຍ​
ຫາຍ​ຂອງສະ​ໝອງ ເກືອບວ່າ​ເປັນ​ທີ່​ແນ່ນອ​ນ​ທີ່ຈະຕ່າວປີ້ນ​ບໍ່​ໄດ້ ເວ​ລາ​ໃດ​ຄົນ​ເຮົາຕົກ
ເຖິງ​ອາ​ຍຸ​ໄວກາງຄົນ.

ສາ​ສ​ດາ​ຈ​ານ​ນິ​ໂກ​ລັ​ສ ເຊີ​ຣ​ບິນ ກ່າວ​ວ່າ​ການ​ເລືອກ​ທາງແຫ່ງຊິ​ວິດ​ຄວາມ​ເປັນ​ຢູ່​ແມ່ນ
ເປັນ​ເລື້ອງ​ສຳ​ຄັນແທ້ໆ ຊຶ່ງທ່ານກ່າວວ່າ:

ການ​ກິນ​ອາ​ຫານ​ທີ​ມີ​ຄຸນ​ນະ​ພາບ​ຕ່ຳ​ກວ່າ ຈະນຳ​ໄປ​ສູ່​ການ​ກໍ່ໃຫ້ເກີດໂຣກ​ອ້ວນ​ພີ່. ມັນຈະປະ​ກອບ​ດ້ວຍ​ການ​ຂາດ​ກິດ​ຈະ​ກໍາອອ​ກກຳ​ລັງ​ກາຍ ມັນຈະ​ນຳ​ໄປ​ສູ່​ລະ​ດັບ​
ຄວາມຮ້ອນ​ຮົນ​ຢູ່​ໃນ​ຮ່າງ​ການ​ຂອງ​ເຮົາ ຊຶ່ງຈະເປັນ​ສິ່ງ​ທີ່​ດີ ​ເວ​ລາ​ມີຄວາມອຸກອັ່ງ
ຮ້ອນຮົນ ແຕ່​ວ່າ ຖ້າມັນ​ຢູ່ຫັ້ນ​ເລີຍ ມັນ​ກໍຈະເປັນ​ອັນ​ຕະ​ລາຍ. ມັນ​ຈະ​ຂ້າ​ເສັ້ນ​ປະ
ສາດ ທີ່​ເປັນ​ຜົນ​ກະ​ທົບ​ຕໍ່​ການ​ເຮັດ​ວຽກຂອງສະ​ໝອງພວກເຮົາ ແລ້ວ​ຈະນຳ​ໄປ​
ສູ່​ການ​ສ່ຽງ​ທີ່​ໃຫຍ່ກວ່າ ໄປຫາ​ການເກີດ​ຄວາມ​ຈຳ​ເຊື່ອມ​ທີ່ຈະ​ມີ​ຕໍ່​ມາ​ພາຍຫລັງ
ໃນ​ຊີ​ວິດ.”

ການ​ຄົ້ນ​ຄວ້າ​ກ່າວ​ວ່າ​ປະ​ມານ​ສາມ​ສ່ວນຂອງບັນ​ດາ​ຜູ້​ໃຫຍ່​ຂອງ​ໂລກ ຈະອ້ວນ​ພີ​ຫຼື​
ຕູ້ຍເກີນ​ໄປ ຊຶ່ງການ​ແນະ​ນຳ​ກໍ​ຄື​ໃຫ້​ກິນ​ດີ ແລະ​ອອກ​ກຳ​ລັງ​ກາຍ​ແຕ່​ເວ​ລາ​ຍັງເຍົາ​ໄວ.

ມີ​ການຄຳນວນ​ວ່າ ໂຣກ​ຄວາມ​ຈຳ​ເຊື່ອມ ​ມີຜົນ​ກະ​ທົບ​ຕໍ່ເກືອບ 50 ລ້ານ​ຄົນ​ຢູ່​ທົ່ວ​
ໂລກ ແລະສ້າງ​ຄວ​າມ​ເສຍ​ຫາຍດ້ວຍອາ​ການສະ​ໝອງເຊື່ອມ​ຢູ່​ທົ່ວ​ໂລກ​ ຮວມ​ທັງ​
ພະ​ຍາດ​ຫຼົງ​ລືມເປັນເງິນ ຫຼາຍ ກວ່າ 800 ພັນ​ລ້ານ​ໂດ​ລາ.

ປັດ​ຈຸ​ບັນ​ນີ້ ​ບໍ່​ມີ​ກາ​ນ​ຮັກ​ສາ​ປ້ອ​ງ​ກັນ ຫຼື​ປິ່ນ​ປົວໄດ້ ສຳລັບເກືອບ​ທຸກ​ຮູບ​ແບບ​ຂອງ
ໂຣກ​ຄວາມ​ຈຳ​ເຊື່ອມ.

ເຖິງ​ຢ່າງ​ໃດ​ກໍ​ດີ ກໍມີຢາ​ຈຳ​ນວນ​ນຶ່ງ ທີ່ຖືກພົບ​ເຫັນວ່າ​ ໄດ້​ຫລຸດ​ຜ່ອນ​ອາ​ການ​ເຫລົ່າ
ນີ້ ບາງຈຳ​ນວນ​.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG