ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປ່ຽນແປງທາງສະພາບອາກາດ ແລະໜີ້ສິນ ຄືບັນຫາອັນສໍາຄັນ ຂອງລັດຖະບານໃໝ່ ອອສເຕຣເລຍ


ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ (Anthony Albanese), ຢືນຢູ່ທາງກາງແຖວໜ້າ, ຖ່າຍຮູບຮ່ວມກັບກຸ່ມແມ່ຍິງ ລວມທັງແມ່ຍິງທັງ 13 ຄົນທີ່ຢູ່ໃນຄະນະລັດຖະມົນຕີຂອງລັດຖະບານ ຫຼັງຈາກພິທີສາບານຕົນ ຢູ່ທີ່ທໍານຽບລັດຖະບານ ໃນນະຄອນຫຼວງແຄນເບີຣາ, ເມື່ອວັນທີ 1 ມິຖຸນາ 2022.
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ (Anthony Albanese), ຢືນຢູ່ທາງກາງແຖວໜ້າ, ຖ່າຍຮູບຮ່ວມກັບກຸ່ມແມ່ຍິງ ລວມທັງແມ່ຍິງທັງ 13 ຄົນທີ່ຢູ່ໃນຄະນະລັດຖະມົນຕີຂອງລັດຖະບານ ຫຼັງຈາກພິທີສາບານຕົນ ຢູ່ທີ່ທໍານຽບລັດຖະບານ ໃນນະຄອນຫຼວງແຄນເບີຣາ, ເມື່ອວັນທີ 1 ມິຖຸນາ 2022.

ການປ່ຽນແປງທາງສະພາບອາກາດ ແລະການປ່ຽນແປງທາງລະບົບເສດ ຖະກິດ ກໍາລັງກາຍມາເປັນຄວາມທ້າທາຍອັນສໍາຄັນຂອງລັດຖະບານໃໝ່ທີ່ເປັນ ກາງອຽງຊ້າຍ ຂອງອອສເຕຣເລຍ. ເປັນເວລາເກືອບສອງອາທິດແລ້ວ ລຸນຫຼັງການ ເລືອກຕັ້ງເມື່ອວັນທີ 21 ພຶດສະພາທີ່ຜ່ານມາ, ປັດຈຸບັນ ພັກແຮງງານໄດ້ຊະນະບ່ອນນັ່ງພຽງ​ພໍໃນສະພາ ເພື່ອສ້າງຕັ້ງລັດຖະບານທີ່ມີສຽງສ່ວນຫຼາຍ ລຸນຫຼັງການນັບບັດຄະແນນສຽງເລືອກຕັ້ງ ທີ່​ສົ່ງທາງໄປສະນີ. ນອກນັ້ນ ພັກແຮງງານຍັງມີຈໍານວນແມ່ຍິງຢູ່ໃນຄະນະລັດຖະມົນຕີຫຼາຍເປັນປະຫວັດການ. ຟີລ ເມີເຊີ (Phil Mercer) ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

“ທ່ານແອນໂທນີ ອາລບານີສ, ນາຍົກລັດຖະມົນຕີຂອງອອສເຕຣເລຍ...”

ການຕ້ອນຮັບວີລະບຸລຸດຢູ່ໃນນະຄອນຫຼວງແຄນເບີຣາຂອງອອສເຕຣເລຍ ສໍາລັບ ທ່ານແອນໂທນີ ອາລບານີສ ເຊິ່ງໄດ້ແຕ່ງຕັ້ງລັດຖະມົນຕີແມ່ຍິງ ທີ່ມີຈໍານວນຫຼາຍເປັນປະຫວັດການ ຢູ່ໃນຄະນະລັດຖະ​ບານຂອງທ່ານ, ເຊິ່ງ ທ່ານ ອາລບານີສ ກ່າວວ່າ:

“ນີ້ແມ່ນຄະນະຜູ້ແທນ ທີ່ມາໄກກວ່າລັດຖະບານພັກອື່ນໆທີ່ຈະມາເຖິງໄດ້ຢູ່ໃນປະຫວັດສາດຂອງພວກເຮົາ, ພວກເຮົາກໍາລັງສ້າງຄວາມກ້າວໜ້າ.”

ມີຈໍານວນລັດຖະມົນຕີທີ່ເປັນແມ່ຍິງເຖິງ 10 ຄົນ ໃນຄະນະລັດຖະມົນຕີ 23 ຄົນ. ບັນດານັກວິເຄາະເຊື່ອວ່າ ການແຕ່ງຕັ້ງດັ່ງກ່າວ ແມ່ນເພື່ອ​ປັບ​ປຸງຊ່ອງຫວ່າງໃນຄວາມ​ບໍ່​ເທົ່າທຽມທາງເພດ ໃນສັງຄົມທີ່ມີ​ປະ​ເພ​ນີການເມືອງດັ້ງເດີມຂອງອອສເຕຣເລຍ ເຊິ່ງເຄີຍມີແຕ່ຜູ້ຊາຍ​ຄອບ​ງຳ.

ທ່ານນາງອານິກາ ເວລສ໌ (Anika Wells), ດໍາລົງຕໍາແໜ່ງເປັນລັດຖະມົນຕີດ້ານການກິລາ ແລະເບິ່ງແຍງຜູ້ສູງອາຍຸ ກ່າວວ່າ ທ່ານນາງພ້ອມແລ້ວສໍາລັບຄວາມຮັບຜິດຊອບຂອງທ່ານນາງ ໃນຕໍ່ໜ້າ, ເຊິ່ງທ່ານນາງ ເວລສ໌ ກ່າວວ່າ:

“ຂ້າພະເຈົ້າມີຄວາມຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຮັບມອບໝາຍໜ້າທີ່ໃນການປະຕິຮູບວຽກງານຂອງຄະນະລັດຖະບານພັກແຮງງານ ທ່ານ ອາລບານີສ, ແລະຂ້າພະເຈົ້າກໍພ້ອມແລ້ວ ທີ່ຈະເລີ້ມຕົ້ນປະຕິບັດງານຕໍ່ໄປ.”

ແຮງກົດດັນຕ່າງໆຈາກຄ່າຄອງຊີບ ໄດ້ສ້າງຄວາມກັງວົນຢ່າງຫຼວງຫຼາຍ ອັນໄດ້ເຮັດໃຫ້ຜູ້ທີ່ມີສິດລົງຄະແນນສຽງ ຕ່າງກໍພາກັນໄປປ່ອນບັດເລືອກຕັ້ງໃນມື້ວັນທີ 21 ພຶດສະພາ ທີ່ຜ່ານມາ. ການລະບາດໃຫຍ່ຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ປະເທດອອສເຕຣເລຍ ມີໜີ້ສິນຂອງລັດຖະບານສູງເປັນປະຫວັດການລຸນຫຼັງທີ່ມີການຈ້າງງານຕ່າງໆ ແລະການໃຫ້ເງິນສະໜັບສະໜຸນໃນຊ່ວງການລະບາດໃຫຍ່ ເປັນຈໍານວນຫຼວງຫຼາຍ.

ທ່ານສຈວດຕ໌ ແຈັກສັນ (Stewart Jackson), ຜູ້ບັນຍາຍອາວຸໂສກ່ຽວກັບການປົກຄອງຂອງລັດຖະບານ ແລະຄວາມສໍາພັນລະຫວ່າງປະເທດແຫ່ງມະ ຫາວິທະຍາໄລຊິດນີ.

ທ່ານກ່າວວ່າ ການຈັດການກ່ຽວກັບລະບົບເສດຖະກິດ ຈະເປັນເປົ້າໝາຍຫຼັກພາຍໃນປະເທດທີ່ລັດຖະບານຈະຕ້ອງໄດ້ເອົາໃຈໃສ່, ເຊິ່ງທ່ານໄດ້ກ່າວວ່າ:

“ຄວາມກັງວົນທີ່ໃຫຍ່ທີ່ສຸດພາຍໃນປະເທດ ທີ່ລັດຖະບານພັກແຮງງານກໍາລັງປະເຊີນຢູ່ນີ້ ແມ່ນເລື້ອງຂອງງົບປະມານ, ແລະແນ່ນອນ ປະເທດອອສເຕຣເລຍປະເຊີນກັບສະຖານະການທາງດ້ານເສດຖະກິດທີ່ກໍາລັງຄ່ອຍໆຫຼຸດລົງດ້ວຍໂຕຂອງພວກເຂົາເຈົ້າເອງ.”

ອອສເຕຣເລຍ ໄດ້ພະຍາຍາມຕອບໂຕ້ຄວາມທະເຍີທະຍານທາງການທູດທີ່ກໍາລັງຂະຫຍາຍໂຕ ຢູ່ທາງພາກໃຕ້ຂົງເຂດມະຫາສະໝຸດປາຊີຟິກຂອງຈີນ, ເຊິ່ງເມື່ອໄວໆມານີ້ ປັກກິ່ງ ໄດ້ລົງນາມຂໍ້ຕົກລົງທາງດ້ານຄວາມໝັ້ນຄົງກັບປະເທດໝູ່ເກາະໂຊໂລມອນ, ແຕ່ພົບກັບຄວາມລົ້ມແຫຼວ ໃນການຊັກຊວນຈູງໃຈໃຫ້ປະ ເທດໝູ່ເກາະອື່ນໆ ເຂົ້າຮ່ວມຂໍ້ຕົກລົງໃນຂອບ​ເຂດ​ທີ່ກວ້າງ​ຂວາງ​ຂອງພູມິພາກແຫ່ງນີ້.

ອອສເຕຣເລຍ, ໃນອາທິດນີ້ ໄດ້ສົ່ງລັດຖະມົນຕີກະຊວງການຕ່າງປະເທດຂອງພວກເຂົາເຈົ້າ ທ່ານນາງເພັນນີ ວ່ອງ ໄປປະເທດໝູ່ເກາະຊາມົວ ແລະທັອງກາ.

ທ່ານແຈັກສັນ ເຊື່ອວ່າ ຄໍາໝັ້ນສັນຍາຂອງລັດຖະບານແຄນເບີຣາກ່ຽວກັບການປ່ຽນແປງທາງສະພາບອາກາດ ແມ່ນຄວາມທ້າທາຍອັນສໍາຄັນອີກອັນນຶ່ງ ຂອງລັດຖະບານພັກແຮງງານ, ເຊິ່ງຈະໄດ້ຮັບການຍອມຮັບທີ່ດີ ລະຫວ່າງພູມິພາກດັ່ງກ່າວ, ເຊິ່ງທ່ານໄດ້ກ່າວວ່າ:

“ແນ່ນອນວ່າ ການປ່ຽນແປງທາງສະພາບອາກາດໃນທຸກມື້ນີ້ ແມ່ນບັນຫາຂອງທຸກໆປະເທດຢູ່ໃນຂົງເຂດມະຫາສະໝຸດປາຊີຟິກ. ດັ່ງນັ້ນ, ການດໍາເນີນງານກ່ຽວກັບການປ່ຽນແປງທາງສະພາບອາກາດຂອງອອສເຕຣເລຍ ຈະເປັນຜົນດີ ຕໍ່ປະເທດຕ່າງໆຢູ່ທາງທິດໃຕ້ມະຫາສະໝຸດປາຊີຟິກແຫ່ງນີ້ຢ່າງແທ້ຈິງ, ແລະແນ່ນອນ ຄວາມສໍາພັນທີ່ຂັດແຍ້ງກັນກັບປະເທດເພື່ອນບ້ານຕ່າງໆທີ່ຢູ່ໃກ້ກັບ ອອສເຕຣເລຍ ກໍຈະຄ່ອຍໆຫຼຸດລົງ. ການປາກົດໂຕຂອງຈີນ ແມ່ນມີຂຶ້ນ ຕະ ຫຼອດເວລາ, ແຕ່ຂ້າພະເຈົ້າເຊື່ອວ່າ ພັກແຮງງານຂອງອອສເຕຣເລຍ ຫຼື ALP (Australia Labor Party) ຈະດໍາເນີນການທາງການທູດ ຫຼາຍກວ່າການ ສະແດງອໍານາດທາງອາວຸດ ເພື່ອປັບປຸງຄວາມສໍາພັນຕ່າງໆເຫຼົ່ານັ້ນ.”

ອອສເຕຣເລຍ ມີນາຍົກລັດຖະມົນຕີທີ່ເປັນແມ່ຍິງພຽງຄົນດຽວ. ແຕ່ສະພາໃໝ່ນີ້ ແມ່ນມີຈໍານວນສະມາຊິກ ທີ່ມີຄວາມຫຼາກຫຼາຍດ້ານຊົນເຜົ່າພື້ນເມືອງ ຢູ່ໃນສະ ພາ ພ້ອມດ້ວຍສະມາຊິກຄົນອື່ນໆ ທີ່ມີມໍລະດົກວັດທະນະທໍາທາງເອເຊຍ.

ແລະ ດ້ວຍຈໍານວນສຽງສ່ວນຫຼາຍຢູ່ໃນສະພາ, ວາລະການປະຊຸມກ່ຽວກັບນະ ໂຍບາຍໃໝ່ ຂອງພັກແຮງງານ ຈະ​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດທີ່ງ່າຍ​ຂຶ້ນ​.

ກະລຸນາອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG