ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ອອສເຕຣເລຍ ເລີກລົ້ມແຜນການ ອອກກົດໝາຍ ຈໍາກັດການປ່ອຍອາຍພິດ ເຮືອນແກ້ວ


 ທ່ານ ມາລຄອມ ເທີນບູລ (Malcolm Turnbull) ນາຍົກລັດຖະມົນຕີ ຂອງ ອອສເຕຣເລຍ
ທ່ານ ມາລຄອມ ເທີນບູລ (Malcolm Turnbull) ນາຍົກລັດຖະມົນຕີ ຂອງ ອອສເຕຣເລຍ

ທ່ານ ມາລຄອມ ເທີນບູລ (Malcolm Turnbull) ນາຍົກລັດຖະມົນຕີຂອງ ອອສ
ເຕຣເລຍ ລອດພົ້ນຈາກການທ້າທາຍທາງດ້ານການນໍາພາ ໂດຍຄູ່ແຂ່ງ ຂອງທ່ານ
ຢູ່ພາຍໃນພັກເສລີນິຍົມ ຫລື Liberal Party ທີ່ເປັນພັກອະນຸລັກນິຍົມ ຂອງທ່ານເອງ.

ທ່ານ ເທີນບູລ ຮຽກຮ້ອງໃຫ້ມີການລົງຄະແນນສຽງເລືອກເອົາຜູ້ນໍາພາ ໃນວັນອັງຄານ
ມື້ນີ້, 1 ມື້ ພາຍຫລັງທີ່ທ່ານໄດ້ເລີກລົ້ມແຜນການທີ່ຈະຮັບຮອງເອົາຂໍ້ ຈໍາກັດ ກ່ຽວກັບ
ເປົ້າໝາຍ ການປ່ອຍແກັສເຮືອນແກ້ວຂອງປະເທດ ຫລັງຈາກ ມີການຄັດຄ້ານໂດຍ
ພວກອະນຸລັກນິຍົມຢ່າງໜັກໃນພັກຂອງທ່ານ.


ທ່ານນາຍົກລັດຖະມົນຕີ ຖືກທ້າທາຍໂດຍທ່ານພີເຕີ ດັດທັນ, ລັດຖະມົນຕີກະຊວງ
ພາຍໃນຂອງປະເທດດັ່ງກ່າວ ທີ່ຫາກໍ່ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະໃຫ້ການສະໜັບ
ສະໜຸນແກ່ທ່ານຢ່າງເຕັມສ່ວນ ໃນວັນຈັນວານນີ້ ອີກດ້ວຍ. ສະມາຊິກສະພາຈາກ
ພັກເສລີນິຍົມແລະຜູ້ຄວບຄຸມການລົງຄະແນນສຽງຂອງພັກດັ່ງກ່າວ, ທ່ານໂນລາ
ມາຣິໂນ (Nola Marino) ກ່າວວ່າ ທ່ານເທີນບູລ ຊະນະທ່ານ ດັດທັນໂດຍໄດ້ຮັບ
ຄະແນນ 48 ຕໍ່ 35. ທ່ານດັດທັນໄດ້ລົງຈາກຕໍາແໜ່ງລັດຖະມົນຕີຂອງທ່ານ ຫລັງ
ຈາກມີການປ່ອນບັດລົງຄະແນນສຽງແລ້ວ ແລະໄດ້ກັບຄືນໄປສູ່ການເປັນສະມາຊິກ
ທໍາມະດາຂອງພັກ ແຕ່ກໍຄາດຫວັງວ່າ ຈະທໍາການແຂ່ງກັບທ່ານເທີນບູລອີກ ໃນ
ການນໍາພາພັກຂອງທ່ານຢ່າງວ່ອງໄວ ໃນວັນພະ ຫັດຈະມາເຖິງນີ້.

ການທ້າທາຍແຂ່ງຂັນໃນການນໍາພາຂອງພັກດັ່ງກ່າວ ມີຂຶ້ນຍ້ອນວ່າ ມີການສໍາ
ຫລວດຄວາມເຫັນທີ່ສະແດງໃຫ້ເຫັນວ່າ ພັກເສລີນິຍົມ ລາກຫລັງພັກແຮງງານ ຫລື
Labor Party ຫລາຍ ກ່ອນໜ້າການເລືອກຕັ້ງລັດຖະສະພາທີ່ຈະຈັດຂຶ້ນໃນເດືອນ
ພຶດສະພາໜ້ານີ້.

ຄວາມຫຍຸ້ງຍາກພາຍໃນພັກ Liberal Party ແມ່ນບົດຕອນຫລ້າສຸດຂອງໄລຍະ
ຄວາມບໍ່ໝັ້ນຄົງທາງການເມືອງຢ່າງຜິດປົກກະຕິ ໃນອອສເຕຣເລຍນັບແຕ່ ອະດີດ
ນາຍົກລັດຖະມົນຕີ ຈອນ ຮາວເວີດ (John Howard) ລົງຈາກຕໍາແໜ່ງໃນປີ
2007 ພາຍຫລັງທີ່ໄດ້ປົກຄອງປະເທດເປັນເວລາ 11 ປີຕິດຕໍ່ກັນ. ປະເທດດັ່ງກ່າວ
ນັບແຕ່ນັ້ນມາແມ່ນມີນາຍົກລັດຖະມົນຕີ 6 ຄົນ ແລ້ວ ຍ້ອນການຂັດແຍ້ງກັນຢູ່ພາຍ
ໃນພັກ ໃນຂະນະທີ່ມີການປ່ຽນອໍານາດກັນ ລະຫວ່າງ ພັກເສລີນິຍົມ ແລະພັກແຮງ
ງານ ລວມທັງໃນຊ່ວງຂັ້ນຕອນ ການກໍາອໍານາດໂດຍທ່ານເຄວິນ ຣາດ (Kevin
Rudd) ສອງຄັ້ງ.

ການຄັດຄ້ານຂອງພວກອະນຸລັກນິຍົມ ຕໍ່ແຜນການຂອງທ່ານເທີນບູລ ໃນການຮັກສາ
ຄໍາໝັ້ນສັນຍາຂອງອອສເຕຣເລຍທີ່ຈະຫລຸດຜ່ອນການປ່ອຍແກັສຄາບອນ 26 ເປີ
ເຊັນ ໃນປີ 2030 ນັ້ນ ແມ່ນນໍາພາໂດຍທ່ານ ໂທນີ ແອັບບອດ (Tony Abbott) ອະດີດ
ນາຍົກລັດຖະມົນຕີ ທີ່ເສຍໄຊໃຫ້ແກ່ທ່ານເທີນບູລ ຢູ່ໃນການແຂ່ງຂັນລົງຄະແນນສຽງ
ພາຍໃນພັກ ໃນປີ 2015.

Australian Prime Minister Malcolm Turnbull has abandoned plans to enshrine the nation's targeted limits of greenhouse gas emissions into law in the face of an angry revolt by his party's staunch conservatives.

Australia set a target to cut carbon emissions by 26 percent below 2005 by the year 2030, as part of the 2015 United Nations Framework Convention on Climate Change, commonly known as the Paris Agreement.

Turnbull sought to include the targets in the government's National Energy Guarantee, but he conceded Monday that he could not get the legislation through the House of Representatives, where his Liberal Party holds a fragile one-seat majority. The conservative opposition, led by former Prime Minister Tony Abbott, argue that the government should be focused on cutting soaring electricity prices.

The internal revolt has led to speculation that Home Affairs Minister Peter Dutton will challenge Turnbull for leadership of the Liberal Party, which both men have denied. It also comes amid a new voter survey showing the government trailing the opposition Labor Party 55 percent to 45 percent. The next national elections are scheduled to be held next May.

XS
SM
MD
LG