ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ວາງແຜນທີ່ຈະເພີ້ມການນໍາໃຊ້ລົດໄຟຟ້າ ໂດຍສ້າງສະຖານີສາກໝໍ້ໄຟໃໝ່ ຢູ່​ຕາມ​ບ້ານ​ເຮືອນ 50,000 ແຫ່ງ


ນາຍົກລົດຖະມົນຕີອອສເຕຣເລຍ ທ່ານສະກັອທ ມໍຣິສັນ ກ່າວລະຫວ່າງການຖະແຫລງຂ່າວ ທີ່ຫໍສະພາໃນນະຄອນແຄນເບີຣາ, ວັນທີ 17 ສິງຫາ, ປີ 2021.
ນາຍົກລົດຖະມົນຕີອອສເຕຣເລຍ ທ່ານສະກັອທ ມໍຣິສັນ ກ່າວລະຫວ່າງການຖະແຫລງຂ່າວ ທີ່ຫໍສະພາໃນນະຄອນແຄນເບີຣາ, ວັນທີ 17 ສິງຫາ, ປີ 2021.

ອຸດສາຫະກໍາລົດໄຟຟ້າຂອງອອສເຕຣເລຍ ໄດ້ຕ້ອງຕິນະໂຍບາຍໃໝ່ຂອງລັດຖະບານໃນການສ້າງສະຖານີສາກລົດໄຟຟ້າຫລາຍພັນແຫ່ງວ່າ “ໜ້ອຍເກີນໄປ, ຊ້າເກີນໄປ.” ລັດຖະບານອອສເຕຣເລຍໄດ້ໃຫ້ຄໍາໝັ້ນສັນ​ຍາ ໃນວັນອັງຄານ​ທີ່ຜ່ານ​ມາ​ ໃນ​ວົງ​ເງິນ 132 ລ້ານໂດລາເພື່ອເລັ່ງສ້າງສະຖານີ​ຕື່ມເຊື້ອໄຟ​ໄຮ​ໂດ​ຣ​ເຈັນແລະສະຖານີສາກ​ໝໍ້ໄຟຂອງລົດ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ສະພາລົດໄຟຟ້າກ່າວວ່າ ລັດຖະບານອອສເຕຣເລຍມີແຜນການທີ່ຈະສ້າງສະຖານີສາກ​ໝໍ້ໄຟ ແລະສະຖານີຕື່ມເຊື້ອໄຟ​ໄຮ​ໂດ​ຣ​ເຈັນ ​ສຳ​ລັບ​ລົດ​ຮຸ້ນ​ໃໝ່ ໂດຍບໍ່ລວມເງິນອຸດໜຸນ, ສິດຜົນປະໂຫຍດທາງພາສີຫລືມາດຕະຖານເຊື້ອໄຟຂັ້ນ ຕໍ່າ, ແລະເຮັດໃຫ້ອອສເຕຣເລຍ ເປັນປະເທດຫລ້າຫລັງທີ່ສຸດໃນໂລກ.

ການຂົນສົ່ງແມ່ນກວມເອົາ 1 ​ສ່ວນ 5 ຂອງການປ່ອຍມົນລະຜິດໃນອອສເຕຣເລຍ. ນາຍົກລັດຖະມົນຕີສະກັອທ ມໍຣິສັນ ກ່າວວ່າ ລົດໄຟຟ້າ ແລະລົດ​ທີ່​ໃຊ້ພະລັງງານໄຮໂດຣເຈັນ ເປັນກະແຈສໍາຄັນໃນຄວາມພະຍາຍາມທີ່ຈະຫລຸດການປ່ອຍທາດ​ຄາບອນ ໃນລະບົບເສດຖະກິດ. ໂດຍມີແຜນທີ່ຈະສ້າງສະຖານີສາກ​ໝໍ້ໄຟຢູ່​ຕາມ​ບ້ານ​ເຮືອນ​ຕື່ມ ຈໍານວນ 50,000 ແຫ່ງ ແລະເພີ້ມຈໍານວນລົດໄຟຟ້າຢ່າງໄວວາ ຂອງລັດຖະບານ.

ທ່ານມໍຣິສັນ ກ່າວວ່າ ມັນເປັນຍຸດທະສາດທີ່ສໍາຄັນ, ໂດຍທ່ານໄດ້ກ່າວວ່າ:

“ແຜນການຂອງພວກເຮົາ, ເຊິ່ງເປັນພາກສ່ວນສໍາຄັນອີກອັນນຶ່ງຂອງແຜນການລະດັບຊາດໂດຍລວມ ເພື່ອບັນລຸການປ່ອຍມົນລະພິດລົງມາເປັນສູນໃນປີ 2050 ນີ້ ແມ່ນນຶ່ງໃນອົງປະກອບທີ່ສໍາຄັນ, ອັນເປັນເຊື້ອໄຟໃນອະນາຄົດ ແລະການນໍາໃຊ້ລົດໄຟຟ້າ ທີ່ຂັບຂີ່ໂດຍປະຊາຊົນອອສເຕຣເລຍ.”

ລັດຖະບານ ມີການຄາດຄະ​ເນວ່າ ລົດໄຟຟ້າ ແລະລົດປະຢັດນໍ້າມັນທັງຫລາຍຈະປະ​ກອບເປັນ 1 ສ່ວນສາມຂອງຍອດຂາຍລົດໃໝ່ ແລະລົດກະ​ບະຂະໜາດນ້ອຍປະຈໍາປີ ພາຍໃນປີ 2030. ຍອດຂາຍໄດ້ບັນລຸສະຖິຕິສູງສຸດ ທີ່ 8,688 ຄັນ ໃນເຄິ່ງປີທໍາອິດຂອງ​ປີນີ້, ແຕ່ຄິດເປັນສັດສ່ວນປະມານ​ພຽງ 1.5 ເປີເຊັນຂອງຍອດຂາຍທັງໝົດ.

ລະຫວ່າງປີ 2019 ໃນການ​ໂຄ​ສະ​ນາຫາສຽງເລືອກຕັ້ງ, ທ່ານມໍຣິສັນ ໄດ້ກ່າວເຍາະເຍີ້ຍໃສ່ລົດໄຟຟ້າທັງຫລາຍ ໂດຍເນັ້ນໜັກວ່າພວກເຂົາເຈົ້າຈະ “ສິ້ນສຸດທ້າຍອາທິດ” ຍ້ອນວ່າ ພວກເຂົາເຈົ້າຈະລາກແກ່ມັອກລົດ ຫລືເຮືອເພື່ອໄປຕັ້ງແຄມປ໌ ບໍ່ໄດ້.

ຈຸດຢືນຂອງທ່ານໄດ້ປ່ຽນແປງ ເນື່ອງຈາກແຮງກົດດັນທາງສະພາບແວດລ້ອມທີ່ເພີ້ມຂຶ້ນຕໍ່ລັດຖະບານຢູ່ໃນທົ່ວໂລກ.

ແຕ່ນັກວິຈານກ່າວວ່າ ຍຸດທະສາດຂອງອອສເຕຣເລຍຍັງຂາດຄວາມທະເຍີທະ ຍານ ແລະບໍ່ໄດ້ດໍາເນີນການໃດໆເພື່ອປັບປຸງຄວາມສາມາດໃນການຈ່າຍສໍາລັບລົດໄຟຟ້າ, ເຊິ່ງມີລາຄາແພງກວ່າລົດ ທີ່ໃຊ້ນໍ້າມັນແອັດຊັງ ຫລື ກາຊວນ. ທ່ານມໍຣິສັນ ຢືນຢັນວ່າຄ່າໃຊ້ຈ່າຍນັ້ນຈະຫລຸດລົງມາ ເມື່ອເທັກໂນໂລຈີຫາກປັບປຸງ ດີຂຶ້ນ.

ຫົວໜ້າພັກແຮງງານຊຶ່ງ​ເປັນຝ່າຍຄ້ານ ທ່ານແອນໂທນີ ອາລບານີສ ກ່າວວ່າບັນດາປະເທດຕ່າງໆກໍາລັງປະ ອອສເຕຣເລຍໄວ້ຂ້າງຫລັງ. ເຊິ່ງທ່ານໄດ້ກ່າວວ່າ:

“ມີການປ່ຽນແປງຄັ້ງໃຫຍ່ໃນທົ່ວໂລກ ໄປສູ່ລົດໄຟຟ້າ. ການນໍາໃຊ້ລົດໄຟຟ້າຢູ່ອອສເຕຣເລຍໃນປີທີ່ຜ່ານມາ ແມ່ນຕໍ່າກວ່າ 2 ເປີເຊັນ. ໃນປະເທດ ນໍເວ ແມ່ນ 70 ເປີເຊັນ, ໃນສະຫະຣາຊະອານາຈັກອັງກິດ​ແມ່ນ 15 ເປີເຊັນ ແລະກໍາລັງເພີ້ມຂຶ້ນ. ພວກເຮົານໍາຫລັງໝູ່ຫລາຍ.”

ອອສເຕຣເລຍມີການປ່ອຍມົນລະ​ພິດສູງກວ່າໝູ່ໃນໂລກຕໍ່ຫົວຄົນ ແລະມີການສົ່ງ ອອກເຊື້ອ​ໄຟ ​ທີ່​ມາ​ຈາກຊາກພືດແລະຊາກສັດດຶກດໍາບັນ ຂະໜາດໃຫຍ່. ເຖິງແມ່ນຈະໃຫ້ຄໍາໝັ້ນທີ່ຈະບັນລຸການປ່ອຍທາດຄາ​ບອນບອນລົງມາເປັນສູນ ໃນປີ 2050 ກໍ່ຕາມ, ລັດຖະບານຂອງ ທ່ານມໍຣິ​ສັນ ກ່າວວ່າ ບັນດາອຸດສາຫະກໍາຖ່ານຫິນ ແລະແກສຕ່າງໆຈະບໍ່ມີການຍຸຕິລົງ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG