ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອອສເຕຣເລຍ ແລະ ນິວ ຊີແລນ ເປັນຫ່ວງ ກ່ຽວກັບ ການເຮັດຂໍ້ຕົກລົງ ຂອງ ຈີນ ກັບ ໝູ່ເກາະ ໂຊໂລມອນ


ນາຍົກລັດຖະມົນຕີໝູ່ເກາະ ໂຊໂລມອນ ທ່ານ ມານາສເຊ ໂຊກາແວ, ຊ້າຍ, ແລະ ນາຍົກລັດຖະມົນຕີ ຈີນ ທ່ານ ຫຼີ ເຄີຈຽງ ເຂົ້າຮ່ວມພິທີເຊັນສັນຍາຢູ່ຫ້ອງການລັດຖະບານ ຈີນ. 9 ຕຸລາ, 2019.
ນາຍົກລັດຖະມົນຕີໝູ່ເກາະ ໂຊໂລມອນ ທ່ານ ມານາສເຊ ໂຊກາແວ, ຊ້າຍ, ແລະ ນາຍົກລັດຖະມົນຕີ ຈີນ ທ່ານ ຫຼີ ເຄີຈຽງ ເຂົ້າຮ່ວມພິທີເຊັນສັນຍາຢູ່ຫ້ອງການລັດຖະບານ ຈີນ. 9 ຕຸລາ, 2019.

ນາຍົກລັດຖະມົນຕີ ອອສເຕຣເລຍ ແລະ ນິວ ຊີແລນ ໃນວັນຈັນວານນີ້ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ຄວາມເປັນໄປໄດ້ສຳລັບການມີໜ້າຂອງກອງທັບ ຈີນ ໃນໝູ່ເກາະ ໂຊໂລມອນ.

ເອກະສານສະບັບນຶ່ງທີ່ຖືກຮົ່ວໄຫຼອອກມາ ເມື່ອອາທິດແລ້ວນີ້ ໄດ້ລະບຸວ່າ ຈີນ ອາດຈະຂະຫຍາຍການມີໜ້າທາງທະຫານຂອງເຂົາເຈົ້າໃນປະເທດເກາະທີ່ຕັ້ງຢູ່ພາກໃຕ້ຂອງມະຫາສະໝຸດປາຊີຟິກດັ່ງກ່າວ, ລວມທັງ ການສົ່ງກຳປັ່ນລົບ​ໄປຢ້ຽມຢາມ.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ ໄດ້ກ່າວວ່າ ທ່ານໄດ້ລົມກັບນາຍົກລັດຖະມົນຕີ ນິວ ຊີແລນ ທ່ານນາງ ຈາຊິນດາ ອາເດີນ ໃນທ້າຍອາທິດທີ່ຜ່ານມາ ກ່ຽວກັບ ຄວາມຄືບໜ້າ ແລະ ແຜນການທີ່ຈະລົມກັບຄູ່ຮ່ວມຕຳແໜ່ງຂອງທ່ານໃນປະເທດ ປາປົວ ນິວກີເນຍ ແລະ ຟີຈີ ໃນຕອນແລງວັນຈັນວານນີ້.

ທ່ານ ມໍຣິສສັນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ລາຍງານທີ່ພວກເຮົາໄດ້ເຫັນບໍ່ໄດ້ສ້າງຄວາມປະຫຼາດໃຈຕໍ່ພວກເຮົາ ແລະ ເປັນການເຕືອນ ກ່ຽວກັບ ຄວາມກົດດັນຢ່າງຕໍ່ເນື່ອງ ແລະ ໄພຂົ່ມຂູ່ທີ່ປາກົດຢູ່ໃນພາກພື້ນຂອງພວກເຮົາຕໍ່ຄວາມປອດໄພແຫ່ງຊາດຂອງພວກເຮົາເອງ.”

ທ່ານໄດ້ກ່າວຕື່ມວ່າ “ນີ້ແມ່ນບັນຫາທີ່ໜ້າເປັນຫ່ວງສຳລັບພາກພື້ນ, ແຕ່ມັນບໍ່ໄດ້ເກີດຂຶ້ນຢ່າງໜ້າປະຫຼາດໃຈ. ພວກເຮົາໄດ້ຮູ້ ກ່ຽວກັບ ການກົດດັນທີ່ວ່ານີ້ມາດົນນານແລ້ວ.”

ທ່ານນາງ ອາເດີນ ໄດ້ອະທິບາຍຄວາມເປັນໄປໄດ້ຂອງກອງກຳລັງທະຫານ ຈີນ ປະຈຳການຢູ່ເກາະ ໂຊໂລມອນ ນັ້ນ​ວ່າ “ໜ້າເປັນຫ່ວງຢ່າງຍິ່ງ.”

ທ່ານນາງໄດ້ກ່າວຕື່ມວ່າ “ພວກເຮົາພິຈາລະນາການກະທຳນັ້ນ​ແມ່ນຄວາມເປັນໄປໄດ້ທີ່ຈະສ້າງອິດທິພົນທາງທະຫານໃນພາກພື້ນ. ພວກເຮົາເຫັນເຫດຜົນພຽງເລັກນ້ອຍ ໃນແງ່ຂອງການຮັກສາຄວາມປອດໄພໃນມະຫາສະໝຸດປາຊີຟິກ ສຳ ລັບຄວາມຕ້ອງການເຊັ່ນນັ້ນ ແລະ ການມີໜ້າເຊັ່ນນັ້ນ.”

ທ່ານນາງ ອາເດີນ ໄດ້ຮຽກຮ້ອງພວກຜູ້ນຳໝູ່ເກາະ ໂຊໂລມອນ “ບໍ່ໃຫ້ເບິ່ງກາຍຄອບຄົວມະຫາສະໝຸດປາຊີຟິກຂອງພວກເຮົາເອງ” ເວລາທີ່ພິຈາລະນາ ກ່ຽວກັບ ສາຍພົວພັນດ້ານຄວາມປອດໄພ ຂອງປະເທດດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG