ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊາວ​ອອສ​ເຕຣ​ເລຍ ຫຼາຍຮ້ອຍ​ຄົນ ສະຫຼອງ ລະດູໜາວ ໂດຍລອຍນ້ຳເປືອຍກາຍ


Australia Naked Swim
please wait
Embed

No media source currently available

0:00 0:00:45 0:00

ຊົມວີດີໂອ ລາຍງານນີ້ (ຂໍເຕືອນລ່ວງໜ້າ ມີພາບເປືອຍກາຍ ໃນບາງສ່ວນ)

ຊາວ​ອອສ​ເຕຣ​ເລຍ ຫຼາຍຮ້ອຍ​ຄົນ ​ໄດ້​ສະຫລອງຊ່ວງ​ເວລາ
​ທີ່​ດວງ​ອາທິດ​ ຢູ່​ຫ່າງຈາກ​ເສັ້ນ​ສູນ​ສູດຫຼາຍທີ່​ສຸດ ໃນຊີກ​ໂລກ​ໃຕ້
ຂອງລະດູ​ໜາວ ​ໂດຍ​ພາກັນເປືອຍ​ໂຕ ແລ້ວກໍໂດດ​ລົງ​ໃນ​ແມ່​ນ້ຳ
Derwent ທີ່​ໜາວ​ຈັດ ໃນ​ວັນ​ຈັນ​ວານ​ນີ້.

ທິມນັກ​ລອຍນ້ຳຢ່າງ​ນ້ອຍ 700 ຄົນ ​ເຂົ້າຮ່ວມ​ໃນ​ການ​ລອຍ​ນ້ຳ​
ເປືອຍ​ດັ່ງກ່າວ ​ເພື່ອ​ເປັນ​ຂີດ​ໝາຍ ຊ່ວງ​ເວລາ​ທີ່​ດວງ​ອາທິດ​ຢູ່​ຫ່າງຈາກ ​ເສັ້ນ​ສູນ​ສູດຫຼາຍ
ທີ່​ສຸດ ໃນຊີກ​ໂລກ​ໃຕ້ ຂອງລະດູ​ໜາວ ຢູ່​ໃກ້ໆ​ກັບນະຄອນ ຫຼວງ Hobart ຂອງ​ລັດ
Tasmania.

ອຸນຫະພູມ​ຂອງ​ອາກາດ ​ແມ່ນ 1 ອົງສາ Celsius ​ໃນ​ຂະນະ​ທີ່ ດວງ​ອາທິດ ກຳລັງ​ຂຶ້ນຢູ່ນັ້ນ ​ແຕ່​ມັນ​ກໍ​ບໍ່​ໄດ້​ເຮັດ​ໃຫ້ ພວກ​ນັກ​ລອຍນ້ຳຮູບ​ຮ່າງ​ຈ່ອຍ ທີ່ໃສ່​ໝວກ​ສີ​ແດງເຫຼົ່ານັ້ນ ທໍ້ຖອຍເລີຍ​ ຜູ້​ທີ່​ໄດ້​ກ່າວ​ຕໍ່​ອົງການ​ຂ່າວ AP ວ່າ ອຸນຫະພູມ​ 11 ອົງສາ Celsius ຂອງນ້ຳນັ້ນ ​ແມ່ນ​ເປັນການຊ່ວຍ​ບັນ​ເທົາ ​ທີ່​ໜ້າຍິນ​ດີ​ສຳ​ຫລັບ​ພວກ​ເຂົາ​ເຈົ້າ.

ການ​ລອຍນ້ຳ ​ແມ່ນ​ພິທີ​ສຸດ​ທ້າຍໃນການສະຫລອງງານບຸນ ແລະ ສິນລະປະຂອງ​ຂົງ​ເຂດ
ຫຼື Dark MOFO ຊຶ່ງ​ຫຍໍ້​ມາ​ຈາ​ກຄຳ​ວ່າ Museum of Old and New Art: Festival of Music and Art ເຊິ່ງ​ເປັນເທດ ສະການລະດູ​ໜາວ​ປະຈຳ​ປີ.

ຊ່ວງ​ເວລາ​ທີ່​ດວງ​ອາທິດ​ຢູ່​ຫ່າງຈາກ​ເສັ້ນ​ສູນ​ສູດຫຼາຍທີ່​ສຸດ ​ໃນຊີກ​ໂລກ​ໃຕ້ ​ຂອງລະດູໜາວ ​ແມ່ນ​ເຫດການທາງ​ໂຫລາ​ສາດ ທີ່ເປັນຂີດ​ໝາຍ ຂອງວັນ​ທີ່​ສັ້ນ​ທີ່​ສຸດ ​ແລະ ຄ່ຳ​ຄືນ​ທີ່​ຍາວ​ທີ່​ສຸດ​ຂອງ​ປີ.

ຊຶ່ງ​ມັນ​ກົກ​ກັບ ຊ່ວງ​ເວລາ​ທີ່​ດວງ​ອາທິດ​ຢູ່​ຫ່າງຈາກ​ ເສັ້ນ​ສູນ​ສູດຫຼາຍທີ່​ສຸດໃນ​ຊີກ​ໂລກ​ເໜືອ ຂອງລະດູ​ຮ້ອນ.

Hundreds of Australians observed the southern Hemisphere's winter solstice by jumping naked into the frigid Derwent River.

At least 700 swimmers took part in the nude swim to mark the Southern Hemisphere's winter solstice near Hobart, the Tasmanian state capital.

The air temperature was one degree Celsius as the sun came up in but that didn't put off the red capped skinny dippers, of whom told the Associated Press news agency that the 11 degree water temperature was a welcome relief.

The swim is the final event of the regional Dark MOFO (abbreviation of Museum of Old and New Art: Festival of Music and Art) annual winter festival.

The winter solstice is an astrological event marking the shortest day and the longest night of the year.

It coincides with the northern hemisphere's summer solstice.

XS
SM
MD
LG