ອອສເຕຣເລຍ ໄດ້ທຳການລົງໂທດຮອບໃໝ່ຕໍ່ຣັດເຊຍ ຍ້ອນມົສກູກ່າວ
ອ້າງວ່າ ຕົນໄດ້ປະກາດຮວມເອົາ 4 ເຂດ ຂອງຢູເຄຣນ ມາເປັນສ່ວນນຶ່ງຂອງດິນແດນຕົນ. ມີການວາງຂໍ້ຈໍາກັດຕ່າງໆດ້ານການເດີນທາງ ແລະການລົງໂທດທາງດ້ານການເງິນ ໃສ່ກຸ່ມແບ່ງແຍກດິນແດນ ແລະບັນດາເຈົ້າໜ້າທີ່ອາວຸໂສ ສະໜັບສະໜູນຈາກຣັດເຊ. ພວກນັກປຸກລະດົມ ພາກັນຮຽກຮ້ອງໃຫ້ອອສເຕຣເລຍ ສະໜອງອາວຸດເພີ້ມເຕີມໃຫ້ແກ່ຢູເຄຣນ. ຟີລ ເມີເຊີ ມີລາຍງານກ່ຽວກັບເລື້ອງນີ້ ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ການລົງໂທດຕ່າງໆໃນຮອບໃໝ່ໂດຍປະເທດອອສເຕຣເລຍ ແມ່ນແນເປົ້າໝາຍໃສ່ລັດຖະມົນຕີ ແລະເຈົ້າໜ້າທີ່ແບ່ງແຍກດິນແດນຂອງຢູເຄຣນ 28 ຄົນເຊິ່ງໄດ້ຮັບການແຕ່ງຕັ້ງໂດຍຣັດເຊຍ. ລັດຖະບານໃນນະຄອນຫຼວງແຄນເບີຣາ ກ່າວວ່າ ພວກເຂົາກໍາລັງພະຍາຍາມເຮັດໃຫ້ການດໍາເນີນງານຕ່າງໆຂອງຣັດເຊຍຢູ່ໃນຢູເຄຣນ ຖືກຕ້ອງຕາມກົດໝາຍຜ່ານການລົງປະຊາມະຕິແບບ “ຫຼອກລວງ”ແລະບິດເບືອນຂໍ້ມູນຄວາມຈິງ.
ໃນວັນສຸກທີ່ຜ່ານມາ, ປະທານາທິບໍດີຂອງຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ປະກາດວ່າ ຂົງເຂດທັງ 4 ແຫ່ງຂອງຢູເຄຣນ ລວມທັງເຂດດອນເນດສ໌ແລະ ລູຮານສ໌ ຈະກາຍມາເປັນດິນແດນຂອງ ຣັດເຊຍ.
ອອສເຕຣເລຍ ໄດ້ເຂົ້າຮ່ວມຕໍາໜິຕິຕຽນ ກັບບັນດາປະເທດຕ່າງໆຢູ່ໃນທົ່ວໂລກ ກ່ຽວກັບການຜະນວກເອົາດິນແດນດັ່ງກ່າວ ຂອງຢູເຄຣນ. ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານຣີຊາດ ມາເລສ (Richard Marles) ບອກກັບນັກຂ່າວໃນວັນອາທິດທີ່ຜ່ານມາວ່າ ພວກເຂົາເຮັດຜິດກົດໝາຍ, ເຊິ່ງທ່ານໄດ້ກ່າວວ່າ:
“ການຮຸກຮານທີ່ບໍ່ມີເຫດຜົນຂອງ ຣັດເຊຍ ຕໍ່ປະເທດຢູເຄຣນ ແມ່ນການໝິ່ນປະໝາດຕໍ່ກົດບັດຂອງອົງການສະຫະປະຊາຊາດທີສຸດ, ຜິດຕໍ່ພື້ນຖານຂອງກົດລະ ບຽບສາກົນ ພວກເຂົາບໍ່ຄວນໄດ້ຮັບອະນຸຍາດ ໃຫ້ມີການເຮັດແບບນັ້ນ.”
ກຸ່ມປະຊາຊົນຊາວຢູເຄຣນຢູ່ໃນປະເທດອອສເຕຣເລຍ ຍັງຄົງຮຽກຮ້ອງໃຫ້ລັດ ຖະບານແຄນເບີຣາຊ່ວຍເຫຼືອທາງທະຫານເພີ້ມຕື່ມແກ່ປະເທດຢູເຄຣນ.
ປະເທດອອສເຕຣເລຍ ໄດ້ສະໜອງລູກສອນໄຟ ແລະຍານພາຫະນະຫຸ້ມເກາະບຸສມາສເຕີ້ (Bushmaster) ຈໍານວນນຶ່ງ ໃຫ້ແກ່ປະເທດຢູເຄຣນ.
ທ່ານສະເຕຟານ ໂຣມານຽວ (Stefan Romaniw), ປະທານຮ່ວມກ່ຽວກັບອົງກອນປະຊາຊົນຊາວຢູເຄຣນຕ່າງໆ ຂອງສະຫະພັນອອສເຕຣເລຍ ກ່າວວ່າ ການສະໜັບສະໜຸນທາງທະຫານ ແລະການລົງໂທດທາງເສດທະກິດ ແມ່ນໄດ້ສົ່ງຂໍ້ຄວາມທີ່ແຈ່ມແຈ້ງເຖິງປະທານາທິບໍດີ ປູຕິນ ຂອງ ຣັດເຊຍ ແລ້ວ, ເຊິ່ງ ທ່ານໂຣມານຽວ ກ່າວວ່າ:
“ຍານພາຫະນະບຸສມາສເຕີ້ກໍາລັງຈະເຮັດຫຍັງຢູ່ໃນປະເທດຢູເຄຣນ? ສີ່ງທີ່ມັນໄດ້ປະຕິບັດໄປແລ້ວນັ້ນ ແມ່ນມີປະສິດທິພາບຫຼາຍທີ່ສຸດໃນການຟື້ນຟູດິນຂອງ ຢູເຄຣນຢູ່ໃນພູມິພາກແຫ່ງນັ້ນ. ໃນຕອນເຊົ້ານີ້, ບຸສມາສເຕີ້ ກໍາລັງແກ່ລົດຖັງຂອງຣັດເຊຍ. ຄໍາຖາມທີ່ວ່າເປັນການລົງໂທດ ຫຼືບໍ່ນັ້ນ, ທ່ານວລາດີເມຍ ປູຕິນ ຈໍາເປັນຕ້ອງໄດ້ຮັບຂໍ້ຄວາມທີ່ທ່ານບໍ່ໄດ້ຮັບການຍິນດີຕ້ອນຮັບຈາກປະຊາຄົມໂລກ, ເພາະລາວຄືສານຜິດ.”
ອອສເຕຣເລຍໄດ້ທຳການລົງໂທດຕໍ່ສະຖາບັນຕ່າງໆຂອງຣັດເຊຍ ແລະພວກຜູ້ນຳທາງດ້ານການເມືອງ ພ້ອມທັງບັນດາຜູ້ນໍາທາງທະຫານຂອງຣັດເຊຍ, ລວມທັງ ປະທານາທິບໍດີ ປູຕິນ.
ຣັດເຊຍ ດໍາເນີນການຕອບໂຕ້ດ້ວຍການເອົາລາຍຊື່ປະເທດອອສເຕຣເລຍ ແລະບັນດາປະເທດຕ່າງໆໃນຢູໂຣບ ລວມທັງສະຫະລັດ, ຍີ່ປຸ່ນ ແລະເກົາຫຼີໃຕ້ ເຂົ້າໃນລາຍຊື່ປະເທດທີ່ “ບໍ່ເປັນມິດ” ຂອງພວກເຂົາ.
ອອສເຕຣເລຍ ຍັງໄດ້ຍື່ນຄໍາຮ້ອງຕໍ່ສານຍຸຕິທໍາສາກົນ ຫຼື ICJ ໃນການສະໜັບສະໜຸນກໍລະນີທີ່ປະເທດ ຢູເຄຣນ ຟ້ອງຮ້ອງຣັດເຊຍ ໃນການລະເມີດຂໍ້ຕົກລົງການຂ້າລ້າງເຜົ່າພັນ, ເຊິ່ງພວກເຂົາເຈົ້າໄດ້ເຂົ້າຮ່ວມກັບປະເທດອື່ນໆ ລວມມີ ນິວຊີແລນ, ເດັນມາກ ແລະປະເທດສະເປນ.
ສານຍຸຕິທໍາສາກົນ ໄດ້ມີຄໍາສັ່ງໃຫ້ ຣັດເຊຍ ຍຸຕິການຮຸກຮານຂອງພວກເຂົາ ຕໍ່ ຢູເຄຣນ, ແລະກໍໄດ້ກ່າວວ່າ ທາງ ICJ ບໍ່ເຫັນຫຼັກຖານໃດໆ ທີ່ຈະສະໜັບສະໜຸນເຫດຜົນ ໃນການກໍ່ສົງຄາມຂອງ ຣັດເຊຍ.
ຣັດເຊຍ ໄດ້ປະຕິເສດຕໍ່ການປະຕິບັດຕາມຄໍາສັ່ງດັ່ງກ່າວ.