ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອອສເຕຣເລຍ ເປັນຫ່ວງ ກ່ຽວກັບ ລາຍງານທີ່ວ່າ ຈີນ ຫ້າມການນຳເຂົ້າຖ່ານຫີນ


ຜູ້ຊາຍຄົນນຶ່ງເກັບຖ່ານຫີນໄວ້ຢູ່ຫຼັງບ້ານຂອງລາວ, ໃນຂະນະທີ່ຫຼາຍຄົນທີ່ອາໄສຢູ່ໃນເຮືອນເກົ່າ ຍັງອາໄສຖ່ານຫີນເພື່ອຈູດໄຟໃນລະດູໜາວ, ປັກກິ່ງ, ຈີນ. 18 ພະຈິກ, 2014.
ຜູ້ຊາຍຄົນນຶ່ງເກັບຖ່ານຫີນໄວ້ຢູ່ຫຼັງບ້ານຂອງລາວ, ໃນຂະນະທີ່ຫຼາຍຄົນທີ່ອາໄສຢູ່ໃນເຮືອນເກົ່າ ຍັງອາໄສຖ່ານຫີນເພື່ອຈູດໄຟໃນລະດູໜາວ, ປັກກິ່ງ, ຈີນ. 18 ພະຈິກ, 2014.

ອອສເຕຣເລຍ ແມ່ນກຳລັງພະຍາຍາມໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບ ລາຍງານການຫ້າມນຳເຂົ້າຖ່ານຫີນ ຂອງເຂົາເຈົ້າໂດຍ ຈີນ. ແຫຼ່ງຂ່າວອຸດສາຫະກຳຕ່າງໆໄດ້ກ່າວວ່າ ປັກກິ່ງ ໄດ້ບອກຜູ້ສະ ໜອງພະລັງງານ ແລະ ບໍລິສັດເຫຼັກ ໃຫ້ຢຸດຊື້ຖ່ານຫີນຂອງ ອອສເຕຣເລຍ. ຄວາມເຄັ່ງຕຶງລະຫວ່າງຄູ່ການຄ້າ ໃນເຂດເອເຊຍປາຊີຟິກດັ່ງກ່າວໄດ້ຊຸດໂຊມລົງໃນສອງສາມປີທີ່ຜ່ານມາ, ນັກຂ່າວວີ ໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ຖ່ານຫີນ ແມ່ນນຶ່ງໃນສິນຄ້າສົ່ງອອກ ທີ່ສຳຄັນໄປ ຈີນ ຂອງ ອອສເຕຣເລຍ, ຕາມຫຼັງແຮ່ເຫຼັກ ແລະ ແກັສທຳມະຊາດແຫຼວ. ສະນັ້ນ, ການກະທົບກະເທືອນໃດໆຕໍ່ການຄ້າຫຼາຍພັນລ້ານໂດລານີ້ ແມ່ນຈະສ້າງຄວາມເສຍຫາຍຢ່າງແນ່ນອນ. ຜູ້ສະໜອງພະລັງງານທີ່ລັດຖະບານເປັນເຈົ້າຂອງ ແລະ ໂຮງເຫຼັກໃນ ຈີນ ມີລາຍງານວ່າຖືກສັ່ງບໍ່ໃຫ້ຊື້ຖ່ານຫີນຈາກ ອອສເຕຣເລຍ. ບັນດາເຈົ້າໜ້າທີ່ ອອສເຕຣເລຍ ເຊື່ອວ່າ ມັນອາດເປັນໄລຍະສັ້ນຊົ່ວຄາວ ແລະ ເປັນສ່ວນນຶ່ງ ຂອງໂຄຕ້າທີ່ບໍ່ເປັນທາງການໃນ ຈີນ ຫຼື ເປັນຄວາມພະຍາຍາມທີ່ຈຳກັດການນຳເຂົ້າ ເພື່ອປົກປ້ອງອຸດສາຫະກຳບໍ່ຖ່ານຫີນພາຍໃນຂອງ ຈີນ.

ແນວໃດກໍຕາມ, ບັນດານັກວິເຄາະຄາດຄະເນວ່າ ລາຍງານການຫ້າມຕໍ່ຖ່ານຫີນ ອອສເຕຣເລຍ ນັ້ນອາດເປັນສ່ວນນຶ່ງຂອງສົງຄາມການຄ້າທີ່ໄດ້ເກີດຂຶ້ນ.

ໃນຕົ້ນ ປີນີ້, ຈີນ ແມ່ນໄດ້ໂມໂຫຈັດ ເວລາທີ່ລັດຖະບານ ແຄນເບີຣາ ໄດ້ຮຽກຮ້ອງໃຫ້ມີການສືບ ສວນສອບສວນທົ່ວໂລກ ກ່ຽວກັບ ໂຄວິດ-19, ເຊິ່ງຖືກພົບເຫັນທຳອິດໃນເມືອງ ວູຮານ ຂອງ ຈີນ. ສາຍພົວແມ່ນໄດ້ຊຸດໂຊມລົງ ຍ້ອນການກ່າວຫາ ກ່ຽວກັບ ຈີນ ແຊກແຊງເຂົ້າໃນການເມືອງພາຍໃນຂອງ ອອສເຕຣເລຍ, ການສອດແນມທາງຄອບພິວເຕີ ແລະ ການກັກຂັງປະຊາຊົນ ອອສເຕຣເລຍ ໃນ ຈີນ. ປັກກິ່ງ ໄດ້ກ່າວຫາ ອອສເຕຣເລຍ ກ່ຽວກັບ “ການຕໍ່ຕ້ານ ຈີນ.”

ລັດຖະມົນຕີກະຊວງການຄ້າ ອອສເຕຣເລຍ ທ່ານ ໄຊມັອນ ເບີມິງແຮມ ເວົ້າວ່າທ່ານບໍ່ໄດ້ຢືນຢັນວ່າການສົ່ງອອກຖ່ານຫີນໄປ ຈີນ ໄດ້ຖືກລົບກວນ.

ທ່ານ ເບີມິງແຮມ ກ່າວວ່າ “ພວກເຮົາຍັງໄດ້ເຮັດວຽກເພື່ອຫາຄຳຕອບຈາກບັນດາເຈົ້າໜ້າທີ່ ຈີນ ກ່ຽວກັບການກ່າວຫາທີ່ຖືກເປີດເຜີຍຕໍ່ສາທາລະນະ. ແຕ່ພວກເຮົາໃຫ້ຄວາມສຳຄັນລາຍງານນັ້ນ ຫຼາຍພໍທີ່ຈະແນ່ໃຈວ່າ ຈະພະຍາຍາມຊອກຫາການຮັບປະກັນແນວໃດແນວນຶ່ງ ຈາກບັນດາເຈົ້າ ໜ້າທີ່ ຈີນ ທີ່ເຂົາເຈົ້າໃຫ້ຄວາມເຄົາລົບ ໃນເງື່ອນໄຂຕ່າງໆຂອງຂໍ້ຕົກລົງການຄ້າເສລີລະຫວ່າງ ຈີນ ກັບ ອອສເຕຣເລຍ.”

ໃນຕົ້ນປີນີ້, ປັກກິ່ງ ໄດ້ຫ້າມການນຳເຂົ້າ ເຂົ້າເບຼ ຂອງ ອອສເຕຣເລຍ, ວາງຂໍ້ຈຳກັດຕໍ່ຊີ້ນ, ແລະ ໄດ້ກີດກັນນັກສຶກສາ ແລະ ຄົນອື່ນໆຈາກການເດີນທາງໄປ ອອສເຕຣເລຍ. ໃນເດືອນສິງຫາທີ່ຜ່ານມາ, ຈີນ ໄດ້ກ່າວວ່າ ເຂົາເຈົ້າໄດ້ເປີດການສືບສວນສອບສວນຕໍ່ຕ້ານການທຸ້ມຕະຫຼາດ ໃນການນຳເຂົ້າເຫຼົ້າໄວນ໌ຂອງ ອອສເຕຣເລຍ.

ຈີນ ແມ່ນຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງ ອອສເຕຣເລຍ. ອອສເຕຣເລຍ ເປັນໜີ້ບຸນຄຸນ ໃນຄວາມຈະ ເລີນຮັ່ງມີສ່ວນໃຫຍ່ຂອງເຂົາເຈົ້າຕໍ່ຄວາມຮຽກຮ້ອງຕ້ອງການສຳລັບແຮ່ເຫຼັກ ແລະ ແຫຼ່ງຊັບພະ ຍາກອນອື່ນໆຂອງ ຈີນ. ຍ້ອນຄວາມເປັນຈິງທາງດ້ານເສດຖະກິດນີ້, ການຢືນສູ້ກັບ ປັກກິ່ງ ຈຶ່ງບໍ່ແມ່ນເລື່ອງທີ່ງ່າຍ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG