ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຫ້າ​ແຈ​ເຕືອນ​ວ່າ ການ​ສະ​ໜັບ​ສະ​ໜຸນ​ຢູ​ເຄ​ຣນ ຈະ​ບໍ່​ວູບ​ວາບ ແລະ​ຈາງ​ຫາຍ​ໄປ


​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ລອຍ ອອ​ສ​ຕິນ ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ຢູ່​ທຳ​ນຽບ​ຫ້າ​ແຈ ເມື່ອ​ວັນ​ທີ 1 ກຸມ​ພາ 2024.
​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ລອຍ ອອ​ສ​ຕິນ ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ຢູ່​ທຳ​ນຽບ​ຫ້າ​ແຈ ເມື່ອ​ວັນ​ທີ 1 ກຸມ​ພາ 2024.

ໃນ​ຂະ​ນະ​ທີ່​ສະ​ຫະ​ລັດຍັງ​ສືບ​ຕໍ່ດຳ​ເນີນ​ການ​ຕໍ່​ຮອງ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ ທີ່​ຈະສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ມູນ​ຄ່າກວ່າ 60 ຕື້​ໂດ​ລາໄປ​ໃຫ້​ຢູ​ເຄ​ຣນ ເຈົ້າ​ໜ້າ​ທີ່​ສູງ​ສຸ​ດ້ານ​ປ້ອງ​ກັນ​ປະ​ເທດ​ກໍ​ປະ​ຕິ​ຍານ​ວ່າຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ກີ​ຢິບ ດົນ​ເທົ່າ​ທີ່​ຍັງ​ມີ​ຄວາມ​ຕ້ອງ​ການ​ຢູ່. ​ແຈັ​ຟ ແຊ​ລ​ດິນ ນັກ​ຂ່າວ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງວີ​ໂອ​ເອ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ໄພ​ສານ​ຈະ​ນຳ​ເອົາ​ລາຍ​ລະ​ອຽດມາ​ ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ສະ​ຫະ​ລັດ​ບໍ່​ໄດ້​ສົ່ງ​ການ​ຊ່ວຍ​ເຫຼືອ​ໃດໆ​ໄປ​ໃຫ້​ຢູ​ເຄ​ຣນນັບ​ແຕ່​ທ້າຍ​ເດືອນ​ທັນ​ວາ​ ເປັນ​ຕົ້ນ​ມາ. ແຕ່​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ເຕືອນ​ຣັດ​ເຊຍ​ຢ່າ​ໄດ້​ເພີ້ມ​ຄວາມ​ຫວັງ​ຂອງ​ຕົນ​ຂຶ້ນ​ໄປ​ຫຼາຍກວ່ານີ້.

“ຢູ​ເຄ​ຣນ​ຈະ​ບໍ່​ຍອມ​ຈຳ​ນົນ ແລະ​ພວກ​ເຮົາ​ກໍ​ເຊັ່ນ​ດຽວ​ກັນ.”

ທ່ານອອ​ສ​ຕິນ ແມ່ນ​ເປັນ​ຜູ້​ນຳ​ພາ​ກອງ​ປະ​ຊຸມ​ ທາງ​ອອນ​ລາຍ​ນ໌ ຂອງ​ກຸ່ມ​ຕິດ​ຕໍ່​ປະ​ສານ​ງານ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ຢູ​ເຄ​ຣນ ກ່າວ​ວ່າ ຈຸດ​ເພັ່ງ​ເລັງ​ໃນ​ເວ​ລາ ນີ້ ກໍ​ແມ່ນ ຄວາມ​ຕ້ອງ​ການ​ໃນ​ດ້ານ​ປ້ອງ​ກັນ​ໄພ​ທາງ​ອາ​ກາດແລະ​ປືນ​ໃຫຍ່​ເພີ້ມ​ຕື່ມ.

“ຄວາມ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ ຂອງວັງ​ເຄ​ຣັມ​ລິນ ແມ່ນຈະ​ແຈ້ງ​ເປັນ​ພິ​ເສດ ​ໃນ​ລະ​ຫວ່າງ​ສົງ​ຄາມ​ລະ​ດູ​ໜາວ​ອີກ​ຄັ້ງ​ນຶ່ງ. ກຳ​ລັງ​ຂອງ​ປູ​ຕິນ ໄດ້​ຍິງ​ຖະ​ຫຼົ່ມ ​ຢ່າງ​ໂຈ່ງ​ແຈ້ງ​ໃສ່​ຫົວ​ເມືອງ​ຕ່າງໆ​ຂອງ​ຢູ​ເຄ​ຣນ ດ້ວຍ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດແລະ​ໂດ​ຣນ
ຂອງ​ອີ​ຣ່ານ.”

ນອກນັ້ນ ທ່ານອອ​ສ​ຕິນ​ຍັງ​ໄດ້​ສົ່ງ​ສານ ເບິ່ງ​ຄື​ວ່າ​ແນ​ໃສ່​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທີ່​ສະ​ມາ​ຊິກ​ສະ​ພາ​ບາງ​ທ່ານ ຍັງມີ​ຄວາມ​ລັງ​ເລ​ໃຈ ​ທີ່​ຈະ​ໃຫ້​ການ​ອະ​ນຸ​ມັດ ​ຕໍ່​ການ​ຊ່ວຍ​ເຫຼືອ​ເພີ້ມ​ຂຶ້ນ​ແກ່​ຢູ​ເຄ​ຣນ.

“ສຳ​ລັບ​ຜູ້​ຄົນ​ທີີ່​ມີ​ຫຼັກ​ການ​ແລະ​ຈິດ​ສຳ​ນຶກ​ຂອງ​ລັດ​ຖະ​ບານ​ແລ້ວ ການ​ຢືນ​ຢູ່​ທາງ​ຂ້າງ​ໃນ​ຂະ​ນະ​ທີ່​ຢູ​ເຄ​ຣນ​ ພວມ​ທຳ​ການ​ສູ້​ລົບ​ເພື່ອ​ຄວາມ​ຢູ່​ລອດນັ້ນ ມັນ​ບໍ່​ແມ່ນ​ທາງ​ເລືອກ.”

ໃນ​ຂະ​ນະ​ທີ່​ 50 ກວ່າ​ປະ​ເທດ​ປະ​ຊຸມ​ກັນ ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢູ​ເຄ​ຣນ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ກ່າວ​ວ່າ ມັນ​ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ຈ້ອນ​ແຂນ​ເສື້ອ​ແລະ​ເລີ້ມ​ເຮັດ​ວຽກ.

As U.S. lawmakers continue to haggle over a bill to send more than $60 billion in security aid to Ukraine, top defense officials are vowing to back Kyiv as long as it takes. VOA National Security Correspondent Jeff Seldin reports.

The United States has not sent Ukraine any aid packages since late December. But Defense Secretary Lloyd Austin warns Russia should not get its hopes up.

"Ukraine will not surrender, and neither will we.”

Austin, leading a virtual meeting of the Ukraine Defense Contact Group, says the immediate focus is on Kyiv’s need for more air defense and artillery.

“The Kremlin's cruelty is especially clear during another winter of war. Putin's forces brazenly bombard Ukraine's cities with ballistic missiles and Iranian drones.”

Austin also shared a message, seemingly directed at the U.S. House of Representatives, where some lawmakers have so far balked at approving more aid for Ukraine.

“For people of principle and governments of conscience, standing aside while Ukraine fights for its very existence is not an option.”

As for the more than 50 nations meeting to support Ukraine, the U.S. defense secretary says it’s time to roll up their sleeves and get to work.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG