ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທນ. ອອງ ຊານ ຊູ ຈີ ກ່າວວ່າ ເບິ່ງຄືນແລ້ວ ຄວນມີການກັບມື ກັບຊາວໂຣຮິງຢາ ດີກວ່ານີ້


ທ່ານນາງ ອອງ ຊານ ຊູ ຈີ, ຜູ້ນຳທີ່ແທ້ຈິງ ຂອງມຽນມາ, ສະແດງທ່າທີ ໃນລະຫວ່າງ ການສົນທະນາ ນຶ່ງຕໍ່ນຶ່ງ ກັບ ທ່ານ ເບີຣຈ໌ ເບຣນດ໌ ຢູ່ທີ່ ກອງປະຊຸມສົນທະນາ ດ້ານເສດຖະກິດ ຂອງໂລກ ໃນນະຄອນຫຼວງ ຮາໂນ່ຍ ຂອງຫວຽດນາມ.
ທ່ານນາງ ອອງ ຊານ ຊູ ຈີ, ຜູ້ນຳທີ່ແທ້ຈິງ ຂອງມຽນມາ, ສະແດງທ່າທີ ໃນລະຫວ່າງ ການສົນທະນາ ນຶ່ງຕໍ່ນຶ່ງ ກັບ ທ່ານ ເບີຣຈ໌ ເບຣນດ໌ ຢູ່ທີ່ ກອງປະຊຸມສົນທະນາ ດ້ານເສດຖະກິດ ຂອງໂລກ ໃນນະຄອນຫຼວງ ຮາໂນ່ຍ ຂອງຫວຽດນາມ.

ຜູ້ນຳທີ່ແທ້ຈິງ ຂອງມຽນມາ ທ່ານນາງ ອອງ ຊານ ຊູ ຈີ ກ່າວວ່າ ລັດຖະບານ ຄວນຮັບມື
ກັບສະຖານະການຂອງພວກຊາວມຸສລິມ ໂຣຮິງຢາ ໃນທາງທີ່ແຕກຕ່າງໄປຈາກນັ້ນ.

ທ່ານນາງອອງ ຊານ ຊູ ຈີ ຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ໄດ້ຖືກ
ຖາມ ກ່ຽວກັບວິກິດການຂອງຊາວມຸສລິມ ໂຣຮິງຢາ ໃນລະຫວ່າງ ຢູ່ທີ່ກອງປະຊຸມ
ສົນທະນາ ດ້ານເສດຖະກິດຂອງໂລກ ໃນນະຄອນຫຼວງ ຮາໂນ່ຍ ຂອງຫວຽດນາມ.

ຊື່ສຽງຂອງ ທ່ານນາງ ອອງ ຊານ ຊູ ຈີ ໃນຖານະເປັນ ສັນຍາລັກຂອງ ປະຊາທິປະໄຕ
ແລະ ສິດທິມະນຸດ ທີ່ໄດ້ຮັບ ໃນລະຫວ່າງ ການຖືກຄຸມຂັງ ມາເປັນເວລາຫຼາຍປີ ໂດຍ
ອະດີດລະບອບການປົກຄອງຂອງທະຫານມຽນມາ ນັ້ນ ແມ່ນໄດ້ຮັບຄວາມເສຍຫາຍ
ໃນໄລຍະທີ່ທ່ານນາງ ບໍ່ໄດ້ອອກມາກ່າວ ຕໍ່ຕ້ານການປະຕິບັດທາງດ້ານທະຫານ ທີ່
ໂຫດຮ້າຍທາລຸນ ຢູ່ໃນລັດຣາໄຄນ໌ ທີ່ໄດ້ຂັບໄລ່ພວກຊາວມຸສລິມ ໂຣຮິງຢາ ເກືອບ
700,000 ຄົນ ຫລົບໜີຂ້າມຊາຍແດນເຂົ້າໄປໃນ ປະເທດບັງກລາແດັສ ຕັ້ງແຕ່ເດືອນ
ສິງຫາ ປີກາຍນີ້. ອົງການສະຫະປະຊາຊາດ ແລະ ສະຫະລັດ ໄດ້ເກັບກຳເອົາເລື້ອງລາວ
ຂອງການກະທຳທີ່ໂຫດຮ້າຍປ່າເຖື່ອນ ໂດຍກຳລັງຂອງລັດຖະບານ ຈາກພວກຜູ້ເຫັນ
ເຫດການ ທີ່ລວມທັງ ການຖືກຂົ່ມຂືນໝູ່ ການເຜົາຜານຫຼາຍໆໝູ່ບ້ານຈົນວອດວາຍ
ແລະ ການສັງຫານແບບຮວບຮັດຕັດຕອນ.

ອົງການສະຫະປະຊາຊາດ ໄດ້ເອີ້ນ ການປະຕິບັດທາງດ້ານທະຫານ ນັ້ນ ວ່າ “ແບບ
ຢ່າງ ທີ່ເກີດຂຶ້ນເລື້ອຍໆ”
ຂອງການຂ້າລ້າງເຊື້ອຊາດເຜົ່າພັນ ແລະ ໄດ້ຮຽກຮ້ອງໃຫ້ມີ
ການດຳເນີນ ຄະດີ ຕໍ່ ນາຍພົນ ມິນ ອອງ ລຽງ ຜູ້ບັນຊາການກອງທັບ ຂອງມຽນມາ ແລະ
ນາຍພົນ ອີກ 5 ຄົນ ໃນຖານ ຂ້າລ້າງເຊື້ອຊາດເຜົ່າພັນ ກໍ່ອາຊະຍາກຳຕ້ານມະນຸດຊາດ
ແລະ ກໍ່ອາຊະຍາກຳສົງຄາມ.

ພວກອົບພະຍົບ ຊາວໂຣຮິງຢາ ເຂົ້າຮ່ວມ ໃນການປະທ້ວງ ຢູ່ທີ່ ສູນອົບພະຍົບ ກູຕູປາລອງ (Kutupalong) ເພື່ອເປັນຂີດໝາຍ ວັນຄົບຮອບນຶ່ງປີ ຂອງຫລົບໜີ ອອກຈາກມຽນມາ, ໃນເມືອງ ຄອກສ໌ ບາຊາ (Cox's Bazar) ຂອງບັງກລາແດັສ, ວັນທີ 25 ສິງຫາ 2018.
ພວກອົບພະຍົບ ຊາວໂຣຮິງຢາ ເຂົ້າຮ່ວມ ໃນການປະທ້ວງ ຢູ່ທີ່ ສູນອົບພະຍົບ ກູຕູປາລອງ (Kutupalong) ເພື່ອເປັນຂີດໝາຍ ວັນຄົບຮອບນຶ່ງປີ ຂອງຫລົບໜີ ອອກຈາກມຽນມາ, ໃນເມືອງ ຄອກສ໌ ບາຊາ (Cox's Bazar) ຂອງບັງກລາແດັສ, ວັນທີ 25 ສິງຫາ 2018.


ທ່ານນາງ ອອງ ຊານ ຊູ ຈີ ໄດ້ກ່າວບອກບັນດາຜູ້ຊົມ ຢູ່ໃນຮາໂນ່ຍ ວ່າ “ໂດຍ້ອນຫຼັງ
ຄືນເບິ່ງແລ້ວ ຂ້າພະເຈົ້າຄິດວ່າ ຄວນມີການຮັບມື ກັບສະຖາ ນະການ ທີ່ດີກວ່ານີ້”

ແຕ່ທ່ານນາງ ໄດ້ກ່າວວ່າ ພວກເຈົ້າໜ້າທີ່ ບໍ່ສາມາດ “ເລືອກເອົາ” ຜູ້ທີ່ສົມຄວນໄດ້ຮັບ
ການປົກປ້ອງ ໂດຍຕົວບົດກົດໝາຍ.

ທ່ານນາງ ຍັງໄດ້ກ່າວປົກປ້ອງ ປະເທດຂອງທ່ານນາງ ຕໍ່ການຕຳໜິຕິຕຽນ ໃນການຕັດ
ສິນວ່າມີຄວາມຜິດ ເມື່ອສັບປະດາແລ້ວນີ້ ຂອງນັກຂ່າວ ຣອຍເຕີ 2 ຄົນ ໃນຂໍ້ຫາລະເມີດ
ກົດໝາຍຄວາມລັບທີ່ເປັນທາງການຂອງປະເທດ ໃນສະໄໝເປັນອານານິຄົມ.

ທ້າວ ວາ ໂລນ ກັບ ທ້າວ ຈໍ ຊໍ ອູ ໄດ້ຖືກຈັບກຸມ ເມື່ອເດືອນທັນວາປີກາຍນີ້ ຫຼັງຈາກທີ່
ໄດ້ພົບປະກັບ ເຈົ້າໜ້າທີ່ຕຳຫຼວດ 2 ຄົນ ຢູ່ທີ່ຮ້ານອາຫານແຫ່ງນຶ່ງ ໃນນະຄອນ ຢາງກຸ້ງ
ແລະ ໄດ້ຮັບເອກກະສານຕັບນຶ່ງ ທີ່ສົ່ງໃຫ້ໂດຍເຈົ້າໜ້າທີ່ດັ່ງກ່າວ. ພວກເຂົາເຈົ້າ ກຳລັງ
ທຳການສືບສວນສອບສວນ ເລື້ອງການສັງຫານໝູ່ ຊາວໂຣຮິງຢາ 10 ຄົນ ໂດຍຕຳຫຼວດ
ແລະ ພວກທະຫານ ຢູ່ໃນໝູ່ບ້ານ ອິນ ດິນ ເມື່ອປີກາຍນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG