ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ສະ​ເໜີ ​​ໃຫ້​ເປັນລັດ​ຖະ​ມົນ​ຕີ ​ກະ​ຊວງ​ຍຸ​ຕິ​ທຳ ​ ​ຖືກ​ສໍ້​ຖາມ ​ໃນກ​ານ​ສືບ​ສວນ​ ກ່ຽວ​ກັບ ຣັດ​ເຊຍ


ທ່ານ​ວິລລຽມ ບາ​ຣ​ ​ຜູ້​ທີ່​ຖືກ​ສະ​ເໜີ​ໃຫ້​ເປັນ​ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ກຳ​ລັງ​ໃຫ້​ການ ​ຕໍ່​ຄະ​ນະ​ກຳ​ມະ​ການ​ຍຸ​ຕິ​ທຳ ທີ່ ລັດ​ຖະ​ສະ​ພາ ວັນ​ທີ
15 ມັງ​ກອນ 2019.
ທ່ານ​ວິລລຽມ ບາ​ຣ​ ​ຜູ້​ທີ່​ຖືກ​ສະ​ເໜີ​ໃຫ້​ເປັນ​ລັດ​ຖະ​ມົນ​ຕີ​ຍຸ​ຕິ​ທຳ ກຳ​ລັງ​ໃຫ້​ການ ​ຕໍ່​ຄະ​ນະ​ກຳ​ມະ​ການ​ຍຸ​ຕິ​ທຳ ທີ່ ລັດ​ຖະ​ສະ​ພາ ວັນ​ທີ 15 ມັງ​ກອນ 2019.

ທ່ານ​ວິລລຽມ ບາ​ຣ​ ​ຜູ້​ທີ່ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣ​ຳ ໄດ້​ເລືອກ​ໃຫ້​ເປັນ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ​ຈະໄປ​ໃຫ້​ການ ຕໍ່ຄະ​ນະ​ກຳ​ມ​ະ​ການ​ຍຸ​ຕິ​ທຳ​ຂອງສະ​ພາ​ສູງ
​ອີກ​ໃນ​ວັນ​ພຸດ​ມື້​ນີ້ຫຼັງ​ຈາກ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາໃນ​ມື້​ທຳ​ອິດທີ່​ທ່ານ​ຈະ​ປົກປ້ອງໄອ​ຍະ​
ການ​ພິ​ເສດທີ່​ສືບ​ສວນເລື້ອງ​ການ​ແຊກ​ແຊງ​ຂອງຣັດ​ເຊຍຈາກ​ຄວາມ​ກົດ​ດັນ​ທາງ​ດ້ານ​
ການ​ເມືອງ.

ຢູ່​ໃນ​ການ​ປາ​ກົດ​ໂຕເທື່ອ​ທຳ​ອິດ​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ສູງນັ້ນ ທ່ານ​ບາ​ຣ​ ຍັງ​
ໄດ້ກ່າວ​ເຖິງ​ບັ​ນ​ຫາ​ ທີ່ປະ​ທ​ານ​າ​ທິ​ບໍ​ດີ​ທ​ຣຳ ​ໄດ້​ລະ​ບຸການ​ສືບ​ສວນ ໂດຍ​ກຸ່ມ ວົງ​ໃນຂອງ
​ທ່ານ ​ກ່ຽວ​ກັບ​ການ​ຕິດ​ຕໍ່​ກັບ​ມົສ​ກູ​ນັ້ນ​ວ່າ ​ເປັນ​ການ​ “ຊອກ​ຈັບ​ຜິດ.”

ທ່ານ​ບາ​ຣ​ ກ່າວ​ວ່າ “ຂ້າພະ​ເຈົ້າ​ບໍ່​ເຊື່ອ​ວ່າ ໄອ​ຍະ​ການ​ພິ​ເສ​ດທ່ານ​ໂຣ​ເບີດ ມັລເລີ ຈະ​ພົວ​
ພັນ​ກັບ​ການ​ຊອກ​ຈັບ​ຜິດແລະ​ທ່ານ​ກ່າວເພີ້ມ​ອີກວ່າທ່ານ​ຕັ້ງ​ໃຈ​ທີ່​ຈະປ່ອຍ ​ໃຫ້​ການ​ສືບ
​ສວນດຳ​ເນີນໄປ​ຕາມທິດທາງຂອງ​ມັນ ແລະ​ຜົນ​ອອກ​ມາ ​ກໍ​ຄວນ​ໃຫ້ ສາ​ທາ​ລະ​ນະຊົນ
ແລະ​ລັດ​ຖະ​ສະ​ພາ​ຮູ້.

ທ່ານ​ບາ​ຣ​ກ່າວ​ວ່າ ໄອ​ຍະ​ການ​ພິ​ເສດ​ສາ​ມາດ​ທີ່​ຈະ​ໄດ້​ຮັບ​ການ​ຍົກ​ເລີກກໍ​ຕໍ່​ເມື່ອ ​ມີສາ
ເຫດ​ທີ່​ດີ​ເທົ່າ​ນັ້ນ ແລະ​ເປັນ​ເລື້ອງ “ທີ່​ຄິດ​ບໍ່​ເຖິງ” ທີ່​ທ່ານ​ມັ​ລ​ເລີ​ຈະ​ “​ເຮັດໃນ​ສິ່ງ​ທີ່ຈະພາ​
ໃຫ້​ເກີດ​ເປັນ​ສາ​ເຫດ​ທີ່​ດີ.”

ສະ​ມາ​ຊິກ ປະ​ທານ​ຄະ​ນະ​ກຳ​ມະ​ການ​ຍຸ​ຕິ​ທຳ ທ່ານ​ລິນ​ເຊ ກ​ຣາມ ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ ຈາກ​ລັດ​ຄາໂຣ​ໄລ​ນາ​ໄຕ້.
ສະ​ມາ​ຊິກ ປະ​ທານ​ຄະ​ນະ​ກຳ​ມະ​ການ​ຍຸ​ຕິ​ທຳ ທ່ານ​ລິນ​ເຊ ກ​ຣາມ ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ ຈາກ​ລັດ​ຄາໂຣ​ໄລ​ນາ​ໄຕ້.

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຮັດ​ໄດ້ກ່າວ​ຢ້ຳ​ຊ້ຳ​ແລ້ວ​ຊ້ຳ​ອີກ​ເຖິງຄວາມ​ສຳ​ຄັນ​ຂອງ​ບົດ​ບາດ
ທີ່ເປັນ​ອິດ​ສະ​ຫຼະ​ຂອງລັດ​ຖະ​ມົນ​ຕີ​ກະ​ຊວງຍຸ​ຕິ​ທຳແລະ​ໄດ້​ໃຫ້​ຂໍ້​ສັງ​ເກດ​ກ່ຽວກັບ​ກາ​ນ​
ມັກປະ​ນາມ​ຂອງ​ທ່ານ​ທ​ຣຳຕໍ່​ກະ​ຊວງ​ຍຸ​ຕິ​ທຳ.

ທ່ານ​ນາງ​ດາຍ​ແອ​ນ ຟາຍ​ສ​ໄຕ​ນ໌ ສະ​ມາ​ຊິກ​ສະ​ພາ​ສູງທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​
ລັດ​ຄາ​ລີ​ຟໍ​ເນຍ ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ມີ​ຄວາມ​ສຳ​ຄັນ​ທີ່​ ລັດ​ຖະ​ມົນ​ຕີກະ​ຊວງ​ຍຸ​
ຕິ​ທຳ​ຄົນ​ຕໍ່​ໄປ ມີ​ຄວາມ​ສາ​ມາດ ຕ້ານ​ຢັນຄວາມ​ກົດ​ດັນ​ຢ່າງແຂງ​ຂັນ​ບໍ່ ວ່າ​ຈະມາ​ຈາກ​
ລັດ​ຖະ​ບານ ຫຼື​ລັດ​ຖະ​ສະ​ພາ. ທ່ານ​ຕ້ອງ​ມີ​ກຽດ ຄວາມ​ເຂັ້ມ​ແຂງ ແລະ​ຄວາມ​ກ້າ​ຫານ
ບອກ​ປະ​ທາ​ນາ​ທິ​ບໍ​ດີ​ວ່າ “ບໍ່” ບໍ່​ວ່າ​ຈະ​ມີ​ສິ່ງ​ທີ່​ຕິດ​ຕາມ​ມາ​ໃດໆ.”

ສະ​ມາ​ຊິກ​ສະ​ພາ​ສູງ ຈາກ​ລັດ​ເວີ​ມັນ​ທ໌ ທ່ານ​ແພ​ຕ​ຣິກ ເລ​ຮີ ກ່າວ​ວ່າ “ຖ້າ​ຫາກ​ໄດ້​ຮັບ

ການຢືນ​ຢັນ ປະ​ທາ​ນາ​ທິ​ບໍ​ດີ​ ຈະ​ຄາດ​ໝາຍ​ທ່ານ ​ເຮັດວຽກ​ສັ່ງ​ການຈາກ​ທ່ານ. ຂ້າ​ພະ
​ເຈົ້າ​ເກືອບສາ​ມາດຮັບ​ປະ​ກັນ​ໄດ້​ວ່າ ທ່ານ​ຈະ​ຂ້າມ​ເສັ້ນ​ຢູ່​ຈຸດ​ໃດ​ຈຸດ​ນຶ່ງ.”

ທ່ານ​ວິລລຽມ ບາ​ຣ​ ​ຜູ້​ທີ່ໄດ້​ເລືອກ​ໃຫ້​ເປັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ກຳ​ລັງ​ໃຫ້​ການ​ຕໍ່ ຄະ​ນະ​ກຳ​ມະ​ການ​ຍຸ​ຕິ​ທຳ ທີ່​ລັດ​ຖະ​ສະ​ພາ ວັນ​ທີ 15 ມັງ​ກອນ 2019.
ທ່ານ​ວິລລຽມ ບາ​ຣ​ ​ຜູ້​ທີ່ໄດ້​ເລືອກ​ໃຫ້​ເປັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ກຳ​ລັງ​ໃຫ້​ການ​ຕໍ່ ຄະ​ນະ​ກຳ​ມະ​ການ​ຍຸ​ຕິ​ທຳ ທີ່​ລັດ​ຖະ​ສະ​ພາ ວັນ​ທີ 15 ມັງ​ກອນ 2019.

ທ່ານ​ບາ​ຣ​ ໄດ້​ຢືນ​ຢັດວ່າ “ຂ້າ​ພະ​ເຈົ້າ​ສາ​ມາດ​ເປັນ​ອິດ​ສະ​ຫຼະ ​ຢ່າງ​ແທ້​ຈິງ. ຂ້າ​ພະ​ເຈົ້າ
ຢູ່​ໃນ​ທ່າ​ທີ​ຂອງ​ຊີ​ວິດ ບ່ອນ​ທີ່​ຂ້າ​ພ​ະ​ເຈົ້າ​ສາ​ມາດ​ເຮັດສິ່ງ​ທີ່​ຖືກ​ຕ້ອງ ແລະ​ບໍ່​ເປັນ​ຫ່ວງ
ກ່ຽວກັບ​ສິ່ງ​ທີ່​ຕິດ​ຕາມ​ມາ ຂ້າ​ພະ​ເຈົ້າ​ຈະຖືກ​ຂົ່ມ​ຂູ່​ໃຫ້​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ​ທີ່ຂ້າ​ພະ​ເຈົ້າ​
ຄິດ​ວ່າ​ຜິດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG