ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຂວງອັດຕະປື ເລັ່ງບຸກເບີກ ພື້ນທີ່ ກະສິກຳ ສຳລັບ ຜູ້ປະສົບໄພນ້ຳຖ້ວມ ໃຫ້ທັນກັບ ລະດູຝົນ ໃນປີ 2019 ນີ້


ເມືອງສະໜາມໄຊ ນັບເປັນເມືອງນຶ່ງ ທີ່ທຸກຍາກທີ່ສຸດ ໃນແຂວງອັດຕະປື ໂດຍມີ 40 ບ້ານ 6,771 ຄອບຄົວ ມີພົນລະເມືອງທັງໝົດ 36,000 ກວ່າຄົນ ໃນນີ້ມີບ້ານທີ່ຖືກ
ກະທົບ ຈາກໄພນ້ຳຖ້ວມ 13 ບ້ານ ມີ 2,717 ຄອບຄົວ ຫຼື 13,067 ຄົນ.
ເມືອງສະໜາມໄຊ ນັບເປັນເມືອງນຶ່ງ ທີ່ທຸກຍາກທີ່ສຸດ ໃນແຂວງອັດຕະປື ໂດຍມີ 40 ບ້ານ 6,771 ຄອບຄົວ ມີພົນລະເມືອງທັງໝົດ 36,000 ກວ່າຄົນ ໃນນີ້ມີບ້ານທີ່ຖືກ ກະທົບ ຈາກໄພນ້ຳຖ້ວມ 13 ບ້ານ ມີ 2,717 ຄອບຄົວ ຫຼື 13,067 ຄົນ.

ທາງການແຂວງອັດຕະປື ເລັ່ງດຳເນີນການບຸກເບີກພື້ນທີ່ກະສິກຳ ສຳລັບຜູ້ປະສົບໄພ
ນ້ຳຖ້ວມຄັ້ງໃຫຍ່ ທີ່ເມືອງສະໜາມໄຊ ເພື່ອໃຫ້ທັນກັບການປູກເຂົ້າ ແລະພືດຕ່າງໆ
ໃນລະດູຝົນ ປະຈຳປີ 2019 ນີ້.

ທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງອັດຕະປື
ຢືນຢັນວ່າ ການບຸກເບີກພື້ນທີ່ກະສິກຳ ສຳລັບຜູ້ປະສົບໄພນ້ຳຖ້ວມຄັ້ງໃຫຍ່ ທີ່ເມືອງ
ສະໜາມໄຊ ກຳລັງດຳເນີນໄປຢ່າງຕັ້ງໜ້າ ພາຍໃຕ້ເປົ້າໝາຍທີ່ຈະດຳເນີນການໃຫ້
ສຳເລັດ ແລະສົ່ງມອບທີ່ດິນ ໃຫ້ກັບຜູ້ປະສົບໄພທຸກຄອບຄົວ ໃຫ້ທັນກັບການປູກເຂົ້າ
ນາປີ ແລະປູກພືອຕ່າງໆ ໃນລະດູຝົນປະຈຳປີ 2019 ນີ້ໃຫ້ໄດ້ ໂດຍໄດ້ວ່າຈ້າງ ບັນດາ
ຜູ້ຮັບເໝົາເອກກະຊົນ ຈາກຫຼາຍພາກສ່ວນ ເພື່ອຮັບຜິດຊອບການບຸກເບີກແຕ່ລະພື້ນທີ່
ໃຫ້ທັນກັບເປົ້າໝາຍດັ່ງກ່າວຢ່າງແທ້ຈິງ ດັ່ງທີ່ ທ່ານນາງ ວິໄລພອນ ໃຫ້ການຢືນຢັນວ່າ:

“ການກຳນົດຂອບເຂດເນື້ອທີ່ດິນນີ້ ກະໄດ້ສຳເລັດແລ້ວ ແລະກະປັດຈບັນນີ້ ກະເປັນ
ການກະກຽມເຂົ້າໄປສູ່ບ່ອນເຂດທີ່ມີໄມ້ ມີຕໍຫັ້ນ ພວກເຮົາກະໄດ້ຂຸດຄົ້ນໄມ້ອອກ
ຕັດໄມ້ອອກ ແລະເພື່ອສິກຽມບຸກເບີກ ຊຶ່ງຄາດໝາຍຂອງທາງແຂວງພວກເຮົາ ກໍຄື
ທາງລັດຖະບານ ກະຄາດວ່າ ລະດູຝົນສິມານີ້ ກະໃຫ້ໄດ້ເຮັດການຜະລິດ ໝາຍ
ຄວາມວ່າ ພວກເຮົາກະໄດ້ປະກາດ ໃຫ້ພາກສ່ວນຜູ້ປະກອບການບໍລິສັດຕ່າງໆ
ເຂົ້າມາມີສ່ວນຮ່ວມແລ້ວ ກະໄດ້ແບ່ງປັນ ໃຫ້ບຸກເບີກ ຜູ້ລະ 40 ຫາ 50 ເຮັກຕາ
ເພື່ອວ່າໃຫ້ມັນໄວ ໃຫ້ມັນທ່ວງທັນ ວ່າຊັ້ນຊະ.”

ໂດຍການເກັບຂໍ້ມູນດ້ານກະສິກຳ ໃນເຂດເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບຈາກ
ໄພນ້ຳຖ້ວມຄັ້ງໃຫຍ່ ທີ່ເກີດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ນັບແຕ່ວັນທີ 23
ກໍລະກົດ 2018 ເປັນຕົ້ນມາ ພົບວ່າ ພື້ນທີ່ປູກເຂົ້າເສຍຫາຍໄປກວ້າງກວ່າ 8,050
ເຮັກຕາ ໃນນີ້ລວມເຖິງ 6 ບ້ານທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ກໍຄືບ້ານຫິນລາດ
ບ້ານສະໜອງໃຕ້ ບ້ານທ່າຫິນ ບ້ານໃໝ່ ບ້ານທ່າແສງຈັນ ແລະບ້ານໃຫຍ່ແທ ທີ່ມີ
ຈຳນວນ ປະຊາກອນລວມກັນ 7,095 ຄົນ ໃນ 1,611 ຄອບຄົວ ຊຶ່ງຈະຕ້ອງໄດ້ຮັບ
ການຊ່ອຍເຫຼືອ ທຸກດ້ານ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພວກເຂົາເຈົ້າ ກັບຄືນສູ່
ສະພາວະປົກກະຕິ ໃຫ້ໄວທີ່ສຸດ.

ຜູ້ເຄາະຮ້າຍຈາກໄພນໍ້າຖ້ວມ ກຳລັງມ້ຽນມັດ ບໍລິເວນອ້ອມເຮືອນຂອງລາວ ໃນເມືອງສະໜາມໄຊ, ແຂວງອັດຕະປື. 26 ກໍລະກົດ 2018.
ຜູ້ເຄາະຮ້າຍຈາກໄພນໍ້າຖ້ວມ ກຳລັງມ້ຽນມັດ ບໍລິເວນອ້ອມເຮືອນຂອງລາວ ໃນເມືອງສະໜາມໄຊ, ແຂວງອັດຕະປື. 26 ກໍລະກົດ 2018.

ທັງນີ້ ເມືອງສະໜາມໄຊ ນັບເປັນເມືອງນຶ່ງ ທີ່ທຸກຍາກທີ່ສຸດໃນແຂວງອັດຕະປື ໂດຍມີ
40 ບ້ານ 6,771 ຄອບຄົວ ມີພົນລະເມືອງທັງໝົດ 36,000 ກວ່າຄົນ ໃນນີ້ມີບ້ານທີ່ຖືກ
ກະທົບ ຈາກໄພນ້ຳຖ້ວມ 13 ບ້ານ ມີ 2,717 ຄອບຄົວ ຫຼື 13,067 ຄົນ ໂດຍທີ່ຖືກ
ກະທົບທັງ 100 ເປີເຊັນ ກໍຄື 6 ບ້ານດັ່ງກ່າວ ທີ່ໄດ້ຖືກຍົກຍ້າຍມາຢູ່ທີ່ສູນພັກອາໄສ
ຊົ່ວຄາວ ຈຳນວນ 5 ຈຸດດ້ວຍກັນ ຄືບໍລິເວນໂຮງຮຽນ ປະຖົມບ້ານຫາດຍາວ ແລະ
ບ້ານດົງບາກ ຊຶ່ງໄດ້ຍົກຍ້າຍຜູ້ປະສົບໄພເຂົ້າໄປຢູ່ອາໄສແລ້ວ ນັບຕັ້ງແຕ່ເດືອນພະຈິກ
2018 ເປັນຕົ້ນມາ ສ່ວນຈຸດທີ່ບ້ານຕໍມໍຍອດ ບ້ານດອນບົກ ແລະບ້ານປີນດົງນັ້ນ ຄາດ
ວ່າ ຈະກໍ່ສ້າງແລ້ວເສັດ ແລະຍົກຍ້າຍຜູ້ປະສົບໄພເຂົ້າໄປຢູ່ອາໄສໄດ້ຢ່າງຄົບຖ້ວນ
ພາຍໃນເດືອນມັງກອນ 2019 ນີ້ ໂດຍໄດ້ນຳໃຊ້ເງິນ ທີ່ໄດ້ຮັບ ຈາກການບໍລິຈາກ
ທັງຈາກພາຍໃນ ແລະຕ່າງປະເທດເພື່ອດຳເນີນການດັ່ງກ່າວຫຼາຍກວ່າ 33 ຕື້ກີບ
ຫາກແຕ່ການສ້າງທີ່ຢູ່ອາໄສ ແລະຈັດສັນທີ່ທຳກິນຢ່າງຖາວອນ ໃຫ້ຜູ້ປະສົບໄພນັ້ນ
ກໍຍັງຈະຕ້ອງໃຊ້ເງິນທຶນອີກ ຢ່າງຫຼວງຫຼາຍ.

ໂດຍຜ່ານມາ ອຳນາດການປົກຄອງເມືອງສະໜາມໄຊ ໄດ້ມີການມອບເງິນຊ່ອຍເຫຼືອ
ເບື້ອງຕົ້ນ ໃຫ້ກັບຜູ້ປະສົບໄພຄອບຄົວລະ 5​ ແສນກີບ ແລະເງິນຊ່ອຍເຫຼືອເດືອນລະ 1 ແສນກີບຕໍ່ຄົນ ນັບແຕ່ເດືອນກັນຍາ 2018 ເປັນຕົ້ນມາ ພ້ອມດ້ວຍເງິນອັດຕາກິນ ຄົນ
ລະ 5,000 ກີບຕໍ່ວັນ ແລະເຂົ້າ 20 ກິໂລກຣາມ ຕໍ່ຄົນຕໍ່ເດືອນ ສ່ວນຄອບຄົວທີ່ມີຜູ້ເສຍ
ຊີວິດທັງ 44 ສົບ ກໍໄດ້ຮັບເງິນຊ່ອຍເຫຼືອ 1 ລ້ານ 5 ແສນກີບຕໍ່ຄອບຄົວ ສຳລັບນຳໃຊ້
ເພື່ອການຈັດພິທີສົບຕາມຮີດຄອງປະເພນີ ຢ່າງຄົບຖ້ວນແລ້ວ.

ສ່ວນນາງເປຮມລຶດີ ດາວເຣືອງ ຜູ້ປະສານງານ ໂຄງການຟື້ນຟູນິເວດໃນກຸ່ມແມ່ນ້ຳຂອງ
ຫຼື TERRA ໃຫ້ການຢືນຢັນວ່າ ອົງການອະນຸລັກສິ່ງແວດລ້ອມທຳມະຊາດ ໃນລຸ່ມແມ່
ນ້ຳຂອງ ໄດ້ຮ່ວມກັບອົງການພາກປະຊາຊົນ ໃນເກົາຫຼີໃຕ້ ເພື່ອຮຽກຮ້ອງຂໍໃຫ້ 2 ບໍລິສັດ
ເອກກະຊົນຂອງເກົາຫຼີໃຕ້ ທີ່ຮ່ວມລົງທຶນໃນໂຄງການເຂື່ອໄຟຟ້າເຊປຽນ-ເຊນ້ຳນ້ອຍ
ກໍຄື ບໍລິສັດ SK ວິສະວະກຳ ແລະກໍ່ສ້າງ ກັບບໍລິສັດ Western Power ນັ້ນ ຈະຕ້ອງ
ຮ່ວມກັນຮັບຜິດຊອບຕໍ່ຜູ້ປະສົບໄພ ທີ່ເມືອງສະໜາມໄຊ ດັ່ງກ່າວ.

XS
SM
MD
LG