ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອົງ​ການ ​ສ​ປ​ຊ ລົງ​ມະ​ຕິ​ໃຫ້ ສະມາຊິກສະພາຄວາມໝັ້ນຄົງຖາວອນ 5 ປະເທດ ມີຄວາມຮັບຜິດຊອບຫລາຍຂຶ້ນ ໃນການ​ໃຊ້​ ສິດ​ຢັບ​ຢັ້ງຂອງ​ຕົນ​


ບັນ​ດາ​ຄະ​ນະ​ຜູ້​ແທນ​ພາ​ກັນ​ຢືນ​ງຽບ​ເປັນ​ເວ​ລາ​ສັ້ນໆ ໃນ​ກອງ​ປະ​ຊຸມ​ພິ​ເສດຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ວັນ​ທີ 28 ກຸມ​ພາ, 2022, ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນະ​ຄອນ​ນິວຢອກ ທີ່​ຈັດ​ຂຶ້ນ​ຫລັງ​ຈາກ​ການ​ບຸກ​ລຸກ​ຂອງ​ຣັດ​ເຍ​ຕໍ່​ຢູ​ເຄ​ຣນ​ໄດ້​ເລີ້ມ​ຂຶ້ນ.
ບັນ​ດາ​ຄະ​ນະ​ຜູ້​ແທນ​ພາ​ກັນ​ຢືນ​ງຽບ​ເປັນ​ເວ​ລາ​ສັ້ນໆ ໃນ​ກອງ​ປະ​ຊຸມ​ພິ​ເສດຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ວັນ​ທີ 28 ກຸມ​ພາ, 2022, ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນະ​ຄອນ​ນິວຢອກ ທີ່​ຈັດ​ຂຶ້ນ​ຫລັງ​ຈາກ​ການ​ບຸກ​ລຸກ​ຂອງ​ຣັດ​ເຍ​ຕໍ່​ຢູ​ເຄ​ຣນ​ໄດ້​ເລີ້ມ​ຂຶ້ນ.

ບັນດາ​ປະ​ເທດ​ສະມາຊິກ​ຂອງ​ອົງ​ການສະຫະ​ປະຊາ​ຊາດ ​ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອັງຄານ​ວານ​ນີ້ ​ເພື່ອ​ໃຫ້​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ຖາວອນ 5 ​ປະ​ເທດ ມີ​ຄວາມ​ຮັບ​ຜິດ​ຊອບ​ຫລາຍ​ຂຶ້ນ ​ເມື່ອ​ພວກ​ເຂົາ​ເຈົ້າ​ໃຊ້​ສິດ​ໃນຢັບ​ຢັ້ງ.

ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ສະຫະ​ປະຊາ​ຊາດ ​ໄດ້​ຮັບ​ຮອງ​ເອົາ​ຮ່າງ​ມະ​ຕິ​ໂດຍ​ການ​ເຫັນ​ດີ​ເປັນ​ເອ​ກະສັນ​ກັນ - ຫຼື​ບໍ່ ກໍ​ບໍ່ລົງ​ຄະ​ແນນ​ສຽງເລີຍ. ມັນຖືກນໍາຂຶ້ນ ມາສະ​ເໜີ ໂດຍປະ​ເທດ​ແລັກ​ເຊັນ​ສ​ໄຕ​ນ໌ ແລະໄດ້ຮັບການສະຫນັບສະຫນູນ ຈາກຫຼາຍກ່ວາ 100 ປະເທດ.

ມະຕິນັ້ນ ​ຮຽກຮ້ອງ​ໃຫ້​ປະທານ​ສະ​ມັດ​ຊາ​ໃຫຍ່ສະຫະ​ປະຊາ​ຊາດ​ ເປີດກອງ​ປະ ຊຸມ​ຂອງ 193 ປະ​ເທດ​ສະມາຊິກ​ຂອງ​ອົງ​ການສະຫະ​ປະຊາ​ຊາດໃນ​ທຸກ​ຄັ້ງ ​ທີ່ ​ມີ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ຖາວອນປະ​ເທດ​ນຶ່ງ ​ຫຼື​ຫຼາຍປະ​ເທດໃຊ້​ສິດ​ໃນ​ການຢັບ​ຢັ້ງ. ຈາກ​ນັ້ນ, ສະ​ມັດ​ຊາ​ໃຫຍ່ສະຫະ​ປະຊາ​ຊາດ​ ຈະ​ດຳ​ເນີນ​ການອະ
ພິ​ປາຍ​ກັນ ກ່ຽວ​ກັບ​ສະຖານະ​ການ​ທີ່​ໄດ້​ຮັບ​ການຢັບ​ຢັ້ງນັ້ນ ​ແລະ​ຜູ້​ທີ່ໃຊ້​ສິດຢັບ​ຢັ້ງ​ຈະ​ໄດ້​ຖືກ​ເຊື້ອ​ເຊີນ ​ໃຫ້ຂຶ້ນ​ກ່າວ​ຕໍ່ສະ​ມັດ​ຊາ​ໃຫຍ່​ເພື່ອ​ອະທິບາຍ​ເຖິງ​ການ​ກະ​ທຳ​ເຊັ່ນ​ນັ້ນຂອງ​ຕົນ.

ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ຖາວອນ ​ລວມ​ມີ​ອັງກິດ, ຈີນ, ຝຣັ່ງ, ຣັດ​ເຊຍ​ແລະສະ​ຫະ​ລັດ. ສະ​ຫະ​ລັດ​ແລະອັງກິດ ​ແມ່ນນອນ​ຢູ່​ບັນດາປະ​ເທດທີ່​ຮ່ວມກັນ​ສະໜັບສະໜູນການ​ສະ​ເໜີ​ມາດ​ຕະການ​ດັ່ງກ່າວ. ຜູ້​ຕາງ​ໜ້າຂອງ​ຣັດ​ເຊຍ​ກ່າວ​ຫຼັງ​ຈາກ​ມີການ​ຮັບ​ຮອງເອົາ​ມະ​ຕິນີ້ວ່າ ​ຄະ​ນະ​ຜູ້​ແທນ​ຂອງ​ທ່ານ "ບໍ່​ມີ​ຄວາມ​ປາ​ຖະ​ໜາ​ທີ່ ​ຈະ​ເປັນ​ເອ​ກະສັນຮ່ວມ​ກັບ​ປະ​ເທດ​ອື່ນ."

"ອຳນາດໃນ​ການ​ໃຊ້​ສິດຢັບ​ຢັ້ງ ຕ້ອງມາພ້ອມກັບຄວາມຮັບຜິດຊອບໃນ ການ ເຮັດວຽກເພື່ອບັນລຸຈຸດປະສົງ ແລະຫຼັກການຂອງກົດບັດສະຫະປະຊາຊາດຢູ່ ​ສະ​ເໝີ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ຄ​ຣິ​ສ​ຕຽນ ເວ​ນາ​ເວດ​ເຊີ (Christian Wenaweser), ເອກອັກຄະລັດຖະທູດຂອງແລັກ​ເຊັນ​ສ​ໄຕ​ນ໌ ທີ່ກ່າວໃນຂະ​ນະ​ທີ່ນໍາເອົາເນື້ອ​ໃນ​ຂອງ​ມະ​ຕິດັ່ງ​ກ່າວ​ຂຶ້ນ​ມາ​ສະ​ເໜີ. ທ່ານ​ກ່າວ​ວ່າ ສະມາຊິກ​ທັງ​ໝົດ​ ຄວນ​ໄດ້​ຮັບອະ​ນຸຍາດ​ໃຫ້​ອອກ​ສຽງ ​ໃນ​ເວລາ​ທີ່​ສະພາ​ຄວາມ​ໝັ້ນຄົງ​ບໍ່​ສາ ມາດ​ປະຕິບັດ​ໜ້າ​ທີ່ໄດ້.

ການ​ຢັບ​ຢັ້ງ​ໄດ້​ມີ​ຂຶ້ນ 295 ຄັ້ງ ນັບ​ຕັ້ງ​ແຕ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສ້າງ​ໄດ້ຕັ້ງ​ຂຶ້ນ​ມາໃນ​ປີ 1945. ສະ​ຫະ​ພາບ​ໂຊ​ວຽດ/ຣັດ​ເຊຍ ເປັນ​ຜູ້​ໃຊ້​ສິດ​ຢັບ​ຢັ້ງຂອງ​ເຂົາ​ເຈົ້າ​ເປັນສ່ວນ​ໃຫຍ່ໃນ​ນັ້ນ. ອັງກິດ ແລະຝຣັ່ງ ໃຊ້ມັນຫນ້ອຍທີ່ສຸດ, ຊຶ່ງໃຊ້​ຄັ້ງ ສຸດທ້າຍແມ່ນໃນປີ 1989. ມັນໄດ້ຢຸດການດໍາເນີນການຄັ້ງຫຼ້າສຸດ ກ່ຽວກັບ ຢູເຄຣນ, ນອກນັ້ນ ສໍາລັບທົດສະວັດທີ່ຜ່ານມາແມ່ນກ່ຽວກັບຄວາມຂັດແຍ້ງ ຂອງຊີເຣຍ ພ້ອມ​ທັງກ່ຽວກັບວິກິດການຢູ່ໃນພາກສ່ວນອື່ນຂອງໂລກອີກ​ດ້ວຍ.

ໃນຂະນະທີ່ມະຕິໄດ້ຖືກຮັບຮອງເອົາໂດຍບໍ່ມີການລົງຄະແນນສຽງທີ່​ບັນ​ທຶກ​ໄວ້ ຄະນະຜູ້ແທນຫຼາຍໆ ຄົນກ່າວວ່າ ພວກເຂົາ​ເຈົ້າງົດອອກ​ສຽງ, ແລະຢ່າງຫນ້ອຍ ນຶ່ງປະ​ເທດ, ເບລາຣຸ​ສ ກ່າວວ່າ ຕົນບໍ່ມີ​ສ່ວນກ່ຽວ​ພັນຫຍັງກັບຜົນຂອງ​ການ​ລົງ​ຄະ​ແນນ​ສຽງ​ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG