ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ບໍ່ມີສັນຍານ ຈາກກະສັດ ຊາອຸດີ ອາຣາເບຍ ກ່ຽວກັບ ການສ້າງສັນຕິພາບ ກັບ ອິສຣາແອລ


ກະສັດ ຊາລມານ ແຫ່ງຊາດອຸດີ ອາຣາເບຍ ກ່າວຄຳປາໄສກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 75 ຜ່ານທາງວິດີໂອ. 23 ກັນຍາ, 2020.
ກະສັດ ຊາລມານ ແຫ່ງຊາດອຸດີ ອາຣາເບຍ ກ່າວຄຳປາໄສກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 75 ຜ່ານທາງວິດີໂອ. 23 ກັນຍາ, 2020.

ກະສັດແຫ່ງ ຊາອຸດີ ອາຣາເບຍ ໄດ້ສະແດງການສະໜັບສະໜູນຕໍ່ສັນຕິພາບໃນພາກຕາເວັນອອກກາງ ຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນພຸດວານນີ້, ແຕ່ບໍ່ໄດ້ສະເໜີວ່າ ລັດຖະ ບານ ຣີຢາດ ຈະປະຕິບັດຕາມ ສະ ຫະລັດ ອາຣັບ ເອມີເຣັດສ໌ ແລະ ບາຫ໌ເຣນ ໃນການຟື້ນຟູສາຍພົວພັນປົກກະຕິກັບ ອິສຣາແອລ ໃນໄວໆນີ້ຫຼືບໍ່.

ກະສັດ ຊາລມານ ບິນ ອັບດຸລລາຊິສ໌ ໄດ້ກ່າວໃນກອງປະຊຸມຜ່ານທາງວິດີໂອເທັບວ່າ “ສັນຕິພາບໃນພາກຕາເວັນອອກກາງແມ່ນທາງເລືອກຍຸດທະສາດຂອງພວກເຮົາ. ພວກເຮົາຈະບໍ່ລະເວັ້ນ ຄວາມພະຍາຍາມທີ່ຈະເຮັດວຽກ ເພື່ອບັນລຸອະນາຄົດທີ່ແຈ່ມໃສນຳກັນ, ບ່ອນທີ່ສັນຕິພາບ, ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະ ການຢູ່ຮ່ວມກັນຂອງປະຊາຊົນພວກເຮົາໃນທຸກປະເທດມີຢູ່ທົ່ວ ໄປ.”

ປະຊາຊົນຂອງພາກພື້ນດັ່ງກ່າວ ລວມມີ ອິສຣາແອລ, ເຊິ່ງ ຊາອຸດີ ອາຣາເບຍ ບໍ່ໄດ້ມີສາຍພົວພັນນຳ. ໃນອາທິດທີ່ຜ່ານມາ, ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຄາດວ່າ ຫຼັງຈາກການເຊັນສັນຍາ ເອບຣາແຮມ, ເຊິ່ງໄດ້ເຮັດໃຫ້ສາຍພົວພັນລະຫວ່າງ ອິສຣາແອລ ກັບ ສະຫະລັດ ອາ ຣັບ ເອມີເຣັດສ໌ ແລະ ບາຫ໌ເຣນ ເປັນປົກກະຕິ ນັ້ນ, ລັດຖະບານ ຣີຢາດ ຈະປັດຕິບັດຕາມ “ໃນເວ ລາທີ່ເໝາະສົມ.”

ແຕ່ໃນຄຳປາໄສກອງປະຊຸມສະມັດຊາໃຫຍ່ຂອງທ່ານໃນວັນພຸດວານນີ້, ກະສັດ ຊາລມານ ໄດ້ກ່າວຢໍ້າເຖິງຈຸດຢືນທີ່ມີມາດົນນານຂອງ ຊາອຸດີ ອາຣາເບຍ ໃນການສະໜັບສະໜູນການແກ້ໄຂບັນຫາສອງຝ່າຍລະຫວ່າງ ອິສຣາແອລ ແລະ ປາແລັສໄຕນ໌, ໂດຍມີພາກຕາເວັນອອກຂອງນະຄອນ ເຈຣູຊາແລັມ ເປັນເມືອງຫຼວງຂອງລັດເອກະລາດ ປາແລັສໄຕນ໌. ນອກນັ້ນເພິ່ນຍັງໄດ້ສະແດງການສະ ໜັບສະໜູນຕໍ່ຂໍ້ຕົກລົງສັນຕິພາບ ອາຣັບ ປີ 2002, ເຊິ່ງໄດ້ສະເໜີໃຫ້ມີການສ້າງສາຍພົວພັນປົກ ກະຕິກັບ ອິສຣາແອລ ໃນການແລກປ່ຽນກັບລັດ ປາແລັສໄຕນ໌.

ສຳລັບ ອີຣ່ານ ນັ້ນ, ກະສັດຊາວມຸສລິມນິກາຍ ຊຸນນີ ໄດ້ກ່າວວ່າລັດຖະບານ ຂອງເພິ່ນ ໄດ້ພະຍາ ຍາມທີ່ຈະສ້າງສັນຕິພາບກັບປະເທດທີ່ມີຊາວມຸສລິມນິກາຍ ຊີໄອ້ ອາໄສຢູ່ເປັນສ່ວນໃຫຍ່ ໃນອະ ດີດ ແຕ່ “ບໍ່ສຳເລັດ.” ມະຫາອຳນາດສອງປະເທດໃນພາກພື້ນດັ່ງກ່າວ ໄດ້ຕໍ່ສູ້ກັນໃນສົງຄາມຕົວ ແທນໃນປະເທດ ເຢເມນ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ. ກະສັດ ຊາລມານ ໄດ້ກ່າວວ່າ ກຸ່ມກະ ບົດ ຮູຕີ ທີ່ໄດ້ຮັບການໜູນຫຼັງໂດຍ ອີຣ່ານ ໃນປະເທດ ເຢເມນ ໄດ້ຍິງລູກສອນໄຟຂີປະນາວຸດຫຼາຍກວ່າ 300 ລູກ ແລະ ໄດ້ສົ່ງເຮືອບິນບໍ່ມີຄົນຂັບຕິດອາວຸດຫຼາຍກວ່າ 400 ລຳເຂົ້າໄປໃນເຂດແດນ ຂອງ ຊາອຸດີ ອາຣາເບຍ ນັບຕັ້ງແຕ່ຕອນເລີ່ມຕົ້ນຂອງຄວາມຂັດແຍ້ງ. ເພິ່ນຍັງໄດ້ຕ້ອງຕິລັດຖະ ບານ ເຕຫະຣ່ານ ໃນການເອົາລັດເອົາປຽບຂໍ້ຕົກລົງນິວເຄລຍ ປີ 2015 ເພື່ອສະໜັບສະໜູນ “ໂຄງ ການຂະຫຍາຍອຳນາດ” ຂອງພວກເຂົາໃນພາກພື້ນ.

ກະສັດ ຊາລມານ ໄດ້ກ່າວວ່າ “ໃນປະສົບການຂອງພວກເຮົາກັບລະບອບການ ປົກຄອງ ອີຣ່ານ ໄດ້ສອນພວກເຮົາວ່າ ຂໍ້ແກ້ໄຂບັນຫາ ແລະ ຄວາມສະຫງົບ ສ່ວນນຶ່ງບໍ່ໄດ້ຢຸດໄພຂົ່ມຂູ່ຂອງພວກເຂົາຕໍ່ສັນຕິພາບ ແລະຄວາມປອດໄພຂອງສາກົນ.”

ມັນແມ່ນບັນຫາຮ່ວມກັນ ກ່ຽວກັບ ອີຣ່ານ ທີ່ບັນດານັກວິເຄາະຫຼາຍຄົນໃນພາກພື້ນເຊື່ອວ່າຈະສາ ມາດນຳເອົາ ຊາອຸດີ ອາຣາເບຍ ແລະ ອິສຣາແອລ ມາຮວມກັນຢ່າງເປັນທາງການໃນທີ່ສຸດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG