ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາ​ຜູ້​ເຈລະຈາ ບັນລຸ​ ຂໍ້​ຕົກລົງຂັ້ນຕົ້ນ ກ່ຽວ​ກັບ ​ດິນ​ຟ້າ​ອາກາດ​ຂອງ​ໂລກ ທີ່ເປຣູ


ບັນດານັກເຄື່ອນໄຫວ ທີ່ຮຽກຮ້ອງໃຫ້ຕັດການປ່ອຍ ແກສຄາບອນ ອອກ​ສູ່​ບັນຍາກາດ​ໂລກ ພາກັນປະທ້ວງ ໂດຍໃສ່ໜ້າກາກບັນດາຜູ້ນຳຂອງປະເທດຕ່າງໆ ເຊັ່ນ: ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Tony Abbot, ປະທານາທິບໍດີ ສຫລ ທ່ານ Barack Obama, ປະທານປະເທດຈີນ ທ່ານ Xi Jinping, ນາຍົກລັດຖະມົນຕີການາດາ ທ່ານ Stephen Harper, ແລະ ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi.
ບັນດານັກເຄື່ອນໄຫວ ທີ່ຮຽກຮ້ອງໃຫ້ຕັດການປ່ອຍ ແກສຄາບອນ ອອກ​ສູ່​ບັນຍາກາດ​ໂລກ ພາກັນປະທ້ວງ ໂດຍໃສ່ໜ້າກາກບັນດາຜູ້ນຳຂອງປະເທດຕ່າງໆ ເຊັ່ນ: ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Tony Abbot, ປະທານາທິບໍດີ ສຫລ ທ່ານ Barack Obama, ປະທານປະເທດຈີນ ທ່ານ Xi Jinping, ນາຍົກລັດຖະມົນຕີການາດາ ທ່ານ Stephen Harper, ແລະ ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi.

ພາຍຫຼັງທີ່​ໄດ້ໂຕ້​ຖຽງ​ກັນຈົນເດິກ​ແລ້ວ ​ຢູ່​ທີ່​ກອງ​ປະຊຸມ​ດິນຟ້າ
​ອາກາດ ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ທີ່​ປະ​ເທດ​ເປຣູນັ້ນ
ໃນຕອນ​ເຊົ້າຂອງ​ວັນ​ອາທິດ​ມື້​ນີ້ ບັນດາ​ຜູ້​ເຈລະຈາ​ກໍ​ໄດ້​ບັນລຸ​
ຂໍ້​ຕົກລົງກັນ ​ທີ່​ຈັດຕັ້ງຂັ້ນ ຕອນ ສຳ​ຫລັບສັນຍາກ່ຽວ​ກັບ​ດິນ​ຟ້າ
​ອາກາດ​ຂອງ​ໂລກ ​ເພື່ອ​ໃຫ້​ຮັບ ຮອງ​ເອົາ ຢູ່​ກອງ​ປະຊຸມ​ສຸດ​ຍອດ
​ທີ່ນະຄອນ​ຫລວງປາຣີ​ ໃນ​ປີໜ້າ​.

ສັນຍາ Lima ​ໄດ້​ຖືກ​ຮັບຮອງ​ເອົາ ຫຼາຍໆ​ຊົ່ວ​ໂມງຫຼັງຈາກ​ຮ່າງ​
ສັນຍາ​ສະ​ບັບກ່ອນ​ໜ້າ​ນີ້ ​ໄດ້​ຖືກ​ປະຕິ​ເສດ​ໂດຍ​ບັນ​ດາ​ປະ​ເທດ
ພວມ​ພັດທະນາ ທີ່​ກ່າວ​ຫາບັນດາ​ປະ​ເທດ​ຮັ່ງມີ ວ່າ ຫລີກ​ລ່ຽງ​
ຄວາມ​ຮັບຜິດຊອບຂອງ​ພວກຕົນ ໃນ​ການ​ຕໍ່ສູ້​ກັບ​ພາວະໂລກຮ້ອນ ​ແລະຊ່ອຍ​ອອກ​ເງິນ
ຈ່າຍສຳ​ຫລັບ ​ຜົນ​ກະທົບ​ຕ່າງໆ​ຂອງ​ມັນ.

ປາກົດ​ວ່າຮ່າງສັນຍາສະບັບ​ສຸດ​ທ້າຍ​ ໄດ້​ແບ່ງ​ເບົາ​ຂໍ້​ກັງ​ວັນ​ຕ່າງໆ​ເຫຼົ່າ ນັ້ນ ​ໂດຍ​ໃຊ້ຄຳ​ເວົ້າ
​ວ່າ ບັນດາ​ປະ​ເທດທັງຫລາຍ ມີ “ຄວາມ​ຮັບຜິດ ຊອບ​ຮ່ວມ​ກັນ ​ແຕ່​ກໍ​ແຕກ​ຕ່າງກັນ”
ໃນ​ການຮັບ​ມື​ກັບ​ບັນຫາ​ພາວະ​ໂລກຮ້ອນ​ນັ້ນ. ​ປະ​ເທດຕ່າງໆ​ຈະ​ຕ້ອງ​ຍື່ນ​ແຜນ​ຮັບ​ມື​ກັບ
ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແຫ່ງ​ຊາດ ​ເພື່ອໃຫ້​ພິຈາລະ​ນາ​ ລ່ວງ​ໜ້າ​ກອງ​ປະຊຸມ
​ສຸດ​ຍອດ​ທີ່​ປາຣີ ໃນ​ເດືອນ​ທັນວາ​ປີໜ້າ​ນີ້.

At UN Climate Summit in Peru, Protests Take Spotlight
please wait

No media source currently available

0:00 0:02:50 0:00

ບັນດາ​ຜູ້​ຮ່ວມ​ປະຊຸມ ​ໄດ້​ໂຕ້​ຖຽງ​ກັນ​ກ່ຽວ​ກັບ ​ເນື້ອ​ໃນ​ຂອງຮ່າງ​ສັນຍາ​ສຸດ​ທ້າຍນີ້ ມາຕັ້ງແຕ່​
ວັນ​ສຸກ ຊຶ່ງ​ເປັນມື້​ທີ່​ກອງ​ປະຊຸມໄດ້​ມີ​ກຳນົດຈະ​ອັດ​ລົງ​ນັ້ນ.

ທູດຮັບຜິດ​ຊອບ​ດ້ານການ​ປ່ຽນ​ແປງ​ ຂອງ​ດິນຟ້າ​ອາກາດ​ຂອງສະຫະລັດ ທ່ານ Todd Stern ​
ໄດ້​ເຕືອນ​ໃນ​ວັນ​ເສົາ​ວານ​ນີ້ ຕໍ່​ບັນດາ​ຜູ້ຮ່ວມ​ປະ​ເທດ​ທີ່​ຕົກລົງ​ກັນ​ບໍ່​ໄດ້​ນັ້ນວ່າ ການບໍ່​ບັນລຸ
ການ​ປານີ​ປານ​ອມກັນ​ໂດຍ​ທັນທີ ​ກ່ຽວ​ກັບມາດຕະຖານ​ການ​ປ່ອຍ​ອາຍ​ພິດ​ຄາບ​ອນ ອອກ
ສູ່​ບັນຍາກາດ​ໂລກນັ້ນ ສາມາດ​ທຳລາຍ​ໂອກາດ ທີ່​ຈະ​ໄດ້​ຮັບ​ຜ່ານ​ເອົາ​ຂໍ້​ຕົກລົງ ກ່ຽວ​ກັບ
ດິນ​ຟ້າ​ອາກາດ​ຂອງ​ໂລກ ຢູ່​ກອງ​ປະຊຸມ​ສຸດ​ຍອດ​ທີ່​ປາຣີ​ໃນ​ເດືອນ​ທັນວາ​ໜ້າ​ນັ້ນ.

UN CLIMATE CHANGE SOTVO
please wait

No media source currently available

0:00 0:00:58 0:00

XS
SM
MD
LG