ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຢ່າງ​ໜ້ອຍ 5 ຄົນ ເສຍ​ຊີ​ວິດ ຫຼັງ​ຈາກ ພູ​ໄຟ ລະ​ເບີດ ໃນ​ປະ​ເທດ ນິວ ຊີ​ແລນ


ຄວັນ​ປິວ​ຂຶ້ນ​ທ້ອງ​ຟ້າ​ຈາກ​ເກາະ ວາ​ຄາ​ຣີ, ຫຼື ເກາະ White, ໃນ​ຂະ​ນະ​ທີ່​ພູ​ໄຟ​ໄດ້​ລະ​ເບີດ, ປະ​ເທດ ນິວ ຊີ​ແລນ. 9 ທັນ​ວາ, 2019.
ຄວັນ​ປິວ​ຂຶ້ນ​ທ້ອງ​ຟ້າ​ຈາກ​ເກາະ ວາ​ຄາ​ຣີ, ຫຼື ເກາະ White, ໃນ​ຂະ​ນະ​ທີ່​ພູ​ໄຟ​ໄດ້​ລະ​ເບີດ, ປະ​ເທດ ນິວ ຊີ​ແລນ. 9 ທັນ​ວາ, 2019.

ຢ່າງ​ໜ້ອຍ​ຫ້າ​ຄົນ​ໄດ້​ເສຍ​ຊີ​ວິດ ແລະ ຫຼາຍ​ເຖິງ 20 ຄົນ​ໄດ້​ຮັບ​ບາດ​ເຈັບ ຫຼັງ​ຈາກ​ພູ​ໄຟ ໄດ້​ເລີ່ມ​ລະ​ເບີດ​ໃນ​ຕອນ​ບ່າຍ​ວັນ​ຈັນ​ມື້ນີ້ ຢູ່ນອກ​ເກາະ​ພາກ​ເໜືອ ຂອງ​ປະ​ເທດ ນິວ ຊີ​ແລນ, ເຊິ່ງ​ແມ່ນ​ນຶ່ງ​ໃນ​ສອງ​ເກາະ​ໃຫຍ່ຂອງ​ປະ​ເທດ.

ໃນ​ການ​ໃຫ້​ຄຳ​ເຫັນ​ຕໍ່​ນັກ​ຂ່າວ​ໃນ​ນະ​ຄອນຫຼວງ ແວ​ລ​ລິງ​ຕັນ, ຮອງ​ຫົວ​ໜ້າ​ກົມ​ຕຳຫຼວດຂອງ ນິວ ຊີ​ແລນ ທ່ານ ຈອນ ທິມ​ສ໌ ໄດ້​ຢືນ​ຢັນ​ການ​ເສຍ​ຊີ​ວິດ ແລະ ໄດ້​ກ່າວ​ວ່າ​ຈຳ​ນວນ​ສູງ​ສຸດ​ຈະ​ເພີ່ມ​ຂຶ້ນ, ໃນ​ເມື່ອ​ມັນ​ຍັງ​ມີ​ອີກຫຼາຍ​ຄົນ​ສູນ​ຫາຍ​ຢູ່.

ທ່ານ ທິມ ໄດ້​ກ່າວ​ວ່າ ຕຳຫຼວດບໍ່​ແນ່​ໃຈ ກ່ຽວ​ກັບ ຕົວ​ເລກ​ທີ່​ແນ່ນອນ​ຂອງ​ຄົນ​ທີ່​ຍັງ​ຢູ່​ໃນ​ເກາະ​ນັ້ນ ແລະ ສຸ​ຂະ​ພາບ​ຂອງ​ເຂົາ​ເຈົ້າ, ແຕ່​ອາດ​ຈະຫຼາຍກວ່າ​ສິບ​ຄົນ​ຂຶ້ນ​ໄປ.

ທ່ານ​ໄດ້​ກ່າວ​ວ່າມັນ​ມີ​ຄົນ​ທີ່​ມີ​ສັ​ນ​ຊາດ​ອື່ນ, ແລະ ບາງ​ຄົນ​ໃນ​ນັ້ນ​ແມ່ນ​ແຂກ​ທີ່​ມາ​ຈາກ​ກຳ​ປັ່ນ​ໂດຍ​ສານ Ovation of the Seas ຂອງ​ບໍ​ລິ​ສັດ Royal Carribean International.

ທ່ານ ທິມ ໄດ້​ກ່າວ​ອີກວ່າ ເກາະ​ດັ່ງ​ກ່າວ​ແມ່ນ​ຍັງ​ອັນ​ຕະ​ລາຍ​ໂພດ​ສຳ​ລັບ​ຕຳຫຼວດ ແລະ ນັກ​ກູ້​ໄພ ທີ່​ຈະ​ເຂົ້າ​ໄປ​ຊອກ​ຫາ​ຜູ້​ຫາຍ​ສາບ​ສູນ. ທ່ານ​ໄດ້​ເວົ້າ​ວ່າ ຜູ້​ລອດ​ຊີ​ວິດ​ສ່ວນ​ໃຫຍ່ 18 ຄົນ​ແມ່ນ​ໄດ້​ຮັບ​ບາດ​ເຈັບ ແລະ ບາງ​ຄົນ​ມີ​ບາດ​ແຜ​ໄໝ້​ທີ່​ຮ້າຍ​ແຮງ. ເຂົາ​ເຈົ້າ​ໄດ້​ຖືກ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ໃນ​ຂົງ​ເຂດ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ເວົ້າ​ວ່າ 50 ຄົນ​ໄດ້​ຢູ່​ໃນ​ເກາະ White, ເຊິ່ງ​ຮູ້​ຈັກ​ດັ່ງ​ກັບ​ເກາະ ວາ​ຄາ​ຣີ, ເວ​ລາ​ທີ່​ມັນ​ໄດ້​ເລີ່ມ​ລະ​ເບີດ, ເຊິ່ງ​ຕ່ຳ​ກວ່າຈຳ​ນວນ​ທີ່​ໄດ້​ຖືກ​ລາຍ​ງານ​ໃນ​ເບື້ອງ​ຕົ້ນ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ​ນາງ ຈາ​ຊິນ​ດາ ອາ​ເດີນ ທີ່​ໄດ້​ກ່າວ​ວ່າ ນັກ​ທ່ອງ​ທ່ຽວ 100 ຄົນ​ແມ່ນ​ຢູ່ “ເທິງ ແລະ ອ້ອມ” ພູ​ໄຟ​ນັ້ນ.

ອົງ​ການ​ຂ່າວ AFP ໄດ້​ລາຍ​ງານ​ວ່າ ກ້ອງວິ​ດີ​ໂອ​ທີ່​ຖ່າຍ​ພາບ​ສົດ​ຈາກ​ພູ​ໄຟ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ກຸ່ມ​ນັກ​ທ່ອງ​ທ່ຽວ​ຢ່າງ​ຢູ່​ພື້ນ​ປາກ​ພູ​ໄຟ​ນັ້ນ ໃນ​ເວ​ລາ​ທີ່​ການ​ລະ​ເບີດ​ໄດ້​ເກີດ​ຂຶ້ນ.

ເກາະ White ຕ້ອງ​ຢູ່ 50 ກິ​ໂລ​ແມັດ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ເມືອງ ໂທ​ຣາງ​ກາ ໃນ​ເກາະ North.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນຫຼີກ​ລ່ຽງ​ບໍ​ລິ​ເວນ​ຕ່າງໆ​ໃນ​ເກາະ North ໃກ້​ກັບ​ບ່ອນ​ທີ່​ມີ​ການ​ລະ​ເບີດ.

ອົງ​ການ GeoNet ໄດ້​ຈັດ​ການ​ລະ​ເບີດ​ຂອງ​ພູ​ໄຟ​ນັ້ນ​ດໃນ​ລະ​ດັບ ປານ​ກາງ ແລະ ໄດ້​ຍົກ​ການ​ເຕືອນ​ໄພ​ຂອງ​ເຂົາ​ເຈົ້າ​ຂຶ້ນ​ເປັນ​ລະ​ດັບ​ສີ່ ໃນ​ການ​ວັດ​ຂະ​ໜາດ ເຊິ່ງ 5 ແມ່ນ​ການ​ລະ​ເບີດ​ຄັ້ງ​ໃຫຍ່.

ອົງ​ການ GeoNet ໄດ້​ກ່າວ​ວ່າ​ເກາະ White ແມ່ນ​ຈວຍ​ພູ​ໄຟ​ທີ່​ຍັງ​ບໍ່​ມອດຫຼາຍ​ທີ່​ສຸດ​ຂອງ ນິວ ຊີ​ແລນ ແລະ ພູ​ໄຟ ປະ​ມານ 70 ເປີ​ເຊັນ​ແມ່ນ​ຢູ່​ໃຕ້​ທະ​ເລ.

At least five people have died and as many as 20 were injured after a volcano began erupting Monday afternoon off New Zealand's North Island, one of the country's two main islands.

Speaking to reporters in the capital Wellington, New Zealand's Deputy Police Commissioner John Tims confirmed the fatalities and said the toll is likely to rise, since there are still several people missing.

Tim said the police were not sure about the exact number of people still in the island and their wellbeing, but could be in the double digits.

He said they were of different nationalities, and some of those involved were guests from the Royal Caribbean International cruise ship Ovation of the Seas.

Tim also said the island was still too dangerous for police and rescuers to search for the missing. He said that most of the 18 survivors were injured, and some with severe burns. They were transported to the area hospitals for treatment.

Emergency officials say around 50 people were on White Island, also known as Whakaari, when the eruption began, fewer than initially reported by Prime Minister Jacinda Ardern who said 100 tourists were "on or around" the volcano,.

AFP reports that cameras providing a live feed from the volcano showed a group of tourists walking on the crater floor moments before the eruption occurred.

White Island sits 50 kilometers northeast of the town of Tauranga on North Island.

Authorities urged people to avoid areas on North Island near the eruption.

GeoNet agency classified the volcanic eruption as moderate and raised its alert level to four, on a scale where five represents a major eruption.

GeoNet says White Island is New Zealand's most active cone volcano and about 70 percent of the volcano is under the sea.

XS
SM
MD
LG