ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງ​ໜ້ອຍ 43 ເສຍ​ຊີ​ວິດ ໃນ​ເຫດ​ໄຟ​ໄໝ້​ໂຮງ​ງານ ຢູ່​ນະ​ຄອນຫຼວງ ນິວ ເດ​ລີ


ແຜນ​ທີ່​ນະ​ຄອນຫຼວງ ນິວ ເດ​ລີ, ອິນ​ເດຍ.
ແຜນ​ທີ່​ນະ​ຄອນຫຼວງ ນິວ ເດ​ລີ, ອິນ​ເດຍ.

ຢ່າງ​ໜ້ອຍ 43 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ເຫດ​ໄຟ​ໄໝ້​ໂຮງ​ງານ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ ຫຼວງ ນິວ ເດ​ລີ ຂອງ ອິນ​ເດຍ, ດ້ວຍ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ, ຕຳຫຼວດ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AFP ໃນ​ວັນ​ອາ​ທິດ​ມື້ນີ້.

ແປວ​ໄຟໄດ້ເລີ່ມ​ໄໝ້​ໃນ​ຕອນ​ເຊົ້າໆຢູ່​ຊຸມ​ຊົນ​ເກົ່າ​ແກ່​ຂອງ​ເມືອງ​ດັ່ງ​ກ່າວ, ເຊິ່ງ​ເສັ້ນ​ທາງ​ທີ່​ແຄບ ແລະ ແອ​ອັດແມ່ນ​ມີ​ໂຮງ​ງານ​ຂະ​ໜາດ​ນ້ອຍ ແລະ ສາງເກັບ​ເຄື່ອງຫຼາຍ​ແຫ່ງ​ຕັ້ງ​ລຽນ​ຕິດກັ​ນ​ຢູ່.

ທ່ານ ສຸ​ນິ​ລ ຈຸ​ດາ​ຣີ, ຮອງ​ຜູ້​ບັນ​ຊາ​ການ​ຕຳຫຼວດ​ຂອງ​ນະ​ຄອນຫຼວງ ນິວ ເດ​ລີ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AFP ວ່າ “ຕັ້ງ​ແຕ່​ນັ້ນ​ມາ​ພວກ​ເຮົາ​ໄດ້​ຊ່ວຍ​ເຫຼືອ 50 ຄົນ.”

ທ່ານ​ໄດ້​ກ່າວ​ວ່າ ມັນມີ “ກຳ​ມະ​ກອນ ແລະ ພະ​ນັກ​ງານ​ຂອງ​ໂຮງ​ງານນອນ​ຢູ່​ໃນ​ຕຶກ​ສີ່ ຫຼື ຫ້າ​ຊັ້ນ​ນີ້.” ທ່ານ​ເວົ້າ​ຕື່ມ​ວ່າ ໄຟ​ໄດ້​ຖືກມອດ​ແຕ່​ການ​ປະ​ຕິ​ບັດ​ການ​ກູ້​ໄພ​ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່.

ເຈົ້າ​ໜ້າ​ທີ່​ຕຳຫຼວດ ອາ​ວຸ​ໂສ​ ຂອງ​ ນິວ ເດ​ລີ ທ່ານ​ນຶ່ງ​ໄດ້​ກ່າວ​ວ່າ 8 ຫຼື 9 ຄົນ​ໄດ້​ຖືກ​ຫາມ​ອອກ​ມາ​ໃນ​ເວ​ລາ​ຕໍ່​ມາ, ເຮັດ​ໃຫ້​ຕົວ​ເລກ​ທັງ​ໝົດ​ທີ່​ຖືກ​ກູ້​ໄພ​ອອກ​ມາ​ເປັນຢ່າງ​ໜ້ອຍ 58 ຄົນ.

ເຈົ້າ​ໜ້າ​ທີ່​ດັບ​ເພີງ​ໄດ້​ກ່າວ​ວ່າ ມັນ​ຍາກຫຼາຍ​ທີ່​ຈະ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ທີ່​ມືດ, ແລະ​ ຖືກ​ໄຟ​ໄໝ້​ຢ່າງ​ຮ້າຍ​ແຮງ ໃນ​ຕະຫຼາດ​ຂາຍ​ເຄື່ອງ​ສົ່ງ ຊາ​ດາ ບາ​ຊາ ເຊິ່ງ​ເປັນ​ສູນ​ກາງ​ເຂດ​ການ​ຄ້າ​ນັ້ນ.

ໂທ​ລະ​ພາບ​ຂ່າວ​ໃນ​ທ້ອງ​ຖິ່ນ​ໄດ້​ອອກ​ອາ​ກາດ​ພາບ​ຂອງ​ນັກ​ດັບ​ເພີງ​ຫາມ​ເອົາ​ປະ​ຊາ​ຊົນອອກ​ມາ​ຈາກ​ເສັ້ນ​ທາງ​ທີ່​ແຄບ ໄປ​ຫາ​ລົດ​ສຸກ​ເສີນ​ທີ່​ຈອດ​ຢູ່​ໃກ້​ຄຽງ.

ຕຶກ​ດັ່ງ​ກ່າວ​ແມ່ນ​ເຕັມ​ໄປ​ດ້ວຍ​ກະ​ເປົາ​ໂຮງ​ຮຽນ ແລະ ວັດ​ຖຸ​ຫີບ​ຫໍ່, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ດັບ​ເພີງ, ແຕ່​ເຂົາ​ເຈົ້າ​ຍັງ​ບໍ່​ຮູ້​ ກ່ຽວ​ກັບ ສາ​ເຫດ​ຂອງ​ໄຟ​ໄໝ້.

ຮອງ​ຄະ​ນະ​ກຳ​ມາ​ທິ​ການ​ ຕຳຫຼວດ ຂອງຕະຫຼາດ ຊາ​ດາ ບາ​ຊາ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AFP ວ່າ “ທຸກ​ຄົນ​ທີ່​ຖືກ​ຊ່ວຍ​ອອກ​ມາ​ໄດ້ ໄດ້​ຖືກ​ສົ່ງ​ໄປ​ໂຮງ​ໝໍ​ທ້ອງຖິ່ນ​ທີ່​ຢູ່​ໃກ້​ຄຽງ​ຢ່າງ​ຮີບ​ດ່ວນ, ເຊິ່ງ​ໄດ້​ຢືນ​ຢັນ​ຜູ້​ເສຍ​ຊີ​ວິດ​ແລ້ວ 35 ຄົນ. ບາງ​ຄົນ​ແມ່ນ​ມີ​ອາ​ການ​ທີ່​ຮ້າຍ​ແຮງ​ເຊັ່ນ​ກັນ.”

ເຂົາ​ເຈົ້າ​ເວົ້າ​ວ່າ “ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ສ່ວນຫຼາຍ​ແມ່ນ​ຜູ້​ທີ່​ໄດ້​ນອນ​ໃນ​ເວ​ລາ​ທີ່​ໄຟ​ເລີ່ມ​ໄໝ້ ແລະ ໄດ້​ເສຍ​ຊີ​ວິດ​ຍ້ອນຫາຍ​ໃຈ​ບໍ່​ອອກ.”

ເຈົ້າ​ໜ້າ​ທີ່​ຕຳຫຼວດ ຜູ້​ທີ່​ໄດ້​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ສຸກ​ເສີນຍັງ​ຄົງ​ຢູ່​ຈຸດ​ເກີດ​ເຫດ​ນັ້ນ, ກໍ​ໄດ້​ເຕືອນ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ເພີ່ມ​ຂຶ້ນ ໃນ​ຂະ​ນະ​ທີ່ “ຄົນ​ອື່ນໆ​ແມ່ນ​ມີ​ອາ​ການ​ສາ​ຫັດ.”

ໂຮງ​ງານ ແລະ ໜ່ວຍ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຂະ​ໜາດ​ນ້ອຍຫຼາຍ​ແຫ່ງ​ໃນ​ຕົວ​ເມືອງ​ໃຫຍ່​ຕ່າງໆ​ຂອງ ອິນ​ເດຍ ແມ່ນ​ມັກ​ຈະ​ຕັ້ງ​ຢູ່​ໃນ​ຊຸມ​ຊົນ​ທີ່​ເກົ່າ ແລະ ແອ​ອັດ​ຂອງ​ເມືອງ​ຕ່າງໆ, ບ່ອນ​ທີ່​ລາ​ຄາ​ຂອງ​ທີ່​ດິນ​ແມ່ນ​ຂ້ອນ​ຂ້າງ​ຈະ​ຖືກກວ່າ.

At least 35 people have died in a factory fire in India's capital New Delhi, with the toll still expected to rise, police told AFP Sunday.

The blaze broke out in the early hours in the city's old quarter, whose narrow and congested lanes are lined with many small manufacturing and storage units.

"We... have since rescued at least 50 people," Sunil Choudhary, New Delhi's deputy chief fire officer, told AFP.

They were "labourers and factory workers sleeping inside this four- or five-storied building," he said, adding that the fire had been extinguished but rescue operations were ongoing.

A senior Delhi police official said eight or nine people were carried out later, bringing the overall number rescued to at least 58.

Fire officials said it was very difficult to access the dark, poorly lit premises in the commercial hub of Sadar Bazar.

Local news channels aired footage of firemen carrying people out of the narrow lanes to nearby emergency vehicles.

The building was filled with school bags and packing material, fire officials said, but cautioned they were still unsure about the cause of the blaze.

"All the rescued persons were rushed to the nearby local hospitals, which have already confirmed 35 deaths. Some of the others are also in a serious state," Sadar Bazar's assistant commissioner of police told AFP.

"Most who've died were sleeping when the fire broke out and died due to asphyxiation," they said.

The police officer -- who said emergency personnel remained on the scene -- also warned that the toll was likely to rise as "many others are in a critical condition".

Many factories and small manufacturing units in big Indian cities are often located in old, cramped quarters of the cities, where the cost of land is relatively cheaper.

XS
SM
MD
LG