ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການເພີ້ມ ການຮັກສາຄວາມປອດໄພ ໃຫ້ແກ່ອະດີດນາຍົກລັດຖະມົນຕີ ອິມຣານ ຄານ ເນື່ອງຈາກຂໍ້ກ່າວອ້າງ ກ່ຽວກັບແຜນລອບສັງຫານ


ແຟ້ມຮູບ-ອະດີດນາຍົກລັດຖະມົນຕີຂອງປາກິສຖານ ທ່ານອິມຣານ ຄານ ກ່າວຖະແຫຼງການ ໃນລະຫວ່າງການປະຊຸມຢູ່ໃນນະຄອນຫຼວງອິສລາມາບັດ, ເມື່ອວັນທີ 23 ເມສາ 2022.
ແຟ້ມຮູບ-ອະດີດນາຍົກລັດຖະມົນຕີຂອງປາກິສຖານ ທ່ານອິມຣານ ຄານ ກ່າວຖະແຫຼງການ ໃນລະຫວ່າງການປະຊຸມຢູ່ໃນນະຄອນຫຼວງອິສລາມາບັດ, ເມື່ອວັນທີ 23 ເມສາ 2022.

ປາກິສຖານ ມີການສັ່ງໃຫ້ເພີ້ມການ​ຮັກ​ສາຄວາມປອດໄພສ່ວນໂຕໃຫ້ແກ່ອະດີດນາຍົກລັດຖະມົນຕີ ອິມຣານ ຄານ, ນຶ່ງມື້ລຸນຫຼັງທີ່ທ່ານໄດ້ກ່າວອ້າງ ຢູ່ທີ່ການໂຮມຊຸມນຸມຂອງຄົນຈໍານວນຫຼາຍວ່າ ມີການວາງແຜນເພື່ອລອບສັງຫານທ່ານ.

ສໍານັກງານຂອງນາຍົກລັດຖະມົນຕີ ທ່ານເຊບາສ ຊາຣິຟ (Shehbaz Sharif) ກ່າວໃນມື້ວັນຈັນວານນີ້ວ່າ ທ່ານໄດ້ມີການສັ່ງງານໂດຍກົງ ຕໍ່ລັດຖະບານກາງ ແລະລັດຖະບານຂອງແຂວງ ໃຫ້ຈັດ “ການຮັກສາຄວາມປອດໄພທີ່ບໍ່ສາມາດຜິດພາດໄດ້” ແກ່ຜູ້ນໍາທີ່ດໍາລົງຕໍາແໜ່ງກ່ອນໜ້າຂອງທ່ານໃນລະຫວ່າງການປະກົດໂຕ ໃນບ່ອນຊຸມນຸມ ແລະການລວມໂຕກັນ.

ພັກປາກິສຖານເຕຣິກ-ອີ-ອິນຊາຟ ຫຼື PTI ຂອງທ່ານຄານ ໄດ້ຈັດການຊຸມນຸມຕໍ່ຕ້ານລັດຖະບານຄັ້ງໃຫຍ່ໃນທົ່ວປະເທດ ນັບຕັ້ງແຕ່ຕົ້ນເດືອນແລ້ວນີ້ ເມື່ອນັກກິລາຄຣິກເກັດ ຜັນປ່ຽນໂຕເອງ ມາເປັນນັກການເມືອງ ຖືກຂັບໄລ່ອອກຈາກອໍານາດດ້ວຍການລົງຄະແນນສຽງບໍ່ໄວ້ວາງໃຈໂດຍລັດຖະສະພາ ເຊິ່ງນໍາໂດຍຫົວໜ້າພັກຝ່າຍຄ້ານ ແລະເຂົ້າມາແທນທີ່ໂດຍທ່ານຊາຣີຟ.

“ມີການວາງແຜນຕໍ່ຕ້ານຂ້າພະເຈົ້າທັງພາຍໃນປະເທດແລະຕ່າງປະເທດ. ພວກເຂົາວາງແຜນເພື່ອສັງຫານ ອິມຣານ ຄານ,” ອະດີດນາຍົກລັດຖະມົນຕີ ກ່າວກັບປະຊາຊົນທີ່ມາໂຮມຊຸມນຸມຢູ່ໃຈກາງເມືອງ ໄຟຊາລາບາດ (Faisalabad) ໃນຕອນກາງຄືນ ຂອງມື້ວັນອາທິດແລ້ວນີ້.

“ຂ້າພະເຈົ້າ ໄດ້ບັນທຶກຂໍ້ຄວາມ ວີດີໂອ ແລະເກັບຮັກສາມັນໄວ້ໃນທີ່ປອດໄພແລ້ວ. ຖ້າມີຫຍັງເກີດຂຶ້ນກັບຂ້າພະເຈົ້າ, ພະຜູ້ເປັນເຈົ້າຈະບໍ່ໃຫ້ມັນເປັນໄປໄດ້, ວີດີໂອນີ້ຈະຖືກນໍາອອກມາເປີດເຜີຍສູ່ສະທາລະນະ ເຊິ່ງຂ້າພະເຈົ້າຈະໄດ້ເປີດເຜີຍຜູ້ທີ່ກ່ຽວຂ້ອງກັບການວາງແຜນລອບສັງຫານນັ້ນ,” ທ່ານຄານກ່າວ ໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆເພີ້ມເຕີມ.

ນາຍົກລັດຖະມົນຕີທີ່ຖືກຂັບໄລ່ອອກຈາກອໍານາດ ໄດ້ຮຽກຮ້ອງໃຫ້ມີການເລືອກຕັ້ງຄືນໃໝ່, ໂດຍກ່າວຫາສະຫະລັດວ່າ ສົມຮູ້ຮ່ວມຄິດກັບພັກການເມືອງຝ່າຍຄ້ານ ເພື່ອເຮັດໃຫ້ອໍານາດໃນການປົກຄອງປະເທດເກືອບ 4 ປີຂອງທ່ານນັ້ນຕ້ອງຖືກຍຸບລົງ.

ທ່ານຄານ ໄດ້ຍົກລະດັບຂໍ້ກ່າວຫາໃນຂະນະທີ່ທ່ານຍັງຄົງດໍາລົງຕໍາແໜ່ງຢູ່, ໂດຍອ້າງຂໍ້ຄວາມທີ່ໃຊ້ລະຫັດຜ່ານຈາກເອກອັກຄະລັດທະທູດປາກິສຖານປະຈໍານະຄອນຫຼວງວໍຊິງຕັນ ທ່ານອາຊາດ ມາຈິດ ຄານ (Asad Majid Khan). ຂໍ້ກ່າວຫາດັ່ງກ່າວເຫຼົ່ານັ້ນ ປະກອບເປັນສ່ວນສໍາຄັນອັນນຶ່ງໃນການກ່າວຄໍາປາໄສຂອງທ່ານຄານ ທີ່ທ່ານໄດ້ກ່າວຕໍ່ການຊຸມນຸມຂອງມວນຊົນໃນຄັ້ງຫຼ້າສຸດຂອງທ່ານ.

ຜູ້ນໍາທີ່ຖືກປົດອອກຈາກຕໍາແໜ່ງຍັງຄົງຢືນຢັນວ່າ ທ່ານຖືກລົງໂທດຍ້ອນການ ດໍາເນີນນະໂຍບາຍທາງດ້ານການຕ່າງປະເທດທີ່ເປັນອິດສະຫຼະ ແລະບໍ່ສົນໃຈຕໍ່ຄໍາແນະນໍາຂອງວໍຊິງຕັນ ທີ່ຕໍ່ຕ້ານການໄປຢ້ຽມຢາມ ຣັດເຊຍ ຂອງທ່ານ. ທ່ານຄານ ພົບກັບປະທານາທິບໍດີວລາດີເມຍ ປູຕິນ ຂອງ ຣັດເຊຍ ໃນມື້ວັນທີ 24 ກຸມພາ, ເຊິ່ງເປັນມື້ດຽວກັນກັບ ຣັດເຊຍ ໂຈມຕີເຂົ້າໄປໃນ ຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG