ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕະຫຼາດຮຸ້ນ ເອເຊຍຕົກ ຍ້ອນການຊ້າລົງ ໃນພາກສ່ວນ ການ​ຜະ​ລິດ​ຂອງ​ຈີນ.


ພະນັກງານຄົນນຶ່ງ ກຳລັງປະກອບເຄື່ອງລົດ Mercedes-Benz ຢູ່ໂຮງງານໃນນະຄອນຫລວງປັກກິ່ງ.
ພະນັກງານຄົນນຶ່ງ ກຳລັງປະກອບເຄື່ອງລົດ Mercedes-Benz ຢູ່ໂຮງງານໃນນະຄອນຫລວງປັກກິ່ງ.

ຕະຫລາດ​ຮຸ້ນ​ເອ​ເຊຍ ໄດ້ຕົກລາຄາ ໃນ​ວັນ​ພຸດ​ມື້​ນີ້ ຫລັງ​ຈາກ​ມີ
​ລາຍ​ງານ​ໃໝ່ທີ່​ພາໃຫ້​ເກີດ​ມີຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ການ​ຊັກ
ຊ້າລົງ ໃນພາກສ່ວນການ​ຜະ​ລິດ​ທີ່​ສຳຄັນ​ຂອງ​ຈີນ.

ກິດຈະການ ໃນພາກສ່ວນການຜະ​ລິດຂອງ​ຈີນ ຕົກລົງສູ່​ລະດັບ
ຕຳ່​ສຸດ​ໃນ​ຮອບຫົກ​ປີກວ່າໆ ອີງ​ຕາມ​ລາຍງານການ​ສັງ​ເກດຢ່າງ​
ໃກ້ຊິດໃນ​ຂັ້ນ​ຕົ້ນຂອງດັດຊະນີ ​ ຜູ້ຈັດການຝ່າຍຊື້ Caixin.

ລາຍງານນີ້​ໄດ້​ພາໃຫ້ມີຄວາມ​ເປັນ​ຫ່ວງເພີ້ມຂຶ້ນ ​ກ່ຽວກັບການ​
ຊັກຊ້າຂອງເສດ ຖະກິດ​ຈີນໃ​ນຂະນະທີ່​ປັກ​ກິ່ງພະຍາຍາມ​ຈະ​ຫັນ
ປ່ຽນຈາກການສົ່ງອອກ ໄປສູ່ ການເຕີບໂຕ ທີ່ຂັບດັນໂດຍຄວາມ
ຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ.

​ໃນ​ວັນ​ພຸດ​ມື້​ນີ້ ຕະຫລາດ​ຮຸ້ນ​ທີ່ນະຄອນ Shanghai, Hong Kong, Sydney ​ແລະ
Seoul ໄດ້​ຕົກລາຄາປະມານ 2 ​ເປີ​ເຊັ​ນ​ໃນ​ເວລາ​ປິດ​ຕະຫລາດ ຊຶ່ງນັ້ນ​ໄດ້​ເກີດ​ຂື້ນ ​ຫລັງ​
ຈາກມີ​ການ​ຂາຍ​ຮຸ້ນອອກຢ່າງ​ໃຫຍ່ ຢູ່ໃນສະຫະລັດ ​ແລະ​ຢູ​ໂຣບ.

ບັນດາ​ນັກ​ລົງທຶນຍັງ​ພາກັນ​ເປັນ​ຫ່ວງ​ກ່ຽວ​ກັບຄວາມ​ເປັນ​ໄປ​ໄດ້​ທີ່​ຈະມີການຫລຸດຄ່າເງິນ​
ຢວນ​ຂອງຈີນ ລົງຕື່ມອີກ ​ເຖິງ​ແມ່ນ​ວ່າ ປະທານ​ປະ​ເທດ​ຈີນ ທ່ານ Xi Jingping ​ໃນວັນ​
ອັ​ງຄານ​ວານນີ້ ​ໄດ້​ປະກາດ​ວ່າ ນີ້​ຈະ​ເກີດ​ຂື້ນ​ບໍ່​ໄດ້.”

ໃນການຖະແຫຼງ ​ທີ່ນະຄອນ Seattle ບ່ອນ​ທີ່​ທ່ານເລີ້ມຕົ້ນການຢ້ຽມຢາມສະ ຫະລັດ
ນັ້ນ ທ່ານ Xi ກ່າວ​ວ່າ ປັກ​ກິ່ງວາງ​ແຜນ​ທີ່​ຈະ​ປ່ອຍ​ໃຫ້​ເງິນ​ຢວນປັບ​ໂຕ​ໂດ​ຍກຳລັງ​ຂອງ​
ຕະຫລາດ ​ໂດຍ​ກ່າວ​ວ່າ “ບໍ່​ມີ​ພື້ນຖານ​ການ​ສື​ບຕໍ່​ຂອງ​ການ​ຫລຸດ​ຄ່າລົງ.”

ປັກ​ກິ່ງ ໄດ້ຫລຸດຄ່າ​ເງິນ​ຢວນຂອງຕົນແບບບໍ່ມີການປະກາດລ່ວງໜ້າ​ໃນ​ເດືອນ​ແລ້ວ​ນີ້ ​ຊຶ່ງ
ເບິ່ງກັນວ່າ ເປັນ​ການ​ພະຍາຍາມ​ຊຸກ​ຍູ້​ໃຫ້​ເສດຖະກິດ​ເຕີບ​ໂຕ ໂດຍຈະ​ເຮັດ​ໃຫ້ສີນ​ຄ້າຂາ
ອອກ​ຈອງ​ຈີນ ມີ​ລາຄາ​ຖືກ​ລົງ​ ຢູ່​ໃນ​ຕະຫລາດ​ຕ່າງປະ​ເທດ.

​ແຕ່​ວ່າ ຄວາມສ່ຽງທີ່ສຳຄັນໃນການ​ຫລຸດ​ຄ່າເງິນຕານັ້ນ ຈະ​ເຮັດໃຫ້​ເກີດ​ສົງຄາມ​ເງິນ​ຕາຢູ່
ໃນ​ຂົງເຂດ ໃນເມື່ອວ່າປະ​ເທດ​ອຶ່ນໆ ກໍອາດ​ສາມາດ​ຫລຸດ​ຄ່າຂອງ​ເງິນ​ເຂົາ​ເຈົ້າ​ໃຫ້ຕ່ຳລົງ
​ເພື່ອ​ປ້ອງ​ກັນ​ຕະຫລາດການສົ່ງອອກ​ສິນຄ້າຂອງ​ເຂົາ​ເຈົ້າ.

ຕະຫລາດ​ຮຸ້ນ​ເອ​ເຊຍ ໄດ້ຕົກລາຄາ ໃນ​ວັນ​ພຸດ​ມື້​ນີ້ ຫລັງ​ຈາກ​ມີ​ລາຍ​ງານ​ໃໝ່ທີ່​ພາໃຫ້​ເກີດ
​ມີຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ການ​ຊັກ​ຊ້າລົງ ໃນພາກສ່ວນການ​ຜະ​ລິດ​ທີ່​ສຳຄັນ​ຂອງ​ຈີນ.

ກິດຈະການ ໃນພາກສ່ວນການຜະ​ລິດຂອງ​ຈີນ ຕົກລົງສູ່​ລະດັບຕຳ່ສຸດ​ໃນ​ຮອບຫົກ​ປີ
ກວ່າໆ ອີງ​ຕາມ​ລາຍງານການ​ສັງ​ເກດຢ່າງ​ໃກ້ຊິດໃນ​ຂັ້ນ​ຕົ້ນຂອງດັດຊະນີ ​ ຜູ້ຈັດການ
ຝ່າຍຊື້ Caixin.

ລາຍງານນີ້​ໄດ້​ພາໃຫ້ມີຄວາມ​ເປັນ​ຫ່ວງເພີ້ມຂຶ້ນ ​ກ່ຽວກັບການ​ຊັກຊ້າຂອງເສດຖະກິດ​ຈີນ
​ໃ​ນຂະນະທີ່​ປັກ​ກິ່ງພະຍາຍາມ​ຈະ​ຫັນປ່ຽນຈາກການສົ່ງອອກ ໄປສູ່ ການເຕີບໂຕ ທີ່ຂັບ
ດັນໂດຍຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ.

​ໃນ​ວັນ​ພຸດ​ມື້​ນີ້ ຕະຫລາດ​ຮຸ້ນ​ທີ່ນະຄອນ Shanghai, Hong Kong, Sydney ​ແລະ
Seoul ໄດ້​ຕົກລາຄາປະມານ 2 ​ເປີ​ເຊັ​ນ​ໃນ​ເວລາ​ປິດ​ຕະຫລາດ ຊຶ່ງນັ້ນ​ໄດ້​ເກີດ​ຂື້ນຫລັງ​
ຈາກມີ​ການ​ຂາຍ​ຮຸ້ນອອກຢ່າງ​ໃຫຍ່ ຢູ່ໃນສະຫະລັດ ​ແລະ​ຢູ​ໂຣບ.

ບັນດາ​ນັກ​ລົງທຶນຍັງ​ພາກັນ​ເປັນ​ຫ່ວງ​ກ່ຽວ​ກັບຄວາມ​ເປັນ​ໄປ​ໄດ້​ທີ່​ຈະມີການຫລຸດຄ່າເງິນ
​ຢວນ​ຂອງຈີນ ລົງຕື່ມອີກ ​ເຖິງ​ແມ່ນ​ວ່າ ປະທານ​ປະ​ເທດ​ຈີນ ທ່ານ Xi Jingping ​ໃນວັນ​
ອັ​ງຄານ​ວານນີ້ ​ໄດ້​ປະກາດ​ວ່າ ນີ້​ຈະ​ເກີດ​ຂື້ນ​ບໍ່​ໄດ້.”

ໃນການຖະແຫຼງ ​ທີ່ນະຄອນ Seattle ບ່ອນ​ທີ່​ທ່ານເລີ້ມຕົ້ນການຢ້ຽມຢາມສະ ຫະລັດ
ນັ້ນ ທ່ານ Xi ກ່າວ​ວ່າ ປັກ​ກິ່ງວາງ​ແຜນ​ທີ່​ຈະ​ປ່ອຍ​ໃຫ້​ເງິນ​ຢວນປັບ​ໂຕ​ໂດ​ຍກຳລັງ​ຂອງ
​ຕະຫລາດ ​ໂດຍ​ກ່າວ​ວ່າ “ບໍ່​ມີ​ພື້ນຖານ​ການ​ສື​ບຕໍ່​ຂອງ​ການ​ຫລຸດ​ຄ່າລົງ.”

ປັກ​ກິ່ງ ໄດ້ຫລຸດຄ່າ​ເງິນ​ຢວນຂອງຕົນແບບບໍ່ມີການປະກາດລ່ວງໜ້າ​ໃນ​ເດືອນ​ແລ້ວ​ນີ້ ​
ຊຶ່ງເບິ່ງກັນວ່າ ເປັນ​ການ​ພະຍາຍາມ​ຊຸກ​ຍູ້​ໃຫ້​ເສດຖະກິດ​ເຕີບ​ໂຕ ໂດຍຈະ​ເຮັດ​ໃຫ້ສີນ​
ຄ້າຂາອອກ​ຈອງ​ຈີນ ມີ​ລາຄາ​ຖືກ​ລົງ​ ຢູ່​ໃນ​ຕະຫລາດ​ຕ່າງປະ​ເທດ.

​ແຕ່​ວ່າ ຄວາມສ່ຽງທີ່ສຳຄັນໃນການ​ຫລຸດ​ຄ່າເງິນຕານັ້ນ ຈະ​ເຮັດໃຫ້​ເກີດ​ສົງຄາມ​ເງິນ​ຕາ
ຢູ່ໃນ​ຂົງເຂດ ໃນເມື່ອວ່າປະ​ເທດ​ອຶ່ນໆ ກໍອາດ​ສາມາດ​ຫລຸດ​ຄ່າ ຂອງ​ເງິນ​ເຂົາ​ເຈົ້າ​ໃຫ້ຕ່ຳ
ລົງ​ເພື່ອ​ປ້ອງ​ກັນ​ຕະຫລາດການສົ່ງອອກ​ສິນຄ້າຂອງ​ເຂົາ​ເຈົ້າ.

XS
SM
MD
LG