ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບັນດາຜູ້ນຳ ໃນພາກພື້ນ ເອເຊຍປາຊີຟິກ ຮຽກຮ້ອງ ການຮ່ວມມືກັນຕໍ່ສູ້ ລັດທິ ກໍ່ການຮ້າຍ


Asian Pacific Leaders Call for Cooperation in Fighting Terrorism
please wait

No media source currently available

0:00 0:02:03 0:00

ການໂຈມຕີກໍ່ການຮ້າຍຢູ່ຂົວລອນດອນ ແລະ ບໍລິເວນທີ່ຢູ່ໃກ້ຄຽງ ໄດ້ສົ່ງຄື້ນຟອງສັ່ນສະ ເທືອນຈິດໃຈອອກໄປທົ່ວໂລກ ໃນທ້າຍສັບປະດາຜ່ານມາ. ໃນກອງປະຊຸມເລື່ອງຄວາມ ປອດໄພທີ່ປະເທດສິງກະໂປ, ເຊິ່ງໄດ້ປິດລົງໃນວັນອາທິດນີ້ ບໍ່ດົນກ່ອນການໂຈມຕີໄດ້
ເກີດຂຶ້ນ, ບັນດາເຈົ້າໜ້າທີ່ປ້ອງກັນປະເທດ ໃນພາກພື້ນເອເຊຍປາຊີຟິກ ໄດ້ຫາລືກັນ
ກ່ຽວກັບ ຄວາມຈຳເປັນ ເພື່ອການຮ່ວມມືເພີ່ມຂຶ້ນ ໃນການຕໍ່ສູ້ກັບພວກຫົວຮຸນແຮງດ້ານ ສາສະໜານີ້. ນັກຂ່າວວີໂອເອ Bill Ide ມີລາຍງານເພີ່ມຕື່ມຈາກ ສິງກະໂປ ເຊິ່ງ
ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ທີ່ກອງປະຊຸມຄວາມ​ໝັ້ນຄົງ​ Shangri-La ປະຈຳປີ, ບັນຫາ ການຈັດຕັ້ງກອງທະຫານ ໃສ່ໝູ່ເກາະທຽມຂອງ ຈີນ ໃນທະເລຈີນໃຕ້ ແລະ ໄພຂົ່ມຂູ່ທີ່ ເກົາຫຼີເໜືອ ໄດ້ສ້າງຕໍ່ ພາກພື້ນເພີ່ມຂຶ້ນນັ້ນ ແມ່ນຫົວຂໍ້ເພັ່ງເລັງທີ່ສຳຄັນຂອງກອງປະຊຸມ.

ແຕ່ດ້ວຍການຕໍ່ສູ້ທີ່ກຳລັງດຳເນີນຢູ່ໃນ ຟີລິບປິນ ລະຫວ່າງ ທອງທັບ ແລະ ພວກຫົວຮຸນ ແຮງທີ່ເຊື່ອມໂຍງກັບພວກລັດອິສລາມ, ການໂຈມຕີ ເມື່ອບໍ່ດົນມານີ້ໃນປະເທດ ອິນໂດ
ເນເຊຍ ແລະ ຄວາມຮຸນແຮງໃນນະ ຄອນຫຼວງ ລອນດອນ ເມື່ອວັນເສົາທີ່ຜ່ານມານັ້ນ, ບັນດາເຈົ້າໜ້າທີ່ໄດ້ ສັນຍາວ່າ ຈະເຮັດວຽກຮ່ວມກັນໃຫ້ໜັກກວ່າເກົ່າ ເພື່ອຕໍ່ສູ້ພວກ
ຫົວຮຸນແຮງ.

ລັດຖະມົນຕີປ້ອງກັນປະເທດ ອິນໂດເນເຊຍ ທ່ານ Ryamizard Ryacudu ໄດ້ເອີ້ນ
ພວກຫົວຮຸນແຮງວ່າ “ເຄື່ອງຈັກພິຄາດ” ແລະ ກ່າວວ່າ ພວກນັກຮົບລັດອິສລາມ 1,200
ຄົນໃນ ຟີລິບປິນ ນັ້ນ, ປະມານ 40 ຄົນແມ່ນມາຈາກ ອິນໂດເນເຊຍ.

ທ່ານ Ryamizard Ryacudu ກ່າວວ່າ “ອິນໂດເນເຊຍ ແມ່ນພ້ອມ ແລ້ວທີ່ຈະສະໜັບ
ສະໜູນວຽກງານ ກ່ຽວກັບ ການສືບລັບ, ລວມທັງ ແບ່ງປັນຂໍ້ມູນເພື່ອແກ້ໄຂບັນຫາ
ຕ່າງໆທີ່ກ່ຽວຂ້ອງກັບລັດທິກໍ່ການ ຮ້າຍກັບຄູ່ຮ່ວມຂອງພວກເຂົາເຈົ້າ ໃນເອເຊຍຕາ
ເວັນສຽງໃຕ້ ແລະ ປະເທດອື່ນໆຄື ສະຫະລັດ.”

ທ່ານໄດ້ຮຽກຮ້ອງ​ໃຫ້ຂະຫຍາຍການລາດຕະເວນຕໍ່ຕ້ານການປຸ້ນສະດົມ ທາງທະເລ, ເຊິ່ງເພັ່ງເລັງໃສ່ການຕໍ່ສູ້ກັບພວກກໍ່ການຮ້າຍ ໃນພາກໃຕ້ຂອງ ຟີລິບປິນ ຍິ່ງຂຶ້ນກວ່າ
ເກົ່າ. ໃນທ້າຍເດືອນນີ້, ມາເລເຊຍ, ຟີລິບປິນ ແລະອິນໂດເນເຊຍຈະເພີ່ມການລາດ
ຕະເວນຮ່ວມກັນທາງອາກາດ ໃນທະເລ Sulu ຕາມເຂດຊາຍແດນລະຫວ່າງ ປະເທດ
ຂອງພວກເຂົາ ເຈົ້າ.

ໃນການກ່າວຄຳປາໄສ​ເມື່ອວັນເສົາທີ່ຜ່ານມານີ້, ລັດຖະມົນຕີປ້ອງກັນປະເທດ ສະຫະ
ລັດ ທ່ານ Jim Mattis ໄດ້ກ່າວເນັ້ນວ່າ ພັນທະຂອງ ສະຫະລັດ ເພື່ອຕໍ່ສູ້ກັບພວກ IS ບໍ່ແມ່ນພຽງໃນປະເທດ ອີຣັກ ແລະ ຊີເຣຍ ເທົ່ານັ້ນ, ແຕ່ແມ່ນໃນເຂດເອເຊຍຕາເວັນ
ອອກສຽງໃຕ້ເຊັ່ນກັນ.

ທ່ານ Jim Mattis ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ກ່າວວ່າ “ການໂຈມຕີທີ່
ເສົ້າສະຫຼົດໃຈທີ່ພວກເຮົາກຳລັງສັງເກດການຢູ່ເກາະ ມິນດານາວ ໃນຕອນນີ້ ໄດ້
ເຕືອນໃຫ້ພວກເຮົາຮູ້ວ່າ ພວກກໍ່ການຮ້າຍມີ ເຈຕະນາທີ່ຈະສ້າງສະໜາມຮົບໃສ່
ບ່ອນທີ່ມີຄົນບໍລິສຸດອາໄສຢູ່. ພວກ ເຮົາທຸກຄົນຕ້ອງອຸທິດຕົນ ເພື່ອຮັບປະກັນເຖິງ
ສະພາບແວດລ້ອມທີ່ມີ ຄວາມໝັ້ນຄົງ ເຊິ່ງອົງການພວກຫົວຮຸນແຮງຈະຫ່ຽວ​ແຫ້ງ
ແລະ ຕາຍໄປ, ບໍ່ແມ່ນປະຊາຊົນຜູ້ບໍລິສຸດຂອງພວກເຮົາ.”

ໃນການໂຈມຕີດ້ວຍລະເບີດສະຫຼະຊີບເມື່ອເດືອນທີ່ຜ່ານມາຢູ່ຄິວລົດເມ ໃນນະຄອນ
ຫຼວງ ຈາກາຕ້າ ທີ່ເຮັດໃຫ້ເຈົ້າໜ້າຕຳຫຼວດທີ່ເສຍຊີວິດ 3 ຄົນນັ້ນ. ພວກ IS ໄດ້ອ້າງ
ເອົາຄວາມຮັບຜິດຊອບ. ລັດຖະມົນຕີປ້ອງ ກັນປະເທດ ອິນໂດເນເຊຍ ກ່າວວ່າ ດ້ວຍ
ປະຊາກອນ ທີ່ເປັນຄົນມຸສ ລິມຫຼາຍທີ່ສຸດໃນໂລກນີ້, ປະເທດຂອງທ່ານແມ່ນເປົ້າໝາຍ
ທຳອິດ ທີ່​ຈະ​ຖືກ​ພວກ IS ​ໃຊ້​ອິດ​ທິພົນ​ຫົວຮຸນແຮງຄອບ​ງຳ.

The terrorist attacks on and near London Bridge sent shockwaves across the globe this weekend. At a security forum in Singapore, which was wrapping up Sunday just as the attacks were unfolding, Asian Pacific defense officials talked about the need for more cooperation in the fight against religious extremism. VOA's Bill Ide has more from Singapore.

At this year's annual Shangri-La Dialogue security forum, China's militarization of artificial islands in the South China Sea and the growing threat North Korea poses to the region were key topics of focus.

But with fighting ongoing in the Philippines between the military and Islamic State linked militants, recent attacks in Indonesia and Saturday night's mayhem in London, officials pledged to do more to work together to fight militant extremism.

Indonesian Defense Minister Ryamizard Ryacudu called militants "killing machines" and says of the 1,200 Islamic State fighters in the Philippines, about 40 were from Indonesia.

((RYAMIZARD RYACUDU, INDONESIA DEFENSE MINISTER - Bahasa, Male, needs English translation))
"Indonesia is ready to support the work of intelligence, including sharing information to resolve the issues related to terrorism, with its Southeast Asian partners and other countries like United States."

He called for the expansion of anti-piracy patrols, which increasingly are focused on fighting terrorists in the southern Philippines. Later this month, Malaysia, the Philippines and Indonesia will add joint air patrols in the Sulu Sea along their shared boundaries.

In a speech on Saturday, U.S. Secretary of Defense Jim Mattis stressed the U.S. commitment to fighting IS not only in Iraq and Syria, but Southeast Asia as well.

((JIM MATTIS, U.S. SECRETARY OF DEFENSE - male, English))
"This heartbreaking attack we are observing right now on a city in Mindanao reminds us that terrorists intentionally make battlefields where the innocent live ((CUT AWAY)) we must all devote ourselves to ensuring a stable environment in which violent extremist organizations wither and die, not our innocent citizens."

Last month a suicide blast at a bus terminal in Jakarta killed three police officers. IS claimed responsibility. Indonesia's defense minister says with the world's largest Muslim population, his country is a prime target for being influenced by the radicalism of IS.

XS
SM
MD
LG