ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຊື້ຂາຍຮຸ້ນ ໃນຕະຫຼາດຮຸ້ນເອເຊຍ ມີທັງຂຶ້ນ ແລະລົງ ໃນວັນພະຫັດມື້ນີ້


ຜູ້ແລກປ່ຽນອັດຕາເງິນຄົນນຶ່ງຍ່າງຜ່ານ ກະດານດັດຊະນີ Korea Composite Stock Price Index (KOSPI) ທີ່ນະຄອນຫຼວງ
ໂໍໍຊລ ເກົາຫຼີໃຕ້.
ຜູ້ແລກປ່ຽນອັດຕາເງິນຄົນນຶ່ງຍ່າງຜ່ານ ກະດານດັດຊະນີ Korea Composite Stock Price Index (KOSPI) ທີ່ນະຄອນຫຼວງ ໂໍໍຊລ ເກົາຫຼີໃຕ້.

ການຊື້ຂາຍໃນຕະຫຼາດຮຸ້ນ ເອເຊຍ ໄດ້ມີທັງຂຶ້ນ ແລະ ລົງໃນວັນພະຫັດມື້ນີ້.

ດັດຊະນີຮຸ້ນ Nikkei ຂອງຍີ່ປຸ່ນໄດ້ສິ້ນສຸດລົງກຳໄລ 0.9 ເປີເຊັນ.

ດັດຊະນີຮຸ້ນ S&P/ASX ຂອງອອສເຕຣເລຍໄດ້ກຳໄລ 0.8 ເປີເຊັນ. ດັດຊະນີ KOSPI ຂອງເກົາຫຼີໃຕ້ ໄດ້ຂຶ້ນ 1.3 ເປີເຊັນ ແລະດັດຊະນີ TSEC ຂອງໄທເປ ໄດ້ປິດດ້ວຍ 0.4 ເປີເຊັນ.

ໃນການຊື້ຂາຍໃນຕອນແລງນັ້ນ, ດັດຊະນີຮຸ້ນ Hang Seng ຂອງ ຮົງກົງ ໄດ້ລຸດລົງ 0.9 ເປີເຊັນ, ດັດຊະນີຮຸ້ນ Composite ຂອງຊຽງໄຮ້ແມ່ນໄດ້ຕົກລົງ 0.6 ເປີເຊັນ ແລະ ດັດສະນີຮຸ້ນ Sensex ໃນມູມບາຍ ໄດ້ຫຼຸດລົງ 0.2 ເປີເຊັນ.

ໃນການຊື້ຂາຍສິນຄ້າຕ່າງໆ, ຄໍາໄດ້ຂາຍໃນລາຄ່າ 1,935.20 ໂດລາ ຕໍ່ອອນ, ເຊິ່ງຫຼຸດລົງ 0.4 ເປີເຊັນ. ນໍ້າມັນດິບສະຫະລັດ ມີການຊື້ຂາຍໃນລາຄາ 41 ໂດລາ 40 ເຊັນຕໍ່ຖັງ, ເປັນການຫຼຸດລົງ 0.2 ເປີເຊັນ ແລະນໍ້າມັນດິບ Brent ທີ່ເປັນມາດຕະຖານການຊື້ຂາຍໃນທົ່ວໂລກ ແມ່ນຊື້ຂາຍໃນລາຄາ 44 ໂດລາ 25 ເຊັນຕໍ່ຖັງ ໂດຍຫຼຸດລົງ 0.4 ເປີເຊັນ.

ດັດຊະນີຮຸ້ນ Dow Jones, S&P 500 ແລະ Nasdaq ທັງໝົດມີແນວໂນມ ການຊື້ຂາຍໄປທາງລົບໃນອານາຄົດ.

Asian markets are trading mixed Thursday.

Japan’s benchmark Nikkei index finished 0.9% higher. The S&P/ASX index in Australia was up 0.8%. South Korea’s KOSPI index gained 1.3%, and the TSEC index in Taiwan finished 0.4%.

In late afternoon trading, Hong Kong’s Hang Seng index is down 0.9%. Shanghai’s Composite index is 0.6% lower, and the Sensex in Mumbai is down 0.2%.

In commodities trading, gold is selling at $1,935.20 an ounce, down 0.4%. U.S. crude oil is trading at $41.40 an ounce, down 0.2%, and the global benchmark Brent crude is trading at $44.25 an ounce, down 0.4%.

The Dow Jones, S&P 500 and the Nasdaq are all trending negatively in futures trading.

XS
SM
MD
LG