ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊື້ຂາຍໃນຕະຫລາດ ຮຸ້ນເອເຊຍ ສ່ວນຫລາຍ ເກືອບວ່າມີລາຄາສູງ ຂຶ້ນໝົດ


ແມ່ຍິງຄົນນຶ່ງໃສ່ຜ້າປິດປາກຍ່າງຜ່ານຍ່ານການຄ້າໃນນະຄອນໂຊລ ໃນວັນທີ 23 ເມສາ, 2020.
ແມ່ຍິງຄົນນຶ່ງໃສ່ຜ້າປິດປາກຍ່າງຜ່ານຍ່ານການຄ້າໃນນະຄອນໂຊລ ໃນວັນທີ 23 ເມສາ, 2020.

ຕະຫລາດຮຸ້ນຂອງໂລກແມ່ນຊື້ຂາຍກັນຢູ່ໃນຂົງເຂດທີ່ເປັນໄປໃນແງ່ດີໃນວັນຈັນ ມື້ນີ້ ພາຍຫລັງທີ່ທະນາຄານກາງຂອງຍີ່ປຸ່ນໄດ້ເອົາບາດກ້າວເພີ້ມຂຶ້ນ ເພື່ອຟື້ນຟູ ເສດຖະກິດທີ່ຖືກທໍາລາຍໂດຍການລະບາດລະດັບໂລກຂອງໄວຣັສໂຄໂຣນານັ້ນ ຄືນມາ.

ດັຊນີຮຸ້ນນິກເກທີ່ເປັນເກນມາດຕະຖານຂອງຍີ່ປຸ່ນ ໄດ້ເພີ້ມຂຶ້ນ 521 ເຢັນຫລື 2.7 ເປີເຊັນ ໂດຍມີລາຄາ 18,783.22 ເຢັນໃນຕອນປິດຕະຫຼາດ ພາຍຫລັງ ທີ່ທະນາຄານກາງຂອງຍີ່ປຸ່ນ ໄດ້ປະກາດວ່າ ຕົນຈະຊື້ພັນທະບັດ ຂອງລັດຖະ ບານ ແລະ ໜີ້ສິນຂອງບໍລິສັດ ໃນມູນຄ່າຫລາຍຕື້ໂດລາ.

ດັຊນີຮຸ້ນທີ່ເປັນເກນມາດຕະຖານຂອງຮົງກົງ, ຊິດນີ, ຊຽງໄຮ ແລະໂຊລ ຕ່າງກໍໄດ້ສະແດງໃຫ້ເຫັນວ່າມີກໍາໄລຢ່າງຫຼວງຫລາຍໃນການຊື້ຂາຍໃນຕອນບ່າຍໆ ຂອງມື້ນີ້.

ໃນການຊື້ຂາຍນໍ້າມັນໃນອະນາຄົດ, ນໍ້າມັນດິບລະດັບກາງຂອງແວສເທັກຊັສ ທີ່ເປັນເກນມາດຕະຖານຂອງສະຫະລັດນັ້ນ ແມ່ນຊື້ຂາຍກັນໃນລາຄາ 14.60 ໂດລາຕໍ່ຖັງ ຊຶ່ງໄດ້ຂາດທຶນໄປ 14 ເປີເຊັນ ໃນຂະນະທີ່ນໍ້າມັນດິເບຣນທ໌, ຊຶ່ງ ເປັນເກນມາດຕະຖານຂອງສາກົນນັ້ນ ໄດ້ຊື້ຂາຍກັນໃນລາຄາ 20.31 ໂດລາ ຕໍ່ຖັງ ຊຶ່ງຫລຸດລົງ 5.2 ເປີເຊັນ. ຕະຫລາດນໍ້າມັນ ໄດ້ພົບສະພາບຫຍຸ້ງຍາກ ນັບແຕ່ເກີດການລະບາດຂອງ COVID-19 ເປັນຕົ້ນມາ ເມື່ອລັດຖະບານໄດ້ ກັກກັນບໍລິເວນຄົນ ຊຶ່ງເຮັດໃຫ້ຄວາມຕ້ອງການຂອງນໍ້າມັນຫລຸດລົງ ແລະເຮັດ ໃຫ້ເກີດມີການສະໜອງນໍໍ້າມັນ ໃນປະລິມານທີ່ເກີນຄວາມຕ້ອງການຢ່າງຫລວງຫລາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

Global markets are trading in positive territory Monday after Japan’s central bank took further steps to revive an economy shattered by the coronavirus pandemic.

Japan’s benchmark Nikkei index gained 521 points, or 2.7%, closing at 18,783.22, after the Bank of Japan announced it was buying billions of dollars in government bonds and corporate debt.

The benchmark indexes in Hong Kong, Sydney, Shanghai and Seoul were also posting significant gains in late afternoon trading.

In oil futures trading, U.S. benchmark West Texas Intermediate crude was trading at $14.60 per barrel, a loss of nearly 14%, while Brent crude, the international standard, was trading at $20.31 per barrel, down 5.2%. Oil markets have been struggling since the COVID-19 pandemic took hold, with government imposed quarantines choking off demand and causing a massive glut of supplies.

XS
SM
MD
LG