ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບັນດາຜູ້ນຳ ອາຊຽນ ຈະຫຼຸດຜ່ອນ ບັນຫາ ຄວາມຂັດແຍ້ງ ໃນທະເລຈີນໃຕ້ ກັບ ຈີນ


ກຳປັ່ນກອງທັບເຮືອ ອອສເຕຣເລຍ HMAS Adelaide ເດີນທາງຄຽງຂ້າງເຮືອທ້ອງແບນ ກັບກອງທັບເຮືອ ຟີລິບປິນ ແລະ ກອງທັບ ອອສເຕຣເລຍ ໃນຂະນະທີ່ເຂົາເຈົ້າດຳເນີນ
ການຝຶກຊ້ອມຊ່ວຍເຫຼືອດ້ານມະນຸດສະທຳ ແລະ ການບັນ
ເທົາໄພພິບັດຮ່ວມກັນ ຢູ່ນອກອ່າວ ຊູບິກ ທາງພາກຕາເວັນ
ຕົກສຽງເໜືອຂອງ ຟີລິບປິນ.
ກຳປັ່ນກອງທັບເຮືອ ອອສເຕຣເລຍ HMAS Adelaide ເດີນທາງຄຽງຂ້າງເຮືອທ້ອງແບນ ກັບກອງທັບເຮືອ ຟີລິບປິນ ແລະ ກອງທັບ ອອສເຕຣເລຍ ໃນຂະນະທີ່ເຂົາເຈົ້າດຳເນີນ ການຝຶກຊ້ອມຊ່ວຍເຫຼືອດ້ານມະນຸດສະທຳ ແລະ ການບັນ ເທົາໄພພິບັດຮ່ວມກັນ ຢູ່ນອກອ່າວ ຊູບິກ ທາງພາກຕາເວັນ ຕົກສຽງເໜືອຂອງ ຟີລິບປິນ.

ເບິ່ງຄືວ່າ ຈີນ ກັບກຸ່ມປະເທດທີ່ມີອຳນາດໃນເອເຊຍຕາເວັນອອກສຽງໃຕ້ ຈະປຶກສາ
ຫາລື ບັນຫາຄວາມຂັດແຍ້ງທີ່ຮຸນແຮງ ທາງທະເລ ເມື່ອບັນດາຜູ້ນຳລັດຖະບານພົບປະ
ກັນໃນສັບປະດາໜ້າ, ແຕ່ພວກນັກວິເຄາະກ່າວວ່າ ມັນຈະບໍ່ມີຄຳເວົ້າທີ່ຈະສ້າງຄວາມ
ຂັດໃຈຕໍ່ລັດຖະບານ ປັກກິ່ງ ທີ່ໄດ້ຮັບຄວາມນັບຖືຍິ່ງຂຶ້ນນັ້ນ.

10 ປະເທດສະມາຊິກຂອງ ສະມາຄົມປະຊາຊາດເອເຊຍຕາເວັນອອກສຽງໃຕ້ ຫຼື ອາ
ຊຽນ ຈະພົບປະກັນກັບບັນດາເຈົ້າໜ້າທີ່ ຈີນ ໃນວັນທີ 10 ຫາ 14 ພະຈິກທີ່ນະຄອນ
ຫຼວງ ມະນີລາ ໃນກອງປະຊຸມຕ່າງໆທີ່ເປັນປະທານໂດຍ ຟີລິບປິນ, ເຊິ່ງເປັນເພື່ອນ
ຂອງ ປັກກິ່ງ ໃນປີທີ່ຜ່ານມາ ແລະ ແຕ່ລະກອງປະຊຸມແມ່ນໄດ້ເພັ່ງເລັງໃສ່ຄວາມເຫັນ
ພ້ອມກັນ ແທນທີ່ຈະແມ່ນການສົນທະນາໂຕ້ແຍ້ງຄວາມແຕກຕ່າງກັນ.

ບັນດານັກວິເຄາະຄາດວ່າຖະແຫຼງການຕ່າງໆ ຈາກກອງປະຊຸມທັງຫຼາຍຈະກ່າວເນັ້ນ
ເຖິງຄວາມຂັດແຍ້ງນີ້ຈາກອຳນາດອະທິປະໄຕໃນທະເລຈີນໃຕ້, ວ່າເປັນບັນຫາທາງ
ທະເລທີ່ຫຍຸ້ງຍາກທີ່ສຸດຂອງ ເອເຊຍ, ໂດຍປາສະຈາກການກ່າວຫາກັນ.

ທ່ານ ໂອ ເອ ຊຸນ ອາຈານສອນການສຶກສາ ສາກົນ ທີ່ມະຫາວິທະຍາໄລ ນານຢາງ
ຂອງປະເທດ ສິງກະໂປ ກ່າວວ່າ “ຂ້າພະເຈົ້າຄິດວ່າມັນຈະຖືກເອີ່ຍເຖິງ, ແຕ່ມັນເປັນ
ຄຳເວົ້າທົ່ວໄປທີ່ຮຽກຮ້ອງໃຫ້ທຸກຝ່າຍປະຕິບັດການຄວບຄຸມຍັບຢັ້ງໄວ້.”

ນັບຕັ້ງແຕ່ປີ 2010 ເປັນຕົ້ນມາລັດຖະບານ ປັກກິ່ງ ໄດ້ເຮັດໃຫ້ 4 ປະເທດໃນເອເຊຍ
ຕາເວັນອອກສຽງໃຕ້ບໍ່ພໍໃຈ ດ້ວຍການຂະຫຍາຍການຍາມຊາຍຝັ່ງຂອງເຂົາເຈົ້າ
ແລະ ການມີໜ້າຂອງກອງທັບໃນທະເລທີ່ມີເນື້ອທີ່ 3 ລ້ານ 5 ແສນຕາລາງກິໂລແມັດ
ເຊິ່ງມີຄຸນຄ່າສຳລັບການຫາປາ ແລະ ບໍ່ນໍ້າມັນ. ເຂດເສດຖະກິດພິເສດຂອງບັນດາ
ສະມາຊິກ ອາຊຽນ ໄດ້ແກ່ ບຣູໄນ, ມາເລເຊຍ, ຫວຽດນາມ ແລະ ຟີລິບປິນ ໄດ້ອ້າງ
ເອົາກຳມະສິດທັບກັບຈີນ 90 ເປີເຊັນໃນທະເລດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG