ຈີນ ແລະ 5 ປະເທດ ໃນເຂດລຸ່ມແມ່ນ້ຳຂອງ ຮັບຮອງເອົາແຜນພັດທະນາສະບັບໃໝ່
ຊຶ່ງ ກິ່ງສະຫວັນ ຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ຢູ່ໃນກອງປະຊຸມສຸດຍອດ ທີ່ໄດ້ມີການປ່າວປະກາດເປັນຢ່າງໃຫຍ່ ແຕ່ວ່າ ມີລາຍລະອຽດໜ້ອຍຫລາຍນັ້ນ ຈີນໄດ້ຊຸກຍູ້ແຜນພັດທະນາຫ້າປີຂອງຕົນ ກັບບັນດາປະເທດ
ຢູ່ຕາມແຄມແມ່ນໍ້າຂອງ ທີ່ເປັນແມ່ນໍ້າສາຍສໍາຄັນ ແລະມີການສູ້ຢັນກັນຫລາຍທີ່ສຸດໃນ
ຂົງເຂດເອເຊຍ.
ບັນດາຜູ້ນໍາຂອງຫ້າປະເທດ ຢູ່ເຂດແມ່ນໍ້າຂອງຕອນລຸ່ມ ຊຶ່ງລວມມີກໍາປູເຈຍ, ມຽນມາ, ຫວຽດນາມ, ໄທ ແລະລາວ ໄດ້ພົບກັບທ່ານ ຫລີ ເຄຈຽງ (Li Keqiang) ນາຍົກ ລັດຖະ
ມົນຕີຈີນ ຢູ່ພະລາດຊະວັງສັນຕິພາບ (Peace Palace) ໃນນະຄອນພະນົມເປັນ ໃນ
ວັນພຸດອາທິດແລ້ວນີ້ ຊຶ່ງເປັນກອງປະຊຸມກ່ຽວກັບການຮ່ວມມືໃນເຂດແມ່ນໍ້າ ລ້ານຊ້າງ
ກັບແມ່ຂອງ ຫລື LMC ຄັ້ງທີສອງ ຂອງບັນດາຜູ້ນໍາດັ່ງກ່າວ.
ທ່ານ ຫລີເຄຈຽງ ທີ່ມີປະເທດຕັ້ງຢູ່ຕອນເທິງຂອງແມ່ນໍ້າ ທີ່ເອີ້ນກັນໃນຊື່ພາສາຈີນກາງ
ວ່າລ້ານຊ້າງນັ້ນ ເວົ້າວ່າ ໃນນາມທີ່ເປັນປະທານປະຈໍາ ຂອງອົງການ LMC ທີ່ຫາກໍ່ຕັ້ງ
ຂຶ້ນມາໃໝ່ໆ ຈີນຈະນໍາເອົາຜົນປະໂຫຍດມາໃຫ້ສະມາຊິກຂອງອົງການດັ່ງກ່າວທຸກ
ປະເທດ.
ທ່ານກ່າວຢູ່ໃນກອງປະຊຸມນັກຂ່າວທີ່ບໍ່ໃຫ້ຖາມຄໍາຖາມຫຍັງນັ້ນວ່າ "ການຮ່ວມມືໃນ
ຂົງເຂດແມ່ນໍ້າຂອງ ຫລື ລ້ານຊ້າງ (Lancang) ບໍ່ແມ່ນຈະເປັນສິ່ງທີ່ເວົ້າແຕ່ປາກຊື່ໆ,
" "ພວກເຮົາໂອ້ລົມກັນກ່ຽວກັບຫລັກການທີ່ສໍາຄັນໃນກອງປະຊຸມນີ້. ພວກເຮົາຕ້ອງ
ໃຫ້ຄວາມນັບຖືຊຶ່ງກັນ ແລະກັນ ແລະໃຫ້ການພິຈາລະນາຕໍ່ກັນໃນດ້ານການພັດທະ
ນາຮ່ວມກັນແບບສະເໝີພາບ.”
ແຜນການຕົວຈິງທີ່ໄດ້ຍື່ນຢູ່ໃນກອງປະຊຸມນີ້ ແມ່ນກວ້າງຫຼາຍ ຊຶ່ງໄດ້ກວມເອົາເກືອບ
ໝົດທຸກດ້ານໃນການບໍລິຫານ ຈຶ່ງເປັນການຍາກທີ່ຈະຊີ້ໃຫ້ເຫັນຈຸດປະສົງສະເພາະໃດ
ນຶ່ງ ແລະກໍບໍ່ປາກົດວ່າມີການເອົາບາດກ້າວອັນໜັກແໜ້ນ ເພື່ອແກ້ໄຂໄພຂົ່ມຂູ່ ທີ່ເກີດ
ມາຈາກການກະທໍາຂອງຜູ້ຄົນທີ່ນັບມື້ນັບເພີ້ມຂຶ້ນ ຕໍ່ລະບົບແມ່ນໍ້າດັ່ງກ່າວນັ້ນ.
ສ່ວນທ່ານຮຸນເຊນ (Hun Sen) ນາຍົກລັດຖະມົນຕີກຳປູເຈຍ ໄດ້ກ່າວຕໍ່ພວກນັກຂ່າວ
ວ່າ ສູນກາງຕ່າງໆ ແມ່ນແນໃສ່ເພື່ອເສີມສ້າງການຮ່ວມມືດ້ານຊັບພະ ຍາກອນນໍ້າແລະ
ສິ່ງແວດລ້ອມ ພ້ອມທັງຈະມີການສ້າງ ສູນກາງສຶກສາກ່ຽວກັບແມ່ນໍ້າຂອງໃນລະດັບ
ໂລກ ແຕ່ທ່ານກໍບໍ່ໄດ້ໃຫ້ລາຍລະອຽດຫຍັງຕື່ມ ກ່ຽວກັບເລື່ອງນີ້.
ອົງການ LMC ຊຶ່ງໄດ້ມີການສ້າງຕັ້ງຂຶ້ນໃນປີ 2015 ພາຍໃຕ້ການນຳພາຂອງປັກກິ່ງ ແມ່ນເປັນຄູ່ແຂ່ງ ຂອງຄະນະກຳມະການແມ່ນໍ້າຂອງສາກົນ ຫຼື MRC ທີ່ຕັ້ງມາກ່ອນທີ່
ຈີນເປັນພຽງຄູ່ສົນທະນາ ແລະດັ່ງນັ້ນຂໍ້ສະເໜີສ້າງເຂື່ອນຕ່າງໆ ຈຶ່ງໄດ້ຮັບການຍົກ
ເວັ້ນຈາກການຖືກບັງຄັບ ມາຈົນເທົ່າປັດຈຸບັນນີ້.
ໃນຂະນະທີ່ອົງການ MRC ໄດ້ຖືກຕ້ອງຕິໂດຍບາງຄົນວ່າ ສ່ວນໃຫຍ່ແລ້ວເປັນ ສະຖາ
ບັນທີ່ບໍ່ອິດທິພົນພຽງພໍ ຊຶ່ງບໍ່ສາມາດ ໃຫ້ການຄຸ້ມຄອງຮັກສາແມ່ນໍ້າຂອງ ແລະກາງຕໍ່
ບັນດາໂຄງການທີ່ເປັນອັນຕະລາຍ ແລະຍັງບໍ່ມີຫຍັງເທື່ອທີ່ສະເໜີແນະວ່າ ອົງການ
LMC ຈະເຮັດໄດ້ດີຂຶ້ນແຕ່ຢ່າງໃດເລີຍ.
ຜູ້ສັງເກດການເຫັນວ່າ ນີ້ເປັນກົນໄກອີກຢ່າງນຶ່ງ ເພື່ອຂະຫຍາຍອິດທິພົນຂອງປັກກິ່ງ
ຢູ່ໃນຂົງເຂດທີ່ມີຄວາມສຳຄັນ ຕໍ່ໂຄງການນຶ່ງແລ້ວທາງນຶ່ງເສັ້ນທາງທີ່ເປັນນະໂຍບາຍ
ຕ່າງປະເທດ ອັນເປັນລາຍເຊັນ ຂອງຜູ້ນຳຈີນ ທ່ານສີ ຈິ້ນຜິງຊຶ່ງໄດ້ເນັ້ນໜັກເຖິງຄຸນຄ່າ
ຂອງສັນຕິພາບ ແລະການຮ່ວມມື ຢູ່ໃນຂົງເຂດ.
ແຕ່ຄວາມສຳພັນລະຫວ່າງຫົກປະເທດ ໃນທາງປະຫວັດສາດແລ້ວ ແມ່ນບໍ່ເຄີຍມີຄວາມ
ສຳພັນທີ່ດີ ແລະຍຸດທະສາດຂອງຈີນໃນການສ້າງເຂື່ອນຢ່າງຫຼວງຫຼາຍ ໃສ່ແມ່ນໍ້າຂອງ
ເອງນັ້ນ ໃນຂະນະທີ່ໃຫ້ທຶນແກ່ໂຄງການທີ່ຄ້າຍຄືກັນຢູ່ຕອນລຸ່ມແມ່ນໍ້າຂອງ ແມ່ນຂົ່ມຂູ່
ທີ່ຈະກໍ່ໃຫ້ເກີດຄວາມເຄັ່ງຕືງ ລະຫວ່າງບັນດາປະເທດເພື່ອນບ້ານ ທີ່ຕ່າງກໍອາໄສແມ່ນ້ຳ
ສາຍນີ້ຮ່ວມກັນ.
ແມ່ນໍ້າທີ່ຍາວກວ່າ 4,000 ກິໂລແມັດ ເປັນແຫຼ່ງຫາປານ້ຳຈືດ ທີ່ໃຫຍ່ໃນໂລກ ແລະໃຫ້
ການລ້ຽງດູແກ່ຜູ້ຄົນຈຳນວນ 60 ລ້ານຄົນ.
ກະແສຂະນາດນ້ຳແຮງຂອງແມ່ນ້ຳຂອງ ໄດ້ເອົາຊະນະການປ່ອຍນ້ຳຂອງຕົງເລສາບ
ໃນກຳປູເຈຍເປັນເວລາຫົກເດືອນຕໍ່ປີຊຶ່ງເປັນຂັ້ນຕອນທີ່ພາໃຫ້ເກີດນ້ຳຖ້ວມຄືນ ທີ່ບໍ່
ພົບເຫັນຢູ່ແຫ່ງໃດໃນໂລກ ຊຶ່ງກະຕຸ້ນໃຫ້ການມີການແຜ່ຂະຫຍາຍພັນປາແລະຊີວະ
ນາໆພັນ ໂດຍທົ່ວໄປ.
ຈາກນັ້ນ ມັນກໍໄດ້ໄຫລຜ່ານເຂດສາມຫລ່ຽມປາກແມ່ນໍ້າຂອງ ຊຶ່ງເປັນເຂດການຜະລິດ
ທີ່ມີຊື່ສຽງຂອງຫວຽດນາມ ບ່ອນທີ່ນໍ້າທະເລໄດ້ໄຫຼຍູ້ເຂົ້າມາເພີ້ມຂຶ້ນແລະໄພແຫ້ງແລ້ງ
ທີ່ໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງ ຊຶ່ງໃນປີ 2016 ພາໃຫ້ຈີນ ສະແດງອຳນາດ
ຂອງຕົນ ໂດຍການເປີດປະຕູເຂື່ອນປ່ອຍນ້ຳ ເພື່ອບັນເທົາ ຄວາມເຈັບປວດຂອງ
ເພື່ອນບ້ານ.
ຈີນໄດ້ສ້າງແປດເຂື່ອນໄປແລ້ວໃສ່່ແມ່ນໍ້າຂອງໃນຂະນະທີ່ອີກ 20 ກວ່າເຂື່ອນ ກຳລັງ
ຢູ່ພາຍໃຕ້ການກໍ່ສ້າງ ຫລືກຳລັງວາງແຜນໃນແຂວງຢູນານ ທິເບດ ແລະຈິງໄຮ່ ອີງຕາມອົງການແມ່ນໍ້າສາກົນ.
ປະເທດລາວ ທີ່ວາງແຜນຈະເປັນ “ໝໍ້ໄຟເອເຊຍ” ປັດຈຸບັນນີ້ ກຳລັງກໍ່ສ້າງເຂື່ອນສອງ
ແຫ່ງທີ່ສຳຄັນໃສ່ແມ່ນໍ້າຂອງ ທີ່ມີການໂຕ້ແຍ້ງກັນ ໃນຂະນະພວມກະກຽມເຂື່ອນທີສາມ ໂດຍບໍ່ເອົາຫົວຊາຕໍ່ການປະທ້ວງຂອງປະເທດເພື່ອນບ້ານທີ່ອົງການ MRC ແລະຍັງມີອີກຫຼາຍເຂື່ອນ ພວມຢູ່ໃນການວາງແຜນ.
ໃນຂະນະດຽວກັນ ກຳປູເຈຍຫາກໍເສັດສິ້ນການສ້າງເຂື່ອນເຊສານ 2 ຊຶ່ງເປັນສາຂາຂອງ
ແມ່ນ້ຳຂອງ ພ້ອມດ້ວຍການສ້າງເຂື່ອນໃຫຍ່ໃສ່ແມ່ນ້ຳຂອງ ທີ່ແຊມບໍ ຊຶ່ງໄດ້ວາງແຜນ
ໄວ້ເຊັ່ນດຽວກັນ.
ທ່ານນາງມໍຣີນ ແຮຣິສ ຜູ້ອຳນວຍການອົງການແມ່ນໍ້າສາກົນເຂດເອເຊຍອາຄະເນກ່າວ
ວ່າ ບັນດາປະຊາຄົມຢູ່ປະເທດໄທ ແລະປະເທດລາວ ມີລາຍງານວ່າ ໄດ້ຮັບຜົນກະທົບຈາກບາງເຂື່ອນເຫຼົ່ານີ້ມາເປັນເວລາຫລາຍປີແລ້ວ ໂດຍ ປາດສະຈາກການຮັບຮູ້ຢ່າງ
ເປັນທາງການ ຫລືແກ້ໄຂໃດໆ.
ທ່ານນາງກ່າວວ່າ “ລະຫວ່າງສອງທົດສະວັດທີ່ຜ່ານມານີ້ ບັນດາເຂື່ອນທີ່ຢູ່ຕອນເທິງ
ຂອງແມ່ນໍ້າ ໄດ້ປ່ຽນແປງທຳມະຊາດໃນການໝູນວຽນຂອງແມ່ນໍ້າຢ່າງຫຼວງຫຼາຍ
ແລະຕັນດິນຝຸ່ນໄວ້ ຊຶ່ງເປັນຜົນກະທົບຕໍ່ລະບົບນິເວດ ແລະການຫາປາທີ່ຢູ່ລຸ່ມເຂື່ອນ
ລົງມາ.”
ການສຶກສາໃນປີ 2009 ໂດຍການດຳເນີນຂອງສະຖາບັນວິທະຍາສາດແຫ່ງຊາດຂອງສະຫະລັດອາເມຣິກາ ໄດ້ພົບເຫັນວ່າ ຖ້າຫາກ 11 ເຂື່ອນ ທີ່ວາງ ແຜນໃສ່ແມ່ນໍ້າຂອງ
ແລະ 78 ເຂື່ອນ ທີ່ວາງແຜນໃສ່ແມ່ນ້ຳສາຂານັ້ນ ຖືກສ້າງຂຶ້ນມາ ໝູ່ປາທັງໝົດຈະຫລຸດ
ລົງ 51 ເປີເຊັນ.
ຈີນໄດ້ປະກາດໃຫ້ການຊ່ວຍເຫລືອດ້ານການເງິນຫລາຍພັນລ້ານໂດ“ສ ແກ່ ໂຄງການ
ຕ່າງໆ ຢູ່ໃນແມ່ນໍ້າຂອງ ຜ່ານທາງອົງການ LMC.
ທ່ານອຽນ ແບດ ຮອງສາດສະດາຈານພູມສາດທີ່ມະຫາວິທະຍາໄລວິສຄອນຊີນ ທີ່
ເມືອງແມດີສັນ ຊຶ່ງໄດ້ສືກສາກ່ຽວກັບການປະມົງຢູ່ໃນແມ່ນໍ້າຂອງກ່າວວ່າ ໃນຂະນະ
ທີ່ບັນດາສະມາຊິກຂອງອົງການ LMC ອາດຈະພາກັນດີໃຈ ຮັບເອົາເງິນຈີນ ໂດຍໄດ້
ຮັບການນັບຖືໃນໄລຍະຍາວ ແລະການຮ່ວມມືນັ້ນ ເປັນເລື່ອງສັບ ສົນຫຼາຍຂຶ້ນ.
ທ່ານກ່າວວ່າ “ຂ້າພະເຈົ້າຄິດວ່າ ເວລາຈະບອກໄດ້ວ່າຈີນວ່ອງໄວຫຼາຍປານໃດ ໃນ
ການຈັດຕັ້ງກົນໄກຢູ່ຂົງເຂດ. ເຂົາເຈົ້າເຕັມໃຈຫຼືບໍ່ທີ່ຈະຍິນຍອມມອບອຳນາດຫຼາຍ
ສົມຄວນ ແລະກ່າວວ່າອິດທິພົນສຳລັບປະເທດອື່ນໆທີ່ເຮັດໃຫ້ເຂົາເຈົ້າຕ້ອງ ການສະໜັບສະໜູນຂໍ້ລິເລີ້ມດັ່ງກ່າວ.”
ທ່ານໃຫ້ຂໍ້ສັງເກດວ່າ ການພັດທະນາຂອງຈີນໄດ້ລາມໄປສູ່ບັນດາປະເທດຕ່າງໆ ເຊັ່ນ
ວ່່າປະເທດລາວ ທີ່ມັກວາດພາບວ່າ ບໍ່ສາມາດຢຸດໄດ້ ບ່ອນທີ່ຄວາມຈິງນັ້ນ ແມ່ນຄວາມ
ລົ້ມແຫຼວໃນຄວາມພໍໃຈ ທີ່ເປັນສຳນວນອຳນາດແຮງພັກດັນທ້ອງຖິ່ນ ທີ່ໄດ້ນຳໄປສູ່ໂຄງ
ການຕ່າງໆທີ່ຈະລົ້ມແຫລວນັ້ນ.
“ນີ້ິແມ່ນຈຳນວນນຶ່ງຂອງຄວາມບອບບາງ ທີ່ຂ້າພະເຈົ້າຄິດວ່າຜູ້ຄົນມີມັກຫລົງລືມ.
ວິທີດັ່ງກ່າວທີ່ຈີນຍົກເວທີສະແດງຂຶ້ນ ຊຶ່ງຂ້າພະເຈົ້າຄິດວ່າບາງເທື່ອເວົ້າໂຍກ
ເກີນໄປ.”
ເປົ້າໝາຍນຶ່ງໃນຈຸດປະສົງທີ່ສັບຊ້ອນຂອງຈີນໃນຂົງເຂດ ຄືຄ້ຳປະກັນການສະໜັບສະ
ໜູນ ຫລືຢ່າງໜ້ອຍກໍການໝົດໄປໃນການຄັດຄ້ານ ຕໍ່ການອ້າງເອົາກຳມະສິດເກືອບ
ທັງໝົດຂອງຕົນໃນທະເລຈີນໃຕ້.
ເຖິງແມ່ນວ່າ ກຳປູເຈຍທີ່ເປັນເຈົ້າພາບຈັດກອງປະຊຸມອົງການ LMC ໄດ້ໃຫ້ຄຳໝັ້ນ
ສັນຍາວ່າ ຈະໃຫ້ການສະໜັບສະໜູນຢ່າງເຕັມທີ່ ຕໍ່ການອ້າງເອົາກຳມະສິດຂອງຈີນ
ແຕ່ປະເທດອື່ນໆເຊັ່ນວ່າຫວຽດນາມ ຍັງຄັດຄ້ານຢ່າງຂົມຂື່ນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ