ລິ້ງ ສຳຫລັບເຂົ້າຫາ

logo-print

ພວກນັກຂຽນ ເອເຊຍ-ອາເມຣິກັນ ນຳເອົາຄວາມຫຼາກຫຼາຍ ມາສູ່ອຸດສາຫະກຳ ນະວະນິຍາຍກາຕູນອາເມຣິກັນ


ປຶ້ມກາຕູນມະນຸດແມງມຸມ ທີ່ເຫັນຢູ່ເວລານີ້ ພິມອອກ ໃນວັນທີ 12 ພະຈິກ ປີ 2018.

ຄວາມຫຼາກຫຼາຍຂອງນະວະນິຍາຍແລະຮູບແຕ້ມກາຕູນຢູ່ໃນສະຫະລັດ ໄດ້ເພີ້ມຈຳ
ນວນຂຶ້ນ ຍ້ອນການເຕີບໂຕຂອງຈຳນວນສິນລະປິນ ພວກທີ່ມີເບື້ອງຫຼັງ ໃນຕ່າງປະ
ເທດມາ. ນັກຂ່າວວີໂອເອ ດາເນຍ ອີມານມີລາຍງານມາຈາກ ແຊນດິເອໂກ ລັດກາ
ລີຟໍເນຍ ກ່ຽວກັບຊາວອາເມຣິກັນ ເຊື້ອສາຍເອເຊຍສອງຄົນ ຜູ້ທີ່ປະກອບສ່ວນເຂົ້າ ໃນຄວາມຫຼາກຫຼາຍຂອງອຸສາຫະກຳດັ່ງກ່າວ ດັ່ງ ສາລີ ຈະສະເໜີທ່ານ ໃນອັນດັບຕໍ່ໄປ.

ບັນດາແຟນໆຂອງນະວະນິຍາຍແລະຮູບແຕ້ມກາຕູນຢູ່ໃນ ສະຫະລັດ ໄດ້ພາກັນ
ເຫັນການເພີ້ມພູນ ຂອງຄວາມຫຼາກຫຼາຍ ຈາກພວກນັກສິນລະປິນທີ່ມີເບື້ອງຫຼັງ
ໃນຕ່າງປະເທດມາ ຜູ້ທີ່ໄດ້ເອົາຄວາມເປັນເອກກະລັກ ທີ່ອີງໃສ່ຊີວິດຈິງຂອງຕົນເອງ ມາປະກອບເຂົ້າໃສ່ໃນວຽກງານຂອງພວກເຂົາເຈົ້າ.

ທີບຸຍ ທີ່ເຄີຍເປັນເດັກນ້ອຍອົບພະຍົບວຽດນາມ ເປັນຜູ້ຂຽນປຶ້ມຫົວທີ່ມີຊື່ວ່າ "The
Best We Could Do” ຊຶ່ງພໍແປໄດ້ວ່າ “ສິ່ງທີ່ດີທີ່ສຸດທີ່ພວກເຮົາຈະສາມາດເຮັດໄດ້” ເປັນຄວາມຊົງຈຳ ທີ່ຈັບຈິດຈັບໃຈ ທີ່ສາທະຍາຍໄດ້ດີ ທີ່ໄດ້ຮັບຄວາມດົນໃຈຈາກການ
ເດີນທາງມຸ້ງໜ້າມາຍັງສະຫະລັດ. ນາງທີບຸຍເວົ້າວ່າ: “ມັນເປັນເລື້ອງກົກເຄົ້າຂອງຂ້າ
ພະເຈົ້າ ຊຶ່ງສຳລັບຂ້າພະເຈົ້າແລ້ວ ບັງເອີນໄດ້ຮວມເອົາເລື້ອງສົງຄາມວຽດນາມເຂົ້າ
ນຳ ແລະເລື້ອງບ້າໆບໍໆທັງໝົດ ຂອງສັດຕະວັດທີ 20 ລວມທັງວຽດນາມແລະເອເຊຍ.
ແລະວ່າ ເລື້ອງທັງໝົດນັ້ນ ຈະນຳເຂົ້າຫາຄອບຄົວຂອງຂ້າພະເຈົ້າແບບໃດ ໃນການ
ໜີມາທາງເຮືອຢ່າງຜິດກົດໝາຍ ມາເຖິງມາເລເຊຍ ບ່ອນທີ່ນ້ອງຊາຍຂອງຂ້າພະເຈົ້າ
ໄດ້ເກີດ ແລະໃນທີ່ສຸດ ກໍໄດ້ມາຕັ້ງຖິ່ນຖານຢູ່ສະຫະລັດ ໃນທ້າຍຊຸມປີ 1970.”

ຍານາງບຸຍ ທີ່ມີອາຍຸ 43 ປີ ຢາກເປັນປາກສຽງໃຫ້ຊາວອົບພະຍົບ. ລາວສຸມຈິດສຸມ
ໃຈໃສ່ຫົວຂໍ້ ທີ່ພວມເກີດຂຶ້ນຢູ່ໃນປັດຈຸບັນ ເຊັ່ນເລື້ອງຜູ້ຄົນຖືກເນລະ ເທດອອກ
ຈາກສະຫະລັດ ໃນປຶ້ມນະວະນິຍາຍຂອງຫົວທີ່ກຳລັງຈະອອກມາຊື່ວ່າ “Nowhere
Land” ແປວ່າ “ບໍ່ມີແຜ່ນດິນບ່ອນໃດ” ນາງມີແຜນວ່າ ຈະພິມອອກໃນປີໜ້ານີ້.

ຍານາງບຸຍເວົ້າວ່າ “ໃນເມື່ອເຈົ້າຢູ່ໃນວົງການອຸສາຫະກຳການບັນເທີງ ແລະເຮັດສິ່ງ
ໃດສິ່ງນຶ່ງທີ່ພາໃຫ້ອ່ານແລ້ວມ່ວນ ມັນກໍບໍ່ຕ່າງຫຍັງກັນກັບມ້າວິເສດທຽມທີ່ນຳເອົາ
ປະຫວັດສາດ ແລະການເມືອງ ແລະເລື້ອງຕ່າງໆຂອງຜູ້ຄົນທີ່ບໍ່ຄ່ອຍມີອຳນາດໃນ
ປັດຈຸບັນ. ພວກຊາວອົບພະຍົບກໍແມ່ນຈຳພວກທີ່ມີອິດທິພົນໜ້ອຍທີ່ສຸດ ແລະພວກ
ເຂົາເຈົ້າ ຈຳເປັນຈະຕ້ອງໄດ້ມີຄົນອື່ນລຸກຢືນຂຶ້ນຊ່ອຍ ຕໍ່ສູ້ກັບພວກເຂົາເຈົ້າ. ເພາະສະນັ້ນຂ້າພະເຈົ້າຈຶ່ງຄິດວ່າ ມັນເປັນເລື້ອງທີ່ສຳຄັນຫຼາຍສຳລັບຜູ້ຄົ ນທີ່ມາຢູ່ໜີ້ ໃນນາມເປັນອົບພະຍົບ ທີ່ຈະເຕືອນໃຫ້ທຸກໆຄົນຮູ້ວ່າ ບໍ່ແມ່ນວ່າ ໝົດທຸກຄົນຢູ່ໜີ້ ຈະມັກພວກເຮົາ ແລະມັນກໍເປັນໜ້າທີ່ຂອງພວກເຮົາທີ່ຈະລຸກຂຶ້ນ ເພື່ອພວກຜູ້ຄົນ
ທີ່ຈຳເປັນຕ້ອງໄດ້ມີປາກສຽງພິເສດ ຢູ່ຄຽງຂ້າງຂອງພວກເຂົາເຈົ້າເວລານີ້.”

ສ່ວນ ນັກປະພັນສຳລັບປຶ້ມ ຄໍມິກ Genesis II ທ່ານ ອາລັນ ລິງ ຜູ້ທີ່ພໍ່ແມ່ໄດ້ມາຢູ່

ສະຫະລັດ ໃນຖານະເປັນຜູ້ລີ້ໄພການເມືອງ ກ່າວວ່າ ຄວາມຫຼາກຫຼາຍຂອງອຸສາຫະ
ກຳປຶ້ມກາຕູນ ເປັນເລື້ອງຈຳເປັນ ເພາະວ່າ ມັນຍັງຖືກຄອບງຳໂດຍພວກສິນລະປິນ
ເພດຊາຍຜິວຂາວຢູ່. ໂດຍສະເພາະໃນເຫດການໃຫຽ່ໆແລະສຳຄັນ ເຊັ່ນງານລະ
ຫວ່າງຊາດປະຈຳປີ Comic-Con International ເປັນຕົ້ນ.

ທ່ານ ອາລັນ ລິງ ກ່າວວ່າ: “ແຕ່ວ່າ ຄວາມຫຼາກຫຼາຍແມ່ນພວມເກີດຂຶ້ນຢູ່ເປັນປະຈຳ ມັນມີນັກສິນລະປິນຢູ່ທຸກບ່ອນ ຢູ່ໃນທົ່ວໂລກ ແຕ່ບໍ່ຈຳເປັນວ່າ ຈະມີຕົວແທນຂອງ
ເຂົາເຈົ້າມາມີໜ້າຢູ່ໃນ Comic-Con.”

ທ່ານ ລິງ ກ່າວວ່າ ທ່ານພໍໃຈ ທີ່ເຫັນວ່າ ບັນດາພວກແຟນໆ ກຳລັງສຸມຈິດສຸມໃຈ ໃສ່ຫົວຄິດປະດິດສ້າງຂອງພວກສິນລະປິນ.

ທ່ານ ລິງ ກ່າວມ້ວນທ້າຍວ່າ: “ຂ້າພະເຈົ້າຄິດວ່າ ດຽວນີ້ ມັນບໍ່ເປັນຫຍັງອີກແລ້ວ ບໍ່ວ່າເຈົ້າຈະມີເຊື້ອສາຍມາແຕ່ໃສກໍຕາມ ຕາບໃດສິ່ງທີ່ເຈົ້າເຮັດຂຶ້ນມານັ້ນມັນດີອີ່ຫຼີ ແຕ່ຂ້າພະເຈົ້າຄິດວ່າ ສິ່ງທີ່ດີກ່ຽວກັບປຶ້ມກາຕູນກໍຄື ບໍ່ມີຜູ້ໃດສົນໃຈວ່າ ໜ້າຕາເຈົ້າຈະເປັນແນວໃດ ພວກເຂົາເຈົ້າ ພຽງແຕ່ສົນໃຈ ໃນສິ່ງທີ່ເຈົ້າເຮັດເທົ່ານັ້ນ.

ເຊີນອ່ານຕື່ມເລື້ອງນີ້ເປັນພາສາອັງກິດ


[[Diversity in the comic and graphic novel industry in the United
States has increased with the growing number of artists who
have international backgrounds. VOA's Dhania Iman reports
from San Diego, California, on two Asian American authors who
are contributing to the industry's diversity.

Comic and graphic novel fans in the U.S. have seen an increase
in diversity from artists with international backgrounds, who bring
their own uniqueness based on their life stories to their work.

Thi Bui, who was a Vietnamese child refugee, is the author of
"The Best We Could Do." It's a gripping, illustrated memoir
inspired by her journey to the United States.


"It's my origin story which for me happens to include the Vietnam
war and all of the crazy history of the 20th century and Vietnam
and Asia. And then how all of that led to my family leaving illegally
in a boat, ending up in Malaysia where my brother was born, and
then eventually getting resettled in the U.S. in the late 1970s."

Bui, who is 43, wants to be the voice of refugees. She focuses on current topics, such as people being deported from the U.S., in
her next graphic novel, "Nowhere Land," which she plans to
publish next year.


"Well, being in the entertainment industry and making something
that's enjoyable to read is an excellent Trojan horse for bringing
in history and politics and the stories of people who are less
powerful right now. Refugees are among the least powerful
people and they need other people standing up for them and
fighting with them. So I think it's really important as people who
came here as refugees, to remind everybody (that) not everybody wanted us here when we came, and it's our duty to stand up for
people who need extra voices on their side right now."

Author of Genesis II comic, Allen Ling, whose Chinese parents
came to the U.S. as political exiles, says diversity in the comic
industry is crucial, because it is still dominated by white male
artists. This is especially important at large events such as the
annual Comic-Con International.


"But more diversity occurring, there are artists everywhere around
the world, but they're not always represented at Comic-Con."

Ling says he appreciates how fans are focusing more on the
artists' creation.


"I think now it doesn't matter what race you are as long as your
stuff is really good, but I think what's nice about comic books is
nobody cares about what you look like, they only care what
you're doing."

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG