ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພົວພັນ ກັບເອເຊຍ ຂອງທ່ານ ດໍໂນລ ທຣຳ ໃນສາຍຕາຂອງ ບັນດານັກວິເຄາະ


መቅደስ አበበ
መቅደስ አበበ

ໃນປະມານສອງອາທິດຂ້າງໜ້າ ທ່ານດໍໂນລ ທຣຳ ຈະສາບານໂຕ ເປັນປະທານາ
ທິບໍດີ ຄົນທີ 45 ຂອງສະຫະລັດ. ທ່ານຈະປະເຊີນໜ້າ ກັບບັນຫາພາຍໃນປະເທດ
ຫຼາຍໆ​ຢ່າງ ບາງສ່ວນນັ້ນ ແມ່ນເລື່ອງຫລັກ ທີ່ຮັບປະກັນຄະແນນໃຫ້ທ່ານ ໃນພວກ
ລັດທີ່ຍັງຕັດສິນໃຈບໍ່ໄດ້ ໃນລະຫວ່າງການເລືອກຕັ້ງ ເມື່ອເດືອນພະຈິກຜ່ານມາ. ຫາກແຕ່ວ່າ ນັບຕັ້ງແຕ່ນັ້ນມາ ທ່ານທຣຳ ປະທານາທິບໍດີທີ່ຖືກເລືອກໃໝ່ ໄດ້ກ້າວ
ເຂົ້າໄປ ໃນວົງການການທູດ ໂດຍການຂຽນຂໍ້ຄວາມລົງ ຜ່ານທາງ Twitter. ໃນທັນ ໃດທີ່ທ່ານເຂົ້າຮັບຕຳແໜ່ງ ທ່ານທຣຳ ຈະຕ້ອງໄດ້ຮັບມື ກັບຄວາມເປັນຫ່ວງ ອັນຮີບ
ດ່ວນທັງຫຼາຍ ຈາກທົ່ວໂລກ ນັ້ນ.

ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ອາດເປັນຄົນທຳອິດ ທີ່ຈະເປັນບັນຫາທ້າທາຍ ໃຫ້ແກ່ ປະທານາທິບໍດີ ທຣຳ ທີ່ຫາກໍສາບານໂຕເຂົ້າຮັບຕຳແໜ່ງໃໝ່ໆ ຫຼັງຈາກທີ່ທ່ານ Kim ໄດ້ສະແດງຮ່ອງຮອຍ ວ່າ ເກົາຫຼີເໜືອຈະທຳການທົດລອງ ລູກສອນໄຟຂີປະນາວຸດ ຂ້າມທະວີບ. ອັນເປັນອາວຸດ ຊຶ່ງເວລາ​ໃດສົມບູນແບບແລ້ວ ມັນອາດຈະມາຮອດທະວີບ ອາ​ເມຣິກາ​ເໜືອ ໄດ້.

ທ່ານ Jonathan Miller ຈາກສະຖາບັນ EastWest ກ່າວວ່າ ໃນຂະນະທີ່ ຫຼາຍຄົນ ໄດ້ວິເຄາະຢ່າງລະອຽດ ຄວາມແຕກກັນ ຂອງຂໍ້ຄວາມທັງຫຼາຍ ຈາກປະທານາທິບໍດີ ໂອບາມາ ທີ່ກຳລັງຈະພົ້ນຈາກຕຳແໜ່ງ ແລະ ຂໍ້ຄວາມຕ່າງໆທີ່ຂຽນລົງທາງ Twitter ຂອງທ່ານທຣຳ ຄວນມອງເບິ່ງແບບທົ່ວໄປ.

ທ່ານ Miller ເວົ້າວ່າ “ຄວາມເປັນຫ່ວງທີ່ໃຫຍ່ ທີ່ສຸດຂອງຂ້າພະເຈົ້າ ໃນດ້ານຂອງ ນະໂຍບາຍ ຕໍ່ເກົາຫຼີເໜືອ ຂອງຄະນະລັດຖະບານ ທ່ານທຣຳ ກໍແມ່ນວ່າ ມັນຈະ ຕ້ອງຮັກສາ ຄວາມສາມັກຄີກັບ ບັນດາພັນທະມິດຂອງຕົນໄວ້ ເຊັ່ນວ່າ ຍີ່ປຸ່ນ ແລະ ເກົາຫຼີໃຕ້. ດັ່ງນັ້ນ ມີຄວາມເປັນຫ່ວງວ່າ ທ່ານທຣຳ ອາດໄປພຽງຄົນດຽວ ແລະ ຫາທາງເຈລະຈາສອງຝ່າຍ. ອັນນັ້ນ ແທ້ຈິງແລ້ວ ອັນທີ່ເກົາຫຼີ ເໜືອ ແມ່ນກຳລັງ ຢາກໃຫ້ເປັນ.”

ທ່ານທຣຳ ໄດ້ຮັບສາຍໂທລະສັບ ຈາກປະທານາທິບໍດີ ໄຕ້ຫວັນ ທ່ານນາງ Tsai Ing-wen ຍັງຈະເປັນບັນຫາທ້າທາຍບາງສ່ວນທາງດ້ານການທູດ ຊຶ່ງນັບຕັ້ງແຕ່
ທ່ານ ໄດ້ຕັ້ງຄຳຖາມຢ່າງເປີດເຜີຍ ເຖິງການເຄົາລົບ ປະເພນີອັນຍາວນານ ນະໂຍບາຍ “ຈີນດຽວ”. ໃນເວລາ ວໍຊິງຕັນ ໄດ້ກໍ່ຕັ້ງສາຍສຳພັນ ກັບປັກກິ່ງ ໃນປີ 1979 ເປັນຕົ້ນມາ ຕົນໄດ້ຕັດສາຍສຳພັນ ທາງການທູດກັບໄຕ້ຫວັນ ໂດຍເປັນການຮັບຮູ້ວ່າ ສາທາ ລະນະລັດ ປະຊາຊົນຈີນ ທີ່ນຳພາໂດຍພັກຄອມມິວນິສນັ້ນ ເປັນລັດຖະບານຂອງຈີນ ພຽງລັດຖະບານດຽວ ຫຼື “ຈີນດຽວ” ນັ້ນ.

ແນວ​ໃດ​ກໍ​ຕາມ ທ່ານ Miller ກ່າວ​ວ່າ “ຂ້າພະ​ເຈົ້າຄິດ​ວ່າ ທະ​ເລ​ຈີນ​ໃຕ້ ຍັງ​ຈະ​ສືບ​ຕໍ່
​ເປັນ​ເຂດ​ທີ່​ສະຫະລັດ​ສູນ​ເສຍ​ອຳນາດ​ໃນ​ການ​ຕໍ່​ລອງ. ພວກ​ເຮົາ​ໄດ້​ມອງ ​ເຫັນແມ່ນ
​ກະ​ທັງ​ວ່າໃນ​ຊຸມ​ມື້​ສຸດ​ທ້າຍ​ ຂອງ​ລັດຖະບານ​ທ່ານ​ໂອ​ບາ​ມາ ດັ່ງ​ນັ້ນ ຂ້າພະ​ເຈົ້າຈຶ່ງ​
ຄິດ​ວ່າ ​ຈີນ​ຍັງ​ຈະ​ສືບ​ຕໍ່​ກົດ​ດັນ​ຢ່າງ​ໜັກ ຢູ່​ທະ​ເລ​ຈີນ​ໃຕ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG