ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານນາງ
Noeleen Heyzer ກ່າວວ່າ ຈຳເປັນຕ້ອງໄດ້ມີການເອົາ
ຄວາມຮັບຜິດຊອບຫຼາຍຂຶ້ນ ເມື່ອເວົ້າເຖິງໄພຂົ່ມຂູ່ທີ່ພວມ
ເພີ່ມທະວີຂຶ້ນຈາກໄພທໍາມະຊາດ ແລະຜົນກະທົບຈາກວິກິດ
ການຕ່າງໆທີ່ເກີດຈາກການກະທໍາຂອງມວນມະນຸດໃນຂົງ
ເຂດເອເຊຍ ປາຊິຟິກນີ້.
ອີງຕາມລາຍງານຂອງອົງການສະຫະປະຊາຊາດ ຂົງເຂດ
ເອເຊຍປາຊິຟິກນີ້ຍັງສືບຕໍ່ເປັນຂົງເຂດທີ່ມັກເກີດໄພພິບັດ
ທໍາມະຊາດຫຼາຍກວ່າໝູ່ ຊຶ່ງມີຜົນກະທົບຕໍ່ປະຊາຊົນປະມານ
2 ລ້ານ 5 ແສນຄົນ ແລະຍັງມີຜູ້ເສຍຊີວິດເກືອບ8 ແສນຄົນ
ໃນຮອບທົດສະວັດທີ່ຜ່ານມາ.
ນອກນັ້ນ ຂົງເຂດດັ່ງກ່າວຍັງໄດ້ຮັບຄວາມກະທົບກະເທືອນຈາກ
ວິກິດການດ້ານການເງິນໃນທ້າຍຊຸມປີ 1990 ທີ່ພາໃຫ້ຫຼາຍໆ
ລ້ານຄົນຕົກຢູ່ໃນສະພາບທີ່ທຸກຈົນ ແລະເມື່ອບໍ່ດົນມານີ້ ກໍໄດ້ຮັບ
ຜົນກະທົບຈາກບັນຫາໜີ້ສິນ ໃນສະຫະພາບຢູໂຣບ ແລະສະຫະ
ລັດອາເມຣິກາ.
ທ່ານນາງ Heyzer ກ່າວຕື່ມວ່າ ມີການປ່ຽນແປງໃນນະໂຍບາຍຈຳນວນນຶ່ງທີ່ສາມາດນໍາ
ມາໃຊ້ເພື່ອຊ່ອຍຫຼຸດຜ່ອນຄວາມສ່ຽງຕໍ່ການເກີດໄພພິບັດ ແຕ່ຈຳເປັນຕ້ອງໄດ້ມີການແກ້
ໄຂດ້ວຍ ການເອົາຄວາມຮັບຜິດຊອບຕໍ່ໜ້າທີ່ຫຼາຍຂຶ້ນ.
ທ່ານນາງ Heyzer ກ່າວວ່າ:“ການຮັດກຸມກົດກ່ຽວກັບລະບຽບຂອງການສ້າງຕຶກ
ອາຄານນັ້ນແມ່ນຂໍ້ 1 ການເກັບກໍາກວດສອບເບິ່ງການນໍາໃຊ້ທີ່ດິນ ບ່ອນທີ່ທ່ານ
ອະນຸຍາດໃຫ້ປະຊາຄົມຕ່າງໆ ຕັ້ງຢູ່ທ່ານ ອະນຸຍາດແບບໃດໃຫ້ອົງກອນຕ່າງໆ
ເຕີບໃຫຍ່ຂະຫຍາຍຕົວແລະອື່ນໆ. ໃນຂະນະດຽວກັນນັ້ນ ຖ້າຫານທ່ານເບິ່ງໄປ
ຍັງວິກິດການດ້ານການເງິນ ມັນເຖິງເວລາແລ້ວທີ່ຈະຕ້ອງຕັ້ງຄຳຖາມຢ່າງຈິງຈັງ
ກ່ຽວກັບການເອົາຄວາມຮັບຜິດຊອບຫຼາຍຂຶ້ນ ຕໍ່ລະບົບການເງິນຂອງລະດັບທົ່ວ
ໂລກ ແລະປ້ອງກັນບໍ່ໃຫ້ມີການເກັງກຳໄລ ນັ້ນຄື ໃຫ້ມີການເອົາຄວາມ ຮັບຜິດ
ຊອບເພີ່ມຕື່ມ.”
ທ່ານນາງ Heyzer ໄດ້ກ່າວໃນອາທິດທີ່ແລ້ວນີ້ ກ່ຽວກັບການທີ່ຕຶກອາຄານໂຮງງານຕັດ
ຫຍິບໄດ້ພັງລົງໃນ Bangladesh ທີ່ເຮັດໃຫ້ມີຜູ້ເສຍຊີວິດໄປຫຼາຍກວ່າ 350 ຄົນນັ້ນ
ແມ່ນເນັ້ນໜັກໃຫ້ເຫັນເຖິງຄວາມຈຳເປັນທີ່ຈະຕ້ອງມີຄວາມຮັບຜິດຊອບ.
ທ່ານນາງ Heyzer ກ່າວວ່າ “ເຫດຕຶກອາຄານພັງລົງໃນ Bangladesh ຊຶ່ງໄດ້ມີ
ການເຕືອນແຕ່ຫົວທີແລ້ວວ່າ ມີຮອຍແຕກແຫງຢູ່ຫຼາຍບ່ອນນັ້ນ ແຕ່ມັນກໍບໍ່ຜົນ
ຫຍັງເລີຍ ທີ່ມີ ການຕັກເຕືອນລ່ວງໜ້າ ຖ້າຫາກບໍ່ມີການດຳເນີນການຫຍັງ
ຫຼັງຈາກມີການເຕືອນແລ້ວ. ນີ້ລະຄືການເອົາຄວາມຮັບຜິດຊອບ. ພວກພະນັກ
ງານທັງຫຼາຍເຫັນຮອຍແຕກແຫງໃນຕຶກ ອາຄານ ແລະກໍໄດ້ຮ້ອງຮຽນໄປແລ້ວ
ແລ້ວແມ່ນໃຜລະທີ່ຈະຮ້ອງຮຽນໃຫ້ເຖິງທີ່ສຸດ ບ່ອນນີ້ລະແມ່ນບ່ອນທີ່ເປັນ
ຄວາມຮັບຜິດຊອບຂອງລັດຖະບານ. ”
ທ່ານນາງ Heyzer ຫົວໜ້າກຳມາທິການດ້ານເສດຖະກິດແລະສັງຄົມຂອງອົງການສະຫະ
ປະຊາຊາດໃນຂົງເຂດເອເຊຍແລະປາຊິຟິກຫຼື UNESCAP ໄດ້ສະແດງຄວາມວິຕົກກັງວົນ
ໃນຂະນະທີ່ພວກນັກເສດຖະສາດຂອງອົງການ UNESCAP ນຳອອກເຜີຍແຜ່ ລາຍງານ
ສະບັບນຶ່ງກ່ຽວກັບຄວາມຄົງທົນຂອງຕຶກອາຄານ ເຂົ້າເປັນນະໂຍບາຍ ໃນການ ກະກຽມທີ່ດີ
ເພື່ອຮັບມືກັບໄພທຳມະຊາດແລະວິກິດການອື່ນໆຢູ່ໃນຂົງເຂດ.
ຫົວໜ້າຝ່າຍການຄ້າຂອງ UNESCAP ທ່ານນາງ Shamika Sirimanne ກ່າວວ່າ
ການມີໄພພິບັດທີ່ກວມກັນແລະຂະໜາດໃຫຍ່ ນັບແຕ່ໄພທຳທະຊາດຕະຫຼອດຈົນໄພ
ພິບັດທີ່ມະນຸດເຮັດຂຶ້ນເອງນັ້ນ ຍັງສືບຕໍ່ເປັນໄພຂົ່ມຂູ່ ໃນຂະນະທີ່ການພັດທະນາພາ
ໃຫ້ມີການແຂ່ງຂັນກັນເພີ້ມຂຶ້ນ ກ່ຽວກັບການຍາດແຍ່ງເອົາຊັບພະຍາກອນທຳມະຊາດ
ຮວມທັງນໍ້າແລະທີ່ດິນ.
ທ່ານນາງກ່າວເພີ່ມຕື່ມວ່າ ເມື່ອເວົ້າເຖິງສະພາບການທີ່ບໍ່ແນ່ນອນແລ້ວ ລັດຖະບານຂອງ
ປະເທດຕ່າງໆມີຄວາມຈໍາເປັນທີ່ຈະສົ່ງເສີມໃຫ້ມີການປົກປ້ອງແລະພິທັກຮັກສາປະຊາຊົນ
ໂດຍສະເພາະແລ້ວພວກທີ່ທຸກຈົນແລະພວກທີ່ມີຄວາມຫຼໍ່ແຫຼມ.
ທ່ານນາງ Sirimanne ກ່າວວ່າ: “ທຸກສິ່ງທຸກຢ່າງນັ້ນແມ່ນກະທົບພວກຜູ້ຄົນໃນກຸ່ມ
ດຽວກັນນີ້ ມັນແມ່ນພວກທີ່ທຸກຍາກ ພວກທີ່ທຸກຍາກທີ່ສຸດຂອງພວກທີ່ທຸກຍາກ
ຊຶ່ງດຳລົງຊີວິດຢູ່ໃນສະພາບທີ່ມີລາຍໄດ້ຕໍ່າກ່ວາ 2 ໂດລາຕໍ່ມື້ ພວກນີ້ກໍໄດ້ຮັບ
ຜົນກະທົບເຊັ່ນກັນ. ເພາະ ສະນັ້ນ ພວກເຮົາຢາກຈະໃຫ້ທາງລັດຖະບານ
ຮັບຊາບເຖິງກ່ຽວກັບເລື່ອງນີ້. ພວກເຮົາຢາກໃຫ້ ລັດຖະບານເອົາທຸກບາດກ້າວ
ໃນລະດັບເສດຖະກິດມະຫາພາກ. ພວກເພິ່ນຈະຕ້ອງໄດ້ຈົດຈໍາໃຫ້ຂຶ້ນໃຈວ່າ
ກ່ຽວກັບການແກ້ໄຂວິກິດການ ແຕ່ວ່າຈຸດປະສົງຫຼັກຂອງຂ້າ ພະເຈົ້າແມ່ນພະຍາ
ຍາມຫາທາງຫຼີກລຽງ ບໍ່ໃຫ້ເກີີດຜົນກະທົບທີ່ວ່ານີ້.”
ທ່ານນາງ Sirimanne ກ່າວວ່າ ມັນແມ່ນມີຄວາມຈໍາເປັນທີ່ຈະຕ້ອງຄໍ້າປະກັນວ່າການຫຼຸດ
ຜ່ອນຄວາມສ່ຽງລົງນັ້ນແມ່ນເປັນບູລິມະສິດ ເມື່ອເວົ້າເຖິງຜົນກະທົບກ່ຽວກັບການປ່ຽນແປງ
ຢ່າງຮຸນແຮງຂອງສະພາວະດິນຟ້າອາກາດທີ່ມີເພີ້ມຂຶ້ນນັບມື້ນັ້ນ.
ການບັນເທົາທຸກແລະການພັດທະນາ ຈະເປັນຄວາມເປັນຫ່ວງທີ່ສໍາຄັນຂອງກອງປະຊຸມ
ຄະນະກຳມາທິການດ້ານເສດຖະກິດແລະສັງຄົມຂອງອົງການສະຫະປະຊາຊາດ ສຳລັບ
ຂົງເຂດເອເຊຍແລະປາຊິຟິກ ໃນອາທິດນີ້. ບັນດາລັດຖະມົນຕີແລະເຈົ້າໜ້າທີ່ອາວຸໂສ
ຈາກຫຼາຍກວ່າ 60 ປະເທດສະມາຊິກ ຈະເຂົ້າຮ່ວມສົນທະນາຫາລືກັນຢູ່ໃນກອງປະຊຸມ
ດັ່ງກ່າວ.