ເມື່ອທ້າຍເດືອນພະຈິກຜ່ານມານີ້ ບັນດາລັດຖະມົນຕີ ຂອງລັດ
ຖະບານປະເທດເອເຊຍຕາເວັນອອກສຽງໃຕ້ ໄດ້ໄປປະຊຸມກັນ
ຢູ່ບາງກອກ ເພື່ອປຶກສາຫາລື ວິທີປັບປຸງ ການຈົດທະບຽນ
ການເກີດ ການຕາຍ ແລະ ການສົມລົດ ຂອງທາງການ ຊຶ່ງເປັນ
ມາດຕາການ ທີ່ສຳຄັນຢ່າງຍິ່ງ ຕໍ່ການສະໜອງ ການບໍລິການ
ຕ່າງໆ ຂອງລັດຖະບານ ແກ່ປະຊາຊົນ. ປະເທດໄທ ໄດ້ຮັບຜົນ
ສຳເລັດທີ່ໜ້າສັງເກດ ແຕ່ບັນຫາຕ່າງໆຍັງຄົງມີຢູ ໂດຍສະເພາະ
ແລ້ວ ກໍແມ່ນການຈົດທະບຽນ ການເກີດຂອງລູກເຕົ້າ ບັນດາ
ແຮງງານຕ່າງດ້າວ ຢູ່ໃນປະເທດໄທ. ຜູ້ສື່ຂ່າວໂອເອ Steve
Herman ມີລາຍງານຈາກຈັງຫວັດສະມຸດປຣາການຂອງໄທ
ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:
ທາລົກ Edar ເປັນຜູ້ໂຊກດີຄົນໜຶ່ງ ບໍ່ພຽງເທົ່າໃດຊົ່ວໂມງຫຼັງຈາກທີ່ ໄດ້ມືນຕາຂຶ້ນມາສູ່
ໂລກ. ຂັ້ນຕອນການຈົດທະບຽນ ການເກີດຂອງນາງ ແມ່ນໄດ້ເລີ້ມດຳເນີນໄປແລ້ວ ຊຶ່ງເປັນ
ສິ່ງໜຶ່ງ ທີ່ສຳຄັນທີ່ສຸດ ຕໍ່ໂອກາດ ຂອງນາງ ໃນການທີ່ຈະເຕີບໃຫຍ່ຂຶ້ນມາ ໃນປະເທດໄທ
ຜ່ານກາຍຊີວິດ ໃນລະດັບ ພໍພຽງແຕ່ກຸ້ມຕົນເອງນັ້ນ.
ແມ່ຂອງທາລົກນ້ອຍ Edar ໄວ 30 ປີ ຈາກປະເທດມຽນມາ ທີ່ໄດ້ ເຮັດວຽກຢູ່ໃນເມືອງໄທ
ມາເປັນເວລາ 7 ປີແລ້ວນັ້ນ ກ່າວວ່າ ນາງຮູ້ ຈັກດີວ່າ ການມີເອກະສານການເກີດນັ້ນ ມີ
ຄວາມສຳຄັນແນວໃດ ສຳຫລັບລູກຜູ້ທີສອງຂອງນາງ.
ນາງ ຊູ ຊູ ແມ່ຂອງເດັກທາລົກ Edar ເວົ້າວ່າ “ຖ້າບໍ່ມີໃບແຈ້ງເກີດແລ້ວ ລູກຂອງຂ້ອຍ
ກໍຈະບໍ່ສາມາດໄປໂຮງຮຽນໄດ້. ກ່ອນໜ້ານີ້ ທາງໂຮງຮຽນໃນໄທ ຈະຮັບເອົານັກຮຽນ
ທີ່ບໍ່ມີໃບແຈ້ງເກີດ. ແຕ່ດຽວນີ້ ບໍ່ຮັບເອົາແລ້ວ. ສະນັ້ນ ດຽວນີ້ ໝົດທຸກຄົນຄວນມີໃບ
ແຈ້ງເກີດສຳຫລັບ ລູກເຕົ້າຂອງເຂົາເຈົ້າ.”
ເຈົ້າໜ້າທີ່ໄທບາງຄົນ ຍັງບໍ່ມີຄວາມກະຕືລືລົ້ນຫຼາຍປານໃດ ກ່ຽວກັບ ການເຮັດໃບຢັ້ງຢືນ
ການເກີດໃຫ້ທາລົກຕ່າງຊາດ ເຖິງແມ່ນວ່າ ກົດໝາຍຂອງລາຊະອານາຈັກໄທ ໄດ້ບັນຍັດ ໄວ້ວ່າ ເດັກທາລົກທີ່ ເກີດໃໝ່ທັງໝົດ ຕ້ອງໄດ້ຮັບການຈົດທະບຽນ ແລະ ໄດ້ຮັບເລກປະ
ຈຳໂຕແຫ່ງຊາດ ພາຍໃນ 15 ມື້.
ທ່ານນາງ ນະພັດ ພິຊັນບຸດ ເຈົ້າໜ້າທີ່ອົງການແມ່ແລະເດັກຂອງສະຫະປະຊາຊາດ ຫຼື
UNICEF ປະຈຳປະເທດໄທ ກ່າວວ່າ “ຄຳແນະນຳທີ່ພວກເຮົາເນັ້ນຄວາມສຳຄັນ
ຢູ່ຕະຫລອດມາ ກໍແມ່ນວ່າ ການຈົດທະບຽນການກຳເນີດນັ້ນ ແມ່ນສິດທິຂອງ
ເດັກເກີດໃໝ່ທັງໝົດ ບໍ່ວ່າພວກເຂົາເຈົ້າຈະເປັນຄົນໄທ ຫຼື ບໍ່ແມ່ນຄົນໄທກໍຕາມ
ແລະ ທາງໂຮງໝໍຄວນເຮັດທຸກສິ່ງທຸກຢ່າງ ເພື່ອຊ່ອຍເຫຼືອ ບັນດາພໍ່ແມ່ຂອງເດັກ
ເກີດໃໝ່ ເຫຼົ່ານັ້ນ ພິເສດກໍແມ່ນພວກທີ່ເວົ້າພາສາໄທບໍ່ໄດ້ ແລະ ອາດບໍ່ຮູ້ຈັກຂັ້ນ
ຕອນພຽງພໍ ທີ່ຈະເຂົ້າໃຈໄດ້ ເຖິງຄວາມສຳຄັນຂອງ ການຈົດທະບຽນການເກີດ
ແລະ ຂັ້ນຕອນ ທີ່ພວກເຂົາເຈົ້າຕ້ອງເຮັດ.”
ຢ່າງໃດກໍຕາມ ປະມານ ໜຶ່ງສ່ວນສາມ ຂອງທາລົກທີ່ເກີດຢູ່ໃນໄທ ຈາກແມ່ຍິງ ທີ່ມາຈາກ
ປະເທດ ມຽນມາ ລາວ ແລະ ກຳປູເຈຍ ນັ້ນ ແມ່ນຍັງຄົງບໍ່ໄດ້ຮັບການຈົດທະບຽນຢູ່. ບາງຄັ້ງ
ມັນເປັນຍ້ອນການ ຈຳແນກຊົນຊາດ ອີກກໍລະນີອື່ນໆນັ້ນ ເປັນຍ້ອນການບໍ່ເອົາຫົວຊາ ຂອງ
ເຈົ້າໜ້າທີ່ ຫຼື ການສໍ້ລາດບັງຫລວງ.
ພະແນກແມ່ແລະເດັກຂອງໂຮງໝໍສະມຸດປຣາການ ໄດ້ກາຍມາເປັນແຫລ່ງດຶງດູດສຳຫລັບ
ບັນດາແຮງງານຕ່າງດ້າວ ຍ້ອນວ່າສະຖານທີ່ດັ່ງກ່າວ ມີຊື່ສຽງໃນດ້ານການຕ້ອນຮັບເອົາ
ບັນດາແມ່ຍິງຊາວຕ່າງດ້າວ ທີ່ຖືພາແລະກຳລັງຈະເກີດລູກ.
ແຕ່ລະເດືອນ ພະແນກແມ່ແລະເດັກດັ່ງກ່າວ ໄດ້ທຳການຄອດລູກໃຫ້ແມ່ຍິງຊາວຕ່າງດ້າວ
ໃນຈຳນວນ 150 ຄົນ. ທາລົກເຫລົ່ານັ້ນທີ່ຈະບໍ່ໄດ້ຮັບສັນຊາດໄທ ແຕ່ໂຮງໝໍແຫ່ງນີ້ ທີ່ດຳ
ເນີນງານໂດຍລັດຖະບານນັ້ນ ຮັບປະກັນວ່າ ພວກເດັກນ້ອຍເກີດໃໝ່ທັງໝົດ ຈະໄດ້ຮັບ
ການຈົດທະບຽນຢ່າງຖືກຕ້ອງ.
ທ່ານສຣີພາບ ຄລາຍດົນ ເຈົ້າໜ້າທີ່ແພດປະຈຳໂຮງໝໍ ກ່າວວ່າ “ພວກເຮົາມີ ລະບົບ
ການຈົດທະບຽນການເກີດ ທາງອິນເຕີເນັດ ເພື່ອທີ່ຈະເຮັດໃຫ້ຂັ້ນຕອນ ດຳເນີນໄປ
ໄວຂຶ້ນ ລະຫວ່າງ ທາງໂຮງໝໍ ຂອງພວກເຮົາ ກັບ ສຳນັກງານຂອງເທດສະບານ
ສະນັ້ນ ຂໍ້ມູນທີ່ ຖືກຕ້ອງ ແມ່ນສາມາດນຳສົ່ງ ໄປໄດ້ຢ່າງວ່ອງໄວ ຊຶ່ງນີ້ໝາຍຄວາມ
ວ່າ ບໍ່ມີໃຜຕ້ອງທຽວໄປທຽວມາ ລະຫວ່າງໂຮງໝໍ ແລະ ສູນກາງສຳນັກງານເທດ
ສະບານ.”
ໃນຂະນະທີ່ປະເທດໄທ ບ່ອນທີ່ 95 ເປີເຊັນຂອງການຄອດລູກນັ້ນ ເກີດຂຶ້ນຢູ່ໃນໂຮງໝໍ
ໄດ້ຖືກນຳມາເປັນກໍລະນີຕົວແບບ ແຕ່ວ່າ ປະເທດອື່ນໆໃນເອເຊຍ ບາງປະເທດແມ່ນມີ
ລະບົບທີ່ຂ້ອນຂ້າງບໍ່ດີ ປານໃດ ສຳຫລັບການຈົດທະບຽນການເກີດ.
ຢູ່ປະເທດເນປາລ ອັດຕາການຈົດທະບຽນແມ່ນຢູ່ທີ່ລະດັບ 42 ເປີເຊັນ. ອິນເດຍ ກໍໄດ້ຢູ່
ໃນລະດັບດຽວກັນ ຈົນເຖິງປີ 2012 ແຕ່ຄາດວ່າຂໍ້ມູນໃໝ່ທີ່ກຳລັງຈະຖືກເປີດເຜີຍອອກມາ
ຈະສະແດງ ໃຫ້ເຫັນການປັບປຸງໃຫ້ດີຂຶ້ນ ຢ່າງຫຼວງຫຼາຍ.
ດັ່ງນັ້ນ ຈຶ່ງເຮັດໃຫ້ປະເທດປາກິສຖານ ຢູ່ລະດັບທີ່ຂີ້ຮ້າຍທີ່ສຸດ ໃນເອເຊຍ ກໍຄືໃນລະດັບ
ພຽງ 27 ເປີເຊັນເທົ່ານັ້ນ ຂອງການຈົດທະບຽນການເກີດ ຊຶ່ງເປັນອັດຕາທີ່ຕ່ຳສຸດໃນໂລກ
ນອກຈາກບາງປະເທດ ໃນອາຟຣິກາ ແລະ ປະເທດເຢເມັນ.
ຕໍ່ໜ້າສະພາບການທີ່ກ່າວມານັ້ນ ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ພູມິພາກ ເມື່ອທ້າຍ
ເດືອນພະຈິກນັ້ນ ຈຶ່ງພາກັນໃຫ້ຄຳໝັ້ນສັນຍາ ທີ່ຈະເຮັດໃຫ້ການຈົດທະບຽນການເກີດໃຫ້
ເປັນສາກົນ ນຳໃຊ້ໃນທົ່ວເຂດເອເຊຍ ພາຍໃນປີ 2024.