ລິ້ງ ສຳຫລັບເຂົ້າຫາ

ປະເທດ ທີ່ປ່າໄມ້ຖືກທໍາລາຍຫຼາຍ ໃນເອເຊຍ ບໍ່ເຂົ້າຮ່ວມສົນທິສັນຍາ ການຫລຸດການຕັດໄມ້ທໍາລາຍປ່າ ລະດັບໂລກ


ປະທານາທິບໍດີຂອງໂຄລອມເບຍ ທ່ານອີວານ ດູເກີ, ສະແດງປະຕິກິລິຍາພາຍໃຕ້ປ້າຍທີ່ຂຽນວ່າ "ພວກເຮົາກໍາລັງປູກຕົ້ນໄມ້ 180 ລ້ານຕົ້ນ" ລະຫວ່າງການປະຊຸມການປ່ຽນແປງທາງດ້ານສະພາບອາກາດຂອງອົງການສະຫະປະຊາຊາດ COP26 ໃນນະຄອນກລາສໂກລ, ປະເທດສະກັອດແລນ, ວັນທີ 2 ພະຈິກ, ປີ 2021.

ບັນດາປະເທດເອເຊຍ ໂດຍມີການສູນເສຍປ່າເຂດຮ້ອນ ໃນແຕ່ລະປີ ຫຼາຍທີ່ສຸດໃນໂລກ ບໍ່ໄດ້ເຂົ້າຮ່ວມໃນສົນທິສັນຍາລະດັບໂລກສະບັບໃໝ່ ເພື່ອຫລຸດຜ່ອນການສູນເສຍປ່າພາຍໃນທ້າຍທົດສະວັດນີ້ຫລືຍັງ​ມີຄວາມສົງໄສກ່ຽວກັບຄວາມມຸ້ງໝັ້ນຂອງພວກເຂົາເຈົ້າ ຫລັງຈາກການລົງນາມ. ຊອມບໍຣ໌ ປີເຕີ (Zsombor Peter) ມີລາຍງານເລື້ອງນີ້ຈາກບາງກອກ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຫລາຍກວ່າ 120 ປະເທດ ທີ່ໄດ້ເຂົ້າຮ່ວມຕາມການແຈ້ງການຂອງບັນດາຜູ້ນໍາ ກລາສໂກລ ກ່ຽວກັບການນໍາໃຊ້ປ່າໄມ້ ແລະທີ່ດິນ, ເມື່ອວັນທີ 2 ພະຈິກ ທີ່ກອງປະຊຸມວ່າ​ດ້ວຍສະພາບອາກາດຂອງອົງການສະຫະປະຊາຊາ​ຫຼື COP26 ໃນສະກັອດແລນ.

ຂໍ້ຕົກລົງທີ່ບໍ່​ມີ​ການຜູກ​ມັດ​ນີ້ແມ່ນ​ໃຫ້ພວກເຂົາເຈົ້າ “ປະຕິບັດງານຮ່ວມກັນເພື່ອຍຸຕິ ແລະຕ່າວປີ້ນການສູນເສຍປ່າໄມ້ ແລະການເຊື່ອມໂຊມລົງຂອງດິນ” ເຊິ່ງເປັນສາເຫດສໍາຄັນຂອງພາວະໂລກຮ້ອນ ພາຍໃນປີ 2030 ນີ້, ໂດຍມີເງິນທຶນທັງພາກລັດ ແລະເອກະຊົນຈໍານວນ 19 ຕື້ໂດລາ ນໍາໃຊ້ເຂົ້າໃນການປະຕິບັດວຽກງານເພື່ອໃຫ້ປະເທດທີ່ກໍາລັງພັດທະນາຕ່າງໆປະຕິບັດຕາມນະໂຍບາຍດັ່ງກ່າວນັ້ນ.

ໂດຍລວມແລ້ວ, ຂົງເຂດເອເຊຍຕາເວັນອອກສຽງໃຕ້ ມີພື້ນທີ່ປະມານ 15 ເປີ ເຊັນຂອງປ່າເຂດຮ້ອນ, ເຊິ່ງໄດ້ຮັບການຍົກຍ້ອງ ຈາກນັກເຄື່ອນໄຫວດ້ານສະພາບອາກາດ ໃນການດູດ​ເອົາປະລິມານ​ຂອງ​ທາດຄາຣ໌ບອນໄດ້. ແຕ່ວ່າເກືອບທັງໝົດທຸກໆປະເທດຢູ່ໃນຂົງເຂດນີ້ ຍັງບໍ່ໄດ້ເຂົ້າຮ່ວມສົນທິສັນຍາ COP26 ເຊິ່ງລວມມີ ປະເທດລາວ ແລະມາເລເຊຍ; ທັງສອງປະເທດນີ້ຖືກຈັດອັນດັບເຂົ້າໃນບັນດາ 10 ປະເທດໃນໂລກ ສໍາລັບການສູນເສຍປ່າໄມ້ຫລາຍທີ່ສຸດໃນປີທີ່ຜ່ານມາ, ອີງຕາມລາຍງານຂອງສະຖາບັນຊັບພະຍາກອນໂລກ ຫລື WRI ເຊິ່ງເປັນກຸ່ມວິໄຈຂອງສະຫະລັດ. ກໍາປູເຈຍ ອັນເປັນປະເທດລໍາດັບທີ 11 ຂອງ WRI ກໍບໍ່ໄດ້ເຂົ້າຮ່ວມ ໃນການເຊັນສັນຍາເຊັ່ນກັນ.

ພາຍຫລັງໄດ້ຖືກຕ້ອງຕິຈາກພັກຝ່າຍຄ້ານໃນທ້ອງຖິ່ນ ແລະກຸ່ມປົກ​ປ້ອງສິດທິມະນຸດ ຈາກການບໍ່ປະຕິບັດຕາມຄໍາໝັ້ນໝາຍ, ມາເລເຊຍ ໄດ້ປະກາດແຈ້ງການໃນວັນສຸກທີ່ຜ່ານມາວ່າ ຈະເຂົ້າຮ່ວມນໍາຂໍ້ຕົກລົງດັ່ງກ່າວນັ້ນ, ແຕ່ບໍ່ໄດ້ບອກວ່າຈະເປັນເວລາໃດ.

ຫລັງຈາກຖະແຫລງການໄດ້ປະກາດອອກໄປໃນວັນທີ 3 ພະຈິກວ່າບໍ່ມີ ມາເລເຊຍເຂົ້າຮ່ວມ, ສະມາຊິກສະພາທ້ອງຖິ່ນ ທ່ານຊາ​ລ​ສ໌ ຊານເທຍໂກ (Charles Santiago), ເອີ້ນການບໍ່ເຂົ້າຮ່ວມກອງປະຊຸມສົນທິສັນຍາຂອງປະເທດ ຢູ່ໃນທະວິດເຕີ້ຂອງທ່ານວ່າ “ໄພພິບັດ.” ທ່ານໄດ້ກ່າວກັບທາງ VOA ວ່າ ມັນເປັນສິ່ງສໍາຄັນທີ່ສຸດ ທີ່ລັດຖະບານຕ້ອງປະຕິບັດຕາມຄໍາໝັ້ນສັນຍາທີ່ຈະລົງນາມ ໂດຍໄດ້ຕໍາໜິການສູນເສຍປ່າໄມ້ທີ່ເພີ້ມຂຶ້ນຂອງປະເທດ ເນື່ອງຈາກເປັນການຂະຫຍາຍຄວາມເສຍຫາຍຈາກໄພນໍ້າຖ້ວມ ແລະການທໍາລາຍທີ່ຢູ່ອາໄສຂອງບັນດາສັດປ່າທີ່ກໍາລັງຈະສູນພັນ.

ມາເລເຊຍ ແລະປະເທດເພື່ອນບ້ານ ອິນໂດເນເຊຍ ແມ່ນປະເທດຜູ້ຜະລິດນໍ້າມັນປາລ໌ມ ທີ່ໃຫຍ່ທີ່ສຸດໃນໂລກ, ຕົ້ມປາລ໌ມ ເປັນພືດເສດຖະກິດທີ່ກວມພື້ນທີ່ໃຫຍ່ທີ່ສຸດ, ມັນເກີດຢູ່ບໍລິເວນປ່າທີ່ປອດໂປ່ງ ແລະພື້ນທີ່ຊຸ່ມ ເຊິ່ງເປັນແຫລ່ງເກັບທາດຄາຣ໌ບອນທີ່ອຸດົມສົມບູນອີກແຫ່ງນຶ່ງ. ຕາມຂໍ້ມູນຂອງ WRI ສະແດງໃຫ້ເຫັນວ່າ ພວກເຂົາເຈົ້າສູນເສຍພື້ນທີ່ປ່າລວມ​ກັນ​ທັງ​ໝົດ 343,000 ເຮັກຕາໃນປີ 2020, ອັນເປັນພື້ນທີ່ ທີ່ໃຫຍ່ກວ່ານະຄອນຫລວງລອນດອນເຖິງສອງເທົ່າ.

ທ່ານຊານເທຍໂກ ກ່າວວ່າຜົນປະໂຫຍດທາງດ້ານເສດຖະກິດທີ່ມະຫາສານຂອງມາເລເຊຍ ຄືສິ່ງທີ່ຂັດຂວາງການບັນລຸເປົ້າໝາຍໃນປີ 2030, ຕາມຖະແຫລງການ ຄາດການວ່າມາເລເຊຍຈະເຂົ້າຮ່ວມ. ແຕ່ທ່ານມີການໂຕ້ຖຽງວ່າ ມາເລເຊຍຈະຕ້ອງລົງນາມໂດຍບໍ່ຕ້ອງຄໍານຶງວ່າຈຸດມຸ້ງໝາຍຂອງປະເທດແມ່ນເພື່ອຫຍັງ ແລະເພື່ຶອນໍາໃຊ້ຜົນປະໂຫຍດຂອງເງິນທຶນລະຫວ່າງປະເທດໃນການແກ້ໄຂ. ທ່ານໄດ້ກ່າວວ່າ:

“ໃນຖານະທີ່ເປັນປະເທດນຶ່ງ, ພວກເຮົາຈະຕ້ອງໄດ້ຕັດສິນໃຈ...ວ່າພວກເຮົາຈະຕ້ອງດໍາເນີນຕາມແນວທາງທີ່ພວກເຮົາກໍາລັງປະຕິບັດຢູ່ ຫລືພວກເຮົາຈະຕ້ອງໄດ້ຄວບຄຸມການຕັດໄມ້ທໍາລາຍປ່າຢ່າງຈິງຈັງ, ໂດຍສະເພາະແມ່ນການຈັດການກັບນໍ້າມັນປາລ໌ມ ແລະການກໍ່ສ້າງ.”

ກຸ່ມປົກ​ປ້ອງສິ່ງແວດລ້ອມກໍມີຄວາມກັງວົນວ່າ ຜົນປະໂຫຍດທາງທຸລະກິດ ອາດຈະຍຸຕິລົງດ້ວຍການທໍາລາຍການປະກາດດັ່ງກ່າວໃນອິນໂດເນເຊຍເຊັ່ນກັນ.

ປະເທດໝູ່ເກາະທີ່ແຜ່ຂະຫຍາຍທົ່ວບໍລິເວນແຫ່ງນີ້ ຍັງໄດ້ຕິດອັນດັບ 1 ໃນ 10 ຂອງ WRI, ແລະໄດ້ທໍາລາຍປ່າໄມ້ເຂດຮ້ອນຫລາຍກວ່າ ກໍາປູເຈຍ, ລາວ ແລະມາເລເຊຍລວມກັນອີກດ້ວຍຊໍ້າ.

ປະທານາທິບໍດີ ທ່ານໂຈໂກ ວິໂດໂດ (Joko Widodo) ໄດ້ເຊັນລົງນາມ ໃນສົນທິສັນຍາ COP26 ໃນນະຄອນກລາສໂກລ ເມື່ອວັນທີ 2 ພະຈິກ. ຢ່າງໃດກໍຕາມ, ພຽງນຶ່ງວັນຫລັງຈາກນັ້ນ ລັດຖະມົນຕີສິ່ງແວດລ້ອມຂອງອິນໂດເນເຊຍ ທ່ານນາງຊິທິ ເນີບາຢາ ບາກາຣ໌ (Siti Nurbaya Bakar), ຮ້ອງຄໍາໝັ້ນສັນ ຍາທີ່ຈະຍຸຕິການທໍາລາຍປ່າໄມ້ລົງເປັນສູນພາຍໃນປີ 2030 ວ່າ: “ບໍ່ເໝາະສົມ ແລະບໍ່ຍຸຕິທໍາ,” ອັນໄດ້ເຮັດໃຫ້ເກີດຄວາມສົງໄສໃນເຈດຈໍານົງຂອງຊາດ ທີ່ຈະຕ້ອງຢຶດຖືກັບຂໍ້ຕົກລົງດັ່ງກ່າວນັ້ນ.

ທ່ານນາງໄດ້ກ່າວ ໃນຂໍ້ຄວາມທີ່ຂຽນລົງທາງເຟສບຸກວ່າ:

“ການບັງຄັບໃຫ້ອິນໂດເນເຊຍຍຸຕິການທໍາລາຍປ່າໄມ້ລົງມາເປັນສູນພາຍໃນປີ 2030 ເຫັນໄດ້ຢ່າງແຈ່ມແຈ້ງວ່າມັນບໍ່ເໝາະສົມ ແລະບໍ່ຍຸຕິທໍາ.”

ທ່ານນາງກ່າວເສີມວ່າ:

“ການພັດທະນາຄັ້ງຍິ່ງໃຫຍ່ໃນຍຸກສະໄໝຂອງປະທານາທິບໍດີ ທ່ານໂຈໂກວີ (Jokowi) ບໍ່ຄວນຢຸດໃນນາມຂອງການປ່ອຍອາຍຜິດຄາຣ໌ບອນ ຫລືໃນນາມຂອງການຕັດໄມ້ທໍາລາຍປ່າ,” ເຊິ່ງອ້າງເຖິງຊື່ຫລິ້ນຂອງທ່ານປະທານາທິບໍດີ.

ໃນຖະແຫລງການຂອງມື້ຕໍ່ມາ, ກຸ່ມອະນຸລັກທໍາມະຊາດ ແລະສັດທີ່ໃກ້ຈະສູນ ພັນແຫ່ງອົງການ ກຣີນພີສ (Greenpeace) ໄດ້ຮ້ອງການກ່າວອ້າງຕ່າງໆຂອງທ່ານລັດຖະມົນຕີສິ່ງແວດລ້ອມວ່າ “ຄືສິ່ງທີ່ໜ້າຜິດຫວັງເປັນທີ່ສຸດ.”

ທ່ານກີກີ ຕົວຟິກ (Kiki Taufik) ຫົວໜ້າກຸ່ມປຸກລະດົມປ້ອງກັນປ່າໄມ້ໃນອິນໂດເນເຊຍກ່າວວ່າ:

“ການທີ່ອິນໂດເນເຊຍມີລັດຖະມົນຕີສິ່ງແວດລ້ອມ ເພື່ອສະໜັບສະໜຸນການພັດ ທະນາຂະໜາດໃຫຍ່ ມັນເປັນທີ່ແຈ່ມແຈ້ງທີ່ຈະທໍາລາຍສິ່ງແວດລ້ອມນັ້ນ ແມ່ນເສົ້າໃຈຫລາຍ. ແທນທີ່ພວກເຮົາຈະເຮັດໃຫ້ໝັ້ນໃຈວ່າ ປົກປ້ອງໂລກໜ່ວຍນີ້ເພື່ອລູກຫລານໃນອະນາຄົດ, ຊໍ້າພັດປະຕິບັດໄປໃນທາງທີ່ກົງກັນຂ້າມ.”

ຢ່າງໃດກໍຕາມ, ໃນມື້ວັນສຸກທີ່ຜ່ານມາ ນາຍົກລັດຖະມົນຕີຂອງອັງກິດ ທ່ານບໍຣິສ ຈອນສັນ ບອກກັບໜັງສືພິມກາຣດຽນ (Guardian) ວ່າ ເປົ້າໝາຍຂອງລັດຖະບານອິນໂດເນເຊຍໃນການຫລຸດການສູນເສຍປ່າໄມ້ລົງມາເປັນສູນພາຍໃນປີ 2030 ນັ້ນ ແມ່ນຕ້ອງແທນທີ່ການຕັດໄມ້ທໍາລາຍປ່າໃນທຸກໆປີດ້ວຍປ່າໄມ້ໃໝ່ໃນຈໍານວນທີ່ເທົ່າກັນ ຫລືຫລາຍກວ່ານັ້ນ, ອັນທີ່ຈິງແລ້ວ ແມ່ນໃຫ້ສອດຄ່ອງກັບສົນທິສັນຍາ COP26 ນັ້ນເອງ.

ຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານມາເຮັນດຣາ ຊາຍອ໌ກາຣ໌ (Mahendra Siregar), ໄດ້ອະທິບາຍເຖິງເປົ້າໝາຍການຫລຸດການສູນເສຍປ່າໄມ້ຂອງປະເທດລົງມາເປັນສູນ ຢູ່ຖະແຫລງການໃນມື້ວັນພະຫັດທີ່ຜ່ານມາ.

ຜູ້ບໍລິຫານຂັ້ນສູງຂອງ WRI ໃນອິນໂດເນເຊຍ ທ່ານອາຣິຟ ວິຈາຢາ (Arief Wijaya) ກ່າວຕໍ່ VOA ວ່າ ການວົນໄປວົນມາທັງໝົດ ແມ່ນໄດ້ສ້າງຄວາມສັບສົນບາງຢ່າງກ່ຽວກັບວ່າ ອັນໃດຄືປະກາດທີ່ແທ້ຈິງ ທີ່ບັນດາປະເທດຕ່າງໆຈະຕ້ອງປະຕິບັດຕາມນັ້ນ.

ທ່ານກ່າວວ່າ ຍຸດທະສາດທາງດ້ານສະພາບອາກາດໄລຍະຍາວ ທີ່ອິນໂດເນເຊຍໄດ້ຍື່ນຕໍ່ອົງການສະຫະປະຊາຊາດ ໃນເດືອນກໍລະກົດທີ່ຜ່ານມານັ້ນ ຢືນຢັນວ່າ ປະເທດບໍ່ໄດ້ສັນຍາທີ່ຈະຍຸຕິການສູນເສຍປ່າລົງມາເປັນສູນ, ແຕ່ຈະເຮັດໃຫ້ ການປ່ອຍມົນລະພິດຈາກປ່າ ແລະການນໍາໃຊ້ທີ່ດິນລົງມາເປັນສູນ ພາຍໃນປີ 2030. ເຊິ່ງຈະເຮັດໃຫ້ປ່າແລະຄວາມຊຸ່ມຊື່ນຂອງດິນມີຄວາມປອດໂປ່ງຫລາຍກວ່າ ທີ່ຈະມີການແທນທີ່ ຫລືຟື້ນຟູພາຍໃນທ້າຍທົດສະວັດນີ້, ດົນປານໃດທີ່ການແທນທີ່ ແລະການຟື້ນຟູນັ້ນ ຈະກັກທາດຄາຣ໌ບອນຢ່າງນ້ອຍເທົ່າກັບທີ່ມັນໄດ້ປ່ອຍອອກມາ.

ທ່ານອາຣິຟ ກ່າວວ່າຈະຮຽກຮ້ອງໃຫ້ອິນໂດເນເຊຍຕ້ອງຫລຸດການສູນເສຍປ່າລົງມາເປັນສູນໃຫ້ໄວວາໃນອີກບໍ່ເທົ່າໃດປີຂ້າງໜ້າ ແລະຢ່າງໜ້ອຍກໍ່ເຮັດໃຫ້ປະເທດ “ໄປໃນທິດທາງຕາມຄໍາໝັ້ນສັນຍາຂອງ COP26” ແລະຊຸກຍູ້ໄປໃນ “ວິຖີທາງສູ່ການຕັດໄມ້ທໍາລາຍປ່າທີ່ເປັນສູນ.”

ອິນໂດເນເຊຍ ແລະມາເລເຊຍ ໄດ້ຫລຸດຈໍານວນການສູນເສຍປ່າໄມ້ປະຈໍາປີຂອງພວກເຂົາເຈົ້າລົງໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ. ນັ້ນບໍ່ແມ່ນກໍລະນີຂອງບັນດາປະເທດໃນເອເຊຍຕາເວັນອອກສຽງໃຕ້ທັງໝົດ. ຄວາມສູນເສຍຂອງກໍາ ປູເຈຍຍັງຄົງໂຕໃນປີ 2020 ຫລັງຈາກເພີ້ມຂຶ້ນໃນປີກ່ອນໜ້ານັ້ນ. ການສູນເສຍປ່າໄມ້ໃນລາວ ຍັງຄົງເພີ້ມຂຶ້ນໃນຊ່ວງສອງປີທີ່ຜ່ານມາແລະສູງທີ່ສຸດໃນປີ 2020 ນັບຕັ້ງແຕ່ອົງການ WRI ເລີ້ມເກັບ​ກຳມາແຕ່ປີ 2001.

ຈາກການວິໄຈໄດ້ສະເໜີໃຫ້ເຫັນວ່າ ປ່າໄມ້ເຂດຮ້ອນຢູ່ໃນເອເຊຍຕາເວັນອອກ ສຽງໃຕ້ ເປັນແຫລ່ງກັກທາດຄາຣ໌ບອນ ທີ່ສໍາຄັນ, ທ່ານອາຣິຟ ກ່າວເສີມວ່າ ທຸກໆປະເທດມີບົດບາດທີ່ຕ່າງກັນ. ໂດຍທ່ານໄດ້ກ່າວວ່າ:

“ຖ້າຫາກພວກເຮົາເຊື່ອວ່າ ຜືນແຜ່ນດິນໃນເອເຊຍຕາເວັນອອກສຽງໃຕ້ ເປັນແຖບປ່າເຂດຮ້ອນ ແລະມັນມີຄວາມສໍາຄັນຕໍ່ສະພາບອາກາດຂອງໂລກ, ອຸນຫະພູມ ແລະອື່ນໆແລ້ວ, ສະນັ້ນ ປະເທດທັງຫລາຍຄວນໃຫ້ຄໍາໝັ້ນສັນຍາ ແລະມີສ່ວນຮ່ວມໃນການຫລຸດການຕັດໄມ້ທໍາລາຍປ່າລົງ, ແລະຈັດການປ່າໄມ້ຂອງພວກເຂົາເຈົ້າຢ່າງຍືນຍົງ.”

ລັດຖະມົນຕີກະຊວງການຕ່າງປະເທດຂອງລາວ ແລະລັດຖະມົນຕີສິ່ງແວດລ້ອມຂອງກໍາປູເຈຍ ບໍ່ໄດ້ໃຫ້​ຄຳຕອບໃດໆ ຕໍ່ການຂໍຄວາມເຫັນຂອງ VOA.

ອ່ານບົດລາຍງານນີ້ເປັນພາສາອັງກິດ

ເບິ່ງຄວາມເຫັນ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG