ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ເຊື່ອວ່າ ຍັງມີພວກອົບພະຍົບ ໂຣຮິງຢາ ຈຳນວນນຶ່ງ ຕົກຄ້າງຢູ່ທະເລ


ເຈົ້າໜ້າທີ່ອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ສືບຕໍ່ການ
ປະຕິບັດງານ ຊອກຄົ້ນຫາ ຢູ່ໃນເຂດນ່ານນ້ຳຂອງເອເຊຍ ເພື່ອຂັດຂວາງບໍ່ໃຫ້ເຮືອຂອງພວກ ລັກລອບຄ້າມະນຸດ ນຳເອົາ
ຜູ້ຄົນໄປສົ່ງ ທີ່ມາເລເຊຍ. ນັກຂ່າວວີໂອເອ Steve Herman
ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ ດັ່ງ ພຸດທະສອນ
ຈະນຳເອົາລາຍລະອຽດ ມາສະເໜີທ່ານ.

ມີພວກອົບພະຍົບປະມານ 2000 ຄົນ ອາດຍັງຕົກຄ້າງຢູ່ໃນທະເລ ເຄິ່ງ ນຶ່ງຂອງຈຳນວນນີ້ ແມ່ນຢູ່ນອກແຄມຝັ່ງ ຂອງມຽນມາ ແລະບັງກລາແດັສ ອີງຕາມທ່ານ Tom Vargas ທີ່ປຶກສາອະວຸໂສຂອງອົງການຂ້າຫຼວງໃຫຍ່ ດ້ານອົບພະຍົບສະຫະປະຊາຊາດ.

ທ່ານ Vargas ກ່າວວ່າ “ສ່ວນໃຫຍ່ຂອງພວກເຂົາເຈົ້າ ເວລານີ້ແມ່ນຢູ່ທີ່ອ່າວ ເບັງກາລ ແລະອີກເຄິ່ງນຶ່ງ ບາງທີອາດຈະຢູ່ໃກ້ໆກັບມາເລເຊຍ ແລະອິນໂດເນເຊຍກໍເປັນໄດ້ ພວກເຮົາຍັງບໍ່ຮູ້ສະຖານທີ່ອັນແນ່ນອນເທື່ອ.”

ທ່ານ Vargas ກ່າວຕໍ່ພວກນັກຂ່າວ ທີ່ນະຄອນຫຼວງຈາກາຕ້າ ປະເທດອິນໂດ ເນເຊຍ ໃນວັນພຸດຜ່ານມານີ້.

ມຽນມາກ່າວວ່າ ຕົນມີກຳນົດທີ່ຈະເລີ້ມອອກເອກະສານ ໃຫ້ພວກອົບພະຍົບທາງເຮືອ ຫລາຍກວ່າ 700 ຄົນ ທີ່ຕົນໄດ້ໃຫ້ການຊ່ວຍເຫລືອ ຢູ່ນອກແຄມຝັ່ງທະເລ ຂອງຕົນເມື່ອ ຕົ້ນອາທິດນີ້.

ເຈົ້າໜ້າທີ່ໃກ້ເມືອງ Maungdaw ຊຶ່ງເປັນເມືອງຊາຍແດນທາງກ້ຳຕາເວັນຕົກຂອງ ມຽນມາ ກ່າວຕໍ່ວີໂອເອວ່າ ພວກອົບພະຍົບທີ່ຮວມທັງແມ່ຍິງ 70 ກວ່າຄົນ ແລະເດັກນ້ອຍ 40 ຄົນ ໄດ້ຖືກນຳຕົວໄປທີ່ຫ້ອງການກວດຄົນເຂົ້າເມືອງຢູ່ໃກ້ ກັບເມືອງ Taung Pyo.

ເຈົ້າໜ້າທີ່ກ່າວວ່າ ຂັ້ນຕອນດັ່ງກ່າວຈະໃຊ້ເວລາຢູ່ 3 ມື້ ກ່ອນເຈົ້າໜ້າທີ່ຈະສາມາດລົງຄວາມ ເຫັນກ່ຽວກັບຖານະຂອງພວກເຂົາເຈົ້າແລະຕັດສິນໃຈວ່າຈະເຮັດແບບໃດກັບພວກ ເຂົາ.

ມຽນມາບໍ່ໄດ້ຮັບຮູ້ຊາວໂຣຮິງຢາ ໂດຍເອີ້ນພວກເຂົາວ່າເປັນຊາວບັງກລາແດັສ.

ທ່ານນາງ Anne Richard ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສະຫະລັດ ຮັບຜິດຊອບໃນເລື້ອງປະຊາກອນ ອົບພະຍົບ ແລະການຍ້າຍ ຖິ່ນຖານໄດ້ປະກາດໃນ ລະຫວ່າງການໄປຢ້ຽມຢາມອິນໂດເນເຊຍວ່າ ຊາວໂຣຮິງຢາ ແມ່ນຕ້ອງໄດ້ຮັບການ ປະຕິບັດຕໍ່ໃນຖານະພົນລະເມືອງຂອງມຽນມາ.

ທ່ານນາງ Richard ກ່າວວ່າ ລັດ Rakhine ໃນພາກເໜືອຂອງມຽນມາເປັນ “ລັດນຶ່ງທີ່ມີ ບັນຍາກາດໃນການກົດຂີ່ຫຼາຍທີ່ສຸດ” ທີ່ທ່ານນາງເຄີຍເດີນທາງໄປ ພົບເຫັນມາ.

ທ່ານນາງ Richard ກ່າວວ່າ “ມັນເປັນເລື້ອງທີ່ແປກຫຼາຍທີ່ຖືກຫ້ອມລ້ອມໄປດ້ວຍຜູ້ຄົນ ທີ່ຈ້ອງສາຍຕາມາຍັງທ່ານ ທີ່ມີຄວາມຢ້ານກົວຈົນບໍ່ກ້າປາກກ້າເວົ້າ ກັບທ່ານ ແລະໂດຍ ສະເພາະແລ້ວແມ່ນພວກເດັກນ້ອຍ. ນັ້ນແມ່ນເປັນເລື້ອງທີ່ ບໍ່ປົກກະຕິ.”

ນັບຕັ້ງແຕ່ໄດ້ມີການຄົ້ນພົບຂຸມຝັງສົບຂະໜາດໃຫຍ່ ຢູ່ໃນປ່າດົງເລາະຕາມເຂດຊາຍແດນ ໄທຕິດກັບມາເລເຊຍ ເມື່ອນຶ່ງເດືອນກ່ອນ ເຈົ້າໜ້າທີ່ຂອງໄທ ຊຶ່ງໃນ ເວລານີ້ປົກຄອງໂດຍ ພວກທະຫານ ໄດ້ຈັບກຸມຫລາຍກວ່າ 50 ຄົນ.

ພວກນັກເຄື່ອນໄຫວຖົກຖຽງວ່າ ເສັ້ນທາງການລັກລອບຜູ້ຄົນ ບໍ່ສາມາດທີ່ຈະດຳເນີນການ ໄດ້ມາເປັນເວລາຫຼາຍໆປີ ໂດຍປາສະຈາກການສົມຮູ້ຮ່ວມຄິດກັບພວກ ເຈົ້າໜ້າທີ່ໂດຍ ສະເພາະແລ້ວຢູ່ໃນປະເທດໄທແລະມາເລເຊຍ. ເວລານີ້ປະເທດ ທັງສອງຕ່າງກໍປະກາດ ວ່າ ຈະທຳການສືບສວນສອບສວນຢ່າງເຕັມທີ່.

ນາຍທະຫານອະວຸໂສຂອງໄທທ່ານນຶ່ງ ໄດ້ເຂົ້າມອບຕົວຕໍ່ຕຳຫຼວດ ໃນຖານະທີ່ເປັນຜູ້ຕ້ອງ ສົງໄສຄົນສຳຄັນສຸດທີ່ພົວພັນກັບການຄ້າມະນຸດ.

ອີງຕາມລາຍງານຂ່າວຂອງສື່ມວນຊົນທ້ອງຖິ່ນແລ້ວພົນໂທມະນັສ ກອງພັນ ຊຶ່ງ ເມື່ອ 5 ປີ ກ່ອນ ເປັນພຽງພັນເອກເທົ່ານັ້ນ ໄດ້ຖືກມອບໝາຍ ໃຫ້ເປັນຜູ້ກຳກັບແບບລັບໆນຳການເຄື່ອນໄຫວ ແລະການຈັບກຸມຊາວໂຣຮິງຢາ ແລະຜູ້ຄົນຈຸອື່ນໆ ອີກທີ່ຖືກລັກລອບຜ່ານ ຈັງຫວັດຣະນອງ ໃນພາກໃຕ້ຂອງໄທ ທີ່ເລາະລຽບຕາມ ແຄມຝັ່ງທະເລອັນດາມັນ.

ກອງປະຊຸມທີ່ຮີບດ່ວນຂອງນາໆຊາດ ຊຶ່ງໄທເປັນເຈົ້າພາບໃນວັນສຸກສັບປະດາ ແລ້ວນີ້ ບໍ່ໄດ້ປະສົບກັບຄວາມຄືບໜ້າໃດໆໃນການແກ້ໄຂວິກິດການ ແຕ່ກໍຄາດວ່າ ຈະມີການຫາລື ກັນຕື່ມອີກໃນບັນດາປະເທດອາຊ່ຽນ ໃນໄລຍະສອງສາມອາ ທິດຂ້າງໜ້ານີ້ ຮວມທັງການ ເຈລະຈາທີ່ແນໃສ່ເພື່ອແກ້ໄຂບັນຫາຮາກເຫງົ້າກ່ຽວ ກັບການອົບພະຍົບຫລົບໜີຂອງ ພວກຜູ້ຄົນ.

U.N. officials are calling for search operations to continue in Asian waters for smugglers' boats thwarted from getting their human cargo to Malaysia. VOA Correspondent Steve Herman reports from our Southeast Asia bureau in Bangkok.

About 2,000 migrants may still be at sea, half of them off the coasts of Myanmar and Bangladesh, according to Tom Vargas, the senior regional protection advisor for the U.N. High Commissioner for Refugees.

"Most of them are either now in the Bay of Bengal and then the other half possibly near Malaysia and Indonesia, but we don't have any precise location."

Vargas spoke to reporters Wednesday in Jakarta.

Myanmar says it is set to begin processing more than 700 boat people it rescued off its coast earlier this week.

Officials near the western border town of Maungdaw told VOA the refugees, including more than 70 women and 40 children, were being brought to an immigration center near the town of Taung Pyo.

The authorities say the process will take three days before officials can determine the status of the people and decide what to do with them.

Myanmar does not recognize the Rohingya, referring to them as Bengalis.

Anne Richard,the U.S. State Department's assistant secretary for population, refugees and migration, declared during a visit to Indonesia "the Rohingya need to be treated as citizens of Burma."

Richard says Myanmar's Northern Rakhine state is "one of the most oppressive atmospheres" she has ever traveled in.

"It's very strange to be surrounded by people looking at you who are too afraid to talk to you. And especially when they're children.That's just not normal."

Since the discovery of mass graves in the jungle along the Thai-Malay border a month ago, authorities in Thailand, which is governed by a military junta, have arrested more than 50 people.

Activists contend the smuggling route could not have endured for so many years without the collusion of authorities, especially in Thailand and Malaysia. Both countries have now vowed a full investigation.

A senior Thai military officer has surrendered to police as the most high profile suspect linked to human trafficking.

According to local media reports, Lt. General Manus Kongpan, five years ago as a colonel, was put in charge of clandestine activities to monitor the movement of and interception of Rohingya and other migrants smuggled through Ranong province in southern Thailand, along the Andaman Sea coast.

An urgent multinational meeting hosted by Thailand last Friday made no breakthroughs in resolving the crisis. But more discussions among ASEAN countries are expected in the coming weeks, including talks aimed at addressing the root cause for the migration.

XS
SM
MD
LG