ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕະ​ຫຼາດ​ຮຸ້ນ ເອ​ເຊຍ ມີ​ລາ​ຄາ​ຕົກ​ຕ່ຳ ຫຼັງ​ຈາ​ກວັນ​ທີ່ຮ້າຍ​ແຮງ​ທີ່​ສຸດ ​ຂອງ​ຕະຫຼາດ​ຮຸ້ນ Wall Street ນັບ​ຕັ້ງ​ແຕ່​ປີ 1987


ນັກ​ຄ້າ​ຂາຍ​ຄົນ​ນຶ່ງ ຈັບ​ໜ້າ​ຜາກ​ຂອງ​ລາວ ຢູ່​ຕະຫຼາດ​ແລກ​ປ່ຽນ​ຮຸ້ນ ນິວຢອກ, 12 ມີ​ນາ 2020.
ນັກ​ຄ້າ​ຂາຍ​ຄົນ​ນຶ່ງ ຈັບ​ໜ້າ​ຜາກ​ຂອງ​ລາວ ຢູ່​ຕະຫຼາດ​ແລກ​ປ່ຽນ​ຮຸ້ນ ນິວຢອກ, 12 ມີ​ນາ 2020.

ຕະຫຼາດ​ຮຸ້ນ​ເອ​ເຊຍ ໄດ້ມີ​ລາ​ຄາຕົກ​ຕ່ຳ​ໃນ​ວັນ​ສຸກມື້ນີ້, ນຶ່ງວັນຫຼັງ​ຈາກມີ​ການ​ຊື້​ຂາຍ​ທີ່​ຂີ້​ຮ້າຍ​ທີ່​ສຸດ​ຂອງ​ຕະຫຼາດ​ຮຸ້ນ Wall Street ນັບ​ຕັ້ງ​ແຕ່​ການ​ພັງ​ລົງຄັ້ງ​ໃຫຍ່​ຂອງຕະຫຼາດ​ຮຸ້ນ ຫຼື “Black Monday” ໃນ​ປີ 1987.

ດັດຊະ​ນີ​ຕະຫຼາດ​ຮຸ້ນ​ໃນ​ປະ​ເທດ ຍີ່​ປຸ່ນ, ໄທ, ແລະ ອິນ​ເດຍ ໄດ້ຫຼຸດ​ລົງ​ຫຼາຍ​ເຖິງ 10 ເປີ​ເຊັນໃນ​ຈຸດ​ນຶ່ງ​ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້, ເຊິ່ງ​ກະ​ຕຸ້ນ​ໃຫ້​ມີ​ການ​ໃຊ້​ກົດ​ລະ​ບຽບຢຸດ​ການ​ຄ້າ​ຂາຍ​ຊົ່ວ​ຄາວ​ໃນ​ປະ​ເທດ ໄທ ແລະ ອິນ​ເດຍ.

ຕະຫຼາດ​ຮຸ້ນ SET 100 ໃນ ບາງ​ກອກ ໄດ້​ຕົກລາ​ຄາ 8.7 ເປີ​ເຊັນ ແລະ ຕະ ຫຼາດ​ຮຸ້ນ Sensex ໃນ​ນະ​ຄອນ ມຸມ​ໄບ ຕົກ​ລາ​ຄາ 9.4 ເປີ​ເຊັນ ຫຼັງ​ຈາກ​ການ​ຊື້​ຂ​າຍ​ໄດ້​ດຳ​ເນີນ​ການ​ຕໍ່.

ການຫຼຸດ​ລົງ​ຂອງ​ລາ​ຄ​າ​ໃນ ຈີນ ແຜ່ນ​ດິນ​ໃຫຍ່, ບ່ອນ​ທີ່​ຊຸມ​ຊົນ​ຕ່າງໆ​ແມ່ນ​ກຳ​ລັງ​ຟື້ນ​ຟູ​ຈາກ​ກາ​ນ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ທີ່​ຮ້າຍ​ແຮງນັ້ນ, ແມ່ນບໍ່​ຮຸນ​ແຮງ​ປານ​ໃດ, ດ້ວຍ​ດັດ​ຊະ​ນີ​ຕະຫຼາດ​ຮຸ້ນ Shanghai Composite ຫຼຸດ​ລົງ 3 ເປີ​ເຊັນ.

ຕະຫຼາດ​ອື່ນໆ​ໃນ​ພາກ​ພື້ນ​ເອ​ເຊຍ ໄດ້​ຕົກ​ລາ​ຄາ​ລະ​ຫວ່າງ 4 ​ຫາ 6 ເປີ​ເຊັນ​ໃນ​ຕອນ​ທ່ຽງ​ຂອງວັນ​ສຸກມື້ນີ້.

ໃນ ສະ​ຫະ​ລັດ, ດັດຊະ​ນີ​ຕະຫຼາດ​ຮຸ້ນ Dow Jones Industrial Average ໄດ້​ຕົກ​ລາ​ຄາ 2,353 ຈຸດ ​ໃນ​ວັນ​ພະ​ຫັດ​ວານນີ້, ເປັນ​ການຫຼຸດ​ລົງ 10 ເປີ​ເຊັນ. ຕະຫຼາດ​ຮຸ້ນ Standard & Poors-500 ແລະ NASDAQ ກໍ​ໄດ້​ຕົກລາ​ຄາ 10 ເປີ​ເຊັນ​ເຊັ່ນ​ກັນ.

ຕະຫຼາດ​ຮຸ້ນ ຢູ​ໂຣບ ກໍ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ເຊັ່ນ​ກັນ. ຕະຫຼາດ​ຮຸ້ນ London ໄດ້ຫຼຸດ​ລົງ 11 ເປີ​ເຊັນ ໃນ​ຂະ​ນະ​ທີ່​ດັດຊະ​ນີ​ຮຸ້ນທີ່​ສຳ​ຄັນ​ຂອງ ຝ​ຣັ່ງ ແລະ ເຢຍ​ຣະ​ມັນ ຖືກ​ກະ​ທົບ 12 ເປີ​ເຊັນ​.

ດັດຊະ​ນີຮຸ້ນ Ibovespa ຂອງ ບ​ຣາ​ຊິ​ລ ໄດ້ຕົກ​ລາ​ຄາ 15 ເປີ​ເຊັນ ໃນ​ຕອນ​ປິດ​ຕະ​ຫຼາ​ດ.

ການ​ຊື້​ຂາຍ​ໃນ ນິວຢອກ ໄດ້​ຖືກ​ຢຸ​ດ​ຢ່າງ​ອັດ​ຕະ​ໂນ​ມັດ​ເປັນ​ເວ​ລາ 15 ນາ​ທີ ໃນ​ເວ​ລາ​ທີ່​ລາ​ຄາ​ຕະຫຼາດ​ຮຸ້ນ​ໄດ້​ຕົກ​ລົງ​ຢ່າງວ່ອງ​ໄວ ບໍ່​ດົນຫຼັງ​ຈາກ​ຕະຫຼາດ​ໄດ້​ເປີດ​ໃນ​ວັນ​ພະ​ຫັດວ​ານນີ້. ຕະຫຼາດ​ຕ່າງໆ​ໄດ້​ຂະ​ຫຍາຍ​ຕົວ​ເປັນ​ໄລ​ຍະ​ສັ້ນໆ ຫຼັງ​ຈາກ​ທະ​ນາ​ຄາ​ນ​ກາງ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຈະຫຼຸດ​ຜ່ອນ​ສິ່ງ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ “ການ​ຢຸດ​ຊະ​ງັກ​ທີ່ບໍ່​ປົກ​ກະ​ຕິ​ເປັນ​ຢ່າງ​ສູງ” ໃນຄັງ​ເງິນ​ຕ່າງໆ​ທີ່​ປົກ​ກະ​ຕິ​ແລ້ວ​ໜ້າ​ເຊື່ອ​ຖື​ໄດ້​ຂອງ ສະ​ຫະ​ລັດ. ແຕ່​ການ​ເບິ່ງ​ໃນ​ແງ່​ດີ​ກໍ​ໄດ້​ຫາຍ​ໄປ​ຢ່າງວ່ອງ​ໄວ.

ຕະຫຼາດ​ຮຸ້ນ​ຂອງການ​ທ່ອງ​ທ່ຽວ ແລະ ສາຍ​ການ​ບິນ ແມ່ນ​ໄດ້​ຮັບ​ຜົນ​ກະ​ທົບ​ໜັກ​ທີ່​ສຸດ ແລະ ລາ​ຄາ​ນ້ຳ​ມັນ​ກໍ​ໄດ້ຫຼຸດ​ລົງ​ອີກ​ຄັ້ງ​ນຶ່ງ, ຍ້ອນ​ການ​ເດີນ​ທາງ​ມີ​ໜ້ອຍ ກໍ​ໝາຍ​ເຖິງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໜ້ອຍ​ລົງເຊັ່ນ​ກັນ.

Asian markets plunged Friday, one day after Wall Street's worst performance since the "Black Monday" crash of 1987.

Stock Indexes in Japan, Thailand and India dropped as much as 10% at one point on Friday morning, triggering the circuit breaker rule, or the temporary halt of trading in Thailand and India.

SET 100 in Bangkok was down 8.7% and the Sensex in Mumbai 9.4% after trading resumed.

The drop in mainland China, where communities are recovering from the deadly coronavirus pandemic, was not that severe, with the Shanghai Composite index down 3 percent.

Other Asian regional markets dropped between 4% and 6 % by midday Friday.

In the United States, the Dow Jones Industrial Average fell 2,353 points Thursday - a 10% drop. The Standard & Poors-500 and NASDAQ were also off 10%.

European markets were also hit hard. London was down 11% while major French and German indexes took a 12% hit.

Brazil's Ibovespa index closed 15% lower.

Trading in New York was automatically stopped for 15 minutes when stock prices dropped like a stone shortly after the markets opened Thursday. The markets rallied briefly after the Federal Reserve said it would ease what it called "highly unusual disruptions" in the usually reliable U.S. treasuries. But the optimism quickly went away.

Travel and airline stocks took the biggest hits and the price of oil dropped again, in part because less travel means less demand.

XS
SM
MD
LG