ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການພັດທະນາ ໃນເອເຊຍ ເອົາປຽບປະຊາຊົນຜູ້ທຸກຍາກ ແລະທໍາລາຍສິ່ງແວດລ້ອມ


ແມ່ຍິງຊາວກໍາປູເຈຍ ນັ່ງຮ້ອງໄຫ້ຕໍ່ໜ້າຕໍາຫຼວດ ຂະນະທີ່ປະທ້ວງ ຕໍ່ຕ້ານການຖືກໄລ່ທີ່ ຍ້ອນທາງການຍຶດເອົາທີ່ດິນຂອງລາວ ເພື່ອການພັດທະນາ ສ້າງສາ.
ແມ່ຍິງຊາວກໍາປູເຈຍ ນັ່ງຮ້ອງໄຫ້ຕໍ່ໜ້າຕໍາຫຼວດ ຂະນະທີ່ປະທ້ວງ ຕໍ່ຕ້ານການຖືກໄລ່ທີ່ ຍ້ອນທາງການຍຶດເອົາທີ່ດິນຂອງລາວ ເພື່ອການພັດທະນາ ສ້າງສາ.
ບັນດາກຸ່ມສະໜັບສະໜຸນສິດທິມະນຸດໃນຂົງເຂດເອເຊຍຕາເວັນ
ອອກສຽງ ໃຕ້ ​ໄດ້ເຕືອນກ່ຽວກັບໄພອັນຕະລາຍທີ່ມີເພີ່ມຂຶ້ນນັບ
ມື້ຕໍ່ສະພາບແວດລ້ອມ ແລະບັນດາ​ຜູ້ຈັດຕັ້ງປະຊາຄົມຕ່າງໆ ລຸນ ຫຼັງມີການສັງຫານບຸກຄົນ​ມີ​ຊື່​ສຽງ​ຫຼາຍຄົນ ໃນບໍ່ເທົ່າໃດປີຜ່ານມາ
ນີ້. ກຸ່ມ​ເຫຼົ່ານັ້ນເວົ້າວ່າ ການເຕີບໂຕທາງ ເສດຖະກິດຂອງເອເຊຍ ພາໃຫ້ມີການຂັດແຍ້ງຫຼາຍນັບມື້ກັບປະຊາຄົມທ້ອງ ຖິ່ນ ແລະ
ສ້າງອັນຕະລາຍໃຫ້​ແກ່​ບັນດາ​ຜູ້ສະໜັບສະໜຸນປະຊາ​ຄົມທີ່ຄັດ ຄ້ານຕໍ່ໂຄງການພັດທະນາໃຫຍ່ໆທັງຫຼາຍ. Ron Corben ຜູ້ສື່
ຂ່າວວີໂອ ເອ ລາຍງານຈາກບາງກອກ ຊຶ່ງທອງປານຈະ​ນໍາມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

((ສຽງພວກປະທ້ວງ))
ຕໍາຫຼວດຊຸກຍູ້​ກັນ​ໄປມາກັບພວກປະທ້ວງ ຊຶ່ງສ່ວນໃຫຍ່ແມ່ນແມ່ຍິງ ຢູ່ນະຄອນຫຼວງ ພະນົມເປັນຂອງກໍາປູເຈຍ ​ໃນຕົ້ນເດືອນນີ້. ພວກປະທ້ວງພາກັນ​ຂັດ​ຂືນການຖືກຂັບ ໄລ່ອອກຈາກບ້ານຢູ່ອາ​ສຂອງພວກເຂົາເຈົ້າ ທີ່​ຈະ​ຖືກ​ທາງ​ການເອົາພື້ນທີ່ ​ໄປສ້າງ​ເປັນ​ເຂດບ້ານຈັດສັນອັນຫຼູຫຼາ.

ການປະທ້ວງ​ແບບ​ນັ້ນ​ໄດ້​ກາຍ​ມາເປັນເລື້ອງປົກກະຕິຫຼາຍຂຶ້ນໃນກໍາປູເຈຍ. ໃນປີນີ້ ອົງ ການນີລະໂທດກໍາສາກົນເວົ້າຢູ່ໃນລາຍງານປະຈໍາປີຂອງຕົນວ່າ ກໍາປູເຈຍ​ໄດ້ປະສົບ ກັບ ການ​ເສື່ອ​ມ​ໂຊມ​ລົງ ​ໃນ​ເລື້ອງເສລີພາບດ້ານການ ສະແດງຄວາມຄິດເຫັນແລະ​ໃນ ການເຕົ້າໂຮມກັນ ຊຶ່ງ​ສາເຫດສ່ວນນຶ່ງ​ແມ່ນ ເປັນຍ້ອນການໄລ່ທີ່ ແລະການຍຶດທີ່ດິນ ຂອງ​ປະຊາຊົນ.

ສະຫະພັນສິດທິມະນຸດສາກົນ ຫຼື FIDF ເວົ້າວ່າ ລັດຖະບານກໍາປູເຈຍໄດ້ ອະນຸມັດ​ໃຫ້​ສໍາ​ປະທານທີ່ດິນ ປະມານ 2 ລ້ານ 2 ​ແສນເຮັກຕ້າ ແກ່ຫຼາຍ ກວ່າ 200 ບໍລິສັດ. ກຸ່ມ ອື່ນໆເວົ້າວ່າ ຕົວເລກທີ່ແທ້ຈິງອາດຫຼາຍເຖິງ4 ລ້ານເຮັກຕ້າ ຫຼື ນຶ່ງສ່ວນຫ້າ ຂອງດິນ ດອນປູກຝັງ.

Shalmali Guttal ນັກຄົ້ນຄວ້າອາວຸໂສປະຈໍາອົງການທີ່ບໍ່ຂຶ້ນກັບລັດຖະບານ Focus on Global South ຫຼືສຸມໃສ່ເຂດພາກໃຕ້ກໍ​ຄື​ເຂດ​ທຸກຈົນ ຂອງໂລກ ເວົ້າວ່າ: ການຂົ່ມ ຂູ່ພວກນັກເຄື່ອນໄຫວຖືເປັນເລຶ່ອງທໍາມະດາ ໄປແລ້ວ ຢູ່ໃນກໍາປູເຈຍ.

ທ່ານນາງ ກຸດຕາລ ເວົ້າວ່າ: “ຢູ່ໃນກໍາປູເຈຍ ບັນດາຜູ້ຕາງໜ້າປະຊາຄົມທ້ອງຖິ່ນ ນັກເຄື່ອນໄຫວເພື່ອປົກປ້ອງສິດທິມະນຸດ ນັກຂ່າວ ແມ່ນແຕ່ບັນດາສະມາຊິກສະ
ພາ ກໍຍັງຖືກຂົ່ມຂູ່ເປັນປະຈໍາ ວ່າ​ຈະ​ຖື​ກດໍາ​ເນີ​ນການທາງ​ກົດໝາຍ ຍ້ອນປົກປ້ອງ​
ເຮືອນຢູ່ ທີ່ດິນທໍາກິນ ປ່າໄມ້ຂອງພວກເຂົາເຈົ້າ. ການຂັດແຍ້ງກັນ ທີ່ກ່ຽວພັນກັບ
ທີ່ດິນ ແລະສິ່ງແວດລ້ອມນັ້ນ ແມ່ນໄດ້ມີເພີ່ມ ຂຶ້ນຫຼາຍສົມຄວນ ຕະຫຼອດໄລຍະ
ຫຼາຍປີຜ່ານມາ.”


ການປະທ້ວງບັ້ນນຶ່ງ ຕໍ່ຕ້ານການຍຶດທີ່ດິນ ຢູ່ກໍາປູເຈຍ ເມື່ອເດືອນມິຖຸນາຜ່ານມາ
ການປະທ້ວງບັ້ນນຶ່ງ ຕໍ່ຕ້ານການຍຶດທີ່ດິນ ຢູ່ກໍາປູເຈຍ ເມື່ອເດືອນມິຖຸນາຜ່ານມາ

ການປະທ້ວງ​ເຫຼົ່ານັ້ນສະແດງໃຫ້ເຫັນເຖິງທ່າອ່ຽງຢ່າງນຶ່ງໃນທົ່ວ
ຂົງເຂດເອເຊຍຕາເວັນອອກສຽງໃຕ້ ບ່ອນທີ່ມີການລົງທຶນກັນຢ່າງ
ໃຫຍ່ໃນພາກສ່ວນການກະເສດ ການຜະລິດ ແລະການຊື້ຂາຍທີ່
ດິນແລະບ້ານ​ເຮືອນ ທີ່ກໍາລັງປັບປ່ຽນ​ບັນດາເສດຖະກິດ ແລະປະ
ຊາຄົມ ​ໃຫ້ຮັ່ງມີ​ຂຶ້ນ.

ຄືຫຼາຍໆປະເທດຢູ່ໃນຂົງເຂດ ມີການເຕີບໂຕທາງເສດຖະກິດປະ
ຈໍາປີສູງເຖິງ 7 ຫາ 8% ໃນໄລຍະບໍ່ເທົ່າໃດປີຜ່ານມານີ້ ຊຶ່ງເຮັດ
ໃຫ້ປະຊາຊົນ ຫຼາຍໆລ້ານຄົນຫລຸດພົ້ນຈາກຄວາມທຸກຈົນ. ແຕ່
ການລົງທຶນຊຸດໃໝ່ສ່ວນຫຼາຍ ແມ່ນ​ໄດ້​ຮັບ​ການຂັບດັນຈາກໂຄງ
ການພັດທະນາໃຫຍ່ໆຊຶ່ງຫຼາຍໂຄງການແມ່ນໜຸນຫຼັງໂດຍນັກ​ລົງທຶນຕ່າງປະເທດ.

ພວກສະໜັບສະໜຸນສິດທິ ເຊັ່ນ ທ່ານນາງ Shalmali Guttal ເວົ້າວ່າ ການເຕີບໂຕ​ແລະການພັດທະນາ ມັກຈະມາຈາກການສູນເສຍອັນມະຫາສານ ຕໍ່ປະຊາຄົມທ້ອງຖິ່ນ.

ທ່ານນາງ Guttal ເວົ້າວ່າ: “ການລະເມີດສິດທິມະນຸດ ການທໍາລາຍສະພາບ
ແວດລ້ອມ ບວກກັບຄວາມບໍ່ສະເໝີພາບກັນທີ່ກໍາລັງຖີບຕົວສູງຂຶ້ນໄປນັບມື້ນັ້ນ ​
ແມ່ນເປັນພາກສ່ວນທີ່​ແຍກ​ອອກ​ບໍ່​ໄດ້ຂອງການພັດທະນາ. ເອເຊຍອາດຈະເປັນ​
ເຄື່ອງ​ຈັກຂັບດັນການເຕີບໂຕທາງເສດຖະກິດຂອງໂລກ ແລະອາດ​ຈະເປັນຂົງ
ເຂດດຽວ ທີ່ຈະຊ່ວຍດຶງ​ເຂດອື່ນໆຂອງໂລກ ອອກ​ມາຈາກວິກິດການການເງິນ
ໂລກ ແຕ່ມັນກໍສ້າງ​ຄວາມສູນເສຍຢ່າງ​ມະຫາສານ ​ໃຫ້​ແກ່ປະຊາຄົມ ສະພາບ
ແວດລ້ອມ ແລະສິດທິຕ່າງໆໃນຂົງເຂດເອເຊຍ.”



ຊາວບ້ານມຽນມາ ພາກັນປະທ້ວງ ໂຄງການບໍ່ທອງແດງ Letpadaung ເມື່ອເດືອນມີນາຜ່ານມາ
ຊາວບ້ານມຽນມາ ພາກັນປະທ້ວງ ໂຄງການບໍ່ທອງແດງ Letpadaung ເມື່ອເດືອນມີນາຜ່ານມາ

ໃນມຽນມາ ການ​ຂັດ​ແຍ້​ງກັນກ່ຽວກັບໂຄງການບໍ່ທອງແດງ
Letpadaung ຊຶ່ງເປັນການ ລົງທຶນຮ່ວມກັນລະຫວ່າງກອງທັບ
ມຽນມາ ແລະພວກນັກລົງທຶນຊາວຈີນ ​ໄດ້ນໍາໄປສູ່ ການອອກ
ໝາຍຈັບນັກເຄື່ອນໄຫວ ທີ່ຄັດຄ້ານໂຄງການດັ່ງກ່າວ ສາມຄົນ
ໃນເດືອນມິຖຸນາຜ່ານມາ. ບໍ່ທອງແດງ​ແຫ່ງນັ້ນ ໄດ້ເຮັດໃຫ້ປະຊາ
ຊົນໃນ 26 ໝູ່ບ້ານ ຕ້ອງໄດ້ຕ້ອງ​ໄດ້ຍົກຍ້າຍຈາກຖິ່ນຢູ່ອາໄສ
ແລະພາ​ໃຫ້ມີການຍຶດທີ່ດິນຫຼາຍ ກວ່າ 2,800 ເຮັກຕ້າ.

Phil Robertson ຮອງຜູ້ອໍານວຍການປະ​ຈໍາ​ເອ​ເຊຍ ຂອງກຸ່ມສິ້ງຊອມສິດ ທິມະນຸດ Human Rights Watch ເວົ້າວ່າ ການເປີດກວ້າງເສດຖະກິດຂອງມຽນມາ ໄດ້ກະ​ຕຸ້ນ​ ໃຫ້​ເຈົ້າ​ນາຍທັງຫຼາຍຂອງປະເທດ ພາກັນ​ຂຸ້ນຂ້ຽວຫາ​ທາງເອົາ​ຜົນ​ປະ​ໂຫຍ​ດຈາກທີ່ດິນ ແລະຂໍ້​ຕົກລົງ​ກ່ຽວ​ກັບ​ໂຄງການພັດທະນາຕ່າງໆ.

ທ່ານ ຟິລ ໂຣເບິດຊັນ ເວົ້າວ່າ: “ກ່ອນໜ້າ​ນີ້ ພວກເຂົາເຈົ້າ​ແມ່ນຢູ່​ນອກກະແສ
ຂອງໂລກ ບໍ່​ມີ​ໃຜ​ຮູ້ຈັກ ​ແຕ່​ໃນທັນທີທັນ​ໃດ ເຂົາ​ເຈົ້າຄືພວກທີ່ມີ​ເສ້ນ​ມີ​ສາຍທຸກ​
ຢ່າງ ແລະມີຄວາມສາມາດທີ່ຈະເຮັດຫຍັງກໍໄດ້ຢູ່ໃນມຽນມາ ແລະ​ເຮັດ​ໄດ້​ສໍາ
ເລັດ. ເຂົາເຈົ້າຄືພວກທີ່ພະຍາຍາມ​ຫາ​ເງິນ​ໃຫ້​ໄດ້​ຫຼາຍໆໃນ​ເວລາ​ນີ້ ເພື່ອຈະ
ສ້າງສະຖານະພາບຂອງຄອບຄົວຂອງພວກເຂົາເຈົ້າໃຫ້​ແໜ້ນໜາ​ແລະ​ໝັ້ນ
ຄົງ​ ​ໄດ້ນຶ່ງ​ເຊັ່ນຄົນ ຫຼືດົນ​ກ່ວາ​ນັ້ນ.”


ໃນຕົ້ນປີນີ້ ສປປ ລາວ ກໍ​ໄດ້ກາຍເປັນຈຸດສົນ​ໃຈຂອງ​ນາໆ​ຊາດ ຫຼັງຈາກການຫາຍຕົວ ໄປຂອງທ່ານສົມບັດ ສົມພອນ ນັກພັດທະນາປະຊາຄົມທີ່ຖືກ ຮັບຮູ້​ແລະ​ໄດ້​ຮັບ​ລາງວັນ​ແມັກ​ໄຊ​ໄຊ. ທ່ານສົມບັດໄດ້​ເປັນຜູ້ນຶ່ງທີ່ມີບົດບາດ ສໍາຄັນ ໃນການຈັດຕັ້ງກອງ​ປະຊຸມ​ສົນທະນາ​ລະຫວ່າງ​ປະຊາຊົນ​ຂຶ້ນ ໃນ​ໄລຍະ​ທີ່​ມີ​ກາ​ນຈັນກອງປະຊຸມສຸດຍອດ ​ເອ​ເຊຍ ຢູໂຣບ ຫຼື ASEM ຂຶ້ນຢູ່​ນະຄອນຫລວງ​ວຽງ​ຈັນ ເມື່ອ​ຕົ້ນເດືອນ​ພະຈິກປີກາຍນີ້. ທ່ານ​ສົມບັດ​ໄດ້​ຫາຍ​ໂຕ​ໄປ​ໃນ​ກາງ​ເດືອນ​ທັນວາ ​ແລະເວລານີ້ ກໍຍັງບໍ່ວ່າຜູ້ກ່ຽວຢູ່ແຫ່ງຫົນໃດ.

ສ່ວນຢູ່ປະເທດໄທ ທ່ານ ສີສຸວັນ ຈັນຢາ ທະນາຍຄວາມດ້ານສິດທິສະ ພາບແວດລ້ອມ ເວົ້າວ່າ ຕະຫຼອດໄລຍະ 12 ປີຜ່ານມານີ້ ມີນັກເຄື່ອນໄຫວຫຼາຍກວ່າ 20 ຄົນຖືກສັງຫານ
ຍ້ອນການປຸກລະດົມຕໍ່ຕ້ານໂຄງການຕ່າງໆ ຫຼືໂຄງການພັດທະນາທ້ອງຖິ່ນ. ທະນາຍ
ສີສຸວັນ ຊີ້​ໄປ​ໃສ່ຄວາມສໍາພັນອັນໃກ້ຊິດ ລະຫວ່າງວົງການທຸລະກິດທ້ອງຖິ່ນ ແລະພວກ
ນັກການເມືອງ ວ່າ​ພາ​ໃຫ້​ມີ​ການ​ກໍ່ຄວາມຮຸນແຮງນັ້ນ.

ທະນາຍສີສຸວັນເວົ້າວ່າ ພວກນັກເຄື່ອນໄຫວ ທີ່ປຸກລະດົມຕໍ່ຕ້ານໂຄງການໃຫຍ່ໆເຫຼົ່ານັ້ນ
ແມ່ນຈະປະເຊີນກັບໄພອັນຕະລາຍອັນໃຫຍ່ຫຼວງ ແລະປະຊາຄົມທ້ອງຖິ່ນຕ່າງໆຖືກເມີນ
​ເສີຍ​ ແລະຜົນປະໂຫຍດຂອງພວກເຂົາເຈົ້າ ກໍບໍ່ຮັບການແກ້ໄຂໃດໆເລີຍ.

ກຸ່ມນັກເຄື່ອນໄຫວທັງຫຼາຍ ກໍາລັງຮຽກຮ້ອງໃຫ້ປະຊາຄົມນາໆຊາດເອົາ ບົດບາດຫຼາຍ ຂຶ້ນກວ່າເກົ່າ ໃນການປ້ອງກັນການລະເມີດສິດທິ ຍ້ອນການ ພັດທະນານັ້ນ ແລະພິທັກ ປົກປ້ອງກຸ່ມຜູ້ຈັດຕັ້ງປະຊາຄົມ​ໃນທົ່ວຂົງເຂດເອເຊຍຕາເວັນອອກສຽງໃຕ້. ແຕ່ພວກເຂົາ
ເຈົ້າກໍຮັບຮູ້ວ່າ ຍ້ອນມີຜົນ​ປະ​ໂຫຍ​ດດ້ານການເມືອງແລະເສດຖະກິດ ​ເປັນເດີມພັນສູງ ຢູ່ໃນໂຄງການພັດທະນາໃຫຍ່ໆຂອງບາງຂົງເຂດນັ້ນ ພວກໃດທີ່ຄັດຄ້ານ ຫຼືຕໍ່ຕ້ານໂຄງ ການເຫຼົ່ານັ້ນ ກໍ​ແມ່ນຈະສືບຕໍ່ປະ​ເຊີນ​ກັບຄວາມສ່ຽງຢ່າງສູງຢູ່​ຕໍ່​ໄປ ຍ້ອນ​ເຂົາ​ເຈົ້າກ້າປາກ
ກ້າເວົ້າອອກມານັ້ນເອງ.
XS
SM
MD
LG