ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາປູເຈຍແລະຫວຽດນາມ ສືບຕໍ່ຄັດຄ້ານ ໂຄງການສ້າງ ເຂື່ອນໄຊຍະບູລີຂອງລາວ


ຊາວປະມົງຂະເໝນຫາປາ ຢູ່ໃນແມ່ນໍ້າຂອງ ນອກນະຄອນຫລວງພະນົມເປັນ. ກໍາປູເຈຍຄັດຄ້ານຕໍ່ການສ້າງ ເຂື່ອນໄຊຍະບູລີຂອງລາວ ເພາະຢ້ານວ່າມັນຈະສົ່ງ ຜົນກະທົບຕໍ່ປະຊາຊົນຂະເໝນ ທີ່ກາງຕໍ່ແມ່ນໍ້າຂອງ ຫາລ້ຽງຊີບ.
ຊາວປະມົງຂະເໝນຫາປາ ຢູ່ໃນແມ່ນໍ້າຂອງ ນອກນະຄອນຫລວງພະນົມເປັນ. ກໍາປູເຈຍຄັດຄ້ານຕໍ່ການສ້າງ ເຂື່ອນໄຊຍະບູລີຂອງລາວ ເພາະຢ້ານວ່າມັນຈະສົ່ງ ຜົນກະທົບຕໍ່ປະຊາຊົນຂະເໝນ ທີ່ກາງຕໍ່ແມ່ນໍ້າຂອງ ຫາລ້ຽງຊີບ.

ໃນຂະນະທີ່ຂົງເຂດເອເຊຍຕາເວັນອອກສຽງໃຕ້ ກໍາລັງພະຍາຍາມ​ຮັບ​ມືກັບ ໄພນໍ້າຖ້ວມທີ່ ຮ້າຍແຮງທີ່ສຸດໃນຮອບຫລາຍສິບປີຢູ່​ນີ້ ພ້ອມ​ດຽວ​ກັນກໍເກີດມີການສະ​ແດງຄວາມເປັນຫ່ວງ ຂຶ້ນມາອີກກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມຈາກການສ້າງເຂື່ອນໄຟຟ້ານໍ້າຕົກຫລາຍໆ ແຫ່ງ ທີ່ໄດ້ມີ​ການວາງແຜນໄວ້ແລ້ວໂດຍ​ບາງ​ປະ​ເທດ​ນັ້ນ. ໂດຍສະເພາະ ເຂື່ອນນຶ່ງຢູ່ໃນລາວ ນັ້ນ ​ແມ່ນໄດ້ໃຫ້ຄວາມສົນໃຈເປັນພິເສດ ຍ້ອນຜົນກະທົບທີ່​ຈະ​ຕິດຕາມ​ມາຕໍ່ປະຊາຊົນຫລາຍ ລ້ານຄົນທີ່ອາໃສຢູ່​ໃນ​ເຂດ​ອ່າງແມ່ນໍ້າຂອງ. ຜູ້ສື່ຂ່າວວີໂອເອ ຣອນ ຄໍຣ໌ເບິນ ສົ່ງລາຍງານມາ ຈາກບາງກອກ ກ່ຽວກັບການລົງຄະແນນສຽງທີ່ສໍາຄັນໃນເດືອນໜ້ານີ້ ກ່ຽວກັບເຂື່​ອນໄຊຍະ ບູລີນັ້ນ ແລະກ່ຽວ​ກັບວ່າ ມັນອາດ​ສາມາດສ້າງຜົນກະທົບທາງດ້ານການເມືອງອັນກວ້າງ ຂວາງຢ່າງໃດ​ແດ່ ຕໍ່ຂົງເຂດນັ້ນ. ທອງປານມີເລຶ່ອງນີ້ ມາສະເໜີທ່ານ.

ຟັງລາຍງານ:

ເຂື່ອນໄຟຟ້ານໍ້າຕົກໄຊຍະບູລີ ທີ່ລັດຖະບານ ສປປ ລາວ ໄດ້ສະເໜີຈະສ້າງຂື້ນຢູ່​ໃນ​ແຂວງ​
ໄຊ​ຍະ​ບູລີ ​ໃນເຂດພູເຂົາທາງພາກເໜືອຂອງລາວນັ້ນ ​ແມ່ນເປັນພຽງ​ແຕ່ນຶ່ງໃນຈໍານວນ
11 ເຂື່ອນ ທີ່ໄດ້ມີການວາງແຜນໄວ້ວ່າ ຈະສ້າງຂຶ້ນໃສ່ແມ່ນໍ້າຂອງຕອນລຸ່ມ.

ທ່ານ Carl Middleton ອາຈານ​ສອນທີ່ມະຫາວິທະຍາໄລຈຸລາລົງກອນ ທີ່ບາງກອກ
ກ່າວວ່າ ລາຍງານຕ່າງໆຂອງກຸ່ມຕີ​ລາຄາສິ່ງແວດລ້ອມດ້ານຍຸທະສາດ ຫລື SEA ເຕືອນ
ວ່າ ເຂື່ອນດັ່ງກ່າວນີ້ຈະສົ່ງຜົນກະທົບທີ່ຮ້າຍແຮງທີ່ສຸດ. ທ່ານ ມິດເດີ້ນຕັນ ກ່າວວ່າ:

“ເຂື່ອນດັ່ງກ່າວນີ້ຍັງຈະພາ​ໃຫ້​ມີການປ່ຽນແປງຢ່າງສໍາຄັນຕໍ່ ລະບົບນິເວດວິທະນາ
ຂອງແມ່ນໍ້າຂອງນໍາດ້ວຍ ຄືສ່ວນໃຫຍ່ແລ້ວ ມັນຈະຂັດຂວາງການຍົກຍ້າຍຂອງສັດ
ນໍ້າ ພວກພັນທີ່ຫາຍາກທີ່ສຸດຂອງໂລກ ໂຮມທັງປາປຶກນັ້ນນໍາ. ດັ່ງນັ້ນ ກຸ່ມ SEA
ຈຶ່ງຕີລາຄາວ່າ ປາຫລາຍເຖິງ 41 ຊະນິດ ອາດສ່ຽງຕໍ່ການສູນພັນໄດ້.”

ໂຄງການເຂື່ອນໄຊຍະບູລີ ທີ່ມີມູນຄ່າກໍ່ສ້າງ 3,500 ລ້ານໂດລາ ​ແມ່ນຈະເປັນເຂື່ອນ​ແຫ່ງ
ທໍາອິດທີ່ຈະຖືກສ້າງຂຶ້ນ ຢູ່ຕາມ​ລໍາແມ່ນໍ້າຂອງ ນອກເຂດປະເທດຈີນ ທີ່ຈະຜະລິດກະແສ
ໄຟຟ້າ 1,260 ເມກາວັດ. ປະມານ 95 ເປີເຊັນຂອງ​ຈໍານວນນັ້ນ ຄາດວ່າ​ໄທຈະຊື້​ເອົາ.

ແຕ່ພວກເຈົ້າໜ້າທີ່ຫວຽດນາມແລະກໍາປູເຈຍ ໄດ້ຮ່ວມກັບພວກເຄື່ອນ​ໄຫວ ດ້ານສະພາບ
ແວດລ້ອມ ໃນການຕໍາໜິຕິຕຽນການສ້າງເຂື່ອນໄຊຍະບູລີ ໂດຍກ່າວວ່າ ມັນອາດສາມາດ ສ້າງໄພອັນຕະລາຍຢ່າງຮ້າຍແຮງຕໍ່ພວກປາທີ່ເປັນແຫລ່ງສໍາຄັນ​ຂອງທາດໂປຣຕີນ ສໍາລັບ
ປະຊາຊົນປະມານ 40 ລ້ານຄົນ.

ເຂົາ​ເຈົ້າ​ເຕືອນວ່າ ເຂື່ອນໄຊຍະບູລີຈະສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນຫລາຍກວ່າ
200,000 ຄົນ ທີ່ກາງ​ຕໍ່ອາ​ໃສ​ລະບົບນິເວດວິທະຍາຂອງ​ແມ່​ນໍ້າຂອງ ພ້ອມດ້ວຍອີກ
ຫລາຍລ້ານຄົນ ທີ່ດໍາລົງຊີວິດຢູ່​ໃນເຂດລຸ່ມແມ່ນໍ້າ ຂອງ ​ແລະເພິ່ງພາລະບົບແມ່ນໍ້ານັ້ນ.

ເຖິງແມ່ນຈະປະເຊີນກັບຄວາມເປັນຫ່ວງຕ່າງໆນາໆ​ທີ່​ກ່າວ​ມາ​ນັ້ນກໍຕາມ ແຕ່ພວກເຈົ້າ ໜ້າທີ່ລາວກໍຍັງມຸ້ງໝັ້ນທີ່ຈະສ້າງເຂຶ່ອນໄຊຍະບູລີໃຫ້ໄດ້.

ກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຕັ້ງຢູ່ແຄມຂອງ ໃນນະຄອນຫລວງວຽງຈັນ
ກອງເລຂາ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຕັ້ງຢູ່ແຄມຂອງ ໃນນະຄອນຫລວງວຽງຈັນ

ຄະນະກໍາມາທິການແມ່ນໍ້າຂອງ
ສາກົນ ທີ່ມີສູນກາງຢູ່ນະຄອນ
ຫລວງວຽງຈັນ ເປັນຜູ້ຮັບຜິດ
ຊອບການອະນຸມັດຂັ້ນສຸດທ້າຍ
ສໍາລັບການກໍ່ສ້າງ​ເຂື່ອນ​ດັ່ງກ່າວ
ຫລັງຈາກໄດ້ສຶກສາ ເບິ່ງຜົນກະ
ທົບຕໍ່ລະບົບນິເວດວິທະຍາແລະ
ສະພາບແວດລ້ອມຢ່າງຖີ່ຖ້ວນ
ຂອງການສ້າງເຂື່ອນນັ້ນແລ້ວ.

ຄາດວ່າ ຄະນະກໍາມະການແມ່
ນໍ້າຂອງ ທີ່ປະກອບດ້ວຍຜູ້ຕ່າງ
ໜ້າຈາກກໍາປູເຈຍ ລາວ ໄທ ແລະ
ຫວຽດນາມ ຈະອອກ​ຄໍາຕັດສິນ
ຊີ້ຂາດຊະ​ຕາ​ກໍາຂອງໂຄງການ
ດັ່ງກ່າວ ທີ່ກອງປະຊຸມບັ້ນນຶ່ງ
ໃນເດືອນພະຈິກ ຄື​ເດືອນໜ້ານີ້.

ທ່ານ ສີສຸວັນ ຂວັນຂະຈອນ ຜູ້ອໍານວຍການຮ່ວມຂອງກຸ່ມພັນທະ​ມິດ​ພາກ​ພື້ນ​ເພື່ອ​ການ
ກອບ​ກູ້­­­ລະບົບ​ນິ​ເວດ​ວິທະຍາ ຫລື Towards Ecological Recovery and Regional
Alliance ຫລື TERRA ກ່າວວ່າ ກອງປະຊຸມໃນເດືອນພະຈິກ ອາດສາມາດນໍາໄປສູ່ຜົນ
ກະທົບຢ່າງເລິກເຊິ່ງຕໍ່ ການເມືອງຂອງຂົງເຂດ​ໄດ້. ທ່ານສີສຸວັນກ່າວວ່າ:

“ພວກເຮົາຈະຕ້ອງພິຈາລະນາ​ເຖິງຜົນກະທົບຂອງທຸກໆເຂື່ອນ ເພາະວ່າຖ້າຫາກວ່າ
ມີ​ການ
ອະນຸຍາດໃຫ້ສ້າງຂຶ້ນເຂື່ອນນຶ່ງມາແລ້ວ ມັນກໍຈະນໍາພາໄປສູ່ການພັດທະນາ
ເຂື່ອນອື່ນໆທັງໝົດ. ເພາະສະນັ້ນພວກເຮົາຕ້ອງຄໍານຶງ​ເຖິງ​ເລື່ອງ​ນີ້ ເພື່ອວ່າພວກເຮົາ
ຈະສໍານຶກ​ໄດ້
ວ່າ ກອງປະຊຸມໃນເດືອນພະຈິກນີ້ ຈະບໍ່ແມ່ນກອງປະຊຸມໃນດ້ານວິຊາ
ການ ເພາະວ່າມັນບໍ່ແມ່ນ
ການຕັດສິນໃຈໃນດ້ານວິຊາການ. ມັນເປັນການຕັດສິນໃຈ
ດ້ານການເມືອງ ທີ່
ຈະຜັນປ່ຽນຮູບ​ແບບ​ຂອງການເມືອງໃນຂົງເຂດນີ້ຂອງໂລກໂດຍ
ສະເພາະ ຊຶ່ງ​ຂ້າພະ​ເຈົ້າ​ຢາກ​ຈະ​ເວົ້າ​ວ່າ
ເປັນຂົງເຂດທີ່ນ້ອຍໆ ແຕ່ກໍເປັນຂົງເຂດທີ່
ມີບັນຫາຫລາຍ.

ພວກເຈົ້າໜ້າທີ່ລັດຖະບານຫວຽດນາມກ່າວວ່າ ພວກ​ເຂົາ​ເຈົ້າມີຄວາມເປັນຫ່ວງກ່ຽວກັບ
ຜົນກະທົບຕໍ່ເຂດປູກເຂົ້າໃນບໍລິ​ເວນປາກແມ່ນໍ້າຂອງ ​ແລະ​ໄດ້ຮຽກຮ້ອງໃຫ້ໂຈະການກໍ່
ສ້າງໄວ້ ຈົນກວ່າວ່າ​ຈະ​ມີ​ການສຶກສາ​ໃຫ້ເຂົ້າໃຈຢ່າງຖີ່ຖ້ວນ ເຖິງຜົນກະທົບໃດໆຈາກ
ເຂື່ອນທັງໝົດນັ້ນ​ເສຍ​ກ່ອນ.

ທ່ານ Nguyen Huu Tien ນັກປະຖະພີ​ວິທະຍາ​ແລະ​ຊ່ຽວ​ຊານ​ດ້ານ​ດິນ​ປຽກຊຸ່ມຈາກ
​ເມືອງ Can Tho ໃນເຂດປາກແມ່ນໍ້າຂອງ ຢ້ານວ່າ ເຂື່ອນຕ່າງໆນັ້ນຈະສ້າງໄພຂົ່ມຂູ່
ຕໍ່ລະບົບນິເວດວິທະນາ ແລະສິ່ງແວດລ້ອມຂອງຂົງເຂດ. ທ່ານ ຕຽນ ກ່າວວ່າ:

ໂດຍສ່ວນຕົວແລ້ວ ຂ້າພະເຈົ້າຄິດວ່າ ໄພຂົ່ມຂູ່ຈາກເຂຶ່ອນທັງຫລາຍນັ້ນ ເປັນໄພ
ຂົ່ມຂູ່ທີ່ໃຫຍ່ຫລວງທີ່​ສຸດອັນນຶ່ງ ຕໍ່ຂົງເຂດປາກແມ່ນໍ້າຂອງ ໃນປະວັດສາດທັງໝົດ
ຂອງ​ເຂດ​ດັ່ງກ່າວ. ການສູນເສຍທີ່ສໍາຄັນທີ່ສຸດນັ້ນ ກໍຄືການສູນເສຍລະດັບຂີ້ຕະ
ກອນໃຕ້ນໍ້າ ແລະປາຊະນິດຕ່າງໆ.”

ຂົງເຂດປາກແມ່ນໍ້າຂອງ ​ແມ່ນເປັນແຫລ່ງຜະລິດເຄິ່ງນຶ່ງຂອງຜົນ​ຜະລິດອາຫານທັງໝົດ
ຂອງຫວຽດນາມ ​ແລະ 90 ເປີເຊັນຂອງເຂົ້າທີ່ຫວຽດນາມ ສົ່ງອອກຂາຍ. ນອກນີ້ແລ້ວ ອຸດສາຫະກໍາການປະມົງໃນເຂດປາກແມ່ນໍ້າຂອງ ກໍເປັນສ່ວນປະກອບອັນສໍາຄັນຂອງ
ເສດຖະກິດແຫ່ງຂົງເຂດ ແລະແຫ່ງຊາດນໍາດ້ວຍ.

XS
SM
MD
LG