ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Ashton ກ່າວວ່າ ຢູເຄຣນ ຕັ້ງໃຈຈະລົງນາມ ໃນສັນຍາການຄ້າ ກັບ ອີຢູ (ສະໄລດ໌)


ປ. Viktor Yanukovych ແຫ່ງຢູເຄຣນ ຕ້ອນຮັບທ່ານນາງ Ashton ທີ່ກຸງ Kiev, Ukraine, ວັນທີ 10 ທັນວາ 2013.
ປ. Viktor Yanukovych ແຫ່ງຢູເຄຣນ ຕ້ອນຮັບທ່ານນາງ Ashton ທີ່ກຸງ Kiev, Ukraine, ວັນທີ 10 ທັນວາ 2013.
ທ່ານ​ນາງ Catherine Ashton ຫົວໜ້າຝ່າຍ​ນະ​ໂຍບາຍຕ່າງ
ປະ​ເທດ​ຂອງ​ສະຫະພາບຢູ​ໂຣບ ກ່າວ​ວ່າ​ປະທານາທິບໍດີຢູ​ເຄຣນ
ທ່ານ ViktorYanukovych ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະລົງ​ນາມໃນ
​ຂໍ້​ຕົກລົງ​ການ​ຄ້າ​ແລະ​ການ​ຮ່ວມມື​ກັບ​ສະຫະພາບ​ຢູ​ໂຣບ ທີ່​ທ່ານ
​ໄດ້​ປະຕິ​ເສດ​ໄປ​ໃນ​ເດືອນ​ແລ້ວ​ນີ້ ສົ່ງ​ຜົນ​ໃຫ້​ມີການ​ຊຸມນຸມ​ປະ​
ທ້ວງ​ຄັດຄ້ານ​ລັດຖະບານຢ່າງ​ໃຫຍ່​ນັ້ນ.

ທ່ານ​ນາງ Ashton ​ໄດ້​ມີ​ຄວາມ​ເຫັນ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ
​ພະຫັດ​ມື້​ນີ້ ຫຼັງ​ຈາກ​ທຳ​ການ​ໂອ້​ລົມສົນທະ​ນາ​ກັບ​ທ່ານ Yanu
kovych ທີ່​ນະຄອນຫຼວງ​ Kiev ຂອງ​ຢູ​ເຄຣນ ຊຶ່ງ​ທ່ານ​ນາງ​
ກ່າວ​ວ່າ ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າບັນຫາໄລຍະ​ສັ້ນດ້ານເສດ
ຖະກິດ​ແລະ​ການ​ເງິນ​ທີ່ຢູ​ເຄຣນພວມ​ປະ​ເຊີນ​ຢູ່​ໃນ​ປັດຈຸບັນນີ້​ແມ່ນສາມາດ​ຜ່ອນຄາຍ​ລົງ​ໄດ້
​ໂດຍ​ລົງ​ນາມ​ເຂົ້າຮ່ວມ​ພົວພັນກັບ​ສະຫະພາບ​ຢູ​ໂຣບ ຊຶ່ງ​ຈະນຳເອົາ​ການ​ລົງທຶນ​ໃໝ່ໆ​ຈາກ​
ບັນດາ​ປະ​ເທດ​ອີ​ຢູ ​ເຂົ້າໄປ​ຍັງ​ຢູ​ເຄຣນ.

ຂະນະ​ດຽວ​ກັນ ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ກໍ​ດໍາ​ເນີນ​ສືບ​ຕໍ່​ໄປ ​ໂດຍ​ທີ່​ພວກ​ປະ​ທ້ວງ
ພາກັນ​ຮຽກຮ້ອງ​ເອົາ​ສາຍ​ພົວພັນ​ທີ່​ໃກ້ຊິດ​ຂຶ້ນ​ກ່ວາ​ເກົ່າ ກັບ​ສະຫະພາບ​ຢູ​ໂຣບ.

ຫຼັງ​ຈາກ​ຕຳຫຼວດ​ປາບ​ການ​ຈະລາຈົນ ໄດ້ປະທະ​ກັບ​ພວກ​ຊຸມນຸມ​ປະ​ທ້ວງ​ຫຼາຍ​ພັນ​ຄົນ​ຢູ່ຈະ
ຕຸ​ລັດ​ເອກະລາດ ທີ່ນະຄອນຫລວງ Kiev ​ໃນ​ວັນ​ພຸດ​ວານ​ນີ້​ແລ້ວ ສະຫະລັດ​ອາ​ເມຣິກາໄດ້​
ປະນາມ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ຕຳຫຼວດ ​ແລະ​ກ່າວ​ວ່າ ຕົນ​ກຳລັງ​ພິຈາ ລະນາ​ທຳການ
​ຕອບ​ໂຕ້ ທີ່​ອາດ​ຈະຮວມທັງ​ການ​ລົງ​ໂທດ​ນໍາ​ກໍ​ເປັນ​ໄດ້.

ບັນດາ​ຜູ້ນຳ​ຝ່າຍ​ຄ້ານ​ໃນນະຄອນຫລວງ Kiev ບໍ່​ຍອມຮັບ​ເອົາຄໍາ​ຮຽກຮ້ອງ​ຂອງ​ປະທານາທິ
ບໍດີ Yanukovych ທີ່​ໃຫ້​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ ​ແນ​ໃສ່​ເພື່ອ​ຍຸຕິ​ການ​ຊຸມນຸມ​ປະ​ທ້ວງ​
ຕໍ່ຕ້ານ​ຄວາມ​ເຄື່ອນ​ໄຫວ​ຂອງ​ທ່ານ​ຫວ່າງ​ໄວໆ​ມາ​ນີ້ ທີ່​ບໍ່​ຍອມ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ການ​ຄ້າ​ກັບ​ສະຫະພາບ​ຢູ​ໂຣບ ​ໂດຍ​ໄດ້​ເລືອກ​ເອົາ​ການ​ສົ່ງ​ເສີມ​ສາຍ​ພົວພັນ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ​ກັບຣັດ​
ເຊຍ​ນັ້ນ​ແທນ.

ທ່ານ Yanukovych ​ໄດ້​ອອກ​ຄຳ​ເຊື້ອ​ເຊີນໃນ​ຄໍ່າຄືນ​ວັນ​ພຸດ​ວານ​ນີ້​ ​ໃຫ້ຈັດການໂອ້​ລົມ​ສົນທະ
ນາ​ແຫ່ງ​ຊາດ​ຂຶ້ນ ​ກັບ​ພວກ​ຜູ້ນຳ​ຝ່າຍ​ສາສະໜາ​ແລະ​ພົນລະ​ເຮືອນ​ຝ່າຍ​ຄ້ານ ​ໃນ​ຂະນະດຽວ​ກັນ ກໍລຸກ​ຍູ້ໃຫ້​ພວກ​ປະ​ທ້ວງ​ທີ່​ພາກັນ​ຕັ້ງ​ຄ້າຍ​ຢູ່​ໃຈກາງເມືອງ​ຫລວງ​ນັ້ນ ຫຼີກ​ລ່ຽງ​ການ​ປະ​ເຊີນ​ໜ້າ​ກັນ​ ແລະການ​ຍື່ນ​ຄຳ​ຂາດ​.



XS
SM
MD
LG