ປະທານາທິບໍດີ ດໍໂນລ ທຣຳ ໄດ້ສົ່ງຄະນະຜູ້ແທນລະດັບຕ່ຳໄປຮ່ວມ ກອງປະຊຸມສຸດຍອດທີ່ສຳຄັນ ກັບບັນດາຜູ້ນຳປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ໃນອາທິດນີ້ ຊຶ່ງໄດ້ເຮັດໃຫ້ມີຄວາມເປັນຫ່ວງກ່ຽວກັບຄວາມໝັ້ນໝາຍຂອງວໍຊິງຕັນຕໍ່ຂົງເຂດດັ່ງກ່າວໃນຖານະທີ່ເປັນຄູ່ພາຄີທາງຍຸດທະສາດ. ນັກຂ່າວວີໂອເອປະຈຳທຳນຽບຂາວ, Patsy Widakuswara ມີລາຍລະອຽດກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ຢູ່ໃນເວທີສາກົນນັ້ນ ການໄປປາກົດໂຕຂອງຄົນແມ່ນມີຄວາມໝາຍຫລາຍ. ຢູ່ໃນກອງປະຊຸມສຸດຍອດຂອງບັນດາປະເທດໃນເຂດເອເຊຍຕາເວັນອອກ ແລະ ເອເຊຍຕາເວັນອອກສຽງໃຕ້ທີ່ຈັດຂຶ້ນໃນອາທິດນີ້, ປະທານາທິບໍດີ ທຣຳ ບໍ່ໄດ້ໄປຮ່ວມ ແລະທ່ານກໍບໍ່ໄດ້ສົ່ງຮອງປະທານາທິບໍດີ ຫລືລັດຖະມົນຕີກະຊວງການຕ່າງປະເທດໄປຮ່ວມເລີຍ.
ໂດຍປະຕິບັດຕາມພິທີການທາງການທູດ, ບັນດາຜູ້ນຳປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ກໍບໍ່ໄດ້ປາກົດໂຕຢູ່ກອງປະຊຸມລະຫວ່າງສະຫະລັດກັບອາຊຽນເຊັ່ນກັນ ໂດຍໄດ້ສົ່ງລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດຕົນ ໄປພົບກັບທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ, ທ່ານ ໂຣເບີດ ໂອໄບຣແອັນ (Robert O'Brien) ຊຶ່ງເປັນທູດພິເສດຂອງທ່ານທຣຳສຳລັບກອງປະຊຸມສຸດຍອດນີ້.
ທ່ານ ໂອໄບຣແອັນກ່າວດັ່ງນີ້:
"ດັ່ງທີ່ໄດ້ເວົ້າຢູ່ໃນຈົດໝາຍຂອງທ່ານນັ້ນ, ປະທານາທິບໍດີທຣຳ ຢາກຮັບປະກັນກັບບັນດາທ່ານໄດ້ວ່າ ມີຄວາມໝັ້ນໝາຍຂອງອາເມຣິກາທີ່ໝັ້ນຄົງແຂງແກ່ນ ທັງຢູ່ໃນຄຳເວົ້າ ແລະໃນການກະທຳຕໍ່ເພື່ອນມິດ, ຕໍ່ພັນທະມິດ ແລະຄູ່ພາຄີຂອງພວກເຮົາຢູ່ໃນອາຊຽນ."
ທ່ານ ໂອໄບຣແອັນ (O'Brien) ໄດ້ຍື່ນການເຊື້ອເຊີນຂອງທ່ານທຣຳ ໃຫ້ແກ່ ບັນດາຜູ້ນຳຂອງປະເທດເອເຊຍຕາເວັນອອກສຽງໃຕ້ເພື່ອໄປຮ່ວມກອງປະຊຸມສຸດຍອດ ໃນສະຫະລັດ ໃນປີໜ້າ.
ທ່ານໄບຣອັນ ຮາດດິງ, (Brian Harding) ຈາກສູນກາງສຶກສາດ້ານຍຸດທະສາດ ແລະສາກົນໃຫ້ຄຳເຫັນວ່າ:
"ຂ້າພະເຈົ້າໝັ້ນໃຈວ່າ ພວກເພິ່ນຈະຮັບເອົາການເຊື້ອເຊີນນັ້ນຢ່າງຈິງຈັງ. ມີຜົນປະໂຫຍດອັນນຶ່ງຢູ່ໃນການທີ່ມີສະຫະລັດພົວພັນຢ່າງເລິກເຊິ່ງຂຶ້ນ ແລະເພື່ອ ເດີນທາງຮ່ວມກັນໄປຍັງສະຫະລັດ.”
ຕາບໃດທີ່ຍັງບໍ່ເຖິງເວລານັ້ນ, ບັນດາພວກຕຳໜິກໍເວົ້າວ່າ ຄວາມຄິດເຫັນຂອງ ວໍຊິງຕັນແມ່ນໄດ້ຂາດຫາຍໄປຢູ່ໃນການເຈລະຈາລະດັບຂົງເຂດ ລວມທັງການຄ້າເສລີທີ່ຈີນເປັນຜູ້ຄວບຄຸມນັ້ນ.
ຂໍ້ຕົກລົງເສດຖະກິດໃໝ່ ທີ່ໄດ້ລິເລີ້ມຂຶ້ນໂດຍປັກກິ່ງກຳລັງດຳເນີນໄປຢູ່ໃນກອງປະຊຸມສຸດຍອດດັ່ງກ່າວ. "ການເປັນພາຄີດ້ານເສດຖະກິດຮອບດ້ານຢູ່ໃນຂົງເຂດ" ຫລື RCEP ຄາດວ່າຈະເລີ້ມຕົ້ນຂຶ້ນໃນປີໜ້ານີ້. ມັນຈະ ...… ກວາມເອົາ 1/3 ຂອງຜະລິດຕະພັນລວມຂອງໂລກ ແລະປະຊາຊົນຂອງໂລກເກືອບ ຮອດເຄິ່ງນຶ່ງຂອງໂລກ.
ທ່ານ ລີ ຢູເຈງ (Yucheng), ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ ກ່າວເປັນພາສາຈີນກາງວ່າ:
"ແນ່ນອນມັນຈະມີບົດບາດສຳຄັນທີ່ສຸດ ຢູ່ໃນການສົ່ງເສີມໃຫ້ມີການເຊື່ອມໂຍງທາງເສດຖະກິດ ແລະການຮ່ວມມືຢູ່ທົ່ວຂົງເຂດ ໂດຍສະເພາະແມ່ນກ່ຽວກັບເລື້ອງການຄ້າ ແລະການລົງທຶນ."
ຂໍ້ຕົກລົງຫລາຍຝ່າຍອີກອັນນຶ່ງກໍຄື ຂໍ້ຕົກລົງຮອບດ້ານ ແລະກ້າວໜ້າສຳລັບການເປັນພາຄີຂ້າມມະຫາສະໝຸດປາຊີຟິກ ກໍໄດ້ກ້າວໄປຂ້າງໜ້າໂດຍປາດ ສະຈາກການກ່ຽວພັນຂອງວໍຊິງຕັນເຊັ່ນກັນ.
ລັດຖະບານທ່ານ ທຣຳມັກເຮັດຂໍ້ຕົກລົງສອງຝ່າຍຫລາຍກວ່າ ຫລາຍຝ່າຍ ແຕ່ກໍຍັງບໍ່ເຫັນມີການເຊັນຂໍ້ຕົກລົງອັນໃດຢູ່ໃນພາກພື້ນນັ້ນ.
ທ່ານຮາດດິງ, ຈາກສູນກາງສຶກສາດ້ານຍຸດທະສາດ ແລະສາກົນໃຫ້ຄຳເຫັນອີກວ່າ:
"ຍີ່ປຸ່ນພະຍາຍາມທີ່ຈະເຈລະຈາຂໍ້ຕົກລົງສອງຝ່າຍ ແບບບໍ່ຟ້າວຟັ່ງທີ່ສຸດເທົ່າທີ່ຈະເຮັດໄດ້. ຫວຽດນາມຊຶ່ງເປັນປະເທດທີ່ປາກົດວ່າອາດຈະເປັນໄປໄດ້ ແຕ່ກໍບໍ່ໄດ້ໃຫ້ຄວາມສົນໃຈຫຍັງເລີຍ. ຟີລິບປິນບໍ່ໄດ້ສົນໃຈ. ພວກເຂົາເຈົ້າພາກັນເບິ່ງວິທີທີ່ສະຫະລັດປະຕິບັດຕໍ່ພັນທະມິດ ແລະຄູ່ພາຄີທີ່ໃກ້ຊິດທີ່ສຸດຂອງຕົນ, ການາດາ, ເມັກຊິໂກ, ຢູໂຣບ, ເກົາຫລີ, ແລະພວກເຂົາເຈົ້າກໍບໍ່ຢາກມີສ່ວນກ່ຽວຂ້ອງຫຍັງກັບເລື້ອງນີ້."
ໃນຂະນະດຽວກັນ ສົງຄາມການຄ້າລະຫວ່າງສະຫະລັດກັບຈີນສືບຕໍ່ເຮັດໃຫ້ບັນດາຜູ້ນຳຂອງປະເທດເອເຊຍຕາເວັນອອກສຽງໃຕ້ເປັນຫ່ວງ…
… ໂດຍທີ່ມີບາງທ່ານກໍສະແດງຄວາມຄິດເຫັນອອກມາຢ່າງແຮງກວ່າຄົນອື່ນ. ທ່ານ ມະຫາເທຍ ໂມຮໍາມັດ (Mahathir Mohamad), ນາຍົກລັດຖະມົນຕີຂອງມາເລເຊຍເວົ້າວ່າ:
"ອາເມຣິກາອະນຸຍາດໃຫ້ປະທານາທິບໍດີແຕ່ລະຄົນດຳລົງຕຳແໜ່ງໄດ້ພຽງສອງສະໄໝເທົ່ານັ້ນ. ສະນັ້ນ ເວົ້າແບບຂີ້ຮ້າຍສຸດກໍແມ່ນ ເລື້ອງນີ້ຈະສືບຕໍ່ມີໄປອີກ 5 ປີ ຖ້າຫາກທ່ານຊະນະການເລືອກຕັ້ງ."
ເບິ່ງວີດິໂອເປັນພາສາອັງກິດເພີ້ມກ່ຽວກັບຂ່າວນີ້
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້:
President Donald Trump sent a low-ranking delegation to important summits with Southeast Asian leaders this week, triggering concerns about Washington's commitment to the region as a strategic partner. White House Correspondent Patsy Widakuswara has the story.
On the world stage, showing up matters. At this week's East Asia and ASEAN Summits, President Trump did not attend nor did he send his Vice President or Secretary of State.
Adhering to diplomatic protocol, Southeast Asian leaders did not show up for the US-ASEAN meeting either, sending their foreign ministers to meet National Security Adviser Robert O'Brien, Trump's special envoy for the summits.
Robert O'Brien, U.S. National Security Adviser:
"As he said in his letter, President Trump wants to assure you of the rock solid American commitment in word and deed to our friends, allies and partners in ASEAN."
O'Brien extended Trump's invitation to Southeast Asian leaders to a summit in the U.S. early next year.
Brian Harding, Center for Strategic and International Studies:
"I'm sure they'll take the the invitation seriously. There is an interest in the United States being more deeply engaged, and for making a joint trip to the United States."
Until then, critics say Washington's viewpoint is missing on regional negotiations including on free trade, where China is dominating.
A new economic agreement initiated by Beijing is underway at the summit. The "Regional Comprehensive Economic Partnership" or RCEP is expected to launch next year. It will ...
… account for a third of global gross domestic product and nearly half the world's population.
Le Yucheng, Chinese Vice Foreign Minister:
"It definitely will play a crucial role in promoting regional economic integration and cooperation across the board especially on trade and investment."
Another multilateral deal, the Comprehensive and Progressive Agreement for Trans-Pacific Partnership, is also moving along without Washington.
The Trump administration prefers bilateral trade agreements, but has not yet struck any in the region.
Brian Harding, Center for Strategic & Internatl. Studies:
"Japan has really slow walked the bilateral trade negotiations as much as they can. Vietnam who seemed to be a possibility is just not interested. The Philippines is not interested. They look at how the United States has treated its closest allies and partners, Canada, Mexico, Europe, Korea, and they don't want anything to do with it."
Meanwhile the trade war between the U.S. and China continues to worry ASEAN leaders…
… with some expressing their opinion more strongly than others.
Mahathir Mohamad, Malaysian Prime Minister:
"America allows only two terms to each president. So at the very worst, this is going to go on for another five years. If he wins."